ຄະນະວິຊາການຈາກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າກອງປະຊຸມ ປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ຂັ້ນແຂວງລະດັບວິຊາການ ຢູ່ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ

Published by NIU on

ຄະນະວິຊາການຈາກກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການນຳພາຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ເດີນທາງໄປທີ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງລະດັບວິຊາການຂຶ້ນຢູ່ຫ້ອງວ່າການແຂວງຜົ້ງສາລີ ໃນວັນທີ 23 ສິງຫາ 2021 ແລະ ຫ້ອງປະຊຸມພະແນກແຜນການ ແລະ ການຮ່ວມມືແຂວງອຸດົມໄຊ ໃນວັນທີ 25 ສິງຫາ 2021.

ຈຸດປະສົງຂອງກອງປະຊຸມທັງສອງນີ້ແມ່ນ ເພື່ອໃຫ້ພາກລັດທີ່ກ່ຽວຂ້ອງຊີ້ແຈງຕໍ່ກັບບັບຫາບູລິມະສິດທີ່ຍົກຂຶ້ນໃນກອງປະຊຸມປຶກສາຫາລືພາກທຸລະກິດໃນໄລຍະຜ່ານມາ, ພາຍຫຼັງທີ່ໄດ້ນໍາສົ່ງບົດສັງລວມບັນຫາໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ຮັບການແຈ້ງຕອບຈໍານວນໜຶ່ງ.
ກອງປະຊຸມດັ່ງກ່າວໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຜົ້ງສາລີ ແລະ ແຂວງ ອຸດົມໄຊ ແລະ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ. ກອງປະຊຸມ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຢູ່ແຂວງຜົ້ງສາລີ ປະມານ 50 ທ່ານ, ຍິງ 9 ທ່ານ, ແຂວງອຸດົມໄຊ ປະມານ 50 ທ່ານ, ຍິງ 15 ທ່ານ.

ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ໄດ້ກ່າວໃນບົດກ່າວເປີດກອງປະຊຸມວ່າ: ໃນໄລຍະຜ່ານມາ ພວກເຮົາຍັງປະເຊີນກັບ ສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບັດ ບັນດາລະບຽບກົດ ໝາຍໃໝ່ທີ່ປະກາດໃຊ້ໃນຂອບເຂດທົ່ວປະເທດ ໂດຍສະເພາະກໍ່ແມ່ນ ຄວາມບໍ່ເປັນເອກະພາບ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງທ້ອງຖິ່ນ ດ້ວຍກັນ ໃນການປະຕິບັດລະບຽບການຕ່າງໆ, ເຊິ່ງ ລ້ວນແລ້ວແຕ່ ເປັນສິ່ງທ້າທາຍໃຫ້ແກ່ການກໍ່ຕັ້ງ ແລະ ຂະຫຍາຍທຸລະກິດ ກໍ່ຄືການສ້າງວຽກເຮັດງານທຳ ແລະ ການລົບລ້າງຄວາມທຸກຍາກ.

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ມີຄຳເຫັນຕໍ່ກອງປະຊຸມ: ການຈັດຕັ້ງປະຕິບັດ ຂະບວນການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຂັ້ນແຂວງ ເຫັນວ່າ ເປັນຂະບວນການທີ່ມີຄວາມສຳຄັນແກ່ພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂອງແຂວງ. ເຊິ່ງຂະບວນການດັ່ງກ່າວນີ້ ໄດ້ຮັບການຜັນຂະຫຍາຍ ຈາກຂະບວນການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ທີ່ໄດ້ຈັດຕັ້ງປະຕິບັດຢູ່ສູນກາງ. ນອກຈາກນີ້, ຍັງໄດ້ເນັ້ນຍ້ຳ ໃຫ້ບັນດາແຂວງ ເອົາໃຈໃສ່ສືບຕໍ່ຂະບວນການປຶກສາຫາລືນີ້ ເພື່ອໃຫ້ເກີດປະສິດທິຜົນສູງ ແລະ ສ້າງເປັນຂະບວນກການທີ່ມີຄວາມຍືນຍົງໃນອະນາຄົດ.

ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ໄດ້ປະກອບຄໍາເຫັນ ກ່ຽວກັບສະພາບການ ດຳເນີນທຸລະກິດ ຂອງແຂວງ ບັນດາມາດຕະການຫຼຸດຜ່ອນການແຜ່ລະບາດຂອງພະຍາດອັກເສບປອດຈຸລະໂລກ ຫຼື ໂຄວິດ 19 ແລະ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະ ເສດຖະກິດຂອງປະເທດເຮົາ ຢ່າງໃຫຍ່ຫລວງຕໍ່ ທຸລະກິດຂອງແຂວງ. ເພາະສະນັ້ນ, ການແກ້ບັນຫາທີ່ຈະຍົກຂຶ້ນມາປຶກສາຫາລືໃນມື້ນີ້ ຈະເປັນການຊ່ວຍຫຼຸດຜ່ອນຜົນກະທົບຂອງວິກິດເສດຖະກິດ ແລະ ຈະເປັນການປັບສະພາບແວດລ້ອມ ການດຳເນີນທຸລະກິດ ແລະ ຍົກລະດັບຄວາມອາດສາມາດໃນການແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການ ຊີ້ແຈງຕໍ່ກັບບັນຫາບູລິມະສິດທີ່ຍົກຂຶ້ນໃນກອງປະຊຸມປຶກສາຫາລືພາກທຸລະກິດໃນໄລຍະຜ່ານມາ ຈາກພາກລັດທີ່ກ່ຽວຂ້ອງ. ພ້ອມດຽວກັນນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບທາງອອກ, ວິທິແກ້ໄຂ ແລະ ຄວາມຄືບໜ້າຕ່າງໆ.

ສຸດທ້າຍນີ້, ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ໄດ້ໃຫ້ກຽດກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາພະແນກທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາຜູ້ເຂົ້າຮ່ວມຈາກພາກທຸລະກິດ ແລະ ຄະນະວິຊາການຈາກກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງອົບອຸ່ນ ແລະ ປະກອບສ່ວນເຂົ້າໃນກອງປະຊຸມໃຫ້ມີຄວາມປະສົບຜົນສຳເລັດ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games