ວັນສ້າງຕັ້ງສະຫະພັນແມ່ຍິງລາວ: ສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນຂອງນັກທຸລະກິດຍິງລາວ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2023—ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ພາຍໃຕ້ຫົວຂໍ້ “ການສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນ ຂອງນັກທຸລະກິດຍິງລາວ ໃນຊ່ວງການລະບາດໂຄວິດ-19”. ນີ້ແມ່ນງານການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດ ໃຫ້ແກ່ແມ່ຍິງຄັ້ງທຳອິດ ເພື່ອເປັນເວທີປຶກສາຫາລື, ສ້າງແຮງບັນດານໃຈ, ແລະ ສ້າງເຄືອຂ່າຍ.

ງານດັ່ງກ່າວໄດ້ຈັດຂື້ນເປັນເວລາເຄິ່ງມື້ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ແມ່ຍິງ ໃນພາກທຸລະກິດ. ຜ່ານການສົນທະນາ ແລະ ການໂອ້ລົມ, ງານດັ່ງກ່າວ ແມ່ນມີຈຸດ ປະສົງສ້າງແຮງບັນດານໃຈໃຫ້ແກ່ ຜູ້ເຂົ້າຮ່ວມ ໄດ້ສົ່ງເສີມ ແລະ ສ້າງຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃນຂະແໜງທຸລະກິດ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເພື່ອໃຫ້ພວກເຂົາ ໄດ້ສະແດງສັກກະຍະພາບຢ່າງເຕັມທີ່ ໃນ ສປປ ລາວ.

ສປປ ລາວ ກໍຄ້າຍຄືກັບປະເທດອື່ນໆໃນໂລກ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະ ຍາດໂຄວິດ-19. ໃນໄລຍະນັ້ນ, ຜູ້ຄົນໄດ້ປະເຊີນກັບ ການສູນເສຍວຽກເຮັດງານທຳ,ໄພເງິນເຟີ້, ການອ່ອນຄ່າ ຂອງເງິນກີບ ແລະ ໜີ້ສິນພາກລັດ ແລະ ພາກທຸລະກິດທີ່ສູງຂຶ້ນ. ແມ່ຍິງ ແລະ ເດັກຍິງ ແມ່ນໄດ້ຮັບຜົນກະ ທົບໃນທາງລົບຫຼາຍຂຶ້ນ ໃນທຸກດ້ານຂອງການມີສ່ວນຮ່ວມ ທາງດ້ານເສດຖະກິດ ແລະ ສັງຄົມ ນັບຕັ້ງແຕ່ ການສຶກສາ, ສາທາ, ອາຊີບ, ຄວາມຮຸນແຮງໃນຄອບຄົວ, ການເປັນຕົວແທນ ແລະ ອື່ນໆ. ເຖິງຢ່າງໃດກໍ່ຕາມ ແມ່ຍິງຈະບໍ່ຍອມຈຳນົນຕໍ່ແຮງກົດດັນເຫຼົ່ານີ້. ໃນຂະນະທີ່ປະເທດຍັງຄົງສືບຕໍ່ການຟຶ້ນຟູ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແມ່ຍິງ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານຕ່າງໆ ເຊິ່ງສະແດງໃຫ້ເຫັນ ເຖິງສັກກະຍະພາບ,ຄວາມເຂັ້ມແຂງ ແລະ ຄວາມຮູ້ ຄວາມສາມາດ ຂອງພວກເຂົາ.

ໃນບົດກ່າວເປີດ, ທ່ານນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃຫ້ເຫັນພາບລວມ ຂອງສິ່ງກີດຂວາງແມ່ຍິງ ໃນ ສປປ ລາວ ແລະ ໃນພາກພື້ນ ແລະ ສິ່ງທີ່ຄວນ ເຮັດ ເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດ ໃນ ສປປ ລາວ.

ທ່ານນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວສະຫຼຸບ ໂດຍເນັ້້ນໜັກ ເຖິງຄວາມສຳຄັນ ຂອງການປະຕິບັດໃຫ້ໄດ້ແທ້ ແລະ ກ່າວວ່າ “ເພື່ອແກ້ໄຂຊ່ອງວ່າງ ທີ່ມີຢູ່ ລະຫວ່າງ ທຸລະກິດທີ່ດຳເນີນໂດຍຜູ້ຊາຍ ແລະ ທຸລະກິດທີ່ດຳເນີນໂດຍຜູ້ຍິງ, ພວກເຮົາຈະສືບຕໍ່ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການດຳເນີນທຸລະກິດ, ເພີ່ມການເຂົ້າເຖິງການບໍລິການດ້ານ ການເງິນ ແລະ ນຳໃຊ້ເຕັກໂນໂລຊີດ້ານດິຈິຕໍ ໃຫ້ແກ່ທຸກຄົນ.”

ໃນຂະນະທີ່ກ່າວເຖິງຄວາມສຳຄັນຂອງການນຳໃຊ້ແນວທາງແບບຄົບຊຸດໃນການສົ່ງເສີມການສ້າງຄວາມ ເຂັ້ມແຂງດ້ານເສດຖະກິດ ຂອງແມ່ຍິງ, ທ່ານນາງ ສິລິຄູນ ພູມລາວັນ, ຮອງປະທານສະມາຄົມ ນັກທຸລະກິດຍິງ ເນັ້ນໜັກຕື່ມວ່າ “ພວກເຮົາຈຳເປັນ ຕ້ອງຮັບຮູ້ວ່າ ພວກເຮົາສາມາດເຮັດໄດ້ຫຼາຍສິ່ງ ເພື່ອສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ ໂດຍຜ່ານການປັບປຸງ ສະພາບແວດລ້ອມ ດ້ານການດຳເນີນທຸລະກິດ, ການເຂົ້າເຖິງ ການເງິນ, ແຮງງານ, ຂໍ້ມູນຂ່າວສານ ແລະ ຊັບສິນທີ່ມີປະສິດຕິຜົນຕ່າງໆ.”

ທ່ານ ສຸພັກສອນ ສີລາເພັດ,ຜູ້ປະກາດຂ່າວ ຂອງໂທລະພາບແຫ່ງຊາດ ເປັນຜູ້ດຳເນີນ ການສົນທະນາ ໃນເທື່ອນີ້ ເຊິ່ງຈະບອກເລົ່າເລື່ອງລາວ ເສັ້ນທາງທີ່ສ້າງແຮງບັນດານໃຈຂອງ 4 ນັກທຸລະກິດຍິງລາວ ທີ່ມາຈາກຂະແໜງການທີ່ແຕກຕ່າງກັນ ຮວມມີ: ການທ່ອງທ່ຽວ, ການຂົນສົ່ງ, ກະສິກຳ ແລະ ການແປຮູບອາຫານ ແລະ ພິເສດ ມີແຂກຮ່ວມບັນຍາຍຈາກປະເທດໄທ ທີ່ໄດ້ມາແບ່ງປັນ ຄວາມທ້າທາຍ, ການປັບໂຕ ແລະ ພາວະຄວາມເປັນຜູ້ນຳ ໃນໄລຍະການຟື້ນຟູ ຈາກການແຜ່ລະບາດ ພະຍາດໂຄວິດ-19.

ຜູ້ບັນຍາຍ ປະກອບມີ ທ່ານນາງ ຄຳລີ້ ພີິລາວົງ, ຜູ້ກໍ່ຕັ້ງຜະລິດຕະພັນເຂົ້າລາວ, ທ່ານນາງ ໝິມີ່ ພົມມາລີ, ຜູ້ຈັດການສວນຄຳເພັດ, ທ່ານນາງ ພິລາປະຈິດ ປະຈິດທຳ, ຜູ້ຈັດການຝ່າຍດຳເນີນທຸລະກິດ ກຸ່ມບໍລີິສັດ ອິນທິຣາ, ແລະ ທ່ານນາງ ສີສົມພອນ ພົມວິໄລ, ອຳນວຍການການຕະຫຼາດ ບໍລິສັດຮຸ່ງອາລຸນ ໂລຈິສຕິກ ຈຳກັດ.

ງານສົນທະນາໃນຄັ້ງນີ້ເຂົ້າຮ່ວມໂດຍຕົວແທນຈາກພາກລັດທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ, ສະມາຄົມທຸລະກິດຕ່າງໆ, ອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລແຫ່ງຊາດ.

ງານສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແກ່ແມ່ຍິງໃນຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມມາດໃນການແຂ່ງຂັນ ແລະ ການຄ້າ (LCT) ທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມ ດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games