ສຄອຊ ຈັດກອງປະຊຸມສໍາມະນາ ຫົວຂໍ້ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານ ບົດບາດຍິງ-ຊາຍ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 23 ກໍລະກົດ 2020, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ ຂຶ້ນ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ແລະ ເພື່ອຖືໂອກາດໃນການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ, ໂດຍຜ່ານການແລກປ່ຽນບົດຮຽນກ່ຽວກັບ ກົດໝາຍ ແລະ ນະໂຍບາຍຕ່າງໆທີ່ຕິດພັນກັບ ສິດຂອງແມ່ຍິງ ແລະ ການຍົກລະດັບຄວາມຮູ້ຄວາມສາມາດໃນການນໍາໃຊ້ ເຕັກໂນໂລຊີ ເຂົ້າໃນວຽກງານການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)

ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ ນ. ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ, ຮອງປະທານ ສຄອຊ ແລະ ຊີ້ນໍາວຽກໜ່ວຍແມ່ຍິງ ສຄອຊ, ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າ ກົມແຜນການ ແລະ ການຮ່ວມມື (ຜຮ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ແລະ ທ່ານ ນ ຮານນາ ເວີບຟ໌, ເລຂານຸການສອງ (ເສດຖະກິດ ແລະ ການຄ້າ), ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍບັນດາຜູ້ຕາງໜ້າຈາກກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ, ກໍຄື ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ, ຕາງໜ້າຈາກບັນດາສະມາຄົມ ແລະ ພາກເອກະຊົນ ປະມານ 50 ທ່ານ.

ທ່ານ ປອ ນ. ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ, ຮອງປະທານ ສຄອຊ, ໄດ້ກ່າວເປີດກອງປະຊຸມວ່າ: ການຮັບຮູ້ ແລະ ໃຫ້ໂອກາດແມ່ຍິງໃນສັງຄົມແມ່ນມີຄວາມຈໍາເປັນຫຼາຍທີ່ສຸດໃນການພັດທະນາ ແລະ ຂະຫຍາຍທຸລະກິດ ຂອງນັກທຸລະກິດຍິງ ນໍາໄປສູ່ການເຕີບໂຕຂອງເສດຖະກິດພາຍໃນປະເທດ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ໃນນາມອົງການຕາງໜ້າໃຫ້ພາກທຸລະກິດລາວ, ເຫັນເຖິງຄວາມສໍາຄັນຂອງການສົ່ງເສີມ ແລະ ການພັດທະນາທຸລະກິດແບບຍຶນຍົງ, ຈຶ່ງສະເໜີຈັດກອງປະຊຸມສໍາມະນານີ້ຂຶ້ນ, ເຊິ່ງເປັນໜຶ່ງໃນກິດຈະກໍາຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າ ກົມ ຜຮ, ກະຊວງ ອຄ, ໄດ້ໃຫ້ຄໍາເຫັນໃນກອງປະຊຸມວ່າ: ກົມແຜນການ ແລະ ການຮ່ວມມື, ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ, ກໍເຫັນເຖິງຄວາມສໍາຄັນຂອງບົດບາດຍິງ-ຊາຍ, ໂດຍສະເພາະແມ່ນ ໂດຍສະເພາະແມ່ນການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານການຄ້າ. ດັ່ງນັ້ນ, ພາຍໃນໂຄງການ LCT ທີ່ຄຸ້ມຄອງໂດຍ ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງກໍານົດເອົາການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານການຄ້າເປັນໜຶ່ງໃນອົງປະກອບຂອງໂຄງການ, ເຊິ່ງມີແຜນຈັດຕັ້ງປະຕິບັດບົດບາດຍິງ-ຊາຍຂອງໂຄງການ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການ.

ທ່ານ ນ ຮານນາ ເວີບຟ໌, ເລຂານຸການສອງ (ເສດຖະກິດ ແລະ ການຄ້າ), ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ໄດ້ຊົມເຊີຍ ວັນສ້າງຕັ້ງ ສະຫະພັນແມ່ຍິງ ຄົບຮອບ 66 ປີ ພ້ອມທັງປະກອບຄໍາເຫັນເຂົ້າໃນການກ່າວເປີດກອງປະຊຸມວ່າ: ປະເທດອົດສະຕຣາລີ ເປັນໜຶ່ງໃນຜູ້ປະກອບທຶນຮ່ວມເຂົ້າໃນກອງທຶນສົມທົບຫຼາຍຝ່າຍ ພາຍໃຕ້ໂຄງການ LCT, ເຊິ່ງໄດ້ສ້າງ ແຜນຈັດຕັ້ງປະຕິບັດບົດບາດຍິງ-ຊາຍພາຍໃຕ້ໂຄງການດັ່ງກ່າວ, ໂດຍເຊື່ອມສານຄວາມສະເໝີພາບຍິງຊາຍເຂົ້າໃນກິດຈະກໍາຕ່າງໆພາຍໃຕ້ໂຄງການ. ບົດລາຍງານການສໍາຫຼວດທຸລະກິດຂອງ ສຄອຊ ໄດ້ລາຍງານເຖິງຜົນກະທົບຂອງການລະບາດຂອງ ໂຄວິດ-19 ຕໍ່ນັກທຸລະກິດຍິງໃນ ສປປ ລາວ, ເຊິ່ງເປັນຂໍ້ມູນອ້າງອີງ ແລະ ເຫັນເຖິງຄວາມສໍາຄັນໃນການຈັດກອງປະຊຸມສໍາມະນາໃນມື້ນີ້.

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີໂອກາດແລກປ່ຽນຄໍາຄິດເຫັນກ່ຽວກັບ ວຽກງານການເຊື່ອມສານບົດບາດຍິງ-ຊາຍ ແລະ ສິດພື້ນຖານຂອງແມ່ຍິງ ພາຍໃຕ້ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ປຶກສາຫາລື ກ່ຽວກັບການຕະຫຼາດຍຸກໃໝ່ ໂດຍນໍາໃຊ້ວິດີໂອ ແລະ ສື່ສັງຄົມອອນລາຍ ທີ່ຕົນເອງເຄີຍນໍາໃຊ້ ແລະ ພົບພໍ້.
ສຸດທ້າຍນີ້, ທ່ານ ປອ ນ. ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ, ຮອງປະທານ ສຄອຊ, ໄດ້ໃຫ້ກຽດກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງກະຊວງ, ກົມກອງ, ພາກສ່ວນ ແລະ ສະຖານທູດ ທີ່ເປັນຜູ້ຕັ້ງໜ້າປະກອບສ່ວນເຂົ້າໃນກອງປະຊຸມສໍາມະນາດັ່ງກ່າວ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games