ພະແນກ NIU ແລະ ໂຄງການ ການຄ້າເພື່ອການພັດທະນາ

ພະແນກ NIU ແລະ ໂຄງການ ການຄ້າເພື່ອການພັດທະນາ

ພະແນກ NIU, ກົມແຜນການ ແລະ ການ ຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນພະ ແນກປະສານງານ ແລະ ໃຫ້ຄຳແນະນຳໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງໂຄງການ ພັດທະນາວຽກງານການຄ້າ ແລະ ພາກທຸລະກິດ ຂອງ ສປປ ລາວ. ພະ ແນກ NIU ໄດ້ສ້າງແຜນງານເພື່ອພັດທະນາການຄ້າທຸລະກິດເພື່ອໃຊ້ແນະນຳສຳລັບການສ້າງໂຄງການ. ພະ ແນກ NIU ຍັງໄດ້ປະສານງານກັບບັນດາພາກສ່ວນຈັດຕັ້ງປະຕິບັດ ໂຄງການ ການສ້າງແຜນວຽກ, ຊ່ວຍ ສຸກຍູ້ດ້ານວິຊາການ, ຕິດຕາມ ແລະ ປະເມີນຜົນບັນດາໂຄງການທີ່ຢູ່ພາຍໃຕ້ໜ່ວຍງານຕົນ, ແລະ ປັບປຸງແຜນງານເປັນແຕ່ລະໄລຍະຜ່ານການປະສານງານຢ່າງໄກ້ຊິດກັບຜູ້ຮ່ວມງານຈຳນວນຫນຶ່ງ, ພະ ແນກ NIU ໄດ້ປະສົບຜົນສໍາເລັດໃນການສ້າງຄວາມເປັນເຈົ້າການຂອງໂຄງການ, ເພີ້ມປະສິດທິຜົນດ້ານການປະສານງານ, ຮັບປະກັນຄວາມໂປ່ງໃສ ແລະ ອື່ນໆ. <br> ພະແນກ NIU ຍັງມີໜ້າທີ່ໃນການປະສານການບໍລິຫານ ແລະ ຮັບຜິດຊອບວຽກງານການເງິນ, ຈັດຊື້-ຈັດ ຈ້າງ ແລະ ເຮັດໜ້າທີ່ປະສານງານກັບຜູ້ໃຫ້ທຶນ / ຄູ່ຮ່ວມພັດທະນາ. ໃນຖານະເປັນກອງເລຂາຂອງໜ່ວຍງານພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ, NIU ມີໜ້າທີ່ໃນການປະສານງານເພື່ອກະກຽມກອງປະຊຸມຕ່າງໆ, ການປະກອບສ່ວນດ້ານວິຊາການ, ຕິດຕາມການປະຕິບັດບັນດາຂໍ້ຕົກລົງຂອງກອງປະຊຸມ ແລະ ບັນດາບັນຫາທີ່ຕິດພັນກັບວຽກງານບໍລິຫານ.

ບົດຂ່າວຫຼ້າສຸດ

ບັນ​ດາ​ໂຄງ​ການ​ຫຼັກ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທຶນ ໃນ​ວຽກ​ງານ​ຊ່ວຍ​ເຫຼືອ​ດ້ານ​ການ​ຄ້າ ສຳ​ລັບ ສ​ປ​ປ ລາວ

ໂດຍລວມ​ມີ​ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ລັດ​ຖະ​ບານ​ໂດຍ​ກົງ ແລະ ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ຜູ້​ໃຫ້​ທຶນເອງ ທັງ​ໃນ ສ​ປ​ປ ລາວ ແລະ ໃນ​ພາກ​ພື້ນ

ໂຄງ​ການ​ທີ່​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ລັດ​ຖະ​ບານ
  1. ໂຄງການສົ່ງເສີມຄວາມມາດໃນການແຂ່ງຂັນ ແລະ ການຄ້າ – LCT ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນ ຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ: 13.4 ລ້ານ​ໂດ​ລາ ສະ​ຫະ​ລັດ
  2. ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່
    ສາມແຂວງພາກເໜືອ – ECL: 1.8 ລ້ານ​ໂດ​ລາ ສະ​ຫະ​ລັດ
  3. ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ – SME A2F : 20 ລ້ານ​ໂດ​ລາ ສະ​ຫະ​ລັດ
ໂຄງ​ການ​ທີ່​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍຜູ້​ໃຫ້​ທຶນ​ເອງໃນ ສ​ປ​ປ ລາວ
  1. ໂຄງການ ARISE Plus Laos:  5 ລ້ານ​ໂດ​ລາ ສະ​ຫະ​ລັດ
  2. ໂຄງການ Brand Lao: 490.000 ໂດ​ລາ ສະ​ຫະ​ລັດ
  3. ໂຄງການ ໂຄງການ Promoting Export and Employment in Home Textile: 1,3 ລ້ານ ຢູ​ໂຣ
  4. ໂຄງການ IFC: 1.2 ລ້ານ​ໂດ​ລາ ສະ​ຫະ​ລັດ
  5. ໂຄງການ LBE Project: 1.9 ລ້ານ​ໂດ​ລາ ສະ​ຫະ​ລັດ
  6. ໂຄງການ RELATED: 2 ລ້ານ ຢູ​ໂຣ
  7. Project to establish a Women Entrepreneurial Center: 540.000 ໂດ​ລາ ສະ​ຫະ​ລັດ
ໂຄງ​ການ​ທີ່​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍຜູ້​ໃຫ້​ທຶນ​ເອງໃນ​ພາກ​ພື້ນ
  1. ໂຄງການ ARISE Plus Regional Projects : 22 ລ້ານ ຢູ​ໂຣ
  2. ໂຄງການ COMPETE : 4 ລ້ານ ຢູ​ໂຣ
  3. ໂຄງການ SYMST :  2 ລ້ານ ຢູ​ໂຣ
ບົດ​ຄົ້ນ​ຄ້​ວາ

ບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ສະບັບປັບປຸງ ໃນປີ 2022

ບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ DTIS ຂອງ ສປປ ລາວ ປີ 2022 ໄດ້ຈຳແນກໃຫ້ເຫັນກິດຈະກຳ ທີ່ເປັນບຸລິມະສິດເພື່ອສະໜັບສະໜູນຍຸດທະສາດ ຂອງປະເທດໃນການຫັນໄປສູ່ຄວາມຫລາກຫລາຍທາງຂະແໜງເສດຖະກິດ, ການຟື້ນຟູຄືນຈາກການລະບາດ ຂອງພະຍາດໂກວິດ-19 ແລະ ການຈະຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ LDC ກ່ອນປີ 2026 ໂດຍຜ່ານການເລັ່ງລັດການເຊື່ອມໂຍງການຄ້າ. ການສຶກສາຄົ້ນຄວ້າມີຈຸດປະສົງເພື່ອ (ກ) ພິຈາລະນາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນດຳເນີນງານຂະແໜງການຄ້າ ແລະ ພາກທຸລະກິດເອກະຊົນ ທີ່ໄດ້ຮັບຮອງເອົາໃນບົດ DTIS 2012, (ຂ) ນຳສະເໜີສິ່ງທີ່ເປັນຈຸດສຸມໃນລວງເລິກກ່ຽວກັບທຸລະກິດກະສິກຳ, ການທ່ອງທ່ຽວ ແລະອຸດສາຫະກຳປຸງແຕ່ງ ແລະ (ຄ) ກະກຽມແຜນດຳເນີນງານຂະແໜງ ການຄ້າ ແລະ ພາກທຸລະກິດເອກະຊົນ ສະບັບປັບປຸງ. ໃນຂະນະທີ່ບົດລາຍງານໄດ້ສຸມໃສ່ທຸລະກິດກະສິກໍາ, ການທ່ອງທ່ຽວ ແລະ ອຸດສາຫະກຳປຸງແຕ່ງ, ບົດໄດ້ເວົ້າເຖິງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ, ຕົ້ນທຶນທາງການຄ້າ, ການຄ້າຂະຫນາດນ້ອຍ ແລະບົດບາດຍິງ-ຊາຍ. ບົດລາຍງານໄດ້ຈຳແນກໃຫ້ເຫັນບັນຊີລາຍຊື່ບຸລິມະສິດຂອງມາດຕະການທີ່ຈະສະໜັບສະໜູນ ສປປ ລາວ ໃຫ້ບັນລຸການເຕີບໂຕທີ່ມີລັກສະນະທົ່ວເຖິງ, ມີຄວາມຫຼາກຫຼາຍ ແລະ ສາມາດຟື້ນຕົວໄດ້ ກວ່າ.

ບົດສຶກສາດ້ານບົດບາດຍິງ-ຊາຍ ເພື່ອຈຳແນກຂໍ້ຈຳກັດຕົ້ນຕໍທີ່ກະທົບຕໍ່ວິສາຫະກິດທີ່ນັກທຸລະກິດຍິງເປັນເຈົ້າຂອງ ແລະ ບໍລິຫານໃນ ສປປ ລາວ

ຈຸດປະສົງຂອງການສຶກສາຄັ້ງນີ້ແມ່ນເພື່ອຈຳແນກໃຫ້ເຫັນຂໍ້ຈຳກັດຕໍ່ວິສາຫະກິດ ເຊິ່ງນັກທຸລະກິດຍິງເປັນເຈົ້າຂອງ ແລະ ບໍລິຫານ ທີ່ສົ່ງຜົນກະທົບຕໍ່ປັດໄຈຫຼັກໃນການພັດທະນາ ສະພາບແວດລ້ອມທີ່ເອື້ອອໍານວຍແກ່ການດໍາເນີນທຸລະກິດ ລວມທັງລະບຽບການ ທີ່ຄຸ້ມຄອງວິສາຫະກິດ ແລະ ການອອກໃບອະນຸຍາດ ດໍາເນີນທຸລະກິດ; ນະໂຍບາຍ ແລະ ການຄຸ້ມຄອງສ່ວຍສາອາກອນ; ການເຂົ້າເຖິງແຫລ່ງເງິນທຶນ; ການຂຶ້ນທະບຽນກຳມະສິດທີ່ດິນ ແລະ ຄຸ້ມຄອງການອອກໃບຕາດິນ; ແລະການເຂົ້າເຖິງ ຂະບວນການສານການຄ້າ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ (ADR). ນອກຈາກນີ້, ບົດສຶກສານີ້ຍັງໄດ້ສຶກສາລົງເລິກ ເຖິງວິທີການແກ້ໄຂບັນຫາສະເພາະ ແລະ ການປັບປຸງ ນະໂຍບາຍທີ່ສາມາດສົ່ງເສີມ ວຽກງານການຄຸ້ມຄອງ ວິສາຫະກິດ ກໍ່ຄືການແກ້ໄຂຂໍ້ຈໍາກັດ ທີ່ໄດ້ຈໍາແນກໃນບົດສຶກສານີ້.

ກິດ​ຈະ​ກຳ​ທີ່​ຈະ​ເກີດ​ຂື້ນ

​ບັນ​ດາ​ເວັບ​ໄຊ ທີ່​ສະ​ໜັບ​ສະ​ໜູນ​ໂດຍ ບັນ​ດາໂຄງ​ການ T4D

ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II

ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ສປປ ລາວແມ່ນເພຼືື່ອສະໜັບສະໜູນ ບັນດາບໍລິສັດເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພັດທະນາທັກສະ ແລະ ວິຊາການ ເພຼືື່ອໃຫ້ກາຍເປັນບໍລິສັດ ທີື່ມີຄວາມອາດສາມາດ ໃນການແຂ່ງຂັນທັງພາຍໃນ, ພາກພຼືັ້ນ ແລະ ສາກົນ. ທສທ II ສະໜັບສະໜູນ ໂດຍການສະໜອງທຶນສົມທົບ ເພຼືື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການຈ້າງ ທີື່ປຶກສາດ້ານວິຊາການ ທີື່ແນ່ໃສ່ການເສີມ ຂະຫຍາຍຄວາມອາດສາມາດໃນການແຂ່ງຂັນ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ

ເວັບ​ໄຊ​ທ໌ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ຄ້າຂາຍ ​ສາມາດ​ຊອກ​ຫາ​ຂໍ້​ມູນ​ທັງໝົດ​ທີ່​ກ່ຽວຂ້ອງ​ ກັບ​ການ​ນໍາ​ເຂົ້າ​ສິນຄ້າ​ມາ ສປປ ລາວ ​ແລະ ການ​ສົ່ງ​ອອກ​ສິນຄ້າ​ຈາກ ສປປ ລາວ, ແລະ ຂໍ້ມູນ​ທີ່​ກ່ຽວກັບ ຂັ້ນຕອນ​ການ​ນຳ​ເຂົ້າ/​ສົ່ງ​ອອກ, ​ລະບຽບ​ການສະເພາະ​​ ສໍາລັບແຕ່ລະປະເພດສິນຄ້າ​, ກົດໝາຍ​ທີ່​ກ່ຽວ​ຂ້ອງ ​ແລະ ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍ​ດ ອື່ນໆ. ຄູ່ມືນຳເຂົ້າ-ສົ່ງອອກ ທີ່ປາກົດຢູ່ເມນູດ້ານຂ້າງຂອງ ໜ້ານີ້ຈະສະໜອງຂໍ້ມູນ ແລະ ຄໍາແນະນໍາ ໂດຍນໍາໃຊ້ຄໍາສັບທີ່ເຂົ້າໃຈງ່າຍ ພ້ອມດ້ວຍການອອກແບບຖານຂໍ້ມູນ ທີ່ເຮັດໃຫ້ສາມາດຊອກຄົ້ນຫາຕາມຫົວຂໍ້ໄດ້ຢ່າງງ່າຍດາຍ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຂອງ ສປປ ລາວ

ສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຂອງ ສປປ ລາວ ແມ່ນເວັບໄຊທ໌ ສໍາລັບຊອກຫາຂໍ້ມູນຂ່າວສານທັງໝົດ ທີ່ກ່ຽວຂ້ອງກັບການຄ້າ ແລະ ການລົງທຶນດ້ານບໍລິການ ໃນ ສປປ ລາວ. ເຊິ່ງພາຍໃນສູນຂໍ້ມູນຂ່າວສານດັ່ງກ່າວນີ້ ແມ່ນປະກອບໄປດ້ວຍ: ນິຕິກຳ, ມາດຕະການ, ຂັ້ນຕອນ, ແບບຟອມ, ຂໍ້ຜູກພັນທາງດ້ານການຄ້າ, ຂ່າວສານ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບການຄ້າດ້ານບໍລິການຂອງ ສປປ ລາວ ທີ່ຜູ້ນຳໃຊ້ເວັບໄຊທ໌ສາມາດເບິ່ງ ແລະ ດາວໂຫຼດມາເກັບໄວ້ໄດ້.

ລະບົບການອອກ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ

ລະບົບນີ້​ຈະ​ຊ່ວຍ​ໃຫ້​ຜູ່ປະກອບການ ​ມີຄວາມສະດວກ ໃນການສົ່ງອອກສິນຄ້າ ພາຍໃຕ້ ໃບຢັ້ງຢືນແຫຼ່ງກໍຳເນີດ ສິນຄ້າ ທີ່ໄດ້ຮັບສິດທິພິເສດ, ປະຢັດເວລາ ແລະ ຕົ້ນທຶນ. ບົນພື້ນຖານຄວາມຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການຂອງ ສປປ ລາວ ແລະ ສາກົນເພື່ອປະກອບສ່ວນ ແກ່ການພັດທະນາເສດຖະກິດຂອງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ.

Inventory of Business Licenses

ເວັບໄຊນີ້ແມ່ນເພື່ອເປັນການເກັບກຳ ແລະ ສະໜອງຂໍ້ມູນ ກ່ຽວກັບການເລີ່ມຕົ້ນ ແລະ ການດຳເນີນທຸລະກິດຢູ່ ສປປ ລາວ. ເວັບໄຊນີ້ແມ່ນເຄື່ອງມືໜຶ່ງ ທີ່ຈະຊ່ວຍສົ່ງເສີມ ຄວາມໂປ່ງໃສ ແລະ ປະສິດທິຜົນຕໍ່ກັບການດຳເນີນທຸລະກິດ ເພຶ່ອເປັນການຊ່ວຍ ຫຼຸດຕົ້ນທຶນ ໃນການເລີ່ມດຳເນີນທຸລະກິດ ຂອງບັນດາ ຜູ້ປະກອບການ , ໂດຍສະເພາະແມ່ນຜູ້ປະກອບການ ຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບ ຈາກບັນດາຂັ້ນຕອນຕ່າງໆທີ່ຫຍຸ້ງຍາກ ແລະ ສັບສົນ.

ບັນ​ດາ​ຜູ້​ໃຫ້​ທຶນ ແລະ ຄູ່​ຮ່ວມ​ພັດ​ທະ​ນາ

ຕິດ​ຕໍ່​ພວກ​ເຮົາ:

​ພະ​ແນກ NIU

ກົມ​ແຜນ​ການ ແລະ ການ​ຮ່ວມ​ມື, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ນະ​ຄອນ​ຫຼວງ ວຽງ​ຈັນ, ສ​ປ​ປ ລາວ. ​ຕູ້ ປ.ນ. 4107

ໂມງ​ການ:

​ວັນ​ຈັນ – ​ວັນ​ສຸກ: 8:00 ເຊົ້າ – 4:00 ແລງ

    ແຜ່ນ​ທີ່

    Follow by Email
    Share