ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມວິຊາການຜ່ານຮ່າງເນື້ອໃນ ຂອງສານທີ່ຕິດພັນກັບ ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ

Published by NIU on

ໃນລະຫວ່າງ ວັນທີ 24-26 ກຸມພາ 2021, ສານປະຊາຊົນສູງສຸດ (ຄະນະຮັບຜິດຊອບວຽກງານ ເລກທີ 02/ນຍ ພ້ອມດ້ວຍຄະນະ) ໄດ້ຈັດກອງປະຊຸມວິຊາການຜ່ານເນື້ອໃນ ຮ່າງແບບພີມຂອງສານທີ່ຕິດພັນກັບກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ທີ່ຣີສອດນາປ່າກວາງ, ທ່າລາດ, ແຂວງວຽງຈັນ, ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຂອງນາຍົກລັດຖະມົນຕີວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ.
ໃຫ້ກຽດການເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ເປັນປະທານ ກອງປະຊຸມ, ທັງເປັນຜູ້ຊີ້ນຳວຽກງານດັ່ງກ່າວ.

ຈຸດປະສົງຂອງກອງປະຊຸມແມ່ນຜ່ານເນື້ອໃນ ຮ່າງແບບພີມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ເພື່ອຮອງຮັບຄະດີການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດທີ່ຈະເກີດຂື້ນໃນຕໍ່ໜ້າ ແລະ ເຮັດໃຫ້ການພິຈາລະນາຄະດີ ຖືກຕ້ອງຕາມຄວາມເປັນຈິງ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ຍ້ອນເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ, ກຸ່ມທະນາຄານໂລກຈຶ່ງກຳນົດກົດໝາຍລົ້ມລະລາຍຂອງວິສາຫະ ກິດ ເປັນຕົວຊີ້ວັດໜຶ່ງໃນການອຳນວຍຄວາມສະດວກໃຫ້ແກ່ການການດຳເນີນທຸລະກິດ. ນາຍົກລັດຖະມົນຕີຈຶ່ງອອກຄຳ ສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ເຊິ່ງມອບໃຫ້ກະຊວງຍຸຕິທຳເປັນເຈົ້າການໃນການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ, ເພື່ອແຕ່ງຕັ້ງຄະນະຮັບຜິດຊອບທີ່ປະກອບດ້ວຍຫຼາຍພາກສ່ວນ. ໃນນັ້ນກໍມີສານປະຊາຊົນສູງສຸດ ເຊິ່ງຮັບຜິດຊອບໃນການສ້າງຮ່າງແບບພີມ ທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບຄວາມເປັນຈິງຂອງປະເທດ, ເປັນເຄື່ອງມືໃນການຊຸກຍູ້, ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຜູ້ດຳເນີນທຸລະກິດ ຫຼື ໜ່ວຍວິສາຫະກິດຫັນມາໃຊ້ຂະບວນການຟື້ນຟູ ແລະ ລົ້ມລະລາຍ, ເພື່ອແກ້ໄຂບັນຫາທາງດ້ານການເງິນ ພ້ອມທັງສ້າງຄວາມໝັ້ນຄົງໃຫ້ແກ່ລະບອບເສດຖະກິດຂອງ ສປປ ລາວ.

ໃນກອງປະຊຸມດັ່ງກ່າວແມ່ນໃຊ້ເວລາ 03 ມື້ເຕັມໃນການຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນ, ເຊິ່ງປະກອບມີຄະນະຮັບຜິດຊອບ ແລະ ພາກສ່ວນອື່ນເຊັ່ນ: ຜູ້ພິພາກສາຈາກສານປະຊາຊົນພາກກາງ, ຜູ້ພິພາກສາຈາກສານປະຊາຊົນນະຄອນຫຼວງວຽງຈັນ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຈາກກະຊວງຍຸຕິທຳ ແລະ ຕ່າງໜ້າຈາກກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມເພື່ອຄົ້ນຄວ້າຜ່ານເນື້ອໃນຮ່າງແບບພີມຂອງສານໂດຍອີງໃສ່ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງເປັນບ່ອນອີງໃນການສ້າງຮ່າງແບບພີມດັ່ງກ່າວເພື່ອໃຫ້ໄດ້ຫົວຂໍ້ ແລະ ເນື້ອໃນທີ່ຄົບຖ້ວນ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ບຸນຂວາງ ທະວີສັກ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງ ໃຫ້ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມສືບຕໍ່, ຕິດຕາມ, ຊຸກຍູ້, ປຸກລະດົມ, ຈັດຕັ້ງຜັນຂະຫຍາຍເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດປະກາດໃຊ້ໃນໄວໆນີ້.

ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (Lao Competitiveness and Trade Project-LCTP) ທີ່ໃຫ້ທຶນໂດຍທະນາຄານໂລກ, ລັດຖະບານອົດສະຕາລີ, ລັດຖະບານໄອແລນ ແລະ ລັດຖະບານອາເມລິກາ ຊຶ່ງມີເປົ້າໝາຍຫຼັກການ ເພື່ອຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍໃຫ້ການຊ່ວຍເຫຼືອດ້ານວິຊາ ການ ແລະ ງົບປະມານ ເພື່ອປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າຂາຍ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງໜ່ວຍທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games