ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໃຫ້ການສະໜັບສະໜຸນການຈັດກອງປະຊຸມຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ.

Published by NIU on

ນະຄອນຈຳປາສັກ, ວັນທີ 24 ເມສາ 2022. ກົມຊັບສິນທາງປັນຍາ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ຈັດກອງປະຊຸມຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ ຂຶ້ນໃນວັນທີ 24 ພຶດສະພາ 2022.
ການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເນັ້ນໜັກໃຫ້ຂໍ້ມູນແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງໄດ້ມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບປະເພດຕ່າງໆຂອງສິດທິຊັບສິນທາງປັນຍາ ແລະ ການພິຈາລະນານໍາໃຊ້ຊັບສິນທາງປັນຍາເຂົ້າໃນຍຸດທະຍາດການດຳເນີນທຸລະກິດຂອງຕົນ.

ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອາພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມຫຼາຍກ່ວາ 90 ທ່ານ ຈາກຕາງໜ້າຂະແໜງການທີ່ກ່ຽວຂ້ອງຈາກພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສູນວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ສະມາຄົມຫັດຖະກຳລາວ.

ຕໍ່ການຝຶກອົບຮົມດັ່ງກ່າວ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການ USAID ທີ່ໃຫ້ການຊ່ວຍເຫຼືອລາວໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ທ່ານໄດ້ກ່າວວ່າ: ຂະແໜງອຸດສາຫະກຳ ແລະ ຫັດຖະກຳໄດ້ຮັບການພັດທະນາເທື່ອລະກ້າວໃນຊຸມປີທີ່ຜ່ານມາ. ຈໍານວນທຸລະກິດທີ່ເລີ່ມກໍ່ຕັ້ງ ຫຼື ທຸລະກິດຂະຫນາດນ້ອຍ ແລະ ກາງໃນຂະແຫນງອຸດສາຫະກໍາ ແລະ ຫັດຖະກໍາມີການຂະຫຍາຍຕົວຂື້ນເລື້ອຍໆ. ຢ່າງໃດກໍ່ຕາມ, ບັນດາທຸລະກິດຈໍານວນໜຶ່ງຍັງບໍ່ຮູ້ເຖິງຜົນປະໂຫຍດຂອງສິດທິຊັບສິນທາງປັນຍາ ແລະ ການສ້າງມູນຄ່າເພີ່ມໃຫ້ກັບທຸລະກິດຂອງພວກເຂົາ. ສະນັ້ນ, ການນຳໃຊ້ຊັບສິນທາງປັນຍາຈຶ່ງເປັນກຸນແຈທີ່ສຳຄັນໃນການປັບປຸງບັນດາທຸລະກິດ ແລະ ທີ່ສຳຄັນໄປກວ່ານັ້ນ ແມ່ນຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ແລະ ເພີ່ມທະວີກິດຈະກຳທາງດ້ານການຄ້າອີກດ້ວຍ.

ທ່ານ ອາພິວັດ ສົມບູນຂັນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຂະແໜງຫັດຖະກຳແຂວງຈໍາປາສັກ ມີການຂະຫຍາຍຕົວເພີ່ມຂຶ້ນໃນຊຸມປີຜ່ານມາ; ເຖິງແນວໃດກໍ່ຕາມ, ທຸລະກິດຫັດຖະກໍາທ້ອງຖິ່ນສ່ວນໃຫຍ່ຍັງບໍ່ໄດ້ລົງທະບຽນສໍາລັບ ສິດທິຊັບສິນທາງປັນຍາ ເນື່ອງຈາກການຂາດຄວາມຮູ້ ແລະ ຄວາມຮັບຮູ້ກ່ຽວກັບຜົນປະໂຫຍດຂອງຊັບສິນທາງປັນຍາ ໃນການດຳເນີນທຸລະກິດຂອງພວກເຂົາ. ທ່ານຍັງກ່າວຕື່ມອີກວ່າ: ກອງປະຊຸມຝຶກອົບຮົມໃນມື້ນີ້ແມ່ນເປັນບາດກ້າວທີ່ສໍາຄັນສໍາລັບທັງພາກລັດ ແລະ ທຸລະກິດທີ່ຈະເຂົ້າໃຈເຖິງປະເພດຂອງສິດທິຊັບສິນທາງປັນຍາທີ່ແຕກຕ່າງກັນ ແລະ ຜົນປະໂຫຍດໃນການປົກປ້ອງທຸລະກິດ ແລະ ການເພີ່ມມູນຄ່າ.

ໃນລະຫວ່າງການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບສິດທິຊັບສິນທາງປັນຍາ ແລະ ຄວາມສໍາຄັນຂອງຊັບສິນທາງປັນຍາ. ນອກຈາກນັ້ນ, ໃນເວທີການສົນທະນາກັບ SMEs ຂະແໜງຫັດຖະກໍາກໍໄດ້ກ່າວເຖິງຜົນປະໂຫຍດຂອງ ຊັບສິນທາງປັນຍາ ແລະ ມູນຄ່າການລົງທະບຽນຂອງຊັບສິນທາງປັນຍາອີກດ້ວຍ.

ທ່ານ ນາງ ພັນມະນີ ຄຳພິລາວົງ, ຮອງຫົວໜ້າ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ຂະແໜງຫັດຖະກຳໃນລາວ ເພື່ອສະໜັບສະໜູນການພັດທະນາເສດຖະກິດລາວ. ທ່ານໄດ້ກ່າວວ່າ: “ການເພີ່ມຄວາມຮັບຮູ້ດ້ານຊັບສິນທາງປັນຍາ ໃຫ້ແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ກາງໃນຂະແໜງຫັດຖະກຳ ແລະ ຊຸກຍູ້ໃຫ້ພວກເຂົານຳໃຊ້ລະບົບ ຊັບສິນທາງປັນຍາຂອງ ສປປ ລາວ ຈະຊ່ວຍໃຫ້ເຂົາເຈົ້າມີທ່າແຮງໃນການແຂ່ງຂັນດ້ານການຕະຫຼາດ, ສົ່ງເສີມການປະດິດສ້າງ ແລະ ຂະຫຍາຍການຄ້າ”. ທ່ານຍັງກ່າວຕື່ມອີກວ່າ: ຜະລິດຕະພັນຫັດຖະກຳລາວແມ່ນເປັນແຫຼ່ງລາຍຮັບອັນສຳຄັນຂອງແມ່ຍິງ ແລະ ຄອບຄົວ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະ ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງຊາວລາວ.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID Laos) ຊ່ວຍເຫຼືອລັດຖະບານລາວ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ປັບປຸງສະພາບການລົງທຶນ ແລະ ການຄ້າ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games