Trade for Development – T4D https://www.t4dlaos.org T4D Laos Fri, 13 Dec 2024 12:35:31 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico Trade for Development – T4D https://www.t4dlaos.org 32 32 ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ https://www.t4dlaos.org/lo/2024/12/13/%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ad%e0%ba%b2%e0%ba%94%e0%ba%aa/ Fri, 13 Dec 2024 12:35:29 +0000 https://www.t4dlaos.org/?p=5769 ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ປະສົບຄວາມສຳເລັດໃນການສະຫຼຸບໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ ນະຄອນຫຼວງ ວຽງຈັນ. ໂຄງການ LCT ໄດ້ຊ່ວຍຫຼຸດຜ່ອນບັນດາອຸປະສັກຕໍ່ພາກທຸລະກິດຢ່າງຊັດເຈນ ໂດຍຜ່ານການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ໂດຍສະເພາະແມ່ນບັນດານະໂຍບາຍທີ່ດີຂື້ນ ແລະ ມີສ່ວນຮ່ວມຫຼາຍຂື້ນ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ແລະ ເພີ່ມຄວາມສາມາດແຂ່ງຂັນໃຫ້ກັບບັນດາຫົວໜ່ວຍທຸລະກິດ. ໂຄງການ ໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກທະນາຄານໂລກ-ອົງການພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9.5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID). ໂຄງການ LCT ໄດ້ຮັບການຈັດຕັ້ງປະຕິບັດ ໂດຍພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ […]

The post ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ປະສົບຄວາມສຳເລັດໃນການສະຫຼຸບໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ ນະຄອນຫຼວງ ວຽງຈັນ. ໂຄງການ LCT ໄດ້ຊ່ວຍຫຼຸດຜ່ອນບັນດາອຸປະສັກຕໍ່ພາກທຸລະກິດຢ່າງຊັດເຈນ ໂດຍຜ່ານການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ໂດຍສະເພາະແມ່ນບັນດານະໂຍບາຍທີ່ດີຂື້ນ ແລະ ມີສ່ວນຮ່ວມຫຼາຍຂື້ນ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ແລະ ເພີ່ມຄວາມສາມາດແຂ່ງຂັນໃຫ້ກັບບັນດາຫົວໜ່ວຍທຸລະກິດ. ໂຄງການ ໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກທະນາຄານໂລກ-ອົງການພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9.5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).

ໂຄງການ LCT ໄດ້ຮັບການຈັດຕັ້ງປະຕິບັດ ໂດຍພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ ແລະ ການ.
ໂຄງການ ປະກອບດ້ວຍ 4 ເສົາຄໍ້າຫຼັກ ລວມມີ: ເສົາຄໍ້າ A: ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ເສົາຄໍ້າ B: ອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມການເຂົ້າສູ່ຕະຫຼາດ. ເສົາຄໍ້າ C: ປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ. ເສົາຄໍ້າ D: ສະໜັບສະໜູນເພື່ອປັບປຸງການສ້າງນະໂຍບາຍທີ່ເໝາະສົມ ແລະ ມີສ່ວນຮ່ວມ.

ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ຄວາມບໍ່ໝັ້ນຄົງຂອງເສດຖະກິດຈຸນລະພາກ, ໂຄງການຍັງສາມາດປະສົບຜົນສຳເລັດທີ່ໜ້າເພິງພໍໃຈ ລວມມີ: 1). ການຍົກເລີກບັນດາສິ່ງທີ່ກີດຂວາງ ຕໍ່ກັບການສ້າງຕັ້ງວິສາຫະກິດ ໂດຍຜ່ານການຫຼຸດຜ່ອນຄວາມຫຍຸ້ງຍາກຂອງຂັ້ນຕອນການຈົດທະບຽນວິສາຫະກິດ, ການສ້າງເວັບໄຊຖານຂໍ້ມູນທະບຽນວິສາຫາກິດ, ແລະ ສ້າງຂະບວນການແບບນຳໃຊ້ລະບົບອອນລາຍ ເພື່ອນໍາໄປສູ່ການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດພາຍໃນປະເທດ; 2) ການຈັດຕັ້ງປະຕິບັດຂັ້ນຕອນການຄຸ້ມຄອງການຄ້າຊາຍແດນ, ລວມທັງການນໍາສະເໜີກອບການຄຸ້ມຄອງຄວາມສ່ຽງຮ່ວມກັນ, ການປັບປຸງມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ, ການຈັດຕັ້ງພັນທະພາຍໃຕ້ຂໍ້ຕົກລົງວ່າດ້ວຍການອໍານວຍຄວາມສະດວກດ້ານທາງດ້ານການຄ້າຂອງ ອົງການການຄ້າໂລກ ຫຼື WTO, ແລະ ການສ້າງຄວາມເຂັ້ມແຂງໃຫ່ແກ່ການປະສານງານ ລະຫວ່າງອົງການພາຍໃຕ້ຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ; 3) ໂດຍຜ່ານທຶນສົມທົບເພື່ອສົ່ງເສີມພາກທຸລະກິດໄລຍະທີ II (BAF II), BAF II ໄດ້ໃຫ້ທຶນສົມທົບ 557 ທຶນ ແກ່ 363 ບໍລິສັດໃນທົ່ວປະເທດ; 4) ໂຄງການ LCT ຍັງໄດ້ປັບປຸງປະສິດທິພາບຂອງໂຄງຮ່າງການຄຸ້ມຄອງການຊ່ວຍເຫຼືອດ້ານການຄ້າໂດຍຜ່ານ ການສ້າງຄວາມເຂັ້ມແຂງໃຫ້ແກ່ການດໍາເນີນງານຂອງຄະນະກໍາມະການບໍລິຫານງານໂຄງການ ແລະ ຄະນະກໍາມະການທົບທວນຄືນໂຄງການ ແລະ ການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນພາຍໃຕ້ກອງປະຊຸມທຸກິດລາວທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການລົງທຶນຂອງພາກເອກະຊົນພາຍໃນປະເທດ.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ “ການເປັນຄູ່ຮ່ວມມື-ພັດທະນາລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານໂລກ, ລັດຖະບານອົດສຕຣາລີ, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານໄອແລນ ໃນໄລຍະ 15 ປີຜ່ານມາ, ຊຶ່ງເປັນການການຮ່ວມມືແມ່ນໄດ້ສຸມໃສ່ການເຊື່ອມໂຍງເສດະຖະກິດສູ່ສາກົນ ແລະ ພາກພື້ນ, ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ທຸລະກິດ, ອຳນວຍຄວາມສະດວກດ້ານດານຄ້າ ແລະ ສ້າງຄວາມສາມາດໃນການແຂ່ງຂັນໃຫ້ຂະແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ໃນການເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ. ຄວາມພະຍາຍາມດັ່ງກ່າວ ລ້ວນແລ້ວແຕ່ສອດຄ່ອງກັບຍຸດທະສາດແຫ່ງຊາດ ໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ, ການຟື້ນຟູເສດຖະກິດຈາກຜົນກະທົບຂອງ COVID-19 ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.”

ທ່ານ ເມແກນ ໂຈນສ໌, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ຍັງໄດ້ກ່າວວ່າ: “ໃນໄລຍະ 6 ປີທີ່ຜ່ານມາ, ພວກເຮົາໄດ້ເຮັດວຽກຮ່ວມກັນຜ່ານໂຄງການນີ້ ໃນການແກ້ໄຂບັນຫາທີ່ຫຍຸ້ງຍາກບາງຢ່າງ ແລະ ໄດ້ເຫັນຜົນໄດ້ຮັບທີ່ດີ ແລະ ອົດສະຕຣາລີກໍາລັງພິຈາລະນາຢ່າງຕັ້ງໜ້າໃນການສະໜັບສະໜູນໄລຍະທີສອງຂອງໂຄງການ LCT. ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດໃນຂະບວນການອອກແບບເພື່ອຮັບປະກັນວ່າໄລຍະຕໍ່ໄປຈະແກ້ໄຂບັນດາບູລິມະສິດທີ່ເກີດຂຶ້ນໃໝ່.”

“ໂຄງການນີ້ສະທ້ອນໃຫ້ເຫັນເຖິງຄວາມເຊື່ອຂອງພວກເຮົາໃນທ່າແຮງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານພາກເອກະຊົນ ໃຫ້ກາຍເປັນຜູ້ຂັບເຄື່ອນທີ່ສຳຄັນຂອງການພັດທະນາເສດຖະກິດແບບຍືນຍົງ. ໂຄງການນີ້ໄດ້ໃຫ້ຄວາມສຳຄັນແກ່ພາກທຸລະກິດ ໃນການຈັດຕັ້ງປະຕິບັດໂຄງການ, ໂດຍຮັບຮູ້ເຖິງບົດບາດສຳຄັນຂອງພາກທຸລະກິດໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ການສ້າງໂອກາດໃນການພັດທະນາແບບຍືນຍົງ.” ກ່າວໂດຍ ທ່ານນາງ ເຮເຕີ ວາຣີວາ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ.

“ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງອຸດສາຫະກຳ ແລະ ການຄ້າໃນໄລຍະຕໍ່ໄປຂອງໂຄງການ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ການຄ້າ ແລະ ບູລິມະສິດອື່ນໆ ຂອງປະເທດ ໃນການສົ່ງເສີມການເຕີບໂຕ ຂອງພາກເອກະຊົນ ເພື່ອສ້າງໂອກາດໃນການຈ້າງງານໃຫ້ຫຼາຍຂຶ້ນໃນ ສປປ ລາວ” ທ່ານ ອາເລັກຊານເດີ ເຄຣເມີ, ຜູ້ຈັດການປະເທດຂອງທະນາຄານໂລກ ກ່າວ.

ໂຄງການ LCTP ໄດ້ເປັນເຄື່ອງມືໃນການສົ່ງເສີມການເຕີບໂຕທາງເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມ ໂດຍຜ່ານການປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ, ການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຄ້າ, ແລະ ການປັບປຸງການແຂ່ງຂັນໃຫ້ແກ່ພາກທຸລະກິດ, ແລະ ການສົ່ງເສີມນະໂຍບາຍທີ່ດີຂຶ້ນ ແລະ ການສົນທະນາລະຫວ່າງພາກລັດ ແລະ ເອກະຊົນໃນ ສປປ ລາວ.

The post ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 https://www.t4dlaos.org/lo/2024/11/26/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84-7/ Tue, 26 Nov 2024 04:38:18 +0000 https://www.t4dlaos.org/?p=5759 ນະຄອນຫຼວງວຽງຈັນ, ວັນທີ 22 ພະຈິກ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 9 ຂຶ້ນ ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2025. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael McCord, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ […]

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 22 ພະຈິກ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 9 ຂຶ້ນ ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2025.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael McCord, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ນັບແຕ່ປີ 2024, ໂຄງການ LBE ໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ. ໃນນັ້ນ, ໂຄງການ ໄດ້ອະນຸມັດທຶນແບບມີສ່ວນຮ່ວມໃນການສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBEPF) ຈຳນວນໜຶ່ງ ເພື່ອສົ່ງເສີມກຸ່ມຜະລິດຫັດຖະກຳ; ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງຂະແໜງທ່ອງທ່ຽວ; ແລະ ສົ່ງເສີມຄວາມສາມາດໃຫ້ແກ່ບັນດາ SME ກ່ຽວກັບ ການສ້າງແຜນການເງິນ ແລະ ແຜນທຸລະກິດ. ນອກນັ້ນ, ໂຄງການ ຍັງໄດ້ສຳເລັດການຈັດກອງປະຊຸມທຸລະກິດປະຈຳປີ ຄັ້ງທີ 2 ຂອງແຂວງຈຳປາສັກ ແລະ ສຳເລັດການສ້າງຕັ້ງ ແລະ ຈັດຕັ້ງປະຕິບັດກົນໄກປຶກສາຫາລື ລະຫວ່າງ ພາກລັດ-ທຸລະກິດ ຂອງແຂວງສະຫວັນນະເຂດ. ພ້ອມນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງແຜນຍຸດທະສາດ ສຳລັບ ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ: ແຜນວຽກດ້ານການຄ້າ ແລະ ຂົງເຂດທີ່ທີ່ຕິດພັດ 2024-2030 ແລະ ປະກອບສ່ວນເຂົ້າໃນວຽກງານການອຳນວຍຄວາມສະດວກດ້ານການຄ້າ ເຊັ່ນ ການປັບປຸງລະບົບ e-CO.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍແຜນບູລິມະສິດຂອງການພັດທະນາພາກເອກະຊົນ ລວມທັງ ສົ່ງເສີມຄວາມສາມາດໃນການແຂ່ງກັນຂອງ SME. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ”.

ທ່ານ Michael McCord ໄດ້ຊົມເຊີຍຕໍ່ການນຳພາ ແລະ ຮ່ວມມື ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ ສາມາດບັນລຸຄາດໝາຍທີ່ກຳນົດໄວ້. ນອກນັ້ນ, ຍັງໄດ້ຍ້ຳວ່າ “ເນື່ອງຈາກໂຄງການ LBE ກຳລັງກ້າວເຂົ້າສູ່ປີສຸດທ້າຍຂອງໂຄງການ ໃນປີ 2025 ນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ທູກພາກສ່ວນ ສຸມໃສ່ເລັ່ງລັດການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມຄາດໝາຍ ລວມທັງ ຄຳນຶງເຖິງຄວາມຍືນຍົງ ແລະ ຜົນສຳເລັດໄລຍະຍາວພາຍຫຼັງສິ້ນສຸດໂຄງການ”.

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະປີ 2024 ຂອງໂຄງການ USAID LBE ໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບປີ 2025.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 9 first appeared on Trade for Development - T4D.

]]>
ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ https://www.t4dlaos.org/lo/2024/10/30/%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99%e0%ba%b2-%e0%bb%81/ Wed, 30 Oct 2024 07:04:10 +0000 https://www.t4dlaos.org/?p=5741 ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 30 ຕຸລາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ຄັ້ງທີ 23 ຂື້ນ. ເຊິງກອງປະຊຸມດັ່ງກ່າວ ແມ່ນເວທີ ສຳລັບພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນດາຜູ້ໃຫ້ທຶນ ໄດ້ມີໂອກາດ ໃນການແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ສຳລັບການສົ່ງເສີມການພັດທະນາພາກທຸລະກິດ/SME ໃນ ສປປ ລາວ. ກອງປະຊຸມ TPSWG ຄັ້ງທີ23 ໃຫ້ກຽດເປັນປະທານໂດຍທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມັນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Mark Gallagher […]

The post ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 30 ຕຸລາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ຄັ້ງທີ 23 ຂື້ນ. ເຊິງກອງປະຊຸມດັ່ງກ່າວ ແມ່ນເວທີ ສຳລັບພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນດາຜູ້ໃຫ້ທຶນ ໄດ້ມີໂອກາດ ໃນການແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ສຳລັບການສົ່ງເສີມການພັດທະນາພາກທຸລະກິດ/SME ໃນ ສປປ ລາວ.

ກອງປະຊຸມ TPSWG ຄັ້ງທີ23 ໃຫ້ກຽດເປັນປະທານໂດຍທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມັນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Mark Gallagher ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ລວມທັງແຂກ ຫຼາຍກ່ວາ 80 ທ່ານ ທີ່ເປັນຕົວແທນຈາກຂະແໜງການຕ່າງໆ ເປັນຕົ້ນແມ່ນ ບັນດາກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ ແລະ ສະມາຄົມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ໃນບົດກ່າວເປີດ, ທ່ານຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ເນັ້ນໃຫ້ເຫັນວ່າ ໃນຄະນະທີ່ພວກເຮົາ ກຳລັງມີຄວາມຄືບໜ້າອັນດີ ໃນການເຊື່ອມໂຍງເຂົ້າກັບເສດຖະກິດໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ໃນກອບຂອງ ປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ (WTO), ແຕ່ກໍ່ຍັງມີຫຼາຍຢ່າງທີ່ພວກເຮົາຍັງຕ້ອງໄດ້ເຮັດ ໂດຍທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ “ການຍາດແຍ່ງບັນດາຜົນປະໂຫຍດ ຈາກການເຊື່ອມໂຍງ ເຂົ້າສາກົນສຳລັບປະເທດເຮົາ ເປັນຕົ້ນແມ່ນໃນຮູບແບບຂອງ AEC, ມັນມີຄວາມຈຳເປັນຫຼາຍ ທີ່ປະເທດເຮົາຈະຕ້ອງເພີ່ມຄວາມອາດສາມາດ ໃນການແຂ່ງຂັນຂອງປະເທດ ດ້ວຍການເພີ່ມທະວີການເຊື່ອມໂຍງເສດຖະກິດສາກົນ, ສ້າງສະພາບແວດລ້ອມທີ່ເອື້ອຳນວຍສຳລັບການຄ້າ ແລະ ການລົງທຶນ, ແລະ ປັບປຸງຜະລິດຕະພາບຂອງວິສາຫະກິດລາວເຮົາ”.

ທ່ານທູດ Variava, ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ກະຊວງ ແລະ ລັດຖະບານ ສປປ ລາວ ທີ່ປະສົບຜົນສຳເລັດ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນໃນປີນີ້ ແລະ ໃຫ້ຄວາມສົນໃຈສະເພາະຕໍ່ກັບຂະແໜງການ SME ໂດຍທ່ານໄດ້ກ່າວວ່າ “ຂະແໜງການ SME ຖືເປັນກະດູກສັນຫຼັງຂອງເສດຖະກິດລາວ, ຂັບເຄື່ອນນະວັດຕະກຳ ແລະ ການຈ້າງງານ. ດ້ວຍການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ກັບບັນດາຜູ້ປະກອບການ, ພວກເຮົາສາມາດຍົກລະດັບຄວາມອາດສາມາດດ້ານການແຂ່ງຂັນພາຍໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຂອງອາຊຽນຢ່າງກ້ວາງຂວາງ”. ທ່ານຍັງກ່າວເພີ່ມເຕີມອີກວ່າ “ສະຫະລັດອາເມລິກາ ຍັງຄົງຢຶດໝັ້ນຄຳໝັ້ນສັນຍາ ໃນການເປັນເພື່ອນຮ່ວມການກັບ ສປປ ລາວ ໃນການສົ່ງເສີມການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ສົ່ງເສີມການປະຕິຮູບດ້ານເສດຖະກິດ, ແລະ ສະໜັບສະໜູນແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ບັນດາຄູ່ຮ່ວມງານອາຊຽນ.”

ກອງປະຊຸມ ໄດ້ປຶກສາຫາລື ຮ່າງກິດຈະກຳທີ່ເປັນບູລິມະສິດ ສຳລັບວຽກງານການຄ້າ ແລະ ຂົງເຂດທີ່ຕິດພັນກັບຂະແໜງການຄ້າ ເພື່ອຮັບປະກັນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລຽນ, ບັນດາຜົນສຳເລັດຕົ້ນຕໍ ຈາກກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ ທີ່ຜ່ານມາ, ຄວາມຄືບໜ້າຂອງກົນໄກການເຈລະຈາພາກລັດ ແລະ ພາກທຸລະກິດ (PPD) ພາຍໃຕ້ກອງປະຊຸມທຸລະກິດລາວ (LBF), ພາບລວມຂອງແຜນພັດທະນາ 5ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ແນວຄວາມຄິດລິເລີ່ມເບື້ອງຕົ້ນ ຂອງການໃຫ້ການຊ່ວບເຫຼືອທາງດ້ານວິຊາການກັບຂະແໜງການທີ່ຕິດພັນກັບການຄ້າໃນອະນາຄົດ.

ໃນບົດກ່າວປິດຂອງທ່ານທູດ Gallagher ທ່ານໄດ້ກ່າວວ່າ. “ພວກເຮົາສະໜັບສະໜູນກອງປະຊຸມທຸລະກິດລາວ ແລະ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ເພື່ອສືບຕໍ່ເຮັດວຽກຢ່າງໄກ້ສິດ ໃນການຕິດຕາມຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມທາງທຸລະກິດໃນຕໍ່ໜ້າ ແລະ ການລົງທຶນທີ່ສາມາດຊ່ວຍໃນການສ້າງວຽກເຮັດງານທຳ ແລະ ແລະ ການເຕີບໂຕທາງດ້ານທຸລະກິດໂດຍລວມ”.

ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ສະຫຼຸບ ກອງປະຊຸມ ດ້ວຍການຢ້ຳຄືນ ຄຳເຫັນຂອງປະທານຮ່ວມ ກ່ຽວກັບຄວາມສຳຄັນຂອງການມີກອບກົດໝາຍດ້ານການລົງທຶນທີ່ມີຄວາມໂປ່ງໄສ ແລະ ສາມາດຄາດເດົາໄດ້ ແລະ ການເຊື່ອມສານບັນດາລະບຽບການດ້ານການຄ້າ ເຂົ້າໃນການດຶງດູດການລົງທຶນທີ່ມີຄຸນນະພາບ ໂດຍທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ເຫັນດີກັບຄຳເຫັນຂອງທ່ານປະທານຮ່ວມ ກ່ຽວກັບບົດບາດຄວາມສຳຄັນຂອງ PPD ພາຍໃຕ້ກອງປະຊຸມ LBF ແລະ ພວກເຮົາຈຳເປັນຕ້ອງເພີ່ມທະວີຄວາມພະຍາຍາມຂື້ນອີກສອງເທົ່າ ໃນການແກ້ໄຂບັນດາຂໍ້ສະເໜີທີ່ໄດ້ຍົກຂື້ນ ໃນກອງປະຊຸມ LBF ຄັ້ງທີ 15 ທີ່ຜ່ານມາ ເປັນຕົ້ນແມ່ນ ວາລະການປະຕິຮູບທີ່ເປັນບູລິມະສິດ ທີ່ໄດ້ກຳນົດໂດຍກອງປະຊຸມ LBF ຄັ້ງທີ 15 ນັ້ນ”.

ໃນບົດກ່າວປິດ, ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວເພີ່ມເຕີມວ່າ “ຕາງໜ້າໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຂ້າພະເຈົ້າ ຂໍຢືນຢັນຕໍ່ກັບຄຳໝັ້ນສັນຍາຂອງພວກເຮົາ ໃນການປະສານງານກັບບັນດາກະຊວງທີ່ກ່ຽວຂ້ອງ, ພາກທຸລະກິດ ແລະ ບັນດາຄູ່ຮ່ວມພັດທະນາ ໃນການແກ້ໄຂ ອຸປະສັກ ແລະ ສິ່ງທ້າທາຍ ທີ່ພາກທຸລະກິດພົບພໍ້.” ພ້ອມທັງກ່າວຂອບໃຈ ຕໍ່ກັບຜູ້ທີ່ເຂົ້າຮ່ວມທຸກໆທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານລວມມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ https://www.t4dlaos.org/lo/2024/10/07/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94%e0%bb%82%e0%ba%95%e0%bb%80%e0%ba%a7%e0%ba%b1%e0%ba%9a%e0%bb%84%e0%ba%8a-%e0%ba%82%e0%ba%ad%e0%ba%87%e0%ba%aa%e0%ba%b9%e0%ba%99/ Mon, 07 Oct 2024 02:40:59 +0000 https://www.t4dlaos.org/?p=5690 ນະຄອນຫຼວງວຽງຈັນ, ວັນທີ 4 ຕຸລາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການການຮ່ວມມື ແລະ ພັດທະນາລາວ-ເຢຍລະມັນ (GIZ), ໄດ້ເປີດໂຕເວັບໄຊ ສູນບໍລິການ SME (SSC) ທີ່ໄດ້ຮັບການປັບປຸງໃຫ້ມີຄວາມທັນສະໄໝຂຶ້ນ. ການປັງປຸງເວັບໄຊ ມີຈຸດປະສົງສະໜອງແຫຼ່ງ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນທີ່ກ່ຽວພັນກັບທຸລະກິດທີ່ສຳຄັນ ໃຫ້ແກ່ບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ສປປ ລາວ (SMEs) ໄດ້ນຳໃຊ້ ແລະ ເຂົ້າເຖິງຢ່າງງ່າຍດາຍ. ພິທີເປີດໂຕດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ […]

The post ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 4 ຕຸລາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການການຮ່ວມມື ແລະ ພັດທະນາລາວ-ເຢຍລະມັນ (GIZ), ໄດ້ເປີດໂຕເວັບໄຊ ສູນບໍລິການ SME (SSC) ທີ່ໄດ້ຮັບການປັບປຸງໃຫ້ມີຄວາມທັນສະໄໝຂຶ້ນ. ການປັງປຸງເວັບໄຊ ມີຈຸດປະສົງສະໜອງແຫຼ່ງ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນທີ່ກ່ຽວພັນກັບທຸລະກິດທີ່ສຳຄັນ ໃຫ້ແກ່ບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ສປປ ລາວ (SMEs) ໄດ້ນຳໃຊ້ ແລະ ເຂົ້າເຖິງຢ່າງງ່າຍດາຍ.

ພິທີເປີດໂຕດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຕາງໜ້າຈາກອົງການ USAID, ອົງການ GIZ, ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກທັງພາກລັດ, ເອກະຊົນ, ແລະ ຄູ່ຮ່ວມພັດທະນາ.

ເວັບໄຊ SSC ທີ່ໄດ້ຮັບການປັບປຸງໃໝ່ນີ້, ສາມາດເຂົ້າເຖິງໄດ້ທີ່ https://laossc.la/en/, ເປັນດັ່ງສູນລວມ ຂໍ້ມູນກ່ຽວກັບລະບຽບກົດໝາຍ ແລະ ການບໍລິການຂອງສູນບໍລິການ SME. ລະບົບອອນລາຍດັ່ງກ່າວ ຍັງສະໜອງການ ເຂົ້າເຖິງແຫຼ່ງຂໍ້ມູນກ່ຽວກັບການນໍາເຂົ້າ – ສົ່ງອອກ, ການຄ້າ, ການລົງທຶນ, ການສ້າງຕັ້ງທຸລະກິດ, ການເຂົ້າເຖິງຕະຫຼາດ, ການຄົ້ນຫາຄູ່ຮ່ວມທຸລະກິດ (B2B) ໃນພາກພື້ນ, ກອງທຶນ SME, ເງິນຊ່ວຍເຫຼືອ, ແລະ ອື່ນໆ. ເວັບໄຊ ດັ່ງກ່າວນີ້ ໄດ້ຖືກປັບປຸງ ໃຫ້ມີຄວາມງ່າຍດາຍຂຶ້ນສຳລັບຜູ້ຊົມໄຊ້, ມີວິທີການຄົ້ນຫາທີ່ດີຂຶ້ນ ແລະ ມີການອອກແບບທີ່ທັນສະໄໝ, ເຮັດໃຫ້ບັນດາ SMEs ສາມາດຊອກຫາຂໍ້ມູນທີ່ພວກເຂົາຕ້ອງການສຳລັບທຸລະ ກິດໄດ້ງ່າຍຂຶ້ນ.

ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ກ່າວວ່າ, “ເວັບໄຊ SSC ເປັນເຄື່ອງມືທີ່ມີຄຸນຄ່າສໍາລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ. ເວັບໄຊ ນີ້ ສາມາດ ສະໜອງຂໍ້ມູນ ທີ່ຈຳເປັນ ເພື່ອຊ່ວຍໃຫ້ພາກທຸລະກິດ ໄດ້ເຂົ້າເຖິງຂໍ້ມູນ ແລະ ພັດທະນາທຸລະກິດຂອງ ຕົນໃຫ້ ກ້າວໜ້າ. ພວກເຮົາຊຸກຍູ້ໃຫ້ SMEs ໃຊ້ປະໂຫຍດຈາກແຫຼ່ງຂໍ້ມູນນີ້ຢ່າງເຕັມທີ່.”

ນັບຕັ້ງແຕ່ການສ້າງຕັ້ງຂຶ້ນໃນປີ 2017, ສູນບໍລິການ SME ຖືເປັນແຫຼ່ງຂໍ້ມູນທີ່ສໍາຄັນສໍາລັບບັນດາວິສາຫະກິດຂະ ໜາດນ້ອຍ ແລະ ກາງ ຂອງ ສປປ ລາວ, ຊຶ່ງປະຈຸບັນ ສູນບໍລິການ SME ໄດ້ມີການຂະຫຍາຍສູນບໍລິການແລ້ວ ທັງໝົດ 7ແຫ່ງ ຄື: ນະຄອນຫຼວງວຽງຈັນເປັນ (ສູນກາງ), ຫຼວງພະບາງ, ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ບໍລິຄຳໄຊ ແລະ ຫຼວງນໍ້າທາ ເຊິ່ງໄດ້ສະໜອງກ່ຽວກັບ ການເລີ່ມຕົ້ນທຸລະກິດ, ການເປັນຜູ້ປະກອບການ, ແລະ ການພັດທະນາກຸ່ມ. ເພື່ອເພີ່ມປະສິດທິພາບໃຫ້ແກ່ສູນເອງ, ເວັບໄຊຂອງສູນຈຶ່ງໄດ້ຮັບ ການຍົກລະດັບຂຶ້ນ ດ້ວຍ ການສະໜັບສະໜູນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຂອງອົງການ USAID ແລະ ໂຄງການເຊື່ອມໂຍງເສດຖະກິດພາກພື້ນອາຊຽນຂອງ ສປປ ລາວ, ການຄ້າ ແລະ ການພັດທະນາທຸລະກິດ (RELATED) ຂອງ GIZ.

ທ່ານ Matt Curtis ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ ຂອງອົງການ USAID ປະຈໍາ ສປປ ລາວ ເນັ້ນໜັກເຖິງຄວາມສຳຄັນ ຂອງການເພີ່ມທະວີການຮ່ວມມື ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ. ທ່ານໄດ້ ກ່າວວ່າ, “ການເປີດຕົວເວັບໄຊ ຂອງ ສູນບໍລິການ SME ທີ່ໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນນີ້ສະທ້ອນໃຫ້ເຫັນເຖິງຄໍາໝັ້ນສັນຍາຂອງ ອົງການ USAID ໃນການ ສະ ໜັບສະໜູນການເຕີບໂຕຂອງ SMEs ລາວ. ລະບົບອອນລາຍນີ້ ຍັງມີຄວາມສໍາຄັນໃນການຊ່ວຍໃຫ້ ຜູ້ປະກອບ ກິດຈະການພາກທຸລະກິດເຂົ້າເຖິງແຫຼ່ງຂໍ້ມູນທີ່ພວກເຂົາຕ້ອງການເພື່ອຊ່ວຍ ໃຫ້ພວກເຂົາປະສົບຜົນສໍາເລັດ ໃນຕະ ຫຼາດໂລກທີ່ມີການແຂ່ງຂັນໃນປະຈຸບັນ.”

ການເປີດຕົວເວັບໄຊ SSC ທີ່ໄດ້ຮັບການປັບປຸງນີ້ຖືເປັນບາດກ້າວທີ່ສຳຄັນ ໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ USAID ໃນການສະໜັບສະໜູນການພັດທະນາພາກທຸລະກິດຂອງລາວ. ໂດຍການສະໜອງເຄື່ອງມື ແລະ ຂໍ້ມູນ ທີ່ທຸລະກິດຕ້ອງການໃນລັກສະນະທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ມີປະສິດທິພາບ, ເວັບໄຊ SSC ຈະປະກອບ ສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ແລະ ມີການແຂ່ງຂັນຫຼາຍຂຶ້ນ ໃນປະ ເທດ ແລະ ພາກພື້ນ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວຂອງອົງການ USAID ໄດ້ສຸມໃສ່ການປັບປຸງ ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ສົ່ງເສີມພາກທຸລະກິດ ເພື່ອໃຫ້ພວກເຂົາໄດ້ປະກອບສ່ວນ ເຂົ້າ ໃນການພັດທະນາເສດຖະກິດໃຫ້ມີຄວາມເຕີບໂຕ. ໂຄງການ ຍັງໄດ້ເຮັດວຽກຮ່ວມກັບ ລັດຖະບານ ແລະ ຄູ່ ຮ່ວມງານ ໃນການຈັດຕັ້ງປະຕິບັດການປັບປຸງລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ທີ່ຈະຊ່ວຍເອື້ອອຳນວຍ ໃຫ້ ແກ່ພາກທຸລະກິດ ໃນການດຳເນີນທຸລະກິດ ແລະ ການລົງທຶນ.

The post ພິທີເປີດໂຕເວັບໄຊ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ first appeared on Trade for Development - T4D.

]]>
ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. https://www.t4dlaos.org/lo/2024/10/01/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%ab%e0%ba%b2%e0%ba%a5%e0%ba%b7%e0%bb%81%e0%ba%9c%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%9a/ Tue, 01 Oct 2024 08:37:02 +0000 https://www.t4dlaos.org/?p=5657 ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2024 – ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ), ໂດຍໄດ້ຮັບການສະໜັບສະໜູນຈາກປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ເຜີຍແຜນງານສະເໜີການປະຕີບັດ ວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ (2024-2030) ໃນມື້ນີ້, ເຊິ່ງເປັນສ່ວນໜຶ່ງ ຂອງເອກະສານ ການແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີຜູ້ຕາງໜ້າຈາກພາກລັດ ແລະ […]

The post ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2024 – ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ), ໂດຍໄດ້ຮັບການສະໜັບສະໜູນຈາກປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ເຜີຍແຜນງານສະເໜີການປະຕີບັດ ວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ (2024-2030) ໃນມື້ນີ້, ເຊິ່ງເປັນສ່ວນໜຶ່ງ ຂອງເອກະສານ ການແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມກວ່າ 50 ທ່ານ.

ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການກະກຽມຢ່າງຫ້າວຫັນ “ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ແມ່ນຫຼັກຖານສະແດງ ເຖິງຄວາມຄືບຫນ້າຂອງປະເທດ, ແຕ່ກໍປາສະຈາກສິ່ງທ້າທາຍທີ່ມາພ້ອມກັບການຫຼຸດພົ້ນຈາກສະຖານະພາບ ດັ່ງກ່າວບໍ່ໄດ້. ແຜນງານນີ້ ຈະຊ່ວຍຮັບປະກັນວ່າ ພວກເຮົາມີຄວາມພ້ອມເພື່ອປະເຊີນກັບການປ່ຽນແປງຂ້າງຫນ້າ ໂດຍສະເພາະໃນຂະແໜງການຄ້າ ແລະ ການລົງທຶນ.”

“ເອກະສານແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ: ແຜນງານວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ” ກຳນົດບັນດາກິດຈະກຳບຸລິມະສິດ ເພື່ອພັດທະນາເສດຖະກິດ, ຫັນການສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ດຶງດູດການລົງທຶນ ແນ່ໃສ່ການສ້າງ ຄວາມຢືດຢຸ່ນ ແລະ ຮັບປະກັນບາດກ້າວຄວາມຍືນຍົງ ພາຍຫຼັງທີ່ ສປປ ລາວ ຫຼຸດພົ້ນຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ເອກະສານນີ້ ໄດ້ສະເໜີແຜນງານວຽກບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ສປປ ລາວ ໂດຍຄັດຈ້ອນ ແລະ ສຸມໃສ່ກິດຈະກຳທີ່ສອດຄ່ອງກັບເປົ້າໝາຍການພັດທະນາຂອງ ສປປ ລາວ, ເພື່ອແນ່ໃສ່ການເພີ່ມ ທະວີການສົ່ງອອກ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ປັບປຸງສາຍພົວພັນດ້ານການຄ້າ. ເປົ້າໝາຍແມ່ນ ເພື່ອສ້າງໃຫ້ມີຄວາມຍືດຍຸ່ນ ແລະ ການຈະເລີນເຕີບໂຕ ໂດຍການຫັນປ່ຽນເສດຖະກິດ ແລະ ສົ່ງເສີມການພັດທະນາແບບຍືນຍົງ.

ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍ ລັດຖະບານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ກັບບາດກ້າວອັນສຳຄັນດັ່ງກ່າວ ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ໂດຍກ່າວວ່າ: “ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແມ່ນຂີດໝາຍອັນສຳຄັນ ທີ່ສະແດງ ໃຫ້ເຫັນເຖິງການພັດທະນາເສດຖະກິດຂອງປະເທດ, ຄວາມກ້າວໜ້າຂອງສັງຄົມ ແລະ ການສ້າງຄວາມເຂັ້ມແຂງ ດ້ານສະຖາບັນ. ເພື່ອຮັບປະກັນການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ, ສປປ ລາວ ຕ້ອງສືບຕໍ່ດຳເນີນການປະຕິຮູບ, ຫັນປ່ຽນເສດຖະກິດໃຫ້ມີຄວາມຫຼາກຫຼາຍຂຶ້ນ ແລະ ສ້າງຄວາມຢືດຢຸ່ນເພື່ອຕ້ານ ກັບການກະທົບຈາກພາຍນອກ.”

ອົງການ USAID ໂດຍຜ່ານໂຄງການສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ໄດ້ໃຫ້ການ ສະໜັບສະໜູນດ້ານວິຊາການໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຮ່າງເອກະສານແນະນໍານີ້.

ອົງການ USAID ໄດ້ຮ່ວມມືຢ່າງໃກ້ຊິດກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ, ການຄ້າ ແລະ ເພີ່ມຄວາມສາ ມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ການຮ່ວມມືນີ້ ໄດ້ນຳໄປສູ່ການສ້າງ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນຕ່າງໆ ລວມທັງການຍົກລະດັບລະບົບ ແລະ ຖານລະບົບຕ່າງໆ, ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານສະຫະລັດອາເມລິກາ ໃນການສະໜັບສະໜູນ ການເຕີບໂຕທາງດ້ານເສດຖະກິດ ແລະ ຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາຢ່າງສຳເລັດ ຂອງ ສປປ ລາວ.

The post ສປປ ລາວ ປຶກສາຫາລືແຜນງານບຸລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ແຜນວຽກການຂ້າມຜ່ານສະຖານະພາບ ປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ. first appeared on Trade for Development - T4D.

]]>
USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ https://www.t4dlaos.org/lo/2024/10/01/usaid-%e0%bb%81%e0%ba%a5%e0%ba%b0-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%87%e0%ba%b2%e0%ba%99%e0%bb%83%e0%ba%99%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%aa%e0%ba%b0/ Tue, 01 Oct 2024 02:54:19 +0000 https://www.t4dlaos.org/?p=5634 ສະຫວັນນະເຂດ, ວັນທີ 26 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ (SVK CCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ (SVK DOIC), ສະໜັບສະໜູນຈາກໂຄງການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວຂອງອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ USAID ໄດ້ຈັດກອງປະຊຸມ ປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 26 ກັນຍາ ຢູ່ແຂວງສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ໄດ້ເຊື້ອເຊີນໃຫ້ຜູ້ຕາງໜ້າປະມານ 50 ທ່ານຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແກ້ໄຂ ຄວາມທ້າທາຍ ທີ່ເປັນອຸປະສັກຕໍ່ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນແຂວງ. ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ […]

The post USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ first appeared on Trade for Development - T4D.

]]>
ສະຫວັນນະເຂດ, ວັນທີ 26 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ (SVK CCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ (SVK DOIC), ສະໜັບສະໜູນຈາກໂຄງການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວຂອງອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ USAID ໄດ້ຈັດກອງປະຊຸມ ປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 26 ກັນຍາ ຢູ່ແຂວງສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ໄດ້ເຊື້ອເຊີນໃຫ້ຜູ້ຕາງໜ້າປະມານ 50 ທ່ານຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແກ້ໄຂ ຄວາມທ້າທາຍ ທີ່ເປັນອຸປະສັກຕໍ່ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນແຂວງ.

ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ, ແລະ ທ່ານ ສີໂທ ທໍລະທາ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ເຊິ່ງເປັນສ່ວນໜຶ່ງຂອງຄວາມສຳເລັດຂອງກອງປະຊຸມພາກທຸລະກິດ (PSWG) ທີ່ໄດ້ຈັດຂຶ້ນໃນເດືອນພຶດສະພາ ປີ 2024. ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອສົ່ງເສີມ ການສົນທະນາແບບເປີດກວ້າງ ແລະ ການຮ່ວມມືແກ້ໄຂບັນຫາລະຫວ່າງຜູ້ນຳພາກລັດ ແລະ ເອກະຊົນ.

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ຄວາມສຳຄັນຕໍ່ກັບ ການສົນທະນາ ແລະ ການສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບບັນດາຄຳແນະນຳທີ່ເປັນຮູບປະທຳ ເພື່ອແກ້ໄຂຫຼາຍບັນຫາສຳຄັນ ທີ່ມີຜົນກະທົບຕໍ່ຂະແໜງການຕ່າງໆ ໃນແຂວງສະຫວັນນະເຂດ. ຫົວຂໍ້ສຳຄັນໃນການປຶກສາຫາລືປະກອບມີ ການປັບປຸງລະບົບສາຍສົ່ງໄຟຟ້າທີ່ຍັງບໍ່ພຽງພໍໃນປະຈຸບັນ, ການແກ້ໄຂບັນຫາການຂາດແຄນແຮງງານທີ່ມີທັກສະ, ການປັບປຸງຜົນຜະລິດໃນຂະແໜງການປູກເຂົ້າ ແລະ ມັນຕົ້ນ, ແລະ ການປັບປຸງຂັ້ນຕອນການເກັບພາສີ ໃຫ້ມີຄວາມງ່າຍດາຍຂຶ້ນ.

“ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດນີ້ ເປັນເວທີທີ່ສຳຄັນສຳລັບພວກເຮົາ ໃນການສະແດງ ຄຳຄິດຄຳເຫັນ ຂອງພາກເອກະຊົນ ແລະ ເຮັດວຽກຮ່ວມກັບລັດຖະບານ ເພື່ອຊອກຫາວິທີແກ້ໄຂທີ່ເປັນປະໂຫຍດເຊິ່ງ ຈະຊຸກຍູ້ການເຕີບໂຕທາງເສດຖະກິດ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ ໃນແຂວງສະຫວັນ ນະເຂດ,” ກ່າວໂດຍ ທ່ານ ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ.

ຫົວຫນ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງ USAID ກ່າວຕື່ມວ່າ “ພວກເຮົາເຊື່ອວ່າ ການນໍາເອົາຜູ້ທີ່ມີສ່ວນຮ່ວມສໍາຄັນມາຮ່ວມປຶກສາຫາລືນຳກັນ ແລະ ສົ່ງເສີມການສົນທະນາ ແບບເປີດກວ້າງນັ້ນ, ພວກເຮົາຈະສາມາດ ປັບປຸງນະໂຍບາຍຢ່າງມີປະສິດທິຜົນ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນ ໃຫ້ແກ່ພາກທຸລະກິດ ໃນແຂວງສະຫວັນນະເຂດ.”
ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຍັງຈະມີກອງປະຊຸມກະກຽມ ກັບປະທານຮ່ວມ ແລະ ບັນດາຜູ້ຕາງໜ້ານຳສະເໜີບັນຫາຕ່າງໆ ເພື່ອເຮັດໃຫ້ເກີດການແກ້ໄຂບັນຫາໄດ້ຕາມຄວາມຄາດຫວັງ ແລະ ຮັບປະກັນ ການປຶກສາຫາລືທີ່ມີປະສິດທິຜົນ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງ USAID ມີຈຸດປະສົງເພື່ອປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ໂດຍການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ແລະ ລັດຖະບານ ໃນການຮ່ວມມືກັນ ເພື່ອກໍານົດ ແລະ ແກ້ໄຂບັນດາຂໍ້ຈໍາກັດທີ່ທ່ວງດຶງການເຕີບໂຕຂອງທຸລະກິດ.

The post USAID ແລະ ຄູ່ຮ່ວມງານໃນແຂວງສະຫວັນນະເຂດ ຊ່ວຍກັນຊອກຫາທາງອອກ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ first appeared on Trade for Development - T4D.

]]>
USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ https://www.t4dlaos.org/lo/2024/10/01/usaid-%e0%ba%9b%e0%ba%b1%e0%ba%87%e0%ba%9b%e0%ba%b8%e0%ba%87%e0%ba%82%e0%ba%b0%e0%bb%81%e0%bb%9c%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%97%e0%bb%88%e0%ba%ad%e0%ba%87%e0%ba%97%e0%bb%88%e0%ba%bd/ Tue, 01 Oct 2024 02:28:04 +0000 https://www.t4dlaos.org/?p=5626 ຈຳປາສັກ, ວັນທີ 19 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ (CCCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ສະໜັບສະໜູນໂດຍໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມ ປຶກສາຫາລື ດ້ານວິຊາການ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 19 ແລະ 20 ກັນຍາ 2024. ກອງປະຊຸມດັ່ງກ່າວ, ເຊິ່ງມີຜູ້ຕາງໜ້າຈາກທັງພາກທຸລະກິດ ແລະ ພາກລັດເຂົ້າຮ່ວມ ສົນທະນາແກ້ໄຂຄວາມທ້າທາຍ ທີ່ບັນດາສະມາຄົມທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ກະສິກຳໄດ້ສະເໜີໄວ້, ນີ້ຖືເປັນການຮ່ວມມືກັນຂອງພາກລັດ ແລະ ພາກທຸລະກິດ ໃນການແກ້ໄຂບັນຫາຮ່ວມກັນເຊິ່ງຈະສ້າງປະໂຫຍດໃຫ້ແກ່ທັງ ພາກທຸລະກິດ ແລະ ຊຸມຊົນ ລະດັບທ້ອງຖິ່ນອີກດ້ວຍ. ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສະໜັບສະໜູນກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ຂອງແຂວຈຳປາສັກ (LPPD), […]

The post USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ first appeared on Trade for Development - T4D.

]]>
ຈຳປາສັກ, ວັນທີ 19 ກັນຍາ 2024 – ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ (CCCI) ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ສະໜັບສະໜູນໂດຍໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວຂອງອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມ ປຶກສາຫາລື ດ້ານວິຊາການ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວັນທີ 19 ແລະ 20 ກັນຍາ 2024. ກອງປະຊຸມດັ່ງກ່າວ, ເຊິ່ງມີຜູ້ຕາງໜ້າຈາກທັງພາກທຸລະກິດ ແລະ ພາກລັດເຂົ້າຮ່ວມ ສົນທະນາແກ້ໄຂຄວາມທ້າທາຍ ທີ່ບັນດາສະມາຄົມທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ກະສິກຳໄດ້ສະເໜີໄວ້, ນີ້ຖືເປັນການຮ່ວມມືກັນຂອງພາກລັດ ແລະ ພາກທຸລະກິດ ໃນການແກ້ໄຂບັນຫາຮ່ວມກັນເຊິ່ງຈະສ້າງປະໂຫຍດໃຫ້ແກ່ທັງ ພາກທຸລະກິດ ແລະ ຊຸມຊົນ ລະດັບທ້ອງຖິ່ນອີກດ້ວຍ.

ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສະໜັບສະໜູນກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ຂອງແຂວຈຳປາສັກ (LPPD), ອົງການ USAID ສົ່ງເສີມການສື່ສານແບບເປີດກວ້າງ ລະຫວ່າງຄູ່ຮ່ວມງານຈາກ ພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂບັນຫາສຳຄັນທີ່ເປັນອຸປະສັກ ຕໍ່ການເຕີບໂຕຂອງຂະແໜງການທ່ອງທ່ຽວ. ບັນຫາເຫຼົ່ານີ້ລວມມີ ການຂາດມາດຕະການທີ່ຊັດເຈນເພື່ອສົ່ງເສີມການທ່ອງທ່ຽວໃນລະດັບທ້ອງຖິ່ນ ແລະ ການຂາດແຄນ ແຮງງານທີ່ມີທັກສະ. ກອງປະຊຸມດັ່ງກ່າວຍັງໄດ້ອຳນວຍຄວາມສະດວກໃນການເລືອກຕັ້ງຜູ້ນຳຄົນໃໝ່ໃຫ້ແກ່ສະມາຄົມ ໂຮງແຮມ ແລະ ຮ້ານອາຫານຂອງແຂວງຈຳປາສັກ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາສະມາຄົມ ແລະ ຮັບປະກັນໃຫ້ມີຕົວແທນຈາກພາກທຸລະກິດໃນກົນໄກ LPPD ໃນອະນາຄົດ.

“ກອງປະຊຸມນີ້ຊ່ວຍໃຫ້ພວກເຮົາສາມາດລະບຸອຸປະສັກສະເພາະເຊັ່ນ: ກົດລະບຽບທີ່ເກົ່າແກ່ ແລະ ຂໍ້ຈຳກັດດ້ານພື້ນຖານ ໂຄງລ່າງທີ່ເປັນອຸປະສັກຕໍ່ຂະແໜງການທ່ອງທ່ຽວ ແລະ ກະສິກຳຂອງພວກເຮົາ,” ກ່າວໂດຍ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ. ທ່ານ ຍັງກ່າວຕື່ມອີກວ່າ “ພວກເຮົາມີຄວາມໝັ້ນໃຈວ່າ ການຮ່ວມມືກັບລັດຖະບານ ຈະຊ່ວຍພວກເຮົາໃນການຈັດຕັ້ງປະຕິບັດວິທີແກ້ໄຂບັນຫາຕ່າງໆ ເຊິ່ງຈະສາມາດດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ ແລະ ສ້າງໂອກາດທາງເສດຖະກິດທີ່ຍືນຍົງໃຫ້ແກ່ຊຸມຊົນຂອງພວກເຮົາ.”

ນອກຈາກການທ່ອງທ່ຽວແລ້ວ, ກອງປະຊຸມຍັງໄດ້ສຸມໃສ່ສິ່ງທ້າທາຍທີ່ສໍາຄັນພາຍໃນຂະແໜງການກະສິກຳ, ໂດຍສະເພາະໃນທຸລະກິດກາເຟ ແລະ ມັນຕົ້ນ ເຊັ່ນ: ຜົນຜະລິດຈາກສວນຍັງຢູ່ລະດຳຕໍ່າ, ຂາດມາດຕະຖານຂັ້ນຕໍ່າ ສໍາລັບກາເຟສົ່ງອອກ, ຂາດມາດຕະການເໝາະສົມທີ່ຮັບປະກັນສິດນຳໃຊ້ທີ່ດິນ, ການເກັບອາກອນຈາກຜູ້ສົ່ງອອກກາເຟ ທີ່ບໍ່ມີຄວາມເປັນເອກະພາບ, ແລະ ການສະໝັກເປັນສະມາຊິກອົງການກາເຟສາກົນ ເຊິ່ງໄດ້ຖືກປຶກສາຫາລືຢ່າງລະອຽດ.
“ພາກທຸລະກິດທີ່ມີຄວາມເປັນເອກະພາບ ແລະ ມີຄວາມເຂັ້ມແຂງແມ່ນມີຄວາມສຳຄັນຕໍ່ຄວາມສຳເລັດຂອງປີທ່ອງທ່ຽວລາວ 2024, ການເຕີບໂຕໃນໄລຍະຍາວຂອງອຸດສາຫະກຳການທ່ອງທ່ຽວ, ແລະ ການພັດທະນາແບບຍືນຍົງຂອງຂະແໜງການ ກະສິກຳຂອງພວກເຮົາ,” ກ່າວໂດຍ ຫົວໜ້າໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ. “ພວກເຮົາເຊື່ອວ່າກອງປະຊຸມໃນຄັ້ງນີ້ ແລະ ການເລືອກຕັ້ງຫົວໜ້າສະມາຄົມ ຄົນໃໝ່ຈະເບີກທາງໃຫ້ແກ່ການ ຮ່ວມມືທີ່ເພີ່ມຂຶ້ນ, ການສ້າງພື້ນຖານໂຄງລ່າງທີ່ດີຂຶ້ນ, ນະໂຍບາຍທີ່ໄດ້ຮັບການປັບປຸງ, ແລະ ໃນທີ່ສຸດກໍສົ່ງຜົນເຮັດໃຫ້ ຂະແໜງ ການທ່ອງທ່ຽວ ແລະ ກະສິກຳເຕີບໂຕ ແລະ ມີຄວາມຍືນຍົງຫຼາຍຂຶ້ນໃນແຂວງຈຳປາສັກ.”

ໂຄງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ຍັງຄົງມຸ່ງໝັ້ນທີ່ຈະສະໜັບ ສະໜູນ ລັດຖະບານລາວໃນການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ທຸລະກິດມີການເຕີບໂຕ. ການສົ່ງເສີມການ ປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານ ໃນລະດັບທ້ອງຖິ່ນ ຈະຊ່ວຍສ້າງການເຕີບໂຕໃຫ້ ຂະແໜງການທ່ອງທ່ຽວ ແລະ ກະສິກຳ ກໍ່ຄືການເຕີບໂຕທາງດ້ານເສດຖະກິດໃນແຂວງ ຈຳປາສັກ.

The post USAID ປັງປຸງຂະແໜງການທ່ອງທ່ຽວ ແລະ ກະສິກຳ ໃນແຂວງຈຳປາສັກ ຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ first appeared on Trade for Development - T4D.

]]>
ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” https://www.t4dlaos.org/lo/2024/09/16/%e0%ba%87%e0%ba%b2%e0%ba%99%e0%ba%99%e0%ba%b3%e0%ba%aa%e0%ba%b0%e0%bb%80%e0%bb%9c%e0%ba%b5%e0%ba%9c%e0%ba%bb%e0%ba%99%e0%ba%aa%e0%ba%b3%e0%bb%80%e0%ba%a5/ Mon, 16 Sep 2024 04:18:56 +0000 https://www.t4dlaos.org/?p=5616 ນະຄອນຫຼວງວຽງຈັນ, ສປປ ລາວ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານ ນຳສະເໜີຜົນສຳເລັດຂອງ ທສທ II ພາຍໃຕ້ຫົວຂໍ້ ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ ຫລື ເອີ້ນວ່າ BAF II Showcase ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 13 ກັນຍາ 2023.ງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງ ຜົນສຳເລັດຕະຫຼອດໄລຍະເວລາ 5 ປີ ຂອງການຈັດຕັ້ງປະຕິບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ ຫຼື ທສທ II ເພື່ອແນໃສ່ການຊ່ວຍເຫຼືອ ແລະ ປັບປຸງຂີດຄວາມສາມາດຂອງພາກທຸລະກິດຂອງລາວ. ງານນຳສະເໜີຜົນສຳເລັດຂອງ ທສທ II ໃນຄັ້ງນີ້ ໃຫ້ກຽດກ່າວເປີດໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ […]

The post ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານ ນຳສະເໜີຜົນສຳເລັດຂອງ ທສທ II ພາຍໃຕ້ຫົວຂໍ້ ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ ຫລື ເອີ້ນວ່າ BAF II Showcase ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 13 ກັນຍາ 2023.
ງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງ ຜົນສຳເລັດຕະຫຼອດໄລຍະເວລາ 5 ປີ ຂອງການຈັດຕັ້ງປະຕິບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ ຫຼື ທສທ II ເພື່ອແນໃສ່ການຊ່ວຍເຫຼືອ ແລະ ປັບປຸງຂີດຄວາມສາມາດຂອງພາກທຸລະກິດຂອງລາວ.

ງານນຳສະເໜີຜົນສຳເລັດຂອງ ທສທ II ໃນຄັ້ງນີ້ ໃຫ້ກຽດກ່າວເປີດໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ແຂກສຳຄັນທີ່ຖືກເຊີນເຂົ້າຮ່ວມອີກຫຼາຍທ່ານ ເຊັ່ນ: ທ່ານ. ແອນແດຼ ຄອບໂປລ່າ, ຫົວໜ້ານັກເສດຖະສາດ ແລະ ຄຸ້ມຄອງໂຄງການທະນາຄານໂລກ ປະຈໍາ ສປປ ລາວ, ຫວຽດນາມ ແລະ ກຳປູເຈຍ; ທ່ານ ນາງ ແຮັດເຕີ້ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອະເມລິກາ ປະຈໍາ ສປປ ລາວ; ທ່ານ ນາງ ເບນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ, ຕົວແທນຈາກພາກລັດ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາອື່ນໆ.

ທສທ II ແມ່ນໜຶ່ງໃນ 4 ເສົາຄ້ຳພາຍໃຕ້ໂຄງການສົ່ງເສີມຄວາມອາດສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ແລະ ໄດ້ຮັບຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາໂດຍ ພະແນກຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ. ໂຄງການ LCT ໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຊ່ວຍເຫຼຶອຈາກ ທະນາຄານໂລກ ລວມທັງທຶນຊ່ວຍເຫຼືອລ້າຫຼາຍຝ່າຍຈາກ ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດ ອົດສະຕາລີ (DFAT), ອົງການ Irish Aid ແລະ USAID.

ທສທ II ໄດ້ເລີ່ມເປີດໃຫ້ບໍລິການມາແຕ່ເດືອນ ກໍລະກົດ ປີ 2019 ໂດຍໃຫ້ການສະໜັບສະໜູນ ການໃຫ້ຄຳປຶກສາ ດ້ານທຸລະກິດແບບບໍ່ເສຍຄ່າ ໃຫ້ກັບພາກທຸລະກິດລາວ ທີ່ມີຄວາມຕ້ອງກາານການຊ່ວຍເຫຼືອ ລວມທັງການໃຫ້ການສະໜັບສະໜູນທຶນສົມທົບ 50% ໃຫ້ກັບບັນດາຫົວໜ່ວຍທຸລະກິດ ທີ່ຕ້ອງການເຂົ້າເຖິງການບໍລິການຂອງຜູ້ສະ ໜອງບໍລິການດ້ານການພັດທະນາທຸລະກິດ ຫຼື BDS ໃນການແກ້ໄຂຂໍ້ຈຳກັດທາງດ້ານເຕັກນິກເພື່ອການຂະຫຍາຍໂຕຂອງບໍລິສັດເຂົາເຈົ້າ.

ໄດ້ມີ 600 ກ່ວາບໍລິສັດ ທີ່ໄດ້ຮັບການບໍລິການ ໃຫ້ຄຳປຶກສາ ແລະ ຫຼາຍກ່ວາ 550 ທຶນສົມທົບທີ່ໄດ້ຮັບການອະນຸມັດ ເຊິ່ງໃນນັ້ນລວມມີຫຼາຍກ່າວ 360 ບໍລິສັດ ໃນຂອບເຂດທົ່ວປະເທດ.

ໃນບົດກ່າວເປີດຂອງ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວວ່າ “ພວກເຮົາຫວັງວ່າງານນຳສະເໜີ ຜົນສຳເລັດໃນມື້ນີ້ ຈະບໍ່ພຽງແຕ່ເປັນການສະໜອງຂໍ້ມູນທີ່ເປັນປະໂຫຍດ ຈາກການໃຫ້ບໍລິການຈາກຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ BDS ໃນການຂະຫຍາຍໂຕຂອງທຸລະກິດເຂົາເຈົ້າແນວໃດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມໃຫ້ບັນດາບໍລິສັດ ລວມທັງບໍລິສັດທີ່ກໍ່ຕັ້ງໃໝ່ ແລະ ຜູ້ປະກອບການລຸ້ນໃໝ່ ໃນການພ້ອມຮັບມືກັບຄວາມສ່ຽງຕ່າງໆ ເພື່ອສ້າງທຸລະກິດຂອງຕົນ ໃຫ້ກາຍເປັນບໍລິສັດທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ ມີຄວາມອາດສາມາດໃນການແຂ່ງຂັນກັບຕ່າງປະເທດໄດ້”

ງານນຳສະເໜີຜົນສຳເລັດຂອງ ທສທ II ຍັງໄດ້ມີການນຳສະເໜີ ຖານຂໍ້ມູນຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ ທີ່ດໍາເນີນໃນລາວ BDS ແບບອອນລາຍ, ລວມທັງນຳສະເໜີ 10 ກໍລະນີສຶກສາ ທີ່ສະແດງໃຫ້ເຫັນຜົນປະໂຫຍດ ຈາກການໃຊ້ການບໍລິການຂອງຜູ້ສະໜອງບໍລິການ ດ້ານການພັດທະນາທຸລະກິດ BDS ເພື່ອປັບປຸງການດຳເນີນງານຂອງບໍລິສັດ. ນອກຈາກນີ້ ຍັງມີ 10 ບົດນຳສະເໜີ ຈາກຜູ້ຊ່ຽວຊານ ທີ່ມາຈາກຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ BDS ໃນຂະແໜງການຕ່າງໆ ທີ່ແຕກຕ່າງກັນ, ລວມມີ: ການສ້າງ ແບຣນ ແລະ ການຕະຫຼາດ, ການນຳໃຊ້ນະວັດຕະກຳ, ປັນຍາປະດິດ (Artificial Intelligence-AI), ມາດຕະຖານ ແລະ ການຮັບຮອງ ຂະແໜງການອື່ນໆ.

ນອກຈາກນັ້ນ, ຍັງມີການວາງສະແດງຂອງ 30 ບໍລິສັດ ໄດ້ຮັບ ທຶນສົມທົບທສທ II ເພື່ອພັດທະນາທຸລະກິດຂອງເຂົາເຈົ້າ.
ທ່ານ ນາງ ວຽງສະຫວັດ ວິໄລທອງ ເຈົ້າຂອງບໍລິສັດ The Hands ໄດ້ຕາງໜ້າໃຫ້ບັນດາບໍລິສັດ ຜູ້ໄດ້ຮັບທຶນສົມທົບ ທສທ II ກ່າວວ່າ: “ຂ້າພະເຈົ້າຄິດວ່າ ກົນໄກການເຂົ້າເຖິງຂອງໂຄງການ ທສທ II ແມ່ນງ່າຍດາຍ ແລະ ເຂົ້າໃຈງ່າຍສຳລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຄືກັບຂ້າພະເຈົ້າ. ໃນຖານະທີ່ເປັນບໍລິສັດທີ່ກໍ່ຕັ້ງໃໝ່, ການສ້າງຜະລິດຕະພັນຂອງຂ້າພະເຈົ້າ ຂ້າພະເຈົ້າເຫັນວ່າ ການຊ່ວຍເຫຼືອຈາກຫຼາຍໆໂຄງການ ຍັງບໍ່ທັນເຂົ້າໃຈ ຫຼື ຍອມຮັບການຮ້ອງຂໍຈາກບໍລິສັດທີ່ກໍ່ຕັ້ງໃໝ່ຄືຂ້າພະເຈົ້າ. ແຕ່ວ່າ ທສທ II ມີໃຫ້. ຂໍຂອບໃຈກັບກະຊວງອຸດສາຫະກຳ ແລະ ການຄ້າ ທີ່ມີການສະໜອງ ທສທ II.”

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ທສທ II: www.baflaos.com
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ LCT: https://www.t4dlaos.org/lct-project
ຫຼື ສາມາດຕິດຕໍ່ຜ່ານອີເມລ: info@baflaos.com

The post ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” first appeared on Trade for Development - T4D.

]]>
ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ https://www.t4dlaos.org/lo/2024/08/21/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%80%e0%ba%9c%e0%ba%b5%e0%ba%8d%e0%bb%81%e0%ba%9e%e0%bb%88-%e0%ba%81%e0%ba%b2%e0%bb%9d%e0%ba%b2%e0%ba%8d%e0%ba%ab%e0%ba%b1/ Wed, 21 Aug 2024 08:04:12 +0000 https://www.t4dlaos.org/?p=5582 ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໄດ້ຈັດຝຶກອົບຮົມກ່ຽວກັບກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ຢູ່ແຂວງສະຫວັນນະເຂດ ໃນວັນທີ 14 ແລະ ຈຳປາສັກ ໃນວັນທີ 16 ສິງຫາ 2024. ກອງປະຊຸມຝືກອົບຮົມຢູ່ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ທ່ານ ສີໂທ ໂທລະທາ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ຈາກກຸ່ມຜະລິດ, ທຸລະກິດຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ . ພ້ອມດຽວກັນນັ້ນ, ກໍ່ໄດ້ສືບຕໍ່ຈັດກອງປະຊຸມຝືກອົບຮົມດັ່ງກ່າວທີ່ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ […]

The post ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໄດ້ຈັດຝຶກອົບຮົມກ່ຽວກັບກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ຢູ່ແຂວງສະຫວັນນະເຂດ ໃນວັນທີ 14 ແລະ ຈຳປາສັກ ໃນວັນທີ 16 ສິງຫາ 2024.

ກອງປະຊຸມຝືກອົບຮົມຢູ່ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ທ່ານ ສີໂທ ໂທລະທາ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ຈາກກຸ່ມຜະລິດ, ທຸລະກິດຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ .

ພ້ອມດຽວກັນນັ້ນ, ກໍ່ໄດ້ສືບຕໍ່ຈັດກອງປະຊຸມຝືກອົບຮົມດັ່ງກ່າວທີ່ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ ແລະ ປອ. ເພັດສາຄອນ ຄໍສີສະຫວັດ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ.

ກອງປະຊຸມໃນຄັ້ງນີ້ແມ່ນສືບຕໍ່ຈາກການເປີດການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດໃນເດືອນ ມີນາ 2024 ທີ່ຜ່ານມາ. ການຝຶກອົບຮົມຄັ້ງນີ້ແນໃສ່ເຜີຍແພ່ຂໍ້ມູນກ່ຽວກັບ ຄວາມໝາຍຄວາມສຳຄັນ ຂອງກາໝາຍຫັດຖະກຳແຫ່ງຊາດ, ຂັ້ນຕອນການຂໍອະນຸຍາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ແລະ ການນໍາໃຊ້ກາໝາຍໃນການສື່ສານໂຄສະນາ ລວມທັງການເຂົ້າເຖິງຕະຫຼາດສາກົນເຊິ່ງ ຄວາມຮູ້ເຫຼົ່ານີ້ຈະຊ່ວຍສ້າງຄວາມສາມາດໃຫ້ພາກທຸລະກິດໃນຂະແໜງຫັດຖະກໍາ ສາມາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດເປັນເຄື່ອງມືທາງດ້ານການຕະຫຼາດ ໄດ້ຢ່າງມີປະສິດທິພາບ. ພ້ອມທັງ, ຍົກສູງຄວາມເຂົ້າໃຈຂອງວິຊາການຂັ້ນທ້ອງຖິ່ນ ກ່ຽວກັບຂັ້ນຕອນການຂໍອະນຸຍາດນຳໃຊ້ກາໝາຍຫັດຖະກຳແຫ່ງຊາດ.
ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຝຶກອົບຮົມນີ້ໂດຍກ່າວວ່າ: “ການຝຶກອົບຮົມຄັ້ງນີ້ເປັນເຄື່ອງມືຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງ ຫັດຖະກຳຮັບຮູ້ ແລະ ເຂົ້າໃຈວ່າ ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ສາມາດເພີ່ມມູນຄ່າໃຫ້ແກ່ສິນຄ້າຫັດຖະກຳຂອງລາວ ເພື່ອສົ່ງເສີມການສົ່ງອອກສິນຄ້າຫັດຖະກຳລາວ ສູ່ຕະຫຼາດສາກົນ.”
ທ່ານ ປອ. ເພັດສາຄອນ ຄໍສີສະຫວັດ ກ່າວວ່າ: “ກາໝາຍຫັດຖະກຳແຫ່ງຊາດ ບໍ່ໄດ້ເປັນພຽງສັນຍາລັກໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໂຕຊ່ວຍຂັບເຄື່ອນການເຕີບໂຕດ້ານເສດຖະກິດອີກດ້ວຍ. ຍົກສູງຄຸນຄ່າສີມືຫັດຖະກຳ ແລະ ຄວາມເປັນເອກະລັກຂອງລາວ ສູ່ເວທີສາກົນນັ້ນ ຈະຊ່ວຍສ້າງໂອກາດໃນການສົ່ງອອກທີ່ເພີ່ມຂຶ້ນ, ສ້າງລາຍໄດ້ທີ່ຍືນຍົງ ແລະ ພັດທະນາຂະແໜງຫັດຖະກຳໃຫ້ມີຄວາມເຂັ້ມແຂງ.”
ກາໝາຍຫັດຖະກຳແຫ່ງຊາດ ຄາດວ່າຈະມີບົດບາດສໍາຄັນໃນການນຳສະເໜີມໍລະດົກວັດທະນະທໍາອັນໂດດເດັ່ນຂອງລາວຜ່ານເຄື່ອງຫັດຖະກໍາຂອງລາວ. ການສົ່ງເສີມສິນຄ້າຫັດຖະກໍາເຫຼົ່ານີ້ໃຫ້ທົ່ວໂລກໄດ້ຮັບຮູ້ ໂດຍການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດຈະສ້າງຄວາມຮັບຮູ້ກ່ຽວກັບວັດທະນະທໍາ ແລະ ສົ່ງເສີມການທ່ອງທ່ຽວ ຂອງ ສປປ ລາວ ເຊິ່ງຈະ ສົ່ງຜົນໄດ້ຮັບທາງບວກໃຫ້ແກ່ເສດຖະກິດໃນທ້ອງຖິ່ນອີີກດ້ວຍ.

ອົງການພັດທະນາສາກົນສະຫະລັດອາເມລິກາ, ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ອຳນວຍຕໍ່ທຸລະກິດລາວ (USAID LBE), ແມ່ນໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

The post ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ first appeared on Trade for Development - T4D.

]]>
ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ https://www.t4dlaos.org/lo/2024/08/12/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7%e0%bb%84%e0%ba%94%e0%bb%89-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%99%e0%ba%b3%e0%bb%83%e0%ba%8a%e0%bb%89-%e0%ba%a5%e0%ba%b0%e0%ba%9a/ Mon, 12 Aug 2024 08:38:54 +0000 https://www.t4dlaos.org/?p=5563 ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ 2024 – ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງອົງການພັດທະນາສາກົນ ປະເທດສະຫະລັດອາ ເມລິກາ (USAID) ໄດ້ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ທີ່ໄດ້ຮັບການປັບປຸງໃໝ່. ເວັບໄຊ ທີ່ຊົມໃຊ້ງ່າຍນີ້ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນການປົກປ້ອງນະວັດຕະກຳ ແລະ ແນວຄິດສ້າງສັນ ຂອງພວກເຂົາ ພ້ອມຍັງສົ່ງເສີມເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ຄວາມສາມາດໃນ ການແຂ່ງຂັນ. ງານເປີດໂຕ ໃນມື້ນີ້ ຖືກຈັດຂຶ້ນພາຍໃຕ້ ການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ Elizabeth Chambers ຮັກສາການຫົວໜ້າອົງການ USAID ປະຈຳ […]

The post ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ 2024 – ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງອົງການພັດທະນາສາກົນ ປະເທດສະຫະລັດອາ ເມລິກາ (USAID) ໄດ້ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ທີ່ໄດ້ຮັບການປັບປຸງໃໝ່. ເວັບໄຊ ທີ່ຊົມໃຊ້ງ່າຍນີ້ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນການປົກປ້ອງນະວັດຕະກຳ ແລະ ແນວຄິດສ້າງສັນ ຂອງພວກເຂົາ ພ້ອມຍັງສົ່ງເສີມເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ຄວາມສາມາດໃນ ການແຂ່ງຂັນ. ງານເປີດໂຕ ໃນມື້ນີ້ ຖືກຈັດຂຶ້ນພາຍໃຕ້ ການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ Elizabeth Chambers ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກກະຊວງ ຕ່າງໆ ແລະ ພາກທຸລະກິດ ຫຼາຍກວ່າ 80 ທ່ານ.

ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ຫຼື IP Portal dip.gov.la ໄດ້ຮັບການປັບປຸງໃໝ່ ແລະ ຖືກພັດທະນາ ໂດຍການ ສະໜັບສະໜູນ ຈາກອົງການ USAID ເຮັດໜ້າທີ່ເປັນບ່ອນສະໜອງແຫຼ່ງຂໍ້ມູນແບບຄົບວົງຈອນ, ມີຄຳແນະນຳ ທີ່ຊັດເຈນ ແລະ ເຂົ້າໃຈງ່າຍ ກ່ຽວກັບຊັບສິນທາງປັນຍາ ໂດຍລວມ. ຂັ້ນຕອນການສະມັກທີ່ງ່າຍດາຍຂຶ້ນ ຈະຊ່ວຍໃຫ້ຜູ້ປະກອບການ ສາມາດປົກປ້ອງການປະດິດຄິດແຕ່ງຂອງພວກເຂົາໄດ້, ໃນຂະນະທີ່ ການອະທິບາຍທີ່ເຂົ້າໃຈງ່າຍ ໃນເວັບໄຊ ກ່ຽວກັບ ສິດຕ່າງໆທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ ຈະຊ່ວຍຊຸກຍູ້ໃຫ້ເກີດວັດທະນະທຳດ້ານນະວັດຕະກຳ ແລະ ການຄົ້ນຄວ້າ ແລະ ການລົງທຶນດ້ານການພັດທະນາຫຼາຍຂຶ້ນ. ສິ່ງນີ້ ຍັງຈະຊ່ວຍກະຕຸ້ນໃຫ້ເກີດການສ້າງສັນສິນຄ້າ ແລະ ການບໍລິການໃໝ່ໆ ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ທຸລະກິດຂອງລາວ ເພື່ອສາມາດແຂ່ງຂັນໃນຕະຫຼາດສາກົນໄດ້.

ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ “ງານເປີດໂຕ IP Portal ໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນ ສຳລັບວຽກງານຊັບສິນທາງປັນຍາ ຂອງ ສປປ ລາວ ເພື່ອສົ່ງເສີມສະພາບແວດລ້ອມ ທີ່ສະໜັບສະໜູນນະວັດຕະກຳ, ຄວາມຄິດສ້າງສັນ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ. ແຫຼ່ງຂໍ້ມູນນີ້ ຈະຊ່ວຍສະໜອງເຄື່ອງມືທາງກົດໝາຍ ໃຫ້ແກ່ພາກທຸລະກິດ ໃນການປົກປ້ອງຊັບສິນທາງປັນຍາຂອງພວກເຂົາ. ພວກເຮົາມີຄວາມໝັ້ນໃຈວ່າ ແຫຼ່ງຂໍ້ມູນນີ້ ຍັງຊ່ວຍຂັບເຄື່ອນໃຫ້ເກີດວັດທະນະທຳຂອງການປະດິດຄິດສ້າງ ແລະ ຂັບເຄື່ອນພາກທຸລະກິດສູ່ຕະຫຼາດໂລດອີກດ້ວຍ.”

ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ໃນການນຳພາສ້າງຄວາມເຂັ້ມແຂງຕໍ່ ກອບວຽກ ແລະ ເຄື່ອງມືດ້ານຊັບສິນທາງປັນຍາ. ທ່ານໄດ້ກ່າວວ່າ: “ການຄຸ້ມຄອງ ແລະ ປົກປ້ອງ ຊັບສິນທາງປັນຍາ ຊ່ວຍໃຫ້ທຸລະ ກິດຂອງລາວ ໄດ້ປົກປ້ອງສິນຄ້າ, ຮວມທັງຂະບວນການ ແລະ ຍີ່ຫໍ້ ທີ່ມີຄວາມເອກະລັກ ຂອງພວກເຂົາ ເຊິ່ງມີຄວາມສຳຄັນ ໃນການ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ນາງຍັງກ່າວຕື່ມວ່າ: ອົງການ USAID ມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືນຳກະຊວງອຸດສາຫະກຳ ແລະ ການຄ້າ ໃນການປັບປຸງ ສະພາບແວດລ້ອມ ໃນການດຳເນີນທຸລະກິດ, ສົ່ງເສີມນະວັດຕະກຳ ແລະ ປັບປຸງການລົງທຶນ ໃນ ສປປ ລາວ ເຊິ່ງປະກອບສ່ວນໃນການສ້າງ ວຽກເຮັດງານທຳ ແລະ ພັດທະນາເສດຖະກິດ ຂອງ ສປປ ລາວ.”

ວຽກງານຊັບສິນທາງປັນຍາທີ່ເຂັ້ມແຂງ ບໍ່ພຽງແຕ່ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແຕ່ຍັງດຶງດູດການ ລົງທຶນຈາກຕ່າງປະເທດ ເຊິ່ງຈະນຳໄປສູ່ ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຍີ ແລະ ຄວາມຈະເລີນດ້ານເສດຖະກິດ. IP Portal ນີ້ ຍັງມີບົດບາດສຳຄັນ ໃນການຮັກສາສິດທາງຊັບສິນທາງປັນຍາ, ຊຸກຍູ້ນະວັດຕະກຳ, ດຶງດູດການລົງລົງທຶນ ແລະ ພັດທະນາເສດຖະກິດ.

ໃນໄລຍະທີ່ຜ່ານມາ, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ພາກທຸລະກິດ. ອົງການ USAID ໄດ້ສະໜອງການຊ່ວຍເຫຼືອ ຢ່າງຕໍ່ເນື່ອງ ໃຫ້ແກ່ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບ ເຄື່ອງໝາຍການຄ້າ, ແບບອຸດສາຫະກຳ, ສິດທິບັດ, ລິຂະສິດ ແລະ ປະເພດຊັບສິນທາງປັນຍາອື່ນໆ ພ້ອມກັບ ຂໍ້ຕົກລົງຂອງລັດຖະມົນຕີ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານກ່ຽວກັບການຈົດທະບຽນ ຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່ ແລະ ປັບປຸງເວັບໄຊກ່ຽວກັບສິດທາງຊັບສິນທາງປັນຍາ ໃຫ້ມີຄວາມທັນສະໃໝຂຶ້ນ.

The post ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ first appeared on Trade for Development - T4D.

]]>