ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ

Published by NIU on

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 30 ຕຸລາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ຄັ້ງທີ 23 ຂື້ນ. ເຊິງກອງປະຊຸມດັ່ງກ່າວ ແມ່ນເວທີ ສຳລັບພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນດາຜູ້ໃຫ້ທຶນ ໄດ້ມີໂອກາດ ໃນການແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ສຳລັບການສົ່ງເສີມການພັດທະນາພາກທຸລະກິດ/SME ໃນ ສປປ ລາວ.

ກອງປະຊຸມ TPSWG ຄັ້ງທີ23 ໃຫ້ກຽດເປັນປະທານໂດຍທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມັນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Mark Gallagher ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ລວມທັງແຂກ ຫຼາຍກ່ວາ 80 ທ່ານ ທີ່ເປັນຕົວແທນຈາກຂະແໜງການຕ່າງໆ ເປັນຕົ້ນແມ່ນ ບັນດາກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ ແລະ ສະມາຄົມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ໃນບົດກ່າວເປີດ, ທ່ານຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ເນັ້ນໃຫ້ເຫັນວ່າ ໃນຄະນະທີ່ພວກເຮົາ ກຳລັງມີຄວາມຄືບໜ້າອັນດີ ໃນການເຊື່ອມໂຍງເຂົ້າກັບເສດຖະກິດໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ໃນກອບຂອງ ປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ (WTO), ແຕ່ກໍ່ຍັງມີຫຼາຍຢ່າງທີ່ພວກເຮົາຍັງຕ້ອງໄດ້ເຮັດ ໂດຍທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ “ການຍາດແຍ່ງບັນດາຜົນປະໂຫຍດ ຈາກການເຊື່ອມໂຍງ ເຂົ້າສາກົນສຳລັບປະເທດເຮົາ ເປັນຕົ້ນແມ່ນໃນຮູບແບບຂອງ AEC, ມັນມີຄວາມຈຳເປັນຫຼາຍ ທີ່ປະເທດເຮົາຈະຕ້ອງເພີ່ມຄວາມອາດສາມາດ ໃນການແຂ່ງຂັນຂອງປະເທດ ດ້ວຍການເພີ່ມທະວີການເຊື່ອມໂຍງເສດຖະກິດສາກົນ, ສ້າງສະພາບແວດລ້ອມທີ່ເອື້ອຳນວຍສຳລັບການຄ້າ ແລະ ການລົງທຶນ, ແລະ ປັບປຸງຜະລິດຕະພາບຂອງວິສາຫະກິດລາວເຮົາ”.

ທ່ານທູດ Variava, ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ກະຊວງ ແລະ ລັດຖະບານ ສປປ ລາວ ທີ່ປະສົບຜົນສຳເລັດ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນໃນປີນີ້ ແລະ ໃຫ້ຄວາມສົນໃຈສະເພາະຕໍ່ກັບຂະແໜງການ SME ໂດຍທ່ານໄດ້ກ່າວວ່າ “ຂະແໜງການ SME ຖືເປັນກະດູກສັນຫຼັງຂອງເສດຖະກິດລາວ, ຂັບເຄື່ອນນະວັດຕະກຳ ແລະ ການຈ້າງງານ. ດ້ວຍການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ກັບບັນດາຜູ້ປະກອບການ, ພວກເຮົາສາມາດຍົກລະດັບຄວາມອາດສາມາດດ້ານການແຂ່ງຂັນພາຍໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຂອງອາຊຽນຢ່າງກ້ວາງຂວາງ”. ທ່ານຍັງກ່າວເພີ່ມເຕີມອີກວ່າ “ສະຫະລັດອາເມລິກາ ຍັງຄົງຢຶດໝັ້ນຄຳໝັ້ນສັນຍາ ໃນການເປັນເພື່ອນຮ່ວມການກັບ ສປປ ລາວ ໃນການສົ່ງເສີມການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ສົ່ງເສີມການປະຕິຮູບດ້ານເສດຖະກິດ, ແລະ ສະໜັບສະໜູນແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ບັນດາຄູ່ຮ່ວມງານອາຊຽນ.”

ກອງປະຊຸມ ໄດ້ປຶກສາຫາລື ຮ່າງກິດຈະກຳທີ່ເປັນບູລິມະສິດ ສຳລັບວຽກງານການຄ້າ ແລະ ຂົງເຂດທີ່ຕິດພັນກັບຂະແໜງການຄ້າ ເພື່ອຮັບປະກັນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລຽນ, ບັນດາຜົນສຳເລັດຕົ້ນຕໍ ຈາກກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ ທີ່ຜ່ານມາ, ຄວາມຄືບໜ້າຂອງກົນໄກການເຈລະຈາພາກລັດ ແລະ ພາກທຸລະກິດ (PPD) ພາຍໃຕ້ກອງປະຊຸມທຸລະກິດລາວ (LBF), ພາບລວມຂອງແຜນພັດທະນາ 5ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ແນວຄວາມຄິດລິເລີ່ມເບື້ອງຕົ້ນ ຂອງການໃຫ້ການຊ່ວບເຫຼືອທາງດ້ານວິຊາການກັບຂະແໜງການທີ່ຕິດພັນກັບການຄ້າໃນອະນາຄົດ.

ໃນບົດກ່າວປິດຂອງທ່ານທູດ Gallagher ທ່ານໄດ້ກ່າວວ່າ. “ພວກເຮົາສະໜັບສະໜູນກອງປະຊຸມທຸລະກິດລາວ ແລະ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ເພື່ອສືບຕໍ່ເຮັດວຽກຢ່າງໄກ້ສິດ ໃນການຕິດຕາມຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມທາງທຸລະກິດໃນຕໍ່ໜ້າ ແລະ ການລົງທຶນທີ່ສາມາດຊ່ວຍໃນການສ້າງວຽກເຮັດງານທຳ ແລະ ແລະ ການເຕີບໂຕທາງດ້ານທຸລະກິດໂດຍລວມ”.

ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ສະຫຼຸບ ກອງປະຊຸມ ດ້ວຍການຢ້ຳຄືນ ຄຳເຫັນຂອງປະທານຮ່ວມ ກ່ຽວກັບຄວາມສຳຄັນຂອງການມີກອບກົດໝາຍດ້ານການລົງທຶນທີ່ມີຄວາມໂປ່ງໄສ ແລະ ສາມາດຄາດເດົາໄດ້ ແລະ ການເຊື່ອມສານບັນດາລະບຽບການດ້ານການຄ້າ ເຂົ້າໃນການດຶງດູດການລົງທຶນທີ່ມີຄຸນນະພາບ ໂດຍທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ເຫັນດີກັບຄຳເຫັນຂອງທ່ານປະທານຮ່ວມ ກ່ຽວກັບບົດບາດຄວາມສຳຄັນຂອງ PPD ພາຍໃຕ້ກອງປະຊຸມ LBF ແລະ ພວກເຮົາຈຳເປັນຕ້ອງເພີ່ມທະວີຄວາມພະຍາຍາມຂື້ນອີກສອງເທົ່າ ໃນການແກ້ໄຂບັນດາຂໍ້ສະເໜີທີ່ໄດ້ຍົກຂື້ນ ໃນກອງປະຊຸມ LBF ຄັ້ງທີ 15 ທີ່ຜ່ານມາ ເປັນຕົ້ນແມ່ນ ວາລະການປະຕິຮູບທີ່ເປັນບູລິມະສິດ ທີ່ໄດ້ກຳນົດໂດຍກອງປະຊຸມ LBF ຄັ້ງທີ 15 ນັ້ນ”.

ໃນບົດກ່າວປິດ, ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວເພີ່ມເຕີມວ່າ “ຕາງໜ້າໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຂ້າພະເຈົ້າ ຂໍຢືນຢັນຕໍ່ກັບຄຳໝັ້ນສັນຍາຂອງພວກເຮົາ ໃນການປະສານງານກັບບັນດາກະຊວງທີ່ກ່ຽວຂ້ອງ, ພາກທຸລະກິດ ແລະ ບັນດາຄູ່ຮ່ວມພັດທະນາ ໃນການແກ້ໄຂ ອຸປະສັກ ແລະ ສິ່ງທ້າທາຍ ທີ່ພາກທຸລະກິດພົບພໍ້.” ພ້ອມທັງກ່າວຂອບໃຈ ຕໍ່ກັບຜູ້ທີ່ເຂົ້າຮ່ວມທຸກໆທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານລວມມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games