ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານການເລີ່ມຕົ້ນທຸລະກິດ ຕາມຄໍາສັ່ງວ່າດ້ວຍການປັບປຸງ ບັນດາລະບຽບການ ແລະ ກົນໄກປະສານງານໃນການ ດໍາເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018

Published by NIU on

ນະຄອນຫຼວງວຽງຈັນ, 24 ທັນວາ 2021, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ຈັດກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານການເລີ່ມຕົ້ນທຸລະກິດ ຕາມຄໍາສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018, ທີ່ ໂຮງແຮມ ແລນມາກແມ່ຂອງຣີເວີໄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ນໍາໂດຍ ທ່ານ ປອ ນາງ ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ພ້ອມນີ້, ຜູ້ຕາງໜ້າຈາກບັນດາຫົວໜ່ວຍທຸລະກິດ ແລະ ວິທະຍາກອນຈາກຂະແໜງການພາກລັດທີ່ກ່ຽວຂ້ອງກໍໃຫ້ກຽດເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ, ທ່ານ ປອ ມະໂນທອງ, ໄດ້ກ່າວຈຸດປະສົງຂອງກອງປະຊຸມ ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດດັ່ງນີ້: ວຽກງານການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ເລີ່ມແຕ່ປີ 2013 ເປັນຕົ້ນມາ ໂດຍໄດ້ຮັບການສະໜັບສະໜູນຈາກອົງການການເງິນສາກົນ ຂອງກຸ່ມທະນາຄານໂລກ, ເພື່ອແນໃສ່ປັບປຸງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ແລະ ການລົງທຶນໃນ ສປປ ລາວ, ໂດຍສະເພາະການສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃຫ້ທຸລະກິດທຸກຂະໜາດໃຫ້ມີຄວາມສາມາດໃນການແຂ່ງຂັນ, ຫຼຸດຂັ້ນຕອນການອອກອະນຸຍາດຕ່າງໆໂດຍຂະແໜງການທີ່ກ່ຽວຂ້ອງຂອງພາກລັດໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ, ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການດຳເນີນກິດຈະການຂອງພາກທຸລະກິດ, ເຮັດໃຫ້ເອື້ອຍອຳນວຍ ແລະສ້າງຄວາມສະດວກໃນການດຳເນີນທຸລະກິດໃນ ສປປ ລາວ.

ຈາກນັ້ນ, ທ່ານໄດ້ສືບຕໍ່ລາຍງານການປັບປຸງຕົວຊີ້ວັດໃນເບື້ອງຕົ້ນ, ເຊິ່ງກຸ່ມທະນາຄານໂລກໄດ້ເຮັດການສຶກສາ ເພື່ອປັບປຸງບາງຕົວຊີ້ວັດສະເພາະ, ເຊັ່ນ: ຕົວຊີ້ວັດທີ 1: ການເລີ່ມຕົ້ນທຸລະກິດ, ຕົວຊີ້ວັດທີ 2: ການຂໍອະນຸຍາດປຸກສ້າງ ແລະ ຕົວຊີ້ວັດທີ 3: ການຂໍອະນຸຍາດຕິດຕັ້ງໄຟຟ້າ ແລະ ຕົວຊີ້ວັດທີ 8: ການຄ້າລະຫວ່າງຊາຍແດນ ທີ່ສືບຕໍ່ສະໜັບສະໜູນໂດຍໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao Competitiveness and Trade Project – LCT) ໂດຍໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົມທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານ ອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານສະຫະລັດອາເມຣິກາ. ພາຍຫຼັງການຈັດຕັ້ງປະຕິບັດໂຄງການເປັນເວລາ 5 ປີ, ເຫັນວ່າສະພາບແວດລ້ອມໃນການ ດໍາເນີນທຸລະກິດຂອງ ສປປ ລາວ ແມ່ນບໍ່ທັນອໍານວຍເທົ່າທີ່ຄວນ. ອັນດັບຂອງ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍມາ, ຈາກອັນດັບທີ 139 ໃນປີ 2015, 136 ໃນປີ 2016, 139 ໃນປີ 2017, 141 ໃນປີ 2018 ແລະ ອັນດັບທີ 154 ໃນປີ 2019.

ເພື່ອສຸມໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງ ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ໂດຍມອບໃຫ້ແຕ່ລະຂະແໜງການເອົາໃຈໃສ່ປັບປຸງຕົວຊີ້ວັດຕາມຂອບເຂດສິດ ແລະ ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ, ເພື່ອສຸມໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ບັນຍາກາດການລົງທຶນຢູ່ພາຍໃນປະເທດໃຫ້ດີຂຶ້ນ, ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ.

ພາຍໃຕ້ການປະສານງານກັບກະຊວງ ແລະ ຂະແໜງການກ່ຽວຂ້ອງ, ໂດຍສະເພາະ ກະຊວງການເງິນ (ກົມສ່ວຍສາອາກອນ ແລະ ກົມຄຸ້ມຄອງຊັບສິນຂອງລັດ), ກະຊວງປ້ອງການຄວາມສະຫງົບ (ກົມ 203 ຂອງກົມໃຫຍ່ສັນຕິບານ), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ໃນປີ 2019, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ່້ຕົກລົງສະບັບເລກທີ 0023/ອຄ.ກທຄວ ວ່າດ້ວຍການຂຶ້ນທະບຽນວິສາກິດ ຊຶ່ງໄດ້ປັບປຸງ, ແກ້ໄຂ, ລົບລ້າງບາງຂັ້ນຕອນ (ລວມທັງເອກະສານປະກອບ) ໃນການການເລີ່ມຕົ້ນທຸລະກິດ ເຮັດໃຫ້ສາມາດຫຼຸດຂັ້ນຕອນລົງຈາກ 9 ຂັ້ນຕອນ ໃຊ້ເວລາ ສະເລ່ຍ 173 ວັນ ເຫຼືອພຽງ 3 ຂັ້ນຕອນ ແລະ ໃຊ້ເວລາ ສະເລ່ຍ 17 ວັນ ຄື: 1. ການແຈ້ງຂຶ້ນທະບຽນວິສາຫະກິດ (ຊ້າສຸດ 10 ວັນລັດຖະການ); 2. ການຄວັດຕາປະທັບ ແລະ ການອະນຸຍາດນໍາໃຊ້ຕາປະທັບ (ຊ້າສຸດ 5 ວັນລັດຖະການ); ແລະ 3. ການຂຶ້ນທະບຽນປະກັນສັງຄົມ (ພາຍໃນ 2 ວັນລັດຖະການ).

ກອງປະຊຸມຍັງໄດ້ຮັບຟັງການບັນຍາຍຈາກພາກສ່ວນກ່ຽວຂ້ອງກັບການເລີ່ມຕົ້ນທຸລະກິດຄື: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມສ່ວຍສາອາກອນ, ກົມ 203 ແລະ ຫ້ອງການປະກັນສັງຄົມ ເພື່ອລາຍງານກ່ຽວກັບຂັ້ນຕອນຂອງການເລີ່ມຕົ້ນທຸລະກິດໃນປະຈຸບັນ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດທີ່ເປັນເອກະພາບກັນ. ເນື່ອງຈາກວ່າ ພາກລັດໄດ້ມີການລາຍງານວ່າ ຫຼາຍຂັ້ນຕອນ ໄດ້ຖຶກຕັດອອກແລ້ວ, ແຕ່ໃນພາກປະຕິບັດຕົວຈິງ ທະນາຄານໂລກ ເຫັນວ່າຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ໄດ້ຮັບຮອງເອົາແຕ່ 2 ລາຍການປັບປຸງເທົ່ານັ້ນ ຄື: ຂັ້ນຕອນແຈ້ງຂຶ້ນທະບຽນວິສາຫະກິດ (ແມ່ນໃຊ້ເວລາຫຼຸດລົງ) ແລະ ຂັ້ນຕອນການຄວັດຕາປະທັບ ແລະ ຈົດທະບຽນນໍາໃຊ້ກາປະທັບ ໄດ້ລວມເຂົ້າເປັນຂັ້ນຕອນດຽວກັນ. ໜາຍຄວາມວ່າ ການເລີ່ມຕົ້ນທຸລະກິດ ຂອງ ສປປ ລາວ ແມ່ນເຫຼືອຢູ່ 8 ຂັ້ນຕອນຄືເກົ່າຍັງບໍ່ມີການປ່ຽນແປງເປັນ 3 ຂັ້ນຕອນເທື່ອ. ສະນັ້ນ, ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານການເລີ່ມຕົ້ນທຸລະກິດໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍເພິື່ອສ້າງຄວາມເຂົ້າໃຈ ແລະ ການຈັດຕັ້ງປະຕິບັດເປັນເອກະພາບກັນ ລວມທັງພາກລັດ ແລະ ພາກທຸລະກິດ, ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games