ກອງປະຊຸມວິຊາການເພື່ອຕິດຕາມຄວາມຄືບໜ້າການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ(Lao Business Forum) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ

Published by NIU on

ໃນຕອນເຊົ້າ ຂອງວັນທີ 26 ທັນວາ 2022, ເວລາ 09:00 ຫາ 12:00 ໂມງ, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມຈຸດປະສານງານ ພາກລັດ ໄດ້ຈັດກອງປະຊຸມວິິຊາການຂື້ນຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໃນນາມກອງເລຂາກອງປະຊຸມທຸລະກິດລາວ, ເພື່ອຕິດຕາມຄວາມຄືບໜ້າຂອງການແກ້ໄຂ ບັນດາຂໍ້ສະເໜີໃນການແກ້ໄຂບັນຫາ ຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຕາງໜ້າຈາກກົມກອງກ່ຽວຂ້ອງພາຍໃນກະຊວງ ອຄ ເຂົ້າຮ່ວມ ເຊັ່ນ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ແລະ ກອງເລຂາກອງປະຊຸມທຸລະກີດລາວ. ກອງປະຊຸມໄດ້ຮັບຟັງການລາຍງານໂດຍ ສຄອຊ

ກ່ຽວກັບບັນຫາທີ່ພາກທຸລະກິດຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງລວມມີທັງໝົດ 04 ບັນຫາ ຄື: 1) ສະເໜີໃຫ້ລັດຖະບານຮັບຮອງເອົາ 6 ຂະແໜງການບຸລິມະສິດ ຄື: ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ, ທ່ອງທຽວ ແລະ ຮ້ານອາຫານ, ກໍ່ສ້າງ ແລະ ສຶກສາ ເພື່ອປັບປູງຂັ້ນຕອນການອອກອະນຸຍາດດຳເນີນທຸລະກິດ; 2) ປັບປູງຂັ້ນຕອນການອອກອານຸຍາດດຳເນີນທຸລະກິດ ໃນ 6 ບູລິມະສິດ ດັ່ງກ່າວນັ້ນ ໂດຍການພິຈາລະນາອອກອະນຸຍາດດຳເນີນທຸລະກິດ ທີ່ອີງໃສ່ການປະເມີນຄວາມສ່ຽງຂອງກິດຈະການ; 3) ພິິຈາລະນາຄືຶນກ່ຽວກັບດຳລັດ 238/ລບ ວ່າດ້ວຍສະມາຄົມ ແລະ ຂໍ້ຕົກລົງ 1006/ອຄ.ຄພນ ວ່າດ້ວຍການສ້າງຕັ້ງສະພາການຄ້າຕ່າງປະເທດ ປະຈຳ ສປປ ລາວ ແລະ 4) ພິຈາລະນາ ຄົ້ນຄວ້າຫາທາງອອກ ໂດຍການປະເມີນຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຕໍ່ເເຈ້ງການ 04718/ຍທຂ.ຫກ ທີ່ຕິດພັນກັບການຂົນສົ່ງ ແລະ ຄ່ຽນຖ່າຍສິນຄ້າໃນເຂດທ່າບົກ.

ພ້ອມດຽວກັນ, ຕາງໜ້າຈາກກົມກ່ຽວຂ້ອງພາຍໃນກະຊວງ ອຄ ໄດ້ລາຍງານຄວາມຄືບໜ້າຂອງການແກ້ໄຂບັນຫາຄົງຄ້າງ ດັ່ງກ່າວ ແລະ ເປີດເວທີປຶກສາຫາລືເພື່ອຊອກຫາທາງອອກໃນການເລັ່ງແກ້ໄຂບັນຫາຂອງພາກທຸລະກິດ ແນໃສ່ອຳນວຍຄວາມສະດວກດ້ານການຄ້າ, ສ້າງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດ ໃນ ສປປ ລາວ ແລະ ດຶງດູດການລົງທຶນ ໂດຍສະເພາະຜູ້ລົງທຶນທີ່ມີຄຸນນະະພາບ.

ຜ່ານການຮັບຟັງການລາຍງານຈາກພາກສ່ວນກ່ຽວຂ້ອງ ເຫັນວ່າຫລາຍບັນຫາແມ່ນໄດ້ມີຄວາມຄືບໜ້າພໍສົມຄວນ ແລະ ບາງບັນຫາຍັງຕ້ອງສືບຕໍ່ຕິດຕາມຊຸກຍູ້ເພື່ອແກ້ໄຂ ເຊິ່ງແມ່ນບັນຫາທີ່ຕິດພັນກັບຂະແໜງການກ່ຽວຂ້ອງນອກກະຊວງ ອຄ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຊີ້ນຳໃຫ້ຕາງໜ້າກົມກ່ຽວຂ້ອງທີ່ເຂົ້າຮ່ວມ ສືບຕໍ່ເອົາໃຈໃສ່ ຕິດຕາມຊຸກຍູ້ການແກ້ໄຂບັນຫາ ຂອງພາກທຸລະກິດ ທີ່ຍັງຄົງຄ້າງ ໂດຍສະເພາະໃຫ້ເລັ່ງຈັດກອງປະຊຸມວິຊາການກັບຂະແໜງການກ່ຽວຂ້ອງ ເພື່ອຮ່ວມກັນຊອກຫາທາງອອກ ໃນການແກ້ໄຂບັນຫາ ແລະ ສັງລວມລາຍງານຄືນ ໃຫ້ການນຳກະຊວງຮັບຊາບຄວາມຄືບໜ້າຂອງການແກ້ໄຂບັນຫາ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາໃນຕໍ່ໜ້າ ໂດຍສະເພາະສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ. ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມ ໃຫ້ແກ່ກອງປະຊຸມທຸລະກິດ ຄັ້ງທີ 14 ທີ່ມີແຜນຈະຈັດຂື້ນໃນ ໄຕມາດທີ 01 ຂອງປີ 2023.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games