ງານສະຫຼຸບໂຄງການ ARISE Plus ດ້ວຍຜົນສຳເລັດອັນໂດດເດັ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ

Published by NIU on

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ແນໃສ່ສົ່ງເສີມການຂະຫຍາຍຕົວ ທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ. ໂຄງການດັ່ງກ່າວແມ່ນພາຍໃຕ້ ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ.

ໂຄງການ ARISE Plus ປະຈຳ ສປປ ລາວ ມີ 3 ຈຸດປະສົງຕົ້ນຕໍ ລວມມີ (1) ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ, (2) ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດທາງດ້ານການຄ້າສໍາລັບການສົ່ງອອກ, ແລະ (3) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ສະຫນັບສະຫນູນສຳລັບຜູ້ປະກອບການ ແລະ ທຸລະກິດຂະໜາດນ້ອຍ.

ເຖິງແມ່ນວ່າຈະມີສິ່ງທ້າທາຍທີ່ເກີດຈາກການລະບາດຂອງ COVID-19 ແລະ ຄວາມບໍ່ສະຖຽນລະພາບຂອງເສດຖະກິດມະຫາພາກ, ໃນ 5 ປີຂອງການຈັດຕັ້ງປະຕິບັດທີ່ຜ່ານມາ, ໂຄງການດັ່ງກ່າວໄດ້ບັນລຸຜົນອັນໂດດເດັ່ນ. ໃນນັ້ນ, ລວມມີການເພີ່ມຄວາມຮູ້ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນຫຼາຍສາຂາວິຊາ, ເຊິ່ງລວມມີການປູກກາເຟອິນຊີ, ການປັບປຸງຄຸນນະພາບ ແລະ ແຫຼ່ງຊັບພະຍາກອນທີ່ຍືນຍົງໃນຂະແໜງປຸງແຕ່ງໄມ້. ໂຄງການດັ່ງກ່າວຍັງໄດ້ເຜີຍແຜ່ແຜນພັດທະນາການສົ່ງອອກສອງຂະແໜງການ (ກາເຟ ແລະ ໄມ້ປຸງແຕ່ງ), ທີ່ນຳສະເຫນີລາຍລະອຽດກ່ຽວກັບສະພາບການສາກົນ ແລະ ລະດັບຊາດຂອງຂະແໜງການ, ບົ່ງບອກສິ່ງທ້າທາຍ, ແລະ ສ້າງແຜນດຳເນີນງານທີ່ລະອຽດເພີື່ອເພີ່ມຄວາມສາມາດໃນການແຂ່ງຂັນ.

ນອກຈາກນັ້ນ, ແຊ້ມຄຸນນະພາບຈຳນວນ 10 ທ່ານ ໄດ້ຮັບການຢັ້ງຢືນ ແລະ ຝຶກອົບຮົມເພື່ອປະເມີນ, ເປັນຄູຝຶກສອນ ແລະ ໃຫ້ຄຳແນະນໍາບໍລິສັດໃນການປັບປຸງຄຸນນະພາບ. ຖານຂໍ້ມູນກ່ຽວກັບການບໍລິການດ້ານຄຸນນະພາບ ໄດ້ເປີດຕົວ ເຊີ່ງເປັນຈຸດສູນລວມທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ກັບຕະຫລາດສົ່ງອອກ, ຜູ້ຊ່ຽວຊານ ແລະ ການບໍລິການຂອງສະຖາບັນ ແລະ ບຸກຄົນທີ່ຕ້ອງການ, ແລະຮຽນຮູ້ຈາກກໍລະນີທີ່ປະສົບຜົນສຳເລັດ.

ໂຄງການດັ່ງກ່າວໄດ້ດຳເນີນການວິເຄາະຊ່ອງຫວ່າງຢ່າງກ່ຽວກັບສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ATIGA), ຍັງໄດ້ພິມແລະ ເຜີຍແຜ່ປຶ້ມຄູ່ມືກ່ຽວກັບຂະບວນການແຈ້ງການ ATIGA, ຄູ່ມືດ້ານທຸລະກິດກ່ຽວກັບໂຄງການທຸກສິ່ງທຸກຢ່າງຍົກເວັນອາວຸດສົງຄາມ ຫຼື EBA 6 ສະບັບ, ປຶ້ມຄູ່ມື 4 ສະບັບກ່ຽວກັບການຄ້າເອເລັກໂຕຣນິກ (e-commerce) ແລະ ປຶ້ມຄູ່ມືກ່ຽວກັບລະບົບການແຈ້ງການ ePing ຂອງ ອົງການການຄ້າໂລກ WTO.

ການສຶກສາຄົ້ນຄວ້າໄດ້ດຳເນີນຂຶ້ນກ່ຽວກັບຜົນກະທົບຈາກການຈົບສະຖານະພາບປະເທດດ້ອຍພັດທະນາ LDC, ເຊິ່ງພົບວ່າ ສປປ ລາວ ຄວນໝູນໃຊ້ກຳລັງຂອງການສົ່ງເສີມການຄ້າເພື່ອຫຼີກເວັ້ນການສູນເສຍທ່າແຮງການສົ່ງອອກ 7.3% ຫຼັງຈາກການຫລຸດພົ້ນ.

ບົດກ່າວ:

“ສາຍສຳພັນລະຫວ່າງກະຊວງ ອຄ ແລະ EU ພ້ອມກັບ ITC ແມ່ນມີມາເປັນໄລຍະເວລາ 15 ປີຜ່ານມາ. ຄວາມພະຍາຍາມເຫຼົ່ານີ້ແມ່ນມີຄວາມກ່ຽວຂ້ອງສູງກັບຍຸດທະສາດແຫ່ງຊາດຂອງພວກເຮົາໃນການເຮັດໃຫ້ເສດຖະກິດມີຄວາມຫຼາກຫຼາຍ, ການຟື້ນຟູຈາກ COVID-19, ແລະ ຈົບຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ໂດຍຜ່ານການເລັ່ງການເຊື່ອມໂຍງການຄ້າ, ການລົບລ້າງຄວາມທຸກຍາກແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.” ກ່າວໂດຍ ທ່ານ ດຣ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ.

“EU ເປັນຄູ່ຄ້າລຳດັບທີ 4 ຂອງ ສປປ ລາວ. ການຄ້າຂອງພວກເຮົາຍັງຄົງຢູ່ໃນລະດັບປະມານ 500 ລ້ານໂດລາສະຫະລັດຕໍ່ປີ. ອີງຕາມການສຶກສາທີ່ຜ່ານມາສະແດງໃຫ້ເຫັນວ່າ ມີທ່າແຮງທີ່ຈະເພີ່ມທະວີການຄ້າຂອງພວກເຮົາ, ໂດຍສະເພາະໃນຂະແຫນງການທີ່ມີທ່າແຮງເຊັ່ນກະສິກໍາພິເສດ (ເຊັ່ນ ກາເຟ ແລະ ຊາ) ແລະ ການປຸງແຕ່ງໄມ້ພາຍໃຕ້ໂຄງການ ARISE Plus.” ກ່າວໂດຍ ທ່ານ ນາງ Ina Marčiulionytė, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ.

“ITC ຫວັງວ່າຈະເພີ່ມທະວີການຮ່ວມມືກັບ ສປປ ລາວ ແລະ ສະຫະພາບເອີຣົບ, ເພື່ອຊອກຫາໂອກາດໃນການລິເລີ່ມວຽກງານໃໝ່, ສອດຄ່ອງກັບຂອບເຂດການຟຶ້ນຟູ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 ໄລຍະ 2021-2025 ຂອງລັດຖະບານ ສປປ ລາວ ໂດຍສຸມໃສ່ເສດຖະກິດສີຂຽວ, ແບບລວມຫມູ່ ແລະ ຊັບພະຍາກອນມະນຸດ” ກ່າວໂດຍ ທ່ານ ນາງ Sylvie Betemps Cochin, ຫົວໜ້າຫ້ອງການອາຊີ ແລະ ປາຊີຟິກ, ສູນການຄ້າສາກົນ.

ໂຄງການ ARISE Plus ໄດ້ເປັນເຄື່ອງມືໃນການສົ່ງເສີມການເຕີບໂຕທາງດ້ານເສດຖະກິດແບບກວມລວມ, ຄວາມຮູ້ທາງດ້ານການຄ້າ ແລະ ການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກ. ຜ່ານການຮ່ວມມືກັບບັນດາອົງການຈັດຕັ້ງລັດທີ່ສຳຄັນ, ສະຖາບັນສະໜັບສະໜູນການຄ້າ ແລະ ພາກເອກະຊົນ, ໂຄງການດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດ, ສ້າງຄວາມສາມາດ ແລະ ສ້າງໂອກາດໃຫ້ຜູ້ສົ່ງອອກຂອງລາວ. “ເຖິງແມ່ນວ່າໂຄງການດັ່ງກ່າວໄດ້ສິ້ນສຸດລົງຢ່າງເປັນທາງການ, ແຕ່ສາມາດສ້າງໃຫ້ມຮການເພີ່ມທະວີການແຂ່ງຂັນ, ປັບປຸງການຟຶ້ນຟູ ແລະ ການເຕີບໂຕທາງເສດຖະກິດແບບຍືນຍົງໃຫ້ແກ່ ສປປ ລາວ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games