ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາ ສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 6.

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 6 ຂຶ້ນ ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກ ຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບໄລຍະ 6 ເດືອນທ້າຍປີ 2023.

ນັບຕັ້ງແຕ່ສ້າງຕັ້ງ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ບັນລຸຜົນສຳເລັດອັນສໍາຄັນ ລວມມີ ອະນຸມັດທຶນແບບມີສ່ວນຮ່ວມ ໃນການສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBEPF) ຊຶ່ງເປັນເງິນທັງໝົດຈຳນວນ 70,306 ໂດລາສະຫະລັດ ໃຫ້ກັບກຸ່ມຫັດຖະກໍາຈັກສານໄມ້ປ່ອງໂພນສະອາດ, ສະຫະກອນຫັດຖະກໍາຖັກຟອຍແຂມບ້ານພັດທະນາວັງເຕົ່າ ຢູ່ແຂວງຈຳປາສັກ ແລະ ບໍລິສັດ Katalyst Partern ຊຶ່ງໄດ້ໃຫ້ການຊ່ວຍເຫຼືອ ໃນການຈັດຝຶກອົບຮົມ ທັກສະດ້ານທຸລະກິດໃຫ້ແກ່ບັນດາ SME ຈຳນວນ 25 ຫົວໜ່ວຍ. ນອກນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງດຳລັດ ວ່າດ້ວຍ ສະພາສົ່ງເສີມການທ່ອງທ່ຽວ; ປັບປຸງກົດໝາຍ ວ່າດ້ວຍ ທຸລະກໍາທາງເອເລັກໂຕຣນິກ; ແລະ ສຳເລັດການສ້າງ ແລະ ປັບປຸງຂໍ້ຕົກລົງທີ່ຕິດພັນກັບຊັບສິນທາງປັນຍາ 5 ສະບັບ.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ຄຳເພັດ ວົງດາລາ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນບູລິມະສິດ ຂອງການພັດທະນາພາກເອກະຊົນ. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ, ໂດຍສະເພາະ ການຊ່ວຍເຫຼືອໂດຍຜ່ານໂຄງການ USAID LBE”
ທ່ານ Cullen Hughes ໄດ້ເນັ້ນໜັກເຖິງ ສາຍພົວພັນການຮ່ວມມືດ້ານເສດຖະກິດທີ່ເຂັ້ມແຂງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໂດຍໄດ້ກ່າວວ່າ “USAID ໄດ້ສຸມໃສ່ສະໜັບສະໜູນ ແລະ ສົ່ງເສີມຄວາມສາມາດໃນການຟື້ນຕົວ ຂອງ SME ແນໃສ່ເຮັດໃຫ້ ສປປ ລາວ ມີຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ແລະ ກຳນົດທິດທາງສຳລັບການຂະຫຍາຍຕົວທາງເສດຖະກິດແບບໄລຍະຍາວ, ເປີດກວ້າງ ແລະ ຍືນຍົງ ໃນຕໍ່ໜ້າ”.

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະ 6 ເດືອນຕົ້ນປີ 2023 ຂອງໂຄງການ USAID LBE ໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມນະໂຍບາຍການຄ້າຕ່າງປະເທດ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບ 6 ເດືອນທ້າຍປີ 2023.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games