ກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ”

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ” ໃນວັນທີ 17 ສິງຫາ ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຄຽງຄູ່ກັນກັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະຜູ້ແທນຈາກ ສະພາທຸລະກິດສະຫະລັດ ອາເມລິກາ-ອາຊຽນ (USABC) ຈາກນະຄອນຫຼວງວໍຊິງຕັນດີຊີ, ເພື່ອແນໃສ່ຊ່ວຍເຫຼືອຫົວໜ່ວຍທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນການຂະຫຍາຍການຄ້າ ແລະ ການລົງທຶນທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ. ກອງປະຊຸມຄັ້ງນີ້ ເປັນເວທີສຳຄັນໃຫ້ແກ່ບັນດາຜູ້ນຳຂອງບໍລິສັດຊັ້ນນຳຂອງສະຫະລັດອາເມລິກາ ແລະ ລາວ ຫຼາຍກວ່າ 20 ບໍລິສັັດ ເພື່ອປຶກສາຫາລື ແລະ ຮຽນຮູ້ ກ່ຽວກັບ ກາລະໂອກາດທາງທຸລະກິດໃນຂະແໜງການທີ່ກ່ຽວຂ້ອງຂອງຕົນ ຢູ່ ສປປ ລາວ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນທີ່ນຳໄປສູ່ການເປັນຄູ່ຮ່ວມທຸລະກິດທີ່ຍືນຍົງໃນຕໍ່ໜ້າ.

ໃນກອງປະຊຸມ, ທ່ານທູດປີເຕີ ໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ແລະ ສຄອຊ ໃນການຊ່ວຍປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ຢູ່ ສປປ ລາວ. ທ່ານໄດ້ກ່າວວ່າ: “ເວລານີ້ ຖືເປັນຊ່ວງເວລາທີ່ສຳຄັນຢ່າງຍິ່ງສຳລັບພາກລັດ ແລະ ພາກທຸລະກິດໃນການເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາທີ່ກີດຂວາງຕໍ່ການລົງທຶນ, ການຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ແລະ ການສ້າງໂອກາດໃນການຈ້າງງານສຳລັບເສດຖະກິດຍຸກໃໝ່”. ທ່ານຍັງກ່າວຕື່ມອີກວ່າ: “ເປົ້າໝາຍຂອງພວກເຮົາ ແມ່ນເພື່ອຊ່ວຍເຫຼືອ ສປປ ລາວ ໃນການສົ່ງເສີມການຂະຫຍາຍຕົວຂອງທຸລະກິດ, ການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ COVID-19 ແລະ ການສ້າງວຽກເຮັດງານທຳ ແນໃສ່ເພື່ອສະໜັບສະໜູນເປົ້າໝາຍຂອງ ປະທານາທິບໍດີ ໂຈ ໄບເດນ ໃນການຊ່ວຍໃຫ້ບັນດາປະເທດໃນໂລກ ກັບມາເຂັ້ມແຂງກວ່າເກົົ່າພາຍຫຼັງການແຜ່ລະບາດຂອງພະຍາດ COVID-19.

ລະຫວ່າງການກ່າວເປີດກອງຊຸມ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ສະແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນເສດຖະກິດຂອງ ສປປ ລາວ ຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງມູນຄ່າການຄ້າ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ແລະ ກ່າວວ່າ “ ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ມີການເພິ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະທົດສະວັດທີ່ຜ່ານມາ ພາຍຫຼັງການຈັດຕັ້ງປະຕິບັດ ສັນຍາການຄ້າສອງຝ່າຍ ລາວ-ສະຫະລັດອາເມລິກາ ໃນປີ 2003 ແລະ ສັນຍາວ່າດ້ວຍການຄ້າ ແລະ ການລົງທຶນ (TIFA) ໃນປີ 2016. ສະເພາະ 6 ເດືອນທຳອິດ ປີ 2022, ການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາມີມູນຄ່າ 172 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງ ສະຫະລັດອາເມລິກາມີມູນຄ່າ 2.4 ລ້ານໂດລາສະຫະລັດ. ເຖິງວ່າ ຕົວເລກການຄ້າແລະການລົງທຶນຢູ່ໃນລະດັບປານກາງ, ແຕ່ກໍມີການຂະຫຍາຍຕົວຂອງຕໍ່ເນື່ອງ”

ຄະນະສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ ເປັນຄະນະທຳອິດທີ່ໄດ້ມາຢ້ຽມຢາມ ສປປ ລາວ ນັບຕັ້ງແຕ່ປີ 2018. ຄະນະດັ່ງກ່າວປະກອບມີ ຜູ້ຕາງໜ້າຈາກບໍລິສັດຊັ້ນນໍາຂອງສະຫະລັດອາເມລິກາ ໄດ້ແກ່ ບໍລິສັດ Coca-Cola, Visa, RMA Group, Elanco Animal Health, Pernod Ricard, ແລະ Bower Group Asia. ໃນກອງປະຊຸມດັ່ງກ່າວ, ບັນດາບໍລິສັດຂອງ ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ປຶກສາຫາລືໃນຫົວຂໍ້ຕ່າງໆ ລວມທັງການສົ່ງເສີມການລົງທຶນ ແລະ ລະບຽບການຕ່າງໆ, ບັນດາບູລິມະສິດຂອງລັດຖະບານລາວ, ເສດຖະກິດດິຈິຕອນ, ໂອກາດທາງທຸລະກິດ ແລະ ລະບົບການຊຳລະເງິນ.

ກອງປະຊຸມຄັ້ງນີ້ ເປັນໜຶ່ງໃນບັນດາຂໍ້ລິເລີ່ມທີ່ສຳຄັນ ທີ່ສະຫະລັດອາເມລິກາ ໄດ້ສະໜັບສະໜູນເພື່ອສົ່ງເສີມການຄ້າສາກົນ ແລະ ການລົງທຶນໃນ ສປປ ລາວ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ. ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວວລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍໃນການປັບປຸງສະພາບແວດລ້ອມສຳລັບການລົງທຶນ ແລະ ການຄ້າ ແລະ ເພີ່ມຂີດຄວາມສາມາດດ້ານການແຂ່ງຂັນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games