​ຂ່າວໂຄງ​ການ LBE - Trade for Development - T4D https://www.t4dlaos.org T4D Laos Tue, 26 Nov 2024 04:38:20 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ​ຂ່າວໂຄງ​ການ LBE - Trade for Development - T4D https://www.t4dlaos.org 32 32 ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 https://www.t4dlaos.org/lo/2024/11/26/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84-7/ Tue, 26 Nov 2024 04:38:18 +0000 https://www.t4dlaos.org/?p=5759 ນະຄອນຫຼວງວຽງຈັນ, ວັນທີ 22 ພະຈິກ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 9 ຂຶ້ນ ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2025. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael McCord, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ Read more…

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 22 ພະຈິກ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 9 ຂຶ້ນ ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2025.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael McCord, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ນັບແຕ່ປີ 2024, ໂຄງການ LBE ໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ. ໃນນັ້ນ, ໂຄງການ ໄດ້ອະນຸມັດທຶນແບບມີສ່ວນຮ່ວມໃນການສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBEPF) ຈຳນວນໜຶ່ງ ເພື່ອສົ່ງເສີມກຸ່ມຜະລິດຫັດຖະກຳ; ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງຂະແໜງທ່ອງທ່ຽວ; ແລະ ສົ່ງເສີມຄວາມສາມາດໃຫ້ແກ່ບັນດາ SME ກ່ຽວກັບ ການສ້າງແຜນການເງິນ ແລະ ແຜນທຸລະກິດ. ນອກນັ້ນ, ໂຄງການ ຍັງໄດ້ສຳເລັດການຈັດກອງປະຊຸມທຸລະກິດປະຈຳປີ ຄັ້ງທີ 2 ຂອງແຂວງຈຳປາສັກ ແລະ ສຳເລັດການສ້າງຕັ້ງ ແລະ ຈັດຕັ້ງປະຕິບັດກົນໄກປຶກສາຫາລື ລະຫວ່າງ ພາກລັດ-ທຸລະກິດ ຂອງແຂວງສະຫວັນນະເຂດ. ພ້ອມນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງແຜນຍຸດທະສາດ ສຳລັບ ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ: ແຜນວຽກດ້ານການຄ້າ ແລະ ຂົງເຂດທີ່ທີ່ຕິດພັດ 2024-2030 ແລະ ປະກອບສ່ວນເຂົ້າໃນວຽກງານການອຳນວຍຄວາມສະດວກດ້ານການຄ້າ ເຊັ່ນ ການປັບປຸງລະບົບ e-CO.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍແຜນບູລິມະສິດຂອງການພັດທະນາພາກເອກະຊົນ ລວມທັງ ສົ່ງເສີມຄວາມສາມາດໃນການແຂ່ງກັນຂອງ SME. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ”.

ທ່ານ Michael McCord ໄດ້ຊົມເຊີຍຕໍ່ການນຳພາ ແລະ ຮ່ວມມື ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ ສາມາດບັນລຸຄາດໝາຍທີ່ກຳນົດໄວ້. ນອກນັ້ນ, ຍັງໄດ້ຍ້ຳວ່າ “ເນື່ອງຈາກໂຄງການ LBE ກຳລັງກ້າວເຂົ້າສູ່ປີສຸດທ້າຍຂອງໂຄງການ ໃນປີ 2025 ນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ທູກພາກສ່ວນ ສຸມໃສ່ເລັ່ງລັດການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມຄາດໝາຍ ລວມທັງ ຄຳນຶງເຖິງຄວາມຍືນຍົງ ແລະ ຜົນສຳເລັດໄລຍະຍາວພາຍຫຼັງສິ້ນສຸດໂຄງການ”.

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະປີ 2024 ຂອງໂຄງການ USAID LBE ໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບປີ 2025.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 first appeared on Trade for Development - T4D.

]]>
ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ https://www.t4dlaos.org/lo/2024/10/07/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94%e0%bb%82%e0%ba%95%e0%bb%80%e0%ba%a7%e0%ba%b1%e0%ba%9a%e0%bb%84%e0%ba%8a-%e0%ba%82%e0%ba%ad%e0%ba%87%e0%ba%aa%e0%ba%b9%e0%ba%99/ Mon, 07 Oct 2024 02:40:59 +0000 https://www.t4dlaos.org/?p=5690 ນະຄອນຫຼວງວຽງຈັນ, ວັນທີ 4 ຕຸລາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການການຮ່ວມມື ແລະ ພັດທະນາລາວ-ເຢຍລະມັນ (GIZ), ໄດ້ເປີດໂຕເວັບໄຊ ສູນບໍລິການ SME (SSC) ທີ່ໄດ້ຮັບການປັບປຸງໃຫ້ມີຄວາມທັນສະໄໝຂຶ້ນ. ການປັງປຸງເວັບໄຊ ມີຈຸດປະສົງສະໜອງແຫຼ່ງ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນທີ່ກ່ຽວພັນກັບທຸລະກິດທີ່ສຳຄັນ ໃຫ້ແກ່ບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ສປປ ລາວ (SMEs) ໄດ້ນຳໃຊ້ ແລະ ເຂົ້າເຖິງຢ່າງງ່າຍດາຍ. ພິທີເປີດໂຕດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ Read more…

The post ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 4 ຕຸລາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການການຮ່ວມມື ແລະ ພັດທະນາລາວ-ເຢຍລະມັນ (GIZ), ໄດ້ເປີດໂຕເວັບໄຊ ສູນບໍລິການ SME (SSC) ທີ່ໄດ້ຮັບການປັບປຸງໃຫ້ມີຄວາມທັນສະໄໝຂຶ້ນ. ການປັງປຸງເວັບໄຊ ມີຈຸດປະສົງສະໜອງແຫຼ່ງ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນທີ່ກ່ຽວພັນກັບທຸລະກິດທີ່ສຳຄັນ ໃຫ້ແກ່ບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ສປປ ລາວ (SMEs) ໄດ້ນຳໃຊ້ ແລະ ເຂົ້າເຖິງຢ່າງງ່າຍດາຍ.

ພິທີເປີດໂຕດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຕາງໜ້າຈາກອົງການ USAID, ອົງການ GIZ, ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກທັງພາກລັດ, ເອກະຊົນ, ແລະ ຄູ່ຮ່ວມພັດທະນາ.

ເວັບໄຊ SSC ທີ່ໄດ້ຮັບການປັບປຸງໃໝ່ນີ້, ສາມາດເຂົ້າເຖິງໄດ້ທີ່ https://laossc.la/en/, ເປັນດັ່ງສູນລວມ ຂໍ້ມູນກ່ຽວກັບລະບຽບກົດໝາຍ ແລະ ການບໍລິການຂອງສູນບໍລິການ SME. ລະບົບອອນລາຍດັ່ງກ່າວ ຍັງສະໜອງການ ເຂົ້າເຖິງແຫຼ່ງຂໍ້ມູນກ່ຽວກັບການນໍາເຂົ້າ – ສົ່ງອອກ, ການຄ້າ, ການລົງທຶນ, ການສ້າງຕັ້ງທຸລະກິດ, ການເຂົ້າເຖິງຕະຫຼາດ, ການຄົ້ນຫາຄູ່ຮ່ວມທຸລະກິດ (B2B) ໃນພາກພື້ນ, ກອງທຶນ SME, ເງິນຊ່ວຍເຫຼືອ, ແລະ ອື່ນໆ. ເວັບໄຊ ດັ່ງກ່າວນີ້ ໄດ້ຖືກປັບປຸງ ໃຫ້ມີຄວາມງ່າຍດາຍຂຶ້ນສຳລັບຜູ້ຊົມໄຊ້, ມີວິທີການຄົ້ນຫາທີ່ດີຂຶ້ນ ແລະ ມີການອອກແບບທີ່ທັນສະໄໝ, ເຮັດໃຫ້ບັນດາ SMEs ສາມາດຊອກຫາຂໍ້ມູນທີ່ພວກເຂົາຕ້ອງການສຳລັບທຸລະ ກິດໄດ້ງ່າຍຂຶ້ນ.

ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ກ່າວວ່າ, “ເວັບໄຊ SSC ເປັນເຄື່ອງມືທີ່ມີຄຸນຄ່າສໍາລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ. ເວັບໄຊ ນີ້ ສາມາດ ສະໜອງຂໍ້ມູນ ທີ່ຈຳເປັນ ເພື່ອຊ່ວຍໃຫ້ພາກທຸລະກິດ ໄດ້ເຂົ້າເຖິງຂໍ້ມູນ ແລະ ພັດທະນາທຸລະກິດຂອງ ຕົນໃຫ້ ກ້າວໜ້າ. ພວກເຮົາຊຸກຍູ້ໃຫ້ SMEs ໃຊ້ປະໂຫຍດຈາກແຫຼ່ງຂໍ້ມູນນີ້ຢ່າງເຕັມທີ່.”

ນັບຕັ້ງແຕ່ການສ້າງຕັ້ງຂຶ້ນໃນປີ 2017, ສູນບໍລິການ SME ຖືເປັນແຫຼ່ງຂໍ້ມູນທີ່ສໍາຄັນສໍາລັບບັນດາວິສາຫະກິດຂະ ໜາດນ້ອຍ ແລະ ກາງ ຂອງ ສປປ ລາວ, ຊຶ່ງປະຈຸບັນ ສູນບໍລິການ SME ໄດ້ມີການຂະຫຍາຍສູນບໍລິການແລ້ວ ທັງໝົດ 7ແຫ່ງ ຄື: ນະຄອນຫຼວງວຽງຈັນເປັນ (ສູນກາງ), ຫຼວງພະບາງ, ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ບໍລິຄຳໄຊ ແລະ ຫຼວງນໍ້າທາ ເຊິ່ງໄດ້ສະໜອງກ່ຽວກັບ ການເລີ່ມຕົ້ນທຸລະກິດ, ການເປັນຜູ້ປະກອບການ, ແລະ ການພັດທະນາກຸ່ມ. ເພື່ອເພີ່ມປະສິດທິພາບໃຫ້ແກ່ສູນເອງ, ເວັບໄຊຂອງສູນຈຶ່ງໄດ້ຮັບ ການຍົກລະດັບຂຶ້ນ ດ້ວຍ ການສະໜັບສະໜູນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຂອງອົງການ USAID ແລະ ໂຄງການເຊື່ອມໂຍງເສດຖະກິດພາກພື້ນອາຊຽນຂອງ ສປປ ລາວ, ການຄ້າ ແລະ ການພັດທະນາທຸລະກິດ (RELATED) ຂອງ GIZ.

ທ່ານ Matt Curtis ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ ຂອງອົງການ USAID ປະຈໍາ ສປປ ລາວ ເນັ້ນໜັກເຖິງຄວາມສຳຄັນ ຂອງການເພີ່ມທະວີການຮ່ວມມື ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ. ທ່ານໄດ້ ກ່າວວ່າ, “ການເປີດຕົວເວັບໄຊ ຂອງ ສູນບໍລິການ SME ທີ່ໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນນີ້ສະທ້ອນໃຫ້ເຫັນເຖິງຄໍາໝັ້ນສັນຍາຂອງ ອົງການ USAID ໃນການ ສະ ໜັບສະໜູນການເຕີບໂຕຂອງ SMEs ລາວ. ລະບົບອອນລາຍນີ້ ຍັງມີຄວາມສໍາຄັນໃນການຊ່ວຍໃຫ້ ຜູ້ປະກອບ ກິດຈະການພາກທຸລະກິດເຂົ້າເຖິງແຫຼ່ງຂໍ້ມູນທີ່ພວກເຂົາຕ້ອງການເພື່ອຊ່ວຍ ໃຫ້ພວກເຂົາປະສົບຜົນສໍາເລັດ ໃນຕະ ຫຼາດໂລກທີ່ມີການແຂ່ງຂັນໃນປະຈຸບັນ.”

ການເປີດຕົວເວັບໄຊ SSC ທີ່ໄດ້ຮັບການປັບປຸງນີ້ຖືເປັນບາດກ້າວທີ່ສຳຄັນ ໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ USAID ໃນການສະໜັບສະໜູນການພັດທະນາພາກທຸລະກິດຂອງລາວ. ໂດຍການສະໜອງເຄື່ອງມື ແລະ ຂໍ້ມູນ ທີ່ທຸລະກິດຕ້ອງການໃນລັກສະນະທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ມີປະສິດທິພາບ, ເວັບໄຊ SSC ຈະປະກອບ ສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ແລະ ມີການແຂ່ງຂັນຫຼາຍຂຶ້ນ ໃນປະ ເທດ ແລະ ພາກພື້ນ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວຂອງອົງການ USAID ໄດ້ສຸມໃສ່ການປັບປຸງ ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ສົ່ງເສີມພາກທຸລະກິດ ເພື່ອໃຫ້ພວກເຂົາໄດ້ປະກອບສ່ວນ ເຂົ້າ ໃນການພັດທະນາເສດຖະກິດໃຫ້ມີຄວາມເຕີບໂຕ. ໂຄງການ ຍັງໄດ້ເຮັດວຽກຮ່ວມກັບ ລັດຖະບານ ແລະ ຄູ່ ຮ່ວມງານ ໃນການຈັດຕັ້ງປະຕິບັດການປັບປຸງລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ທີ່ຈະຊ່ວຍເອື້ອອຳນວຍ ໃຫ້ ແກ່ພາກທຸລະກິດ ໃນການດຳເນີນທຸລະກິດ ແລະ ການລົງທຶນ.

The post ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ first appeared on Trade for Development - T4D.

]]>
ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. https://www.t4dlaos.org/lo/2024/10/01/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%ab%e0%ba%b2%e0%ba%a5%e0%ba%b7%e0%bb%81%e0%ba%9c%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%9a/ Tue, 01 Oct 2024 08:37:02 +0000 https://www.t4dlaos.org/?p=5657 ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2024 – ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ), ໂດຍໄດ້ຮັບການສະໜັບສະໜູນຈາກປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ເຜີຍແຜນງານສະເໜີການປະຕີບັດ ວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ (2024-2030) ໃນມື້ນີ້, ເຊິ່ງເປັນສ່ວນໜຶ່ງ ຂອງເອກະສານ ການແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີຜູ້ຕາງໜ້າຈາກພາກລັດ ແລະ Read more…

The post ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2024 – ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ), ໂດຍໄດ້ຮັບການສະໜັບສະໜູນຈາກປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ເຜີຍແຜນງານສະເໜີການປະຕີບັດ ວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ (2024-2030) ໃນມື້ນີ້, ເຊິ່ງເປັນສ່ວນໜຶ່ງ ຂອງເອກະສານ ການແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມກວ່າ 50 ທ່ານ.

ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການກະກຽມຢ່າງຫ້າວຫັນ “ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ແມ່ນຫຼັກຖານສະແດງ ເຖິງຄວາມຄືບຫນ້າຂອງປະເທດ, ແຕ່ກໍປາສະຈາກສິ່ງທ້າທາຍທີ່ມາພ້ອມກັບການຫຼຸດພົ້ນຈາກສະຖານະພາບ ດັ່ງກ່າວບໍ່ໄດ້. ແຜນງານນີ້ ຈະຊ່ວຍຮັບປະກັນວ່າ ພວກເຮົາມີຄວາມພ້ອມເພື່ອປະເຊີນກັບການປ່ຽນແປງຂ້າງຫນ້າ ໂດຍສະເພາະໃນຂະແໜງການຄ້າ ແລະ ການລົງທຶນ.”

“ເອກະສານແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ: ແຜນງານວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ” ກຳນົດບັນດາກິດຈະກຳບຸລິມະສິດ ເພື່ອພັດທະນາເສດຖະກິດ, ຫັນການສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ດຶງດູດການລົງທຶນ ແນ່ໃສ່ການສ້າງ ຄວາມຢືດຢຸ່ນ ແລະ ຮັບປະກັນບາດກ້າວຄວາມຍືນຍົງ ພາຍຫຼັງທີ່ ສປປ ລາວ ຫຼຸດພົ້ນຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ເອກະສານນີ້ ໄດ້ສະເໜີແຜນງານວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ສປປ ລາວ ໂດຍຄັດຈ້ອນ ແລະ ສຸມໃສ່ກິດຈະກຳທີ່ສອດຄ່ອງກັບເປົ້າໝາຍການພັດທະນາຂອງ ສປປ ລາວ, ເພື່ອແນ່ໃສ່ການເພີ່ມ ທະວີການສົ່ງອອກ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ປັບປຸງສາຍພົວພັນດ້ານການຄ້າ. ເປົ້າໝາຍແມ່ນ ເພື່ອສ້າງໃຫ້ມີຄວາມຍືດຍຸ່ນ ແລະ ການຈະເລີນເຕີບໂຕ ໂດຍການຫັນປ່ຽນເສດຖະກິດ ແລະ ສົ່ງເສີມການພັດທະນາແບບຍືນຍົງ.

ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍ ລັດຖະບານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ກັບບາດກ້າວອັນສຳຄັນດັ່ງກ່າວ ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ໂດຍກ່າວວ່າ: “ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແມ່ນຂີດໝາຍອັນສຳຄັນ ທີ່ສະແດງ ໃຫ້ເຫັນເຖິງການພັດທະນາເສດຖະກິດຂອງປະເທດ, ຄວາມກ້າວໜ້າຂອງສັງຄົມ ແລະ ການສ້າງຄວາມເຂັ້ມແຂງ ດ້ານສະຖາບັນ. ເພື່ອຮັບປະກັນການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ, ສປປ ລາວ ຕ້ອງສືບຕໍ່ດຳເນີນການປະຕິຮູບ, ຫັນປ່ຽນເສດຖະກິດໃຫ້ມີຄວາມຫຼາກຫຼາຍຂຶ້ນ ແລະ ສ້າງຄວາມຢືດຢຸ່ນເພື່ອຕ້ານ ກັບການກະທົບຈາກພາຍນອກ.”

ອົງການ USAID ໂດຍຜ່ານໂຄງການສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ໄດ້ໃຫ້ການ ສະໜັບສະໜູນດ້ານວິຊາການໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຮ່າງເອກະສານແນະນໍານີ້.

ອົງການ USAID ໄດ້ຮ່ວມມືຢ່າງໃກ້ຊິດກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ, ການຄ້າ ແລະ ເພີ່ມຄວາມສາ ມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ການຮ່ວມມືນີ້ ໄດ້ນຳໄປສູ່ການສ້າງ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນຕ່າງໆ ລວມທັງການຍົກລະດັບລະບົບ ແລະ ຖານລະບົບຕ່າງໆ, ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານສະຫະລັດອາເມລິກາ ໃນການສະໜັບສະໜູນ ການເຕີບໂຕທາງດ້ານເສດຖະກິດ ແລະ ຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງສຳເລັດ ຂອງ ສປປ ລາວ.

The post ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. first appeared on Trade for Development - T4D.

]]>
USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ https://www.t4dlaos.org/lo/2024/10/01/usaid-%e0%bb%81%e0%ba%a5%e0%ba%b0-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%87%e0%ba%b2%e0%ba%99%e0%bb%83%e0%ba%99%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%aa%e0%ba%b0/ Tue, 01 Oct 2024 02:54:19 +0000 https://www.t4dlaos.org/?p=5634 ສະຫວັນນະເຂດ, ວັນທີ 26 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ (SVK CCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ (SVK DOIC), ສະໜັບສະໜູນຈາກໂຄງການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວຂອງອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ USAID ໄດ້ຈັດກອງປະຊຸມ ປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 26 ກັນຍາ ຢູ່ແຂວງສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ໄດ້ເຊື້ອເຊີນໃຫ້ຜູ້ຕາງໜ້າປະມານ 50 ທ່ານຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແກ້ໄຂ ຄວາມທ້າທາຍ ທີ່ເປັນອຸປະສັກຕໍ່ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນແຂວງ. ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ Read more…

The post USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ first appeared on Trade for Development - T4D.

]]>
ສະຫວັນນະເຂດ, ວັນທີ 26 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ (SVK CCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ (SVK DOIC), ສະໜັບສະໜູນຈາກໂຄງການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວຂອງອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ USAID ໄດ້ຈັດກອງປະຊຸມ ປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 26 ກັນຍາ ຢູ່ແຂວງສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ໄດ້ເຊື້ອເຊີນໃຫ້ຜູ້ຕາງໜ້າປະມານ 50 ທ່ານຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແກ້ໄຂ ຄວາມທ້າທາຍ ທີ່ເປັນອຸປະສັກຕໍ່ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນແຂວງ.

ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ, ແລະ ທ່ານ ສີໂທ ທໍລະທາ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ເຊິ່ງເປັນສ່ວນໜຶ່ງຂອງຄວາມສຳເລັດຂອງກອງປະຊຸມພາກທຸລະກິດ (PSWG) ທີ່ໄດ້ຈັດຂຶ້ນໃນເດືອນພຶດສະພາ ປີ 2024. ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອສົ່ງເສີມ ການສົນທະນາແບບເປີດກວ້າງ ແລະ ການຮ່ວມມືແກ້ໄຂບັນຫາລະຫວ່າງຜູ້ນຳພາກລັດ ແລະ ເອກະຊົນ.

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ຄວາມສຳຄັນຕໍ່ກັບ ການສົນທະນາ ແລະ ການສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບບັນດາຄຳແນະນຳທີ່ເປັນຮູບປະທຳ ເພື່ອແກ້ໄຂຫຼາຍບັນຫາສຳຄັນ ທີ່ມີຜົນກະທົບຕໍ່ຂະແໜງການຕ່າງໆ ໃນແຂວງສະຫວັນນະເຂດ. ຫົວຂໍ້ສຳຄັນໃນການປຶກສາຫາລືປະກອບມີ ການປັບປຸງລະບົບສາຍສົ່ງໄຟຟ້າທີ່ຍັງບໍ່ພຽງພໍໃນປະຈຸບັນ, ການແກ້ໄຂບັນຫາການຂາດແຄນແຮງງານທີ່ມີທັກສະ, ການປັບປຸງຜົນຜະລິດໃນຂະແໜງການປູກເຂົ້າ ແລະ ມັນຕົ້ນ, ແລະ ການປັບປຸງຂັ້ນຕອນການເກັບພາສີ ໃຫ້ມີຄວາມງ່າຍດາຍຂຶ້ນ.

“ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດນີ້ ເປັນເວທີທີ່ສຳຄັນສຳລັບພວກເຮົາ ໃນການສະແດງ ຄຳຄິດຄຳເຫັນ ຂອງພາກເອກະຊົນ ແລະ ເຮັດວຽກຮ່ວມກັບລັດຖະບານ ເພື່ອຊອກຫາວິທີແກ້ໄຂທີ່ເປັນປະໂຫຍດເຊິ່ງ ຈະຊຸກຍູ້ການເຕີບໂຕທາງເສດຖະກິດ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ ໃນແຂວງສະຫວັນ ນະເຂດ,” ກ່າວໂດຍ ທ່ານ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ.

ຫົວຫນ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງ USAID ກ່າວຕື່ມວ່າ “ພວກເຮົາເຊື່ອວ່າ ການນໍາເອົາຜູ້ທີ່ມີສ່ວນຮ່ວມສໍາຄັນມາຮ່ວມປຶກສາຫາລືນຳກັນ ແລະ ສົ່ງເສີມການສົນທະນາ ແບບເປີດກວ້າງນັ້ນ, ພວກເຮົາຈະສາມາດ ປັບປຸງນະໂຍບາຍຢ່າງມີປະສິດທິຜົນ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນ ໃຫ້ແກ່ພາກທຸລະກິດ ໃນແຂວງສະຫວັນນະເຂດ.”
ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຍັງຈະມີກອງປະຊຸມກະກຽມ ກັບປະທານຮ່ວມ ແລະ ບັນດາຜູ້ຕາງໜ້ານຳສະເໜີບັນຫາຕ່າງໆ ເພື່ອເຮັດໃຫ້ເກີດການແກ້ໄຂບັນຫາໄດ້ຕາມຄວາມຄາດຫວັງ ແລະ ຮັບປະກັນ ການປຶກສາຫາລືທີ່ມີປະສິດທິຜົນ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງ USAID ມີຈຸດປະສົງເພື່ອປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ໂດຍການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ແລະ ລັດຖະບານ ໃນການຮ່ວມມືກັນ ເພື່ອກໍານົດ ແລະ ແກ້ໄຂບັນດາຂໍ້ຈໍາກັດທີ່ທ່ວງດຶງການເຕີບໂຕຂອງທຸລະກິດ.

The post USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ first appeared on Trade for Development - T4D.

]]>
USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ https://www.t4dlaos.org/lo/2024/10/01/usaid-%e0%ba%9b%e0%ba%b1%e0%ba%87%e0%ba%9b%e0%ba%b8%e0%ba%87%e0%ba%82%e0%ba%b0%e0%bb%81%e0%bb%9c%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%97%e0%bb%88%e0%ba%ad%e0%ba%87%e0%ba%97%e0%bb%88%e0%ba%bd/ Tue, 01 Oct 2024 02:28:04 +0000 https://www.t4dlaos.org/?p=5626 ຈຳປາສັກ, ວັນທີ 19 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ (CCCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ສະໜັບສະໜູນໂດຍໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມ ປຶກສາຫາລື ດ້ານວິຊາການ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 19 ແລະ 20 ກັນຍາ 2024. ກອງປະຊຸມດັ່ງກ່າວ, ເຊິ່ງມີຜູ້ຕາງໜ້າຈາກທັງພາກທຸລະກິດ ແລະ ພາກລັດເຂົ້າຮ່ວມ ສົນທະນາແກ້ໄຂຄວາມທ້າທາຍ ທີ່ບັນດາສະມາຄົມທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ກະສິກຳໄດ້ສະເໜີໄວ້, ນີ້ຖືເປັນການຮ່ວມມືກັນຂອງພາກລັດ ແລະ ພາກທຸລະກິດ ໃນການແກ້ໄຂບັນຫາຮ່ວມກັນເຊິ່ງຈະສ້າງປະໂຫຍດໃຫ້ແກ່ທັງ ພາກທຸລະກິດ ແລະ ຊຸມຊົນ ລະດັບທ້ອງຖິ່ນອີກດ້ວຍ. ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສະໜັບສະໜູນກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ຂອງແຂວຈຳປາສັກ (LPPD), Read more…

The post USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ first appeared on Trade for Development - T4D.

]]>
ຈຳປາສັກ, ວັນທີ 19 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ (CCCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ສະໜັບສະໜູນໂດຍໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມ ປຶກສາຫາລື ດ້ານວິຊາການ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 19 ແລະ 20 ກັນຍາ 2024. ກອງປະຊຸມດັ່ງກ່າວ, ເຊິ່ງມີຜູ້ຕາງໜ້າຈາກທັງພາກທຸລະກິດ ແລະ ພາກລັດເຂົ້າຮ່ວມ ສົນທະນາແກ້ໄຂຄວາມທ້າທາຍ ທີ່ບັນດາສະມາຄົມທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ກະສິກຳໄດ້ສະເໜີໄວ້, ນີ້ຖືເປັນການຮ່ວມມືກັນຂອງພາກລັດ ແລະ ພາກທຸລະກິດ ໃນການແກ້ໄຂບັນຫາຮ່ວມກັນເຊິ່ງຈະສ້າງປະໂຫຍດໃຫ້ແກ່ທັງ ພາກທຸລະກິດ ແລະ ຊຸມຊົນ ລະດັບທ້ອງຖິ່ນອີກດ້ວຍ.

ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສະໜັບສະໜູນກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ຂອງແຂວຈຳປາສັກ (LPPD), ອົງການ USAID ສົ່ງເສີມການສື່ສານແບບເປີດກວ້າງ ລະຫວ່າງຄູ່ຮ່ວມງານຈາກ ພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂບັນຫາສຳຄັນທີ່ເປັນອຸປະສັກ ຕໍ່ການເຕີບໂຕຂອງຂະແໜງການທ່ອງທ່ຽວ. ບັນຫາເຫຼົ່ານີ້ລວມມີ ການຂາດມາດຕະການທີ່ຊັດເຈນເພື່ອສົ່ງເສີມການທ່ອງທ່ຽວໃນລະດັບທ້ອງຖິ່ນ ແລະ ການຂາດແຄນ ແຮງງານທີ່ມີທັກສະ. ກອງປະຊຸມດັ່ງກ່າວຍັງໄດ້ອຳນວຍຄວາມສະດວກໃນການເລືອກຕັ້ງຜູ້ນຳຄົນໃໝ່ໃຫ້ແກ່ສະມາຄົມ ໂຮງແຮມ ແລະ ຮ້ານອາຫານຂອງແຂວງຈຳປາສັກ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາສະມາຄົມ ແລະ ຮັບປະກັນໃຫ້ມີຕົວແທນຈາກພາກທຸລະກິດໃນກົນໄກ LPPD ໃນອະນາຄົດ.

“ກອງປະຊຸມນີ້ຊ່ວຍໃຫ້ພວກເຮົາສາມາດລະບຸອຸປະສັກສະເພາະເຊັ່ນ: ກົດລະບຽບທີ່ເກົ່າແກ່ ແລະ ຂໍ້ຈຳກັດດ້ານພື້ນຖານ ໂຄງລ່າງທີ່ເປັນອຸປະສັກຕໍ່ຂະແໜງການທ່ອງທ່ຽວ ແລະ ກະສິກຳຂອງພວກເຮົາ,” ກ່າວໂດຍ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ. ທ່ານ ຍັງກ່າວຕື່ມອີກວ່າ “ພວກເຮົາມີຄວາມໝັ້ນໃຈວ່າ ການຮ່ວມມືກັບລັດຖະບານ ຈະຊ່ວຍພວກເຮົາໃນການຈັດຕັ້ງປະຕິບັດວິທີແກ້ໄຂບັນຫາຕ່າງໆ ເຊິ່ງຈະສາມາດດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ ແລະ ສ້າງໂອກາດທາງເສດຖະກິດທີ່ຍືນຍົງໃຫ້ແກ່ຊຸມຊົນຂອງພວກເຮົາ.”

ນອກຈາກການທ່ອງທ່ຽວແລ້ວ, ກອງປະຊຸມຍັງໄດ້ສຸມໃສ່ສິ່ງທ້າທາຍທີ່ສໍາຄັນພາຍໃນຂະແໜງການກະສິກຳ, ໂດຍສະເພາະໃນທຸລະກິດກາເຟ ແລະ ມັນຕົ້ນ ເຊັ່ນ: ຜົນຜະລິດຈາກສວນຍັງຢູ່ລະດຳຕໍ່າ, ຂາດມາດຕະຖານຂັ້ນຕໍ່າ ສໍາລັບກາເຟສົ່ງອອກ, ຂາດມາດຕະການເໝາະສົມທີ່ຮັບປະກັນສິດນຳໃຊ້ທີ່ດິນ, ການເກັບອາກອນຈາກຜູ້ສົ່ງອອກກາເຟ ທີ່ບໍ່ມີຄວາມເປັນເອກະພາບ, ແລະ ການສະໝັກເປັນສະມາຊິກອົງການກາເຟສາກົນ ເຊິ່ງໄດ້ຖືກປຶກສາຫາລືຢ່າງລະອຽດ.
“ພາກທຸລະກິດທີ່ມີຄວາມເປັນເອກະພາບ ແລະ ມີຄວາມເຂັ້ມແຂງແມ່ນມີຄວາມສຳຄັນຕໍ່ຄວາມສຳເລັດຂອງປີທ່ອງທ່ຽວລາວ 2024, ການເຕີບໂຕໃນໄລຍະຍາວຂອງອຸດສາຫະກຳການທ່ອງທ່ຽວ, ແລະ ການພັດທະນາແບບຍືນຍົງຂອງຂະແໜງການ ກະສິກຳຂອງພວກເຮົາ,” ກ່າວໂດຍ ຫົວໜ້າໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ. “ພວກເຮົາເຊື່ອວ່າກອງປະຊຸມໃນຄັ້ງນີ້ ແລະ ການເລືອກຕັ້ງຫົວໜ້າສະມາຄົມ ຄົນໃໝ່ຈະເບີກທາງໃຫ້ແກ່ການ ຮ່ວມມືທີ່ເພີ່ມຂຶ້ນ, ການສ້າງພື້ນຖານໂຄງລ່າງທີ່ດີຂຶ້ນ, ນະໂຍບາຍທີ່ໄດ້ຮັບການປັບປຸງ, ແລະ ໃນທີ່ສຸດກໍສົ່ງຜົນເຮັດໃຫ້ ຂະແໜງ ການທ່ອງທ່ຽວ ແລະ ກະສິກຳເຕີບໂຕ ແລະ ມີຄວາມຍືນຍົງຫຼາຍຂຶ້ນໃນແຂວງຈຳປາສັກ.”

ໂຄງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ຍັງຄົງມຸ່ງໝັ້ນທີ່ຈະສະໜັບ ສະໜູນ ລັດຖະບານລາວໃນການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ທຸລະກິດມີການເຕີບໂຕ. ການສົ່ງເສີມການ ປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານ ໃນລະດັບທ້ອງຖິ່ນ ຈະຊ່ວຍສ້າງການເຕີບໂຕໃຫ້ ຂະແໜງການທ່ອງທ່ຽວ ແລະ ກະສິກຳ ກໍ່ຄືການເຕີບໂຕທາງດ້ານເສດຖະກິດໃນແຂວງ ຈຳປາສັກ.

The post USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ first appeared on Trade for Development - T4D.

]]>
ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ https://www.t4dlaos.org/lo/2024/08/21/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%80%e0%ba%9c%e0%ba%b5%e0%ba%8d%e0%bb%81%e0%ba%9e%e0%bb%88-%e0%ba%81%e0%ba%b2%e0%bb%9d%e0%ba%b2%e0%ba%8d%e0%ba%ab%e0%ba%b1/ Wed, 21 Aug 2024 08:04:12 +0000 https://www.t4dlaos.org/?p=5582 ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໄດ້ຈັດຝຶກອົບຮົມກ່ຽວກັບກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ຢູ່ແຂວງສະຫວັນນະເຂດ ໃນວັນທີ 14 ແລະ ຈຳປາສັກ ໃນວັນທີ 16 ສິງຫາ 2024. ກອງປະຊຸມຝືກອົບຮົມຢູ່ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ທ່ານ ສີໂທ ໂທລະທາ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ຈາກກຸ່ມຜະລິດ, ທຸລະກິດຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ . ພ້ອມດຽວກັນນັ້ນ, ກໍ່ໄດ້ສືບຕໍ່ຈັດກອງປະຊຸມຝືກອົບຮົມດັ່ງກ່າວທີ່ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ Read more…

The post ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໄດ້ຈັດຝຶກອົບຮົມກ່ຽວກັບກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ຢູ່ແຂວງສະຫວັນນະເຂດ ໃນວັນທີ 14 ແລະ ຈຳປາສັກ ໃນວັນທີ 16 ສິງຫາ 2024.

ກອງປະຊຸມຝືກອົບຮົມຢູ່ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ທ່ານ ສີໂທ ໂທລະທາ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ຈາກກຸ່ມຜະລິດ, ທຸລະກິດຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ .

ພ້ອມດຽວກັນນັ້ນ, ກໍ່ໄດ້ສືບຕໍ່ຈັດກອງປະຊຸມຝືກອົບຮົມດັ່ງກ່າວທີ່ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ ແລະ ປອ. ເພັດສາຄອນ ຄໍສີສະຫວັດ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ.

ກອງປະຊຸມໃນຄັ້ງນີ້ແມ່ນສືບຕໍ່ຈາກການເປີດການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດໃນເດືອນ ມີນາ 2024 ທີ່ຜ່ານມາ. ການຝຶກອົບຮົມຄັ້ງນີ້ແນໃສ່ເຜີຍແພ່ຂໍ້ມູນກ່ຽວກັບ ຄວາມໝາຍຄວາມສຳຄັນ ຂອງກາໝາຍຫັດຖະກຳແຫ່ງຊາດ, ຂັ້ນຕອນການຂໍອະນຸຍາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ແລະ ການນໍາໃຊ້ກາໝາຍໃນການສື່ສານໂຄສະນາ ລວມທັງການເຂົ້າເຖິງຕະຫຼາດສາກົນເຊິ່ງ ຄວາມຮູ້ເຫຼົ່ານີ້ຈະຊ່ວຍສ້າງຄວາມສາມາດໃຫ້ພາກທຸລະກິດໃນຂະແໜງຫັດຖະກໍາ ສາມາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດເປັນເຄື່ອງມືທາງດ້ານການຕະຫຼາດ ໄດ້ຢ່າງມີປະສິດທິພາບ. ພ້ອມທັງ, ຍົກສູງຄວາມເຂົ້າໃຈຂອງວິຊາການຂັ້ນທ້ອງຖິ່ນ ກ່ຽວກັບຂັ້ນຕອນການຂໍອະນຸຍາດນຳໃຊ້ກາໝາຍຫັດຖະກຳແຫ່ງຊາດ.
ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຝຶກອົບຮົມນີ້ໂດຍກ່າວວ່າ: “ການຝຶກອົບຮົມຄັ້ງນີ້ເປັນເຄື່ອງມືຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງ ຫັດຖະກຳຮັບຮູ້ ແລະ ເຂົ້າໃຈວ່າ ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ສາມາດເພີ່ມມູນຄ່າໃຫ້ແກ່ສິນຄ້າຫັດຖະກຳຂອງລາວ ເພື່ອສົ່ງເສີມການສົ່ງອອກສິນຄ້າຫັດຖະກຳລາວ ສູ່ຕະຫຼາດສາກົນ.”
ທ່ານ ປອ. ເພັດສາຄອນ ຄໍສີສະຫວັດ ກ່າວວ່າ: “ກາໝາຍຫັດຖະກຳແຫ່ງຊາດ ບໍ່ໄດ້ເປັນພຽງສັນຍາລັກໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໂຕຊ່ວຍຂັບເຄື່ອນການເຕີບໂຕດ້ານເສດຖະກິດອີກດ້ວຍ. ຍົກສູງຄຸນຄ່າສີມືຫັດຖະກຳ ແລະ ຄວາມເປັນເອກະລັກຂອງລາວ ສູ່ເວທີສາກົນນັ້ນ ຈະຊ່ວຍສ້າງໂອກາດໃນການສົ່ງອອກທີ່ເພີ່ມຂຶ້ນ, ສ້າງລາຍໄດ້ທີ່ຍືນຍົງ ແລະ ພັດທະນາຂະແໜງຫັດຖະກຳໃຫ້ມີຄວາມເຂັ້ມແຂງ.”
ກາໝາຍຫັດຖະກຳແຫ່ງຊາດ ຄາດວ່າຈະມີບົດບາດສໍາຄັນໃນການນຳສະເໜີມໍລະດົກວັດທະນະທໍາອັນໂດດເດັ່ນຂອງລາວຜ່ານເຄື່ອງຫັດຖະກໍາຂອງລາວ. ການສົ່ງເສີມສິນຄ້າຫັດຖະກໍາເຫຼົ່ານີ້ໃຫ້ທົ່ວໂລກໄດ້ຮັບຮູ້ ໂດຍການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດຈະສ້າງຄວາມຮັບຮູ້ກ່ຽວກັບວັດທະນະທໍາ ແລະ ສົ່ງເສີມການທ່ອງທ່ຽວ ຂອງ ສປປ ລາວ ເຊິ່ງຈະ ສົ່ງຜົນໄດ້ຮັບທາງບວກໃຫ້ແກ່ເສດຖະກິດໃນທ້ອງຖິ່ນອີີກດ້ວຍ.

ອົງການພັດທະນາສາກົນສະຫະລັດອາເມລິກາ, ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ອຳນວຍຕໍ່ທຸລະກິດລາວ (USAID LBE), ແມ່ນໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

The post ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ first appeared on Trade for Development - T4D.

]]>
ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ https://www.t4dlaos.org/lo/2024/08/12/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7%e0%bb%84%e0%ba%94%e0%bb%89-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%99%e0%ba%b3%e0%bb%83%e0%ba%8a%e0%bb%89-%e0%ba%a5%e0%ba%b0%e0%ba%9a/ Mon, 12 Aug 2024 08:38:54 +0000 https://www.t4dlaos.org/?p=5563 ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ 2024 – ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງອົງການພັດທະນາສາກົນ ປະເທດສະຫະລັດອາ ເມລິກາ (USAID) ໄດ້ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ທີ່ໄດ້ຮັບການປັບປຸງໃໝ່. ເວັບໄຊ ທີ່ຊົມໃຊ້ງ່າຍນີ້ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນການປົກປ້ອງນະວັດຕະກຳ ແລະ ແນວຄິດສ້າງສັນ ຂອງພວກເຂົາ ພ້ອມຍັງສົ່ງເສີມເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ຄວາມສາມາດໃນ ການແຂ່ງຂັນ. ງານເປີດໂຕ ໃນມື້ນີ້ ຖືກຈັດຂຶ້ນພາຍໃຕ້ ການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ Elizabeth Chambers ຮັກສາການຫົວໜ້າອົງການ USAID ປະຈຳ Read more…

The post ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ 2024 – ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງອົງການພັດທະນາສາກົນ ປະເທດສະຫະລັດອາ ເມລິກາ (USAID) ໄດ້ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ທີ່ໄດ້ຮັບການປັບປຸງໃໝ່. ເວັບໄຊ ທີ່ຊົມໃຊ້ງ່າຍນີ້ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນການປົກປ້ອງນະວັດຕະກຳ ແລະ ແນວຄິດສ້າງສັນ ຂອງພວກເຂົາ ພ້ອມຍັງສົ່ງເສີມເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ຄວາມສາມາດໃນ ການແຂ່ງຂັນ. ງານເປີດໂຕ ໃນມື້ນີ້ ຖືກຈັດຂຶ້ນພາຍໃຕ້ ການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ Elizabeth Chambers ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກກະຊວງ ຕ່າງໆ ແລະ ພາກທຸລະກິດ ຫຼາຍກວ່າ 80 ທ່ານ.

ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ຫຼື IP Portal dip.gov.la ໄດ້ຮັບການປັບປຸງໃໝ່ ແລະ ຖືກພັດທະນາ ໂດຍການ ສະໜັບສະໜູນ ຈາກອົງການ USAID ເຮັດໜ້າທີ່ເປັນບ່ອນສະໜອງແຫຼ່ງຂໍ້ມູນແບບຄົບວົງຈອນ, ມີຄຳແນະນຳ ທີ່ຊັດເຈນ ແລະ ເຂົ້າໃຈງ່າຍ ກ່ຽວກັບຊັບສິນທາງປັນຍາ ໂດຍລວມ. ຂັ້ນຕອນການສະມັກທີ່ງ່າຍດາຍຂຶ້ນ ຈະຊ່ວຍໃຫ້ຜູ້ປະກອບການ ສາມາດປົກປ້ອງການປະດິດຄິດແຕ່ງຂອງພວກເຂົາໄດ້, ໃນຂະນະທີ່ ການອະທິບາຍທີ່ເຂົ້າໃຈງ່າຍ ໃນເວັບໄຊ ກ່ຽວກັບ ສິດຕ່າງໆທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ ຈະຊ່ວຍຊຸກຍູ້ໃຫ້ເກີດວັດທະນະທຳດ້ານນະວັດຕະກຳ ແລະ ການຄົ້ນຄວ້າ ແລະ ການລົງທຶນດ້ານການພັດທະນາຫຼາຍຂຶ້ນ. ສິ່ງນີ້ ຍັງຈະຊ່ວຍກະຕຸ້ນໃຫ້ເກີດການສ້າງສັນສິນຄ້າ ແລະ ການບໍລິການໃໝ່ໆ ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ທຸລະກິດຂອງລາວ ເພື່ອສາມາດແຂ່ງຂັນໃນຕະຫຼາດສາກົນໄດ້.

ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ “ງານເປີດໂຕ IP Portal ໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນ ສຳລັບວຽກງານຊັບສິນທາງປັນຍາ ຂອງ ສປປ ລາວ ເພື່ອສົ່ງເສີມສະພາບແວດລ້ອມ ທີ່ສະໜັບສະໜູນນະວັດຕະກຳ, ຄວາມຄິດສ້າງສັນ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ. ແຫຼ່ງຂໍ້ມູນນີ້ ຈະຊ່ວຍສະໜອງເຄື່ອງມືທາງກົດໝາຍ ໃຫ້ແກ່ພາກທຸລະກິດ ໃນການປົກປ້ອງຊັບສິນທາງປັນຍາຂອງພວກເຂົາ. ພວກເຮົາມີຄວາມໝັ້ນໃຈວ່າ ແຫຼ່ງຂໍ້ມູນນີ້ ຍັງຊ່ວຍຂັບເຄື່ອນໃຫ້ເກີດວັດທະນະທຳຂອງການປະດິດຄິດສ້າງ ແລະ ຂັບເຄື່ອນພາກທຸລະກິດສູ່ຕະຫຼາດໂລດອີກດ້ວຍ.”

ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ໃນການນຳພາສ້າງຄວາມເຂັ້ມແຂງຕໍ່ ກອບວຽກ ແລະ ເຄື່ອງມືດ້ານຊັບສິນທາງປັນຍາ. ທ່ານໄດ້ກ່າວວ່າ: “ການຄຸ້ມຄອງ ແລະ ປົກປ້ອງ ຊັບສິນທາງປັນຍາ ຊ່ວຍໃຫ້ທຸລະ ກິດຂອງລາວ ໄດ້ປົກປ້ອງສິນຄ້າ, ຮວມທັງຂະບວນການ ແລະ ຍີ່ຫໍ້ ທີ່ມີຄວາມເອກະລັກ ຂອງພວກເຂົາ ເຊິ່ງມີຄວາມສຳຄັນ ໃນການ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ນາງຍັງກ່າວຕື່ມວ່າ: ອົງການ USAID ມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືນຳກະຊວງອຸດສາຫະກຳ ແລະ ການຄ້າ ໃນການປັບປຸງ ສະພາບແວດລ້ອມ ໃນການດຳເນີນທຸລະກິດ, ສົ່ງເສີມນະວັດຕະກຳ ແລະ ປັບປຸງການລົງທຶນ ໃນ ສປປ ລາວ ເຊິ່ງປະກອບສ່ວນໃນການສ້າງ ວຽກເຮັດງານທຳ ແລະ ພັດທະນາເສດຖະກິດ ຂອງ ສປປ ລາວ.”

ວຽກງານຊັບສິນທາງປັນຍາທີ່ເຂັ້ມແຂງ ບໍ່ພຽງແຕ່ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແຕ່ຍັງດຶງດູດການ ລົງທຶນຈາກຕ່າງປະເທດ ເຊິ່ງຈະນຳໄປສູ່ ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຍີ ແລະ ຄວາມຈະເລີນດ້ານເສດຖະກິດ. IP Portal ນີ້ ຍັງມີບົດບາດສຳຄັນ ໃນການຮັກສາສິດທາງຊັບສິນທາງປັນຍາ, ຊຸກຍູ້ນະວັດຕະກຳ, ດຶງດູດການລົງລົງທຶນ ແລະ ພັດທະນາເສດຖະກິດ.

ໃນໄລຍະທີ່ຜ່ານມາ, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ພາກທຸລະກິດ. ອົງການ USAID ໄດ້ສະໜອງການຊ່ວຍເຫຼືອ ຢ່າງຕໍ່ເນື່ອງ ໃຫ້ແກ່ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບ ເຄື່ອງໝາຍການຄ້າ, ແບບອຸດສາຫະກຳ, ສິດທິບັດ, ລິຂະສິດ ແລະ ປະເພດຊັບສິນທາງປັນຍາອື່ນໆ ພ້ອມກັບ ຂໍ້ຕົກລົງຂອງລັດຖະມົນຕີ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານກ່ຽວກັບການຈົດທະບຽນ ຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່ ແລະ ປັບປຸງເວັບໄຊກ່ຽວກັບສິດທາງຊັບສິນທາງປັນຍາ ໃຫ້ມີຄວາມທັນສະໃໝຂຶ້ນ.

The post ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ first appeared on Trade for Development - T4D.

]]>
ສປປ ລາວໄດ້ເປີດໂຕນຳໃຊ້ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກເພື່ອສົ່ງເສີມການຄ້າ ໂດຍການຊ່ວຍເຫຼືອຈາກອົງການ USAID https://www.t4dlaos.org/lo/2024/08/01/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7%e0%bb%84%e0%ba%94%e0%bb%89%e0%bb%80%e0%ba%9b%e0%ba%b5%e0%ba%94%e0%bb%82%e0%ba%95%e0%ba%99%e0%ba%b3%e0%bb%83%e0%ba%8a%e0%bb%89-%e0%ba%a5%e0%ba%b0/ Thu, 01 Aug 2024 02:51:10 +0000 https://www.t4dlaos.org/?p=5537 ນະຄອນຫຼວງວຽງຈັນ, 31 ກໍລະກົດ 2024 – ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ ສຳລັບພາກທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID), ໄດ້ເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ປັບປຸງໃໝ່. ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ Heather Variava ເອກອັກຄະລັດທະທູດປະເທດສະຫະລັດອາເມລິກາປະຈໍາ ສປປ ລາວ. ພ້ອມດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກພາກລັດ ແລະ ບໍລິສັດເອກະຊົນ ກໍໄດ້ເຂົ້າຮ່ວມໃນງານແບບເຊິ່ງໜ້າ ແລະ ທາງອອນລາຍ. ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ຮັບການປັບປຸງໃໝ່ນີ້ ເປັນວິທີ ທີ່ສະດວກຂຶ້ນສຳລັບພາກທຸລະກິດ ໃນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Read more…

The post ສປປ ລາວໄດ້ເປີດໂຕນຳໃຊ້ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກເພື່ອສົ່ງເສີມການຄ້າ ໂດຍການຊ່ວຍເຫຼືອຈາກອົງການ USAID first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 31 ກໍລະກົດ 2024 – ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ ສຳລັບພາກທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID), ໄດ້ເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ປັບປຸງໃໝ່.

ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ Heather Variava ເອກອັກຄະລັດທະທູດປະເທດສະຫະລັດອາເມລິກາປະຈໍາ ສປປ ລາວ. ພ້ອມດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກພາກລັດ ແລະ ບໍລິສັດເອກະຊົນ ກໍໄດ້ເຂົ້າຮ່ວມໃນງານແບບເຊິ່ງໜ້າ ແລະ ທາງອອນລາຍ.

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ຮັບການປັບປຸງໃໝ່ນີ້ ເປັນວິທີ ທີ່ສະດວກຂຶ້ນສຳລັບພາກທຸລະກິດ ໃນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ຈະຊ່ວຍໃຫ້ໄດ້ຮັບສິດທິພິເສດທາງດ້ານການຄ້າ ໂດຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ອີງຕາມ ກົດລະບຽບ ຂອງ ສປປ ລາວ ແລະ ສາກົນ. ທ່ານສາມາດເຂົ້າສູ່ລະບົບໄດ້ທີ່ https://www.ecolao.gov.la

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ຄຸ້ມຄອງໂດຍກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນການສະໜອງບໍລິການ ໃຫ້ແກ່ບັນດາທຸລະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຍື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢ່າງເປັນທາງການໄດ້ທາງອອນລາຍ. ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີບົດບາດສຳຄັນ ສຳລັບການຄ້າລະຫວ່າງປະເທດ ເພາະວ່າ ສາມາດສະແດງຫຼັກຖານແຫຼ່ງກຳເນີດຂອງສິນຄ້າ ເຮັດໃຫ້ສິນຄ້າ ມີສິດທິ ໄດ້ຮັບການປະຕິບັດແບບພິເສດ ໃນການສົ່ງອອກສິນຄ້າຂ້າມແດນລະຫວ່າງປະເທດ.

ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງການສະໜັບສະໜູນ ຂອງ ອົງການ USAID ໃນການຮ່ວມພັດທະນາຍຸດທະສາດແຫ່ງຊາດ ເພື່ອປັບປຸງ ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ. ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ “ການເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ຖືເປັນບາດກ້າວສຳຄັນໃຫ້ແກ່ພາກທຸລະກິດຂອງລາວ. ການປັບປຸງຂັ້ນຕອນໃຫ້ມີຄວາມງ່າຍດາຍຂຶ້ນ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ເຂົ້າເຖິງຕະຫຼາດໃໝ່ໆ ແລະ ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງຂະແໜງການສົ່ງອອກຂອງພວກເຮົາ.”

ທ່ານນາງ Variava ເອກອັກຄະລັດທະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ສຳລັບຄວາມເປັນຜູ້ນຳ ໃນການສ້າງຄວາມສາມາດໃຫ້ແກ່ການແຂ່ງຂັນຂອງພາກທຸລະກິດ ຜ່ານການປັບປຸງ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO). “ລະບົບອອກໃບຍັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນຜົນຂອງຮ່ວມມືກັນ ຂອງປະເທດ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດຫຼາຍຂຶ້ນ,” ກ່າວໂດຍ ທ່ານ ເອກອັກຄະລັດທະທູດ Variava. ທ່ານຍັງໄດ້ກ່າວຕື່ມອີກວ່າ “ງານໃນມື້ນີ້ ແມ່ນການສະເຫຼີມສະຫຼອງຜົນສຳເລັດຂອງ ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ທັງເປັນການ ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ນຳໃຊ້ລະບົບດັ່ງກ່າວນີ້ ເພື່ອເພີ້ມການເຊື່ອມໂຍງກັບຕະຫຼາດໃນພາກພື້ນ ແລະ ສາກົນ.”

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ທີ່ໄດ້ຮັບການປັບປຸງໃໝ່ນີ້ ມີປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ບັນດາທຸລະກິດຂອງລາວ ເຊິ່ງສາມາດຊ່ວຍໃຫ້ພາກທຸລະກິດ ສົ່ງອອກສິນຄ້າທີ່ເປັນໄປຕາມເງື່ອນໄຂນັ້ນ ສາມາດຈ່າຍພາສີໃນອັດຕາ ທີ່ໜ້ອຍລົງ ຫຼື ປອດພາສີ, ລະບົບນີ້ ຍັງຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດໂລກ. ພ້ອມກັນນັ້ນ, ລະບົບດັ່ງກ່າວນີ້ ຍັງຊ່ວຍປັບປຸງຂັ້ນຕອນການຈ່າຍອາກອນໃຫ້ກະທັດຮັດຂຶ້ນ, ຫຼຸດຜ່ອນຄວາມຊັກຊ້າ ແລະ ຄ່າໃຊ້ຈ່າຍ ໃນການປະກອບເອກະສານຕ່າງໆ ເຊິ່ງຈະຊ່ວຍອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າໃຫ້ໄວຂຶ້ນ ແລະ ສົ່ງເສີມໃຫ້ການຄ້າມີຄວາມສະດວກຂຶ້ນ. ໃນທີ່ສຸດ, ລະບົບດັ່ງກ່າວ ຈະຊ່ວຍເປີດໂອກາດໃໝ່ໆ ໃຫ້ແກ່ພາກທຸລະກິດ ສົ່ງຜົນໃຫ້ ມີການລົງທຶນເພີ່ມຂຶ້ນ, ສ້າງວຽກເຮັດງານທຳ ແລະ ມີຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດຂອງ ສປປ ລາວໂດຍລວມ.

ໃນຊຸມປີທີ່ຜ່ານມານີ້, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ. ການຮ່ວມມືນີ້ ໄດ້ນຳໄປສູ່ ການພັດທະນາ ແລະ ແກ້ໄຂຂໍ້ຫຍຸ້ງຍາກດ້ານກົດລະບຽບ ແລະ ຂັ້ນຕອນ ຮວມທັງການປັບປຸງລະບົບອອນລາຍ ແລະ ເວັບໄຊຕ່າງໆ.

The post ສປປ ລາວໄດ້ເປີດໂຕນຳໃຊ້ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກເພື່ອສົ່ງເສີມການຄ້າ ໂດຍການຊ່ວຍເຫຼືອຈາກອົງການ USAID first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 8 https://www.t4dlaos.org/lo/2024/06/06/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84-6/ Thu, 06 Jun 2024 08:25:12 +0000 https://www.t4dlaos.org/?p=5447 ນະຄອນຫຼວງວຽງຈັນ, ວັນທີ 6 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 8 ຂຶ້ນ ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ. Read more…

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 8 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 6 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 8 ຂຶ້ນ ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະຕົ້ນປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບທ້າຍປີ 2024.

ນັບແຕ່ເລີ່ມຕົ້ນ, ໂຄງການ LBE ໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ. ໃນນັ້ນ, ໂຄງການ ໄດ້ເປີດໂຕກາໝາຍຫັດຖະກຳແຫ່ງຊາດລາວ ລວມທັງ ຄຳແນະນຳ ຊຶ່ງກາໝາຍ ແລະ ຄຳແນະນຳດັ່ງກ່າວ ຈະກາຍເປັນບ່ອນອີງພື້ນຖານໃນການສົ່ງເສີມຫັດຖະກຳລາວ. ນອກນັ້ນ, ໂຄງການ ໄດ້ສຳເລັດການປັບປຸງເວັບໄຊຂອງສູນບໍລິການວິສະຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ເພື່ອໃຫ້ກາຍເປັນສູນຂໍ້ມູນທີ່ສຳຄັນ ສຳລັບ SME ເປັນຕົ້ນແມ່ນ ຂໍ້ມູນໃນການດຳເນີນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ. ໂຄງການ ຍັງໄດ້ສຳເລັດການຈັດກອງປະຊຸມທຸລະກິດປະຈຳປີ ຄັ້ງທີ 2 ຂອງແຂວງຈຳປາສັກ ຊຶ່ງໄດ້ສະແດງເຖິງຜົນສຳເລັດອັນສຳຄັນຂອງກົນໄກປຶກສາຫາລື ລະຫວ່າງ ພາກລັດ-ທຸລະກິດ ລວມທັງ ຍັງໄດ້ກຳນົດແຜນວຽກໃນການແກ້ໄຂບັນຫາຂອງພາກທຸລະກິດຂອງແຂວງ. ພ້ອມນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງແຜນຍຸດທະສາດ ສຳລັບ ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ: ແຜນວຽກດ້ານການຄ້າ ແລະ ຂົງເຂດທີ່ທີ່ຕິດພັດ 2024-2030.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ບົວວັນ ວິລະວົງ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍແຜນບູລິມະສິດຂອງການພັດທະນາພາກເອກະຊົນ ລວມທັງ ສົ່ງເສີມຄວາມສາມາດໃນການແຂ່ງກັນຂອງ SME. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ, ໂດຍສະເພາະ ການເພີ່ມທຶນຊ່ວຍເຫຼືອໂດຍຜ່ານໂຄງການ USAID LBE”.

ທ່ານ Cullen Hughes ໄດ້ຍົກໃຫ້ເຫັນຜົນສຳເລັດອັນສຳຄັນຂອງໂຄງການ ແລະ ມີຄວາມຍິນດີຕໍ່ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ກະຊວງ ອຄ ແລະ USAID ໂດຍໄດ້ກ່າວວ່າ “ໂຄງການ ໄດ້ບັນລຸໝາກຜົນຢ່າງຫຼວງຫຼາຍ ຊຶ່ງເປັນຜົນມາຈາກການຮ່ວມມື ແລະ ສະໜັບສະໜູນຢ່າງໃກ້ຊິດ ຈາກະຊວງ ອຄ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ທັງພາກລັດ ແລະ ເອກະຊົນ”. ນອກນັ້ນ, ຍັງກ່າວວ່າ “ປີ 2024 ຍັງເປັນປີທີ່ສຳຄັນສຳລັບໂຄງການ ໃນການບັນລຸຜົນສຳເລັດທີ່ເປັນຮູບປະທຳ ເພື່ອຮັບປະກັນຄວາມຍືນຍົງຂອງບັນດາຜົນສຳເລັດເຫຼົ່ານັ້ນ”.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າໃນການຈັດຕັ້ງປະຕິບັດແຜນວຽກ​ ໃນໄລຍະຕົ້ນປີ 2024 ຂອງໂຄງການ USAID LBE ​ໄດ້ຖືກ​ນຳ​ສະ​ເໜີ​ໂດຍ ບັນດາກົມວິຊາການທີ່​ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບທ້າຍປີ 2024.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 8 first appeared on Trade for Development - T4D.

]]>
ອົງການ USAID ສະໜັບສະໜຸນການໄປທັດສະນະ ສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ https://www.t4dlaos.org/lo/2024/04/01/%e0%ba%ad%e0%ba%bb%e0%ba%87%e0%ba%81%e0%ba%b2%e0%ba%99-usaid-%e0%ba%aa%e0%ba%b0%e0%bb%9c%e0%ba%b1%e0%ba%9a%e0%ba%aa%e0%ba%b0%e0%bb%9c%e0%ba%b8%e0%ba%99%e0%ba%81%e0%ba%b2%e0%ba%99%e0%bb%84%e0%ba%9b/ Mon, 01 Apr 2024 02:15:51 +0000 https://www.t4dlaos.org/?p=5370 ສສ. ຫວຽດນາມ, ວັນທີ 22 ມີນາ, 2024, ເພື່ອແນໃສ່ການຮັດແໜ້ນ ກົນໄກປຶກສາຫາຫາລື ພາກລັດ-ທຸລະກິດ ຢູ່ ສປປ ລາວ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBE) ພາຍໄຕ້ການໃຫ້ທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດການໄປທັດສະນະສຶກສາທີ່ ປະເທດ ສສ. ຫວຽດນາມ ເປັນເວລາ 5 ວັນ ນັບແຕ່ວັນທີ 18-22/03/2024. ຈຸດປະສົງຫລັກຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອຮຽນຮູ້ແນວທາງການປະຕິດບັດທີ່ປະສົບຜົນສໍາເລັດຂອງ ສສ. ຫວຽດນາມ ໃນການຈັດຕັ້ງປະຕິບັດ ກອງປະຊຸມທຸລະກິດ ຫວຽດນາມ ຫລື Vietnam Business Forum (VBF) ເຊິ່ງເປັນທີ່ຮູ້ຈັກກັນດີໃນດ້ານການອໍານວຍຄວາມສະດວກຢ່າງມີປະສິດຕິຜົນໃນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ. ໂຄງການ USAID LBE ໄດ້ກໍານົດເວລາການເດີນທາງເພື່ອໃຫ້ສອດຄ່ອງກັບກອງປະຊຸມທຸລະກິດຫວຽດນາມ. ໂດຍການຮ່ວມມືກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ, Read more…

The post ອົງການ USAID ສະໜັບສະໜຸນການໄປທັດສະນະ ສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ first appeared on Trade for Development - T4D.

]]>
ສສ. ຫວຽດນາມ, ວັນທີ 22 ມີນາ, 2024, ເພື່ອແນໃສ່ການຮັດແໜ້ນ ກົນໄກປຶກສາຫາຫາລື ພາກລັດ-ທຸລະກິດ ຢູ່ ສປປ ລາວ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBE) ພາຍໄຕ້ການໃຫ້ທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດການໄປທັດສະນະສຶກສາທີ່ ປະເທດ ສສ. ຫວຽດນາມ ເປັນເວລາ 5 ວັນ ນັບແຕ່ວັນທີ 18-22/03/2024.

ຈຸດປະສົງຫລັກຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອຮຽນຮູ້ແນວທາງການປະຕິດບັດທີ່ປະສົບຜົນສໍາເລັດຂອງ ສສ. ຫວຽດນາມ ໃນການຈັດຕັ້ງປະຕິບັດ ກອງປະຊຸມທຸລະກິດ ຫວຽດນາມ ຫລື Vietnam Business Forum (VBF) ເຊິ່ງເປັນທີ່ຮູ້ຈັກກັນດີໃນດ້ານການອໍານວຍຄວາມສະດວກຢ່າງມີປະສິດຕິຜົນໃນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ. ໂຄງການ USAID LBE ໄດ້ກໍານົດເວລາການເດີນທາງເພື່ອໃຫ້ສອດຄ່ອງກັບກອງປະຊຸມທຸລະກິດຫວຽດນາມ.

ໂດຍການຮ່ວມມືກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ການຢ້ຽມຢາມຄັ້ງນີ້ ນໍາໂດຍ ທ່ານ ປອ. ບົວວັນ ວິໄລວົງ, ຫົວໜ້າຫ້ອງການ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ 17 ທ່ານ ຕາງໜ້າຈາກ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ຫ້ອງວ່າການແຂວງ, ແລະ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມ.

ທ່ານ ປອ. ບົວວັນ ວິໄລວົງ, ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຢ້ຽມຢາມ ແລະ ການຂະຫຍາຍການຮ່ວມມືລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອົງການ USAID. ເຊິ່ງທ່ານ ປອ ບົວວັນ ໄດ້ກ່າວວ່າ “ພວກເຮົາໄດ້ບົດຮຽນຫລາຍຈາກຜົນສໍາເລັດຂອງກອງປະຊຸມທຸລະກິດຫວຽດນາມໃນການສົ່ງເສີມການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ, ຕະຫລອດເຖິງການຮ່ວມມື ແລະ ການສະໜັບສະໜຸນຂອງລັດຖະບານຫວຽດນາມ ໃນການປັບປຸງສະພາບເວດລ້ອມການດໍາເນີນທຸລະກິດ ໂດຍຜ່ານກົນໄກການປຶກສາຫາລື ແລະ ການປັປປຸງນະໂຍບາຍ.” ທ່ານ ປອ ຍັງໄດ້ກ່າວຕື່ມ ອີກ ວ່າ “ພວກເຮົາມີຄວາມຕັ້ງໃຈໃນການປັບປຸງຮູບແບບກົນໄກກອງປະຊຸມທຸລະກິດລາວ ຢ່າງຕໍ່ເນື່ອງ ແລະ ຊອກຫາວິທີໃນການປັບປຸງເພື່ອໃຫ້ ກົນໄກການປຶກສາຫາລືພາກລັດ-ພາກທຸລະກິດ ແບບມີສ່ວນຮ່ວມ ໄດ້ຮັບປະສິດທິຜົນ”.

ການຢ້ຽມຢາມຄັ້ງນີ້ ຄະນະໄດ້ເຂົ້າຮ່ວມກອງປະຊຸມທຸລະກິດປະຈຳປີຫວຽດນາມ , ເຂົ້າພົບປຶກສາຫາລືກັບ ຜູ້ບໍລິຫານ ແລະ ກອງເລຂາ VBF, ແລະ ເຂົ້າຢ້ຽມຢາມບັນດາອົງກອນທີ່ກ່ຽວຂ້ອງຢູ່ຫວຽດນາມ ເຊັ່ນ: ສໍານັກງານການລົງທຶນຕ່າງປະເທດ (FIA), ກະຊວງອຸດສະຫະກໍາ ແລະ ການຄ້າ ຫວຽດນາດ (MOIT), ສະພາການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ແລະ ເຂດອຸດສາຫະກໍາ.

ການມາແລກປ່ຽນບົດຮຽນໃນຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບໂຄງສ້າງ ແລະ ການຄຸ້ມຄອງຂອງກອງປະຊຸມທຸລະກິດຫວຽດນາມ ແລະ ວິທີການໃນການພົວພັນເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ໃນສະພາບແວດລ້ອມທຸລະກິດ.

ອົງການ USAID, ໂດຍຜ່ານໂຄງການສະພາບແວດລ້ອມທີ່ ເອື້ອອໍານວຍຕໍ່ທຸລະກິດ, ສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການເສີມຂະຫຍາຍສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

The post ອົງການ USAID ສະໜັບສະໜຸນການໄປທັດສະນະ ສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ first appeared on Trade for Development - T4D.

]]>