ຫຼາຍພາກສ່ວນມີຄວາມເຫັນດີເປັນເອກະພາບຕໍ່ ແຜນວຽກບູລິມະສິດດ້ານການພັດທະນາວຽກງານການຄ້າ ເພື່ອສົ່ງເສີມຄວາມຫຼາກຫຼາຍທາງດ້ານເສດຖະກິດ ຜ່ານການຫຼຸດຕົ້ນທຶນການຄ້າ ແລະ ປັບປຸງລະບຽບການຄຸ້ມຄອງ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 16 ພຶດສະພາ 2022, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ, ແລະ ຄູ່ຮ່ວມພັດທະນາຫຼາຍກວ່າ 120 ທ່ານໄດ້ເຂົ້າຮ່ວມກອງປະຊຸມຮັບຮອງ ບົດວິໄຈ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ປີ 2022 (Diagnostic Trade Integration Study Update 2022) ເພື່ອປຶກສາຫາລື ແລະ ຮັບຮອງເອົາຜົນວິໄຈ ການເຊື່ອມໂຍງສາກົນ ດ້ານການຄ້າ ແລະ ຮ່າງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ສະບັບປັບປຸງ ໃນວັນທີ່ 16 ພຶດສະພາ.

ທ່ານ ປອ. ຄຳແພງ ໄຊສົມແພງ, ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ໃຫ້ກຽດເປັນປະທານກອງປະຊຸມ ແລະ ໄດ້ກ່າວວ່າ: ລັດຖະບານມີຄວາມມຸ່ງໝັ້ນຕໍ່ ການເຊື່ອມໂຍງເສດຖະກິດໃນລະດັບພາກພື້ນ ແລະ ສາກົນ ເພື່ອໃຫ້ພາກລັດ ແລະ ພາກເອກະຊົນ ປະຕິບັດມາດຕະການສະເພາະ ເພື່ອຮັບປະກັນການນໍາໃຊ້ໂອກາດໃຫ້ເກີດປະໂຫຍດສູງສຸດ ແລະ ຮັບມືກັບສິ່ງທ້າທາຍ ທີ່ອາດເກີດຂຶ້ນຈາກວຽກງານການເຊື່ອມໂຍງ. ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກວ່າ: ການເພິ່ງພາການຂຸດຄົ້ນຊັບພະຍາກອນທຳມະຊາດ, ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ທີ່ນຳໃຊ້ທຶນສູງ ແລະ ໂຄງການລົງທຶນເພື່ອພັດທະນາໂຄງລ່າງພື້ນຖານທີ່ຕິດພັນກັບການນຳໃຊ້ເງິນທຶນຈຳນວນຫລາຍ, ໄດ້ກະຕຸ້ນອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ຕະຫລອດສອງທົດສະວັດຜ່ານມາ. ເຖິງແນວໃດກໍ່ຕາມ, ສິ່ງດັ່ງກ່າວ ໄດ້ເພີ່ມອັດຕາການຈ້າງງານ ແລະ ຊ່ວຍຫລຸດຜ່ອນຄວາມທຸກຍາກໃນຂອບເຂດທີ່ຈຳກັດ. ເພາະສະນັ້ນ, ບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ສະບັບປັບປຸງປີ 2022 ຈຶ່ງໄດ້ເປີດໂອກາດໃຫ້ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ທົບທວນ ແລະ ປັບປຸງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ. ພ້ອມດຽວກັນ, ບົດປັບປຸງບົດວິໄຈ ດັ່ງກາວໄດ້ກຳນົດບັນດາແຜນວຽກບູລິມະສິດໃນຂະແໜງການຄ້າ ທີ່ມີທ່າແຮງສູງ, ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ, ສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສາມາດໃນການຟື້ນຕົວ ພາຍຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19, ໂດຍຜ່ານການຫລຸດຜ່ອນຕົ້ນທຶນດ້ານການຄ້າ ແລະ ປັບປຸງການຈັດຕັ້ງປະຕິບັດດ້ານລະບຽບການກ່ຽວຂ້ອງ.

ທ່ານນາງ Baiba Zarina, ອຸປະທູດຈາກ ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ, ໄດ້ກ່າວຊົມເຊີຍ ລັດຖະບານແຫ່ງ ສປປ ລາວ ທີ່ມີຄວາມພະຍາຍາມສູງໃນການປັບປຸງ ບົດວິໄຈການເຊື່ອມໂຍງສາກົນດ້ານການຄ້າ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ: “ບັນດາຄູ່ຮ່ວມພັດທະນາ ຈະສຶບຕໍ່ສະໜັບສະໜູນ ວຽກງານການປັບປຸງແຜນການຊ່ວຍເຫຼືອ ແລະ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນໃນລາວ ໃຫ້ມີປະສິດທິພາບ.”

ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ຄວາມສຳຄັນຕໍ່ ແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໃນການການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ເສີມສ້າງຄວາມສາມາດການແຂ່ງຂັນຂອງທຸລະກິດ ລາວ. ພ້ອມດຽວກັນ, ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດໃນການປັບປຸງບົດວິໄຈ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ການມີສ່ວນຮ່ວມຂອງພາກທຸລະກິດລະດັບສູນກາງ ແລະ ທ້ອງຖິ່ນເຂົ້າໃນຂະບວນການປຶກສາຫາລື.

ທ່ານນາງ Annette Ssemuwemba, ຮອງຜູ້ອຳນວຍການໃຫຍ່, ກອງເລຂາກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF), ອົງການການຄ້າໂລກ, ໄດ້ກ່າວຊົມເຊີຍຄວາມເປັນເຈົ້າການຂອງລັດຖະບານລາວ ໃນວຽກງານການປັບປຸງບົດວິໄຈ ແລະ ການສ້າງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ທີ່ແນໃສ່ຮັບປະກັນຜົນປະໂຫຍດສູງສຸດຂອງທຸກພາກສ່ວນ .

ກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບ ຕໍ່ຄວາມຈຳເປັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ ໃຫ້ມີຄວາມຍືນຍົງ, ມີຄວາມຫຼາກຫຼາຍ, ສົ່ງເສີມການຜະລິດ ແລະ ສົ່ງອອກສິນຄ້າໃຫ້ມີຄວາມຫຼາກຫຼາຍໄປຍັງຕະຫຼາດປັດຈຸບັນ ແລະ ຕະຫຼາດໃໝ່ ໂດຍຜ່ານການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ອຳນວຍຄວາມສະດວກດ້ານການຄ້າ, ສ້າງຄວາມເຂັ້ມແຂງຂອງອົງກອນ ແລະ ປັບປຸງລະບຽບການອື່ນໆ ທີ່ກ່ຽວຂ້ອງ.

ທ່ານ ປອ. ຄຳແພງ ໄຊສົມແພງ, ໄດ້ສະຫຼຸບປິດກອງປະຊຸມ ໂດຍເນັ້ນວ່າ: “ລັດຖະບານ ຈະພະຍາຍາມລະດົມຊັບພະຍາກອນທີ່ຈຳເປັນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາການຄ້າ ແລະ ພາກເອກະຊົນ ທີ່ຮັບຮອງໃນມື້ນີ້ ແລະ ທ່ານກໍ່ໄດ້ຮຽກຮ້ອງ ມາຍັງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ແຜນວຽກບູລິມະສິດດັ່ງກ່າວຢ່າງຕັ້ງໜ້າ ແລະ ຫ້າວຫັນ.”

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games