ພາກລັດ, ພາກທຸລະກິດຈາກພາກບັນດາແຂວງ ພາກເໜືອຂອງ ສປປ ລາວ ໄດ້ປຶກສາຫາລືກ່ຽວກັບ ນະໂຍບາຍ ແລະ ມາດຕະການ ສົ່ງເສີມການຄ້າ ແລະ ການລົງທຶນໃນຂະແໜງເສດຖະກິດ ທີ່ບໍ່ເພິ່ງພາ ຊັບພະຍາກອນທຳມະຊາດ

Published by NIU on

ພາກລັດ ແລະ ພາກທຸລະກິດໄດ້ປຶຶກສາຫາລືກັນກ່ຽວກັບຜົນການຄົ້ນຄວ້າຈາກບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ແຜນການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ໃນວັນທີ 07 ເມສາ ນີ້ ທີ່ເມືອງຫຼວງພະບາງ, ແຂວງ ຫຼວງພະບາງ.

ກອງປະຊຸມດັ່ງກ່າວນີ້ ຈັດຂຶ້ນເປັນເວລາເຄິ່ງມື້ໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກພາກລັດຂັ້ນສູນກາງ, ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ, ແລະ ພາກທຸລະກິດຈາກ ບັນດາແຂວງພາກເໜືອ ຂອງ ສປປ ລາວ ຫຼາຍກວ່າ 70 ທ່ານ.

ທ່ານ ປອ ຄໍາເພັດ ວົງດາລາ, ຫົວໜ້າກົມ ແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດເປັນປະທານກອງປະຊຸມ. ໃນບົດກ່າວເປີດກອງປະຊຸມ, ທ່ານປະທານໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບເສດຖະກິດ ໃນລະດັບພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດບັນດາພັນທະສາກົນ ໃຫ້ເປັນຮູບປະທຳເພື່ອດຶງດູດການລົງທຶນ ແລະ ສົ່ງເສີມການສົ່ງອອກ, ພ້ອມທັງຮັບມືກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນ ແລະ ການຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ – 19. ທ່ານ ປອ ຄໍາເພັດ ວົງດາລາ ຍັງໄດ້ເນັ້ນໜັກໃນບົດກ່າວເປີດຂອງເພິ່ນອີກວ່າ: “ເນື່ອງຈາກວ່າຕ່ອງໂສ້ການຜະລິດປັດຈຸບັນແມ່ນມີການເຊື່ອມຕໍ່ກັນລະຫວ່າງປະເທດ, ດັ່ງນັ້ນ ການຮ່ວມມືສາກົນທີ່ມີເປົ້າໝາຍ ແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ທາງດ້ານການຄ້າລະຫວ່າງປະເທດ ແລະ ສົ່ງເສີມການລົງທຶນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ. ດ້ວຍເຫດນັ້ນ, ການຮ່ວມມືຢ່າງຕັ້ງໜ້າ ແລະ ຫ້າວຫັນຂອງປະເທດເຮົາ ໃນເຂດການຄ້າເສລີອາຊຽນ ແລະ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership Agreement-RCEP) ລວມທັງພັນທະການຮ່ວມມືຫຼາຍຝ່າຍ ໃນຂອບອົງການການຄ້າໂລກ (WTO) ຈຶ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ການເພີ່ມທະວີການລົງທຶນ ແລະ ການຈະເລີນເຕີບໂຕຂອງເສດຖະກິດປະເທດເຮົາ”.

ທ່ານ. ບຸນສົມ ຄຸນມະນີ, ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ໄດ້ເນັ້ນເຖິງຄວາມສໍາຄັນຂອງການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ທ່ານໄດ້ກ່າວວ່າ “ດັ່ງທີ່ຮັບຮູ້ຢ່າງກວ້າງຂວາງແລ້ວວ່າ ແຜນພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ ແລະ ຂັ້ນແຂວງ ໄດ້ກຳນົດເອົາວຽກງານການເຊື່ອມໂຍງເສດຖະກິດ ແລະ ການພັດທະນາພາກທຸລະກິດ ເປັນໜຶ່ງໃນຍຸດທະສາດທີ່ສຳຄັນ ຂອງການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດແບບຍືນຍົງໃນປະເທດຂອງພວກເຮົາ. ໃນນັ້ນ, ພາກທຸລະກິດ ແມ່ນມີບົດບາດທີ່ສຳຄັນຕໍ່ການບັນລຸເປົ້າໝາຍລວມ ຂອງການພັດທະນາ ແລະ ການຂະຫຍາຍຕົວຂອງເສດຖະກິດ, ເປົ້າໝາຍການລົງທຶນ, ການຈ້າງງານ ແລະ ຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ຖືກກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການພັດທະນາຮອດ 2030”.
ບົດວິໄຈ DTIS ສະບັບນີ້ ມີສາມເປົ້າໝາຍສະເພາະຄື: 1.) ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກຂອງຂະແໜງການຄ້າ ແລະ ເອກະຊົນ ທີ່ຮັບຮອງໃນບົດວິໄຈ DTIS ປີ 2012; 2.) ດຳເນີນການວິໄຈ ສະພາບແວດລ້ອມການດຳເນີນທຸລະກິດ ໂດຍເນັ້ນໃສ່ ຂະແໜງທຸລະກິດກະສິກໍາ, ທ່ອງທ່ຽວ ແລະ ອຸດສາຫະກຳປຸງແຕ່ງ; ແລະ 3.) ຮ່າງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນສະບັບປັບປຸງ.

ທ່ານ ປອ ຄໍາເພັດ ວົງດາລາ, ຫົວໜ້າກົມ ແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກ່າວສະຫຼຸບກອງປະຊຸມນີ້ວ່າ: “ໃນນາມທີ່ເປັນຂະແໜງການຫຼັກໃນການປະສານງານການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໃນປະເທດເຮົາ, ກະຊວງອຸດສາຫະກຳ ແລະ ການຄ້າຈະສືບຕໍ່ເສີມຂະຫຍາຍການມີສ່ວນຮ່ວມ ແລະ ການປຶກສາຫາລືກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຮັບປະກັນວ່າບົດວິໄຈທີ່ຈະຈັດພິມສະບັບສຸດທ້າຍໄດ້ສະທ້ອນບັນດາສິ່ງທ້າທາຍ ແລະ ບູລິມະສິດຂອງລະດັບທ້ອງຖິ່ນ ແລະ ແຜນການຊ່ວຍເຫຼືອໃນອະນາຄົດກໍຈະຊ່ວຍແກ້ໄຂບັນຫາສຳຄັນທີ່ມີຜົນກະທົບຕໍ່ຄວາມສາມາດໃນການແຂ່ງຂັນໃນຂະແໜງການຕ່າງໆທີ່ບໍ່ເພິ່ງພາຊັບພະຍາກອນ ທໍາມະຊາດ”.

ການປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າໄດ້ຮັບການສະໜັບສະໜູນໂດຍໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອເພື່ອການຮ່ວມມືດ້ານການຄ້າ ໃນບັນດາປະເທດດ້ອຍພັດທະນາ (LDCs). ໂຄງການນີ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2009 ແລະ ເປັນແຜນງານທີ່ມີຜູ້ໃຫ້ທຶນຫຼາຍຝ່າຍເພື່ອສະໜັບສະໜູນ ບັນດາປະເທດດ້ອຍພັດທະນາໃຫ້ສາມາດແຂ່ງຂັນ ໃນຕະຫຼາດການຄ້າໂລກໂດຍການຊ່ວຍກໍາຈັດບັນດາຂໍ້ຈໍາກັດໃນຕ່ອງໂສ້ການສະໜອງສິນຄ້າ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games