ຂ່າວ TPSWG - Trade for Development - T4D https://www.t4dlaos.org T4D Laos Wed, 30 Oct 2024 07:04:12 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ຂ່າວ TPSWG - Trade for Development - T4D https://www.t4dlaos.org 32 32 ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ https://www.t4dlaos.org/lo/2024/10/30/%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99%e0%ba%b2-%e0%bb%81/ Wed, 30 Oct 2024 07:04:10 +0000 https://www.t4dlaos.org/?p=5741 ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 30 ຕຸລາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ຄັ້ງທີ 23 ຂື້ນ. ເຊິງກອງປະຊຸມດັ່ງກ່າວ ແມ່ນເວທີ ສຳລັບພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນດາຜູ້ໃຫ້ທຶນ ໄດ້ມີໂອກາດ ໃນການແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ສຳລັບການສົ່ງເສີມການພັດທະນາພາກທຸລະກິດ/SME ໃນ ສປປ ລາວ. ກອງປະຊຸມ TPSWG ຄັ້ງທີ23 ໃຫ້ກຽດເປັນປະທານໂດຍທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມັນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Mark Gallagher Read more…

The post ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 30 ຕຸລາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ຄັ້ງທີ 23 ຂື້ນ. ເຊິງກອງປະຊຸມດັ່ງກ່າວ ແມ່ນເວທີ ສຳລັບພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນດາຜູ້ໃຫ້ທຶນ ໄດ້ມີໂອກາດ ໃນການແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ສຳລັບການສົ່ງເສີມການພັດທະນາພາກທຸລະກິດ/SME ໃນ ສປປ ລາວ.

ກອງປະຊຸມ TPSWG ຄັ້ງທີ23 ໃຫ້ກຽດເປັນປະທານໂດຍທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມັນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Mark Gallagher ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ລວມທັງແຂກ ຫຼາຍກ່ວາ 80 ທ່ານ ທີ່ເປັນຕົວແທນຈາກຂະແໜງການຕ່າງໆ ເປັນຕົ້ນແມ່ນ ບັນດາກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ ແລະ ສະມາຄົມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ໃນບົດກ່າວເປີດ, ທ່ານຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ເນັ້ນໃຫ້ເຫັນວ່າ ໃນຄະນະທີ່ພວກເຮົາ ກຳລັງມີຄວາມຄືບໜ້າອັນດີ ໃນການເຊື່ອມໂຍງເຂົ້າກັບເສດຖະກິດໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ໃນກອບຂອງ ປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ (WTO), ແຕ່ກໍ່ຍັງມີຫຼາຍຢ່າງທີ່ພວກເຮົາຍັງຕ້ອງໄດ້ເຮັດ ໂດຍທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ “ການຍາດແຍ່ງບັນດາຜົນປະໂຫຍດ ຈາກການເຊື່ອມໂຍງ ເຂົ້າສາກົນສຳລັບປະເທດເຮົາ ເປັນຕົ້ນແມ່ນໃນຮູບແບບຂອງ AEC, ມັນມີຄວາມຈຳເປັນຫຼາຍ ທີ່ປະເທດເຮົາຈະຕ້ອງເພີ່ມຄວາມອາດສາມາດ ໃນການແຂ່ງຂັນຂອງປະເທດ ດ້ວຍການເພີ່ມທະວີການເຊື່ອມໂຍງເສດຖະກິດສາກົນ, ສ້າງສະພາບແວດລ້ອມທີ່ເອື້ອຳນວຍສຳລັບການຄ້າ ແລະ ການລົງທຶນ, ແລະ ປັບປຸງຜະລິດຕະພາບຂອງວິສາຫະກິດລາວເຮົາ”.

ທ່ານທູດ Variava, ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ກະຊວງ ແລະ ລັດຖະບານ ສປປ ລາວ ທີ່ປະສົບຜົນສຳເລັດ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນໃນປີນີ້ ແລະ ໃຫ້ຄວາມສົນໃຈສະເພາະຕໍ່ກັບຂະແໜງການ SME ໂດຍທ່ານໄດ້ກ່າວວ່າ “ຂະແໜງການ SME ຖືເປັນກະດູກສັນຫຼັງຂອງເສດຖະກິດລາວ, ຂັບເຄື່ອນນະວັດຕະກຳ ແລະ ການຈ້າງງານ. ດ້ວຍການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ກັບບັນດາຜູ້ປະກອບການ, ພວກເຮົາສາມາດຍົກລະດັບຄວາມອາດສາມາດດ້ານການແຂ່ງຂັນພາຍໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຂອງອາຊຽນຢ່າງກ້ວາງຂວາງ”. ທ່ານຍັງກ່າວເພີ່ມເຕີມອີກວ່າ “ສະຫະລັດອາເມລິກາ ຍັງຄົງຢຶດໝັ້ນຄຳໝັ້ນສັນຍາ ໃນການເປັນເພື່ອນຮ່ວມການກັບ ສປປ ລາວ ໃນການສົ່ງເສີມການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ສົ່ງເສີມການປະຕິຮູບດ້ານເສດຖະກິດ, ແລະ ສະໜັບສະໜູນແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ບັນດາຄູ່ຮ່ວມງານອາຊຽນ.”

ກອງປະຊຸມ ໄດ້ປຶກສາຫາລື ຮ່າງກິດຈະກຳທີ່ເປັນບູລິມະສິດ ສຳລັບວຽກງານການຄ້າ ແລະ ຂົງເຂດທີ່ຕິດພັນກັບຂະແໜງການຄ້າ ເພື່ອຮັບປະກັນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລຽນ, ບັນດາຜົນສຳເລັດຕົ້ນຕໍ ຈາກກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ ທີ່ຜ່ານມາ, ຄວາມຄືບໜ້າຂອງກົນໄກການເຈລະຈາພາກລັດ ແລະ ພາກທຸລະກິດ (PPD) ພາຍໃຕ້ກອງປະຊຸມທຸລະກິດລາວ (LBF), ພາບລວມຂອງແຜນພັດທະນາ 5ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ແນວຄວາມຄິດລິເລີ່ມເບື້ອງຕົ້ນ ຂອງການໃຫ້ການຊ່ວບເຫຼືອທາງດ້ານວິຊາການກັບຂະແໜງການທີ່ຕິດພັນກັບການຄ້າໃນອະນາຄົດ.

ໃນບົດກ່າວປິດຂອງທ່ານທູດ Gallagher ທ່ານໄດ້ກ່າວວ່າ. “ພວກເຮົາສະໜັບສະໜູນກອງປະຊຸມທຸລະກິດລາວ ແລະ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ເພື່ອສືບຕໍ່ເຮັດວຽກຢ່າງໄກ້ສິດ ໃນການຕິດຕາມຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມທາງທຸລະກິດໃນຕໍ່ໜ້າ ແລະ ການລົງທຶນທີ່ສາມາດຊ່ວຍໃນການສ້າງວຽກເຮັດງານທຳ ແລະ ແລະ ການເຕີບໂຕທາງດ້ານທຸລະກິດໂດຍລວມ”.

ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ສະຫຼຸບ ກອງປະຊຸມ ດ້ວຍການຢ້ຳຄືນ ຄຳເຫັນຂອງປະທານຮ່ວມ ກ່ຽວກັບຄວາມສຳຄັນຂອງການມີກອບກົດໝາຍດ້ານການລົງທຶນທີ່ມີຄວາມໂປ່ງໄສ ແລະ ສາມາດຄາດເດົາໄດ້ ແລະ ການເຊື່ອມສານບັນດາລະບຽບການດ້ານການຄ້າ ເຂົ້າໃນການດຶງດູດການລົງທຶນທີ່ມີຄຸນນະພາບ ໂດຍທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ເຫັນດີກັບຄຳເຫັນຂອງທ່ານປະທານຮ່ວມ ກ່ຽວກັບບົດບາດຄວາມສຳຄັນຂອງ PPD ພາຍໃຕ້ກອງປະຊຸມ LBF ແລະ ພວກເຮົາຈຳເປັນຕ້ອງເພີ່ມທະວີຄວາມພະຍາຍາມຂື້ນອີກສອງເທົ່າ ໃນການແກ້ໄຂບັນດາຂໍ້ສະເໜີທີ່ໄດ້ຍົກຂື້ນ ໃນກອງປະຊຸມ LBF ຄັ້ງທີ 15 ທີ່ຜ່ານມາ ເປັນຕົ້ນແມ່ນ ວາລະການປະຕິຮູບທີ່ເປັນບູລິມະສິດ ທີ່ໄດ້ກຳນົດໂດຍກອງປະຊຸມ LBF ຄັ້ງທີ 15 ນັ້ນ”.

ໃນບົດກ່າວປິດ, ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວເພີ່ມເຕີມວ່າ “ຕາງໜ້າໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຂ້າພະເຈົ້າ ຂໍຢືນຢັນຕໍ່ກັບຄຳໝັ້ນສັນຍາຂອງພວກເຮົາ ໃນການປະສານງານກັບບັນດາກະຊວງທີ່ກ່ຽວຂ້ອງ, ພາກທຸລະກິດ ແລະ ບັນດາຄູ່ຮ່ວມພັດທະນາ ໃນການແກ້ໄຂ ອຸປະສັກ ແລະ ສິ່ງທ້າທາຍ ທີ່ພາກທຸລະກິດພົບພໍ້.” ພ້ອມທັງກ່າວຂອບໃຈ ຕໍ່ກັບຜູ້ທີ່ເຂົ້າຮ່ວມທຸກໆທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານລວມມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ບັນດາສິ່ງທ້າທາຍທີ່ສຳຄັນ ແລະ ກາລະໂອກາດ ສຳລັບການສົ່ງເສີມ ການພັດທະນາພາກທຸລະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ https://www.t4dlaos.org/lo/2024/06/14/%e0%ba%a5%e0%ba%b1%e0%ba%94%e0%ba%96%e0%ba%b0%e0%ba%9a%e0%ba%b2%e0%ba%99-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99-3/ Fri, 14 Jun 2024 07:20:39 +0000 https://www.t4dlaos.org/?p=5484 ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 14 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນ ໃນການລົບລ້າງ ບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ. ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ Read more…

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 14 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນ ໃນການລົບລ້າງ ບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ.

ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ. ພ້ອມດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 80 ທ່ານ ຈາກຂະແໜງການກ່ຽວຂ້ອງພາກລັດ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ບັນດາສະພາການຄ້າ ແລະ ສະມາຄົມທຸລະກິດຕ່າງປະເທດ ທີ່ປະຈຳຢູ່ໃນ ສປປ ລາວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ຮອງລັດຖະມັນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວເນັ້ນວ່າ ບັນດານະໂຍບາຍ ແລະ ທຸກໆຄວາມຕັ້ງໃຈຂອງລັດຖະບານ ໄດ້ມີບົດບາດສຳຄັນ ໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ໂດຍທ່ານໄດ້ກ່າວວ່າ “ລັດຖະບານພວກເຮົາ ໄດ້ຍຶດໝັ້ນໃນການຈັດຕັ້ງປະຕິບັດຫຼາຍມາດຕະການທີ່ສຳຄັນ ເພື່ອສະໜັບສະໜູນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ໂດຍສະເພາະ ການສ້າງຄວາມສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດ ໂດຍການປັບປຸງກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ລວມທັງບັນດາມາດຕະການ ແລະ ຄຳແນະນຳ ທີ່ຕິດພັນກັບການລົງທຶນ; ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດການປັບປຸງເຫລົ່ານີີ້ ຍັງເປັນສິ່ງທ້າທາຍຢູ່ ໂດຍສະເພາະໃນຂັ້ນທ້ອງຖິ່ນ.”.

ທ່ານທູດ Marciulionyte, ກໍ່ໄດ້ກ່າວຢ້ຳເຖິງບັນຫາສຳຄັນ ທີ່ເປັນອຸປະສັກຕໍ່ການພັດທະນາພາກເອກະຊົນ ໂດຍທ່ານໄດ້ກ່າວວ່າ “ໃນຫລາຍໆບັນຫາທີ່ພົ້ນເດັ່ນ ສຳລັບປີ 2024 ນີ້ ພວກເຮົາໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບພາຍໃນອົງກອນຜູ້ໃຫ້ທຶນ, ສະພາການຄ້າຕ່າງປະເທດ ກຳນົດບາງບັນຫາທີ່ເປັນບູລິມະສິດ ເພື່ອສະເໜີພິຈາລະນາແກ້ໄຂ ເຊັ່ນ: ບັນຫາທີ່ຕິດພັນກັບການຄຸ້ມຄອງອັດຕາແລກປ່ຽນ ເປັນຕົ້ນແມ່ນຂໍ້ຕົກລົງເລກທີ 333 ຂອງທະນາຄານແຫ່ງ ສປປ ລາວ, ການເກັບອັດຕາຄ່າຂົນສົ່ງຜ່ານແດນທີ່ສູງ ຂອງທ່າບົກ ແລະ ດຳລັດເລກທີ 238/ລບ ວ່າດ້ວຍສະມາຄົມ ໂດຍກຳນົດບໍ່ອະນຸຍາດໃຫ້ຄົນຕ່າງປະເທດໃນນາມຕາງໜ້າໃຫ້ກັບທຸລະກິດ, ຜູ້ຊ່ຽວຊານຕ່າງປະເທດ ຫຼື ອາສາສະໝັກຄົນຕ່າງປະເທດ ເຮັດວຽກປະຈໍາໃນສະມາຄົມເສດຖະກິດ”.

ກອງປະຊຸມໄດ້ແບ່ງເປັນສອງພາກ ໂດຍພາກທຳອິດໄດ້ນຳສະເໜີກ່ຽວກັບບັນດາວຽກງານການປັບປຸງ ແລະ ປະຕິຮູບ ທີ່ກຳລັງດຳເນີນຢູ່ ເພື່ອຊ່ວຍປັບປຸງສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນ ເຊັ່ນ: ການປັບປຸງດຳລັດວ່າດ້ວຍບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ລວມທັງຄວາມຄືບໜ້າການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍຕາງໜ້າຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ຕາມດ້ວຍການລາຍງານກ່ຽວກັບການຈັດຕັ້ງປະຕິບັດບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍຕາງໜ້າຈາກກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ພາກທີສອງຂອງກອງປະຊຸມ ໄດ້ນຳສະເໜີກ່ຽວກັບກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ (PPD) ພາຍໃຕ້ກອງປະຊຸມທຸລະກິດລາວ ໂດຍຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິ່ງໄດ້ສັງລວມໝາກຜົນຂອງກອງປະຊຸມ LBF ຄັ້ງທີ 15 ແລະ ບັນດາຂໍ້ສະເໜີບັນຫາບູລິມະສິດທີ່ໄດ້ຮັບຮອງໃນກອງປະຊຸມ LBF ຄັ້ງທີ 15 ຜ່ານມາ ເຊິ່ງຫົວຂໍ້ສຸດ ແມ່ນນຳສະເໜີໂດຍຕາງໜ້າຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບຂໍ້ຕົກລົງເລກທີ 004/ນຍ ຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກເອກະຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ.

ໃນບົດກ່າວປິດ ທ່ານທູດ Variava, ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບການປຶກສາຫາລືທີ່ເປັນປະໂຫຍດ ແລະ ກົງໄປກົງມາ ກ່ຽວກັບບັນດາການປະຕິຮູບດ້ານນະໂຍບາຍຂອງລັດຖະບານ ແນໃສ່ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ, ຊຸກຍູ້ການຄ້າ ແລະ ການລົງທຶນພາຍໃນປະເທດ ໂດຍທ່ານໄດ້ກ່າວວ່າ “ການສົນທະນາ ທີ່ພວກເຮົາມີຮ່ວມກັນໃນມື້ນີ້ ໄດ້ສ່ອງແສງເຖິງຫຼາຍບັນຫາທີ່ສຳຄັນ ທີ່ສົ່ງຜົນຕໍ່ການສົ່ງເສີມບັນດານະໂຍບາຍ ແລະ ມາດຕະການ ທີ່ຊຸກຍູ້ ແລະະ ສ້າງຄວາມສະດວກ ໃຫ້ແກ່ການຄ້າພາຍໃນປະເທດ ກໍ່ຄື ປະເທດໄກ້ຄຽງ. ບັນດາຄວາມພະຍາຍາມເຫຼົ່ານີ້ ແນໃສ່ການຫຼຸດຜ່ອນບັນດາອຸປະສັກ ແລະ ປັບປຸງຂະບວນການພັດທະນາ ແລະ ການເຕີບໂຕຂອງທຸລະກິດ ທົ່ວ ສປປ ລາວ”.

ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວສະຫລຸບກອງປະຊຸມ ໂດຍຢ້ຳຄືນບັນດາບັນຫາທີ່ສຳຄັນ ທີ່ທ່ານປະທານຮ່ວມໄດ້ກ່າວມາ ເຊັ່ນ: ຄວາມສຳຄັນຂອງການມີກອບກົດໝາຍການລົງທຶນທີ່ໂປ່ງໃສ ແລະ ສາມາດຄາດເດົາໄດ້ ພ້ອມທັງມີການປັບປຸງລະບຽບການດ້ານການຄ້າ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ. ໂດຍທ່ານໄດ້ກ່າວວ່າ “ຂ້າພະເຈົ້າເຫັນດີຕໍ່ການຕີລາຄາຂອງທ່ານປະທານຮ່ວມ ກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງກົນໄກປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ ແລະ ພວກເຮົາຕ້ອງເພີ່ມຄວາມພະຍາຍາມເປັນສອງເທົ່າໃນການແກ້ໄຂບັນດາບັນຫາທີ່ຍົກຂື້ນໃນກອງປະຊຸມ LBF ຄັ້ງທີ 15, ໂດຍສະເພາະການແກ້ໄຂບັນຫາບູລິມະສິດ ທີ່ກອງປະຊຸມ LBF ຄັ້ງທີ 15 ໄດ້ຮັບຮອງ,”.

ໃນບົດກ່າວປິດ ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວອີກວ່າ “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລຶອ ໃນການພັດທະນາແກ່ພວກເຮົາມາຍາວນານ ໂດຍສະເພາະໃນການອອກແບບ ແລະ ຈັດຕັ້ງປະຕິບັດ ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ບັນຍາກາດການລົງທຶນ ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ພວກເຮົາຢ່າງຕໍ່ເນື່ອງ ໃນການປັບປຸງບັນດາຂົງເຂດສຳຄັນຂອງບັນຍາກາດການລົງທຶນ ທີ່ພວກເຮົາໄດ້ຮ່ວມກັນປຶກສາຫາລືໃນມື້ນີ້” ແລະ ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບາຍການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ first appeared on Trade for Development - T4D.

]]>
ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ https://www.t4dlaos.org/lo/2023/11/21/%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%bb%80%e0%ba%ad%e0%ba%81%e0%ba%b0%e0%ba%8a%e0%ba%bb%e0%ba%99-%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9b/ Tue, 21 Nov 2023 06:56:10 +0000 https://www.t4dlaos.org/?p=5227 ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີິ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ປະທານຮ່ວມຂອງ ທ່ານ ນາງ ອີນາ ມາຈູລໍນີແຕ, Read more…

The post ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ.

ກອງປະຊຸມ ຄັ້ງທີ 21 ນີິ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ປະທານຮ່ວມຂອງ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັກຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ ແລະ ທ່ານນາງ ມິແຊວ ເອົ້າລໍ, ອຸປະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 80 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ໃນພິທີກ່າວເປີດກອງປະຊຸມ, ທ່ານ ບຸນເຖິງ ດວງສະຫວັນ, ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ທີ່ເອື້ອອຳນວຍ ໃຫ້ແກ່ການແກ້ໄຂຂໍ້ຫຍຸ້ງຍາກ ແບະ ສິ່ງທ້າທ້າຍ ດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ໃນປະຈຸບັນ. ທ່ານ ບຸນເຖິງ ກ່າວວ່າ: ໃນຊຸມປີຜ່ານມາ, ພວກເຮົາໄດ້ຈັດຕັ້ງປະຕິບັດ

ການປັບປຸງໃນຫຼາຍດ້ານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີອີກຫຼາຍກິດຈະກຳ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອສົ່ງເສີມຄວາມຫລາກຫລາຍທາງເສດຖະກິດ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ ຂະແໜງຊັບພະຍາກອນທຳມະຊາດ ໃນການຂັບເຄື່ອນ ການເຕີບໂຕທາງດ້ານເສດຖະກິດ.
ທ່ານນາງ ເອົ້າລໍ ໄດ້ເນັ້ນໃຫ້ເຫັນການເພີ່ມທະວີການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານນາງ ເອົ້າລໍ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນແນໃສ່ສົ່ງເສີມການຄ້າ ແລະ ການລົງທຶນຂອງເອກະຊົນ. ກອງປະຊຸມໃນມື້ນີ້ ແມ່ນມີຄວາມສຳຄັນຫຼາຍ ໃນການສະໜັບສະໜູນລັດຖະບານ ໃນການຂ້າມຜ່ານບັນດາສິ່ງທ້າທາຍ ທາງເສດຖະກິດ ແລະ ຫາຜົນປະໂຫຍດ ໃນໂອກາດໃໝ່ ເພື່ອກຽມພ້ອມໃນການເປັນປະທານອາຊຽນ ໃນປີ 2024. ສ. ອາເມລິກາ ແລະ ຄູ່ຮ່ວມພັດທະນາມີຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ ຮ່ວມມືຢ່າງໃກ້ຊິດກັບລັດຖະບານລາວ ເພື່ອຊ່ວຍເຫຼືອບັນດາທຸລະກິດພາຍໃນ ແລະ ຕ່າງປະເທດ ໃຫ້ປະສົບຜົນສຳເລັດ, ສ້າງວຽກເຮັດງານທຳ ແລະ ສືບຕໍ່ເສີມຂະຫຍາຍເສດຖະກິດລາວໃນອານາຄົດ.

ກອງປະຊຸມແບ່ງເປັນ 2 ພາກ ແລະ ປຶກສາຫາລື ທັງໝົດ 2 ຫົວຂໍ້ ຄື: 1) ການຂາດແຮງງານ ທີ່ມີວິຊາການສະເພາະດ້ານໃນຕະຫຼາດ ແຮງງານລາວ ໂດຍ ນັກເສດຖະສາດ, ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, 2) ຜົນການສຶກສາ ແລະ ຂໍ້ສະເໜີແນະໂດຍລວມ ຈາກເອກະສານສະເໜີຄໍາເຫັນ ໂດຍຄະນະບໍລິຫານ ຈາກ ສະພາການການຄ້າເອີຣົບ ແລະ ຜົນການສຳຫລວດຮ່ວມ ຂອງສະພາການຄ້າຕ່າງປະເທດ ກ່ຽວກັບການລົງທຶນຕ່າງປະເທດ ໃນ ສປປ ລາວ ນຳສະເໜີໂດຍ ປະທານສະພາການຄ້າອົດສະຕາລີ. ພາກທີ 2 ເນັ້ນໃສ່ ການນຳສະເໜີກ່ຽວກັບ ຄວາມຄືບໜ້າໃນການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ບັນຊີຄວບຄຸມ ນຳສະເໜີໂດຍ ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ແລະ ຄວາມຄືບໜ້າ ການປັບປຸງຂັ້ນຕອນການອອກອະນຸຍາດ ດຳເນີນທຸລະກິດ ນຳສະເໜີໂດຍ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ.

ກ່ອນປິດກອງປະຊຸມ, ທ່ານນາງ ອີນາ ມາຈູລໍນີແຕ ໄດ້ສະແດງຊົມເຊີຍຕໍ່ການສົນທະນາ ການປັບປຸງດ້ານນະໂຍບາຍຕ່າງໆ ທີ່ລັດຖະບານຈັດຕັ້ງປະຕິບັດຜ່ານມາ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບຽບ ແລະ ກົດໝາຍ ທີ່ມີຄວາມໂປ່ງໃສ ແລະ ສັກສິດ. ທ່ານນາງ ມາຈູລໍນີແຕ ຍັງກ່າວວ່າ ‘ໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ ໄດ້ສ້າງໂອກາດໃຫ້ພວກເຮົາ ໄດ້ເຮັດວຽກຮ່ວມກັນ ຢ່າງມີປະສິດທິຜົນ ເພື່ອຊ່ວຍພວກເຮົາກຳນົດນະໂຍບາຍ ແລະ ຍຸດທະສາດ ການຊ່ວຍເຫລືອ ເພື່ອແກ້ໄຂອຸປະສັກທີ່ທຸລະກິດພົບພໍ້ ໂດຍຄຳນຶງເຖິງ ຄຳຄິດເຫັນຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ’.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ໄດ້ກ່າວປິດກອງປະຊຸມ ໂດຍການ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຜູ້ເຂົ້າຮ່ວມ ແລະ ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການຄ້າ ແລະ ພາກເອກະຊົນ. ທ່ານ ບຸນເຖິງ ຍັງກ່າວຕື່ມອີກວ່າ: ໂດຍລວມແລ້ວປະເທດຂອງພວກເຮົາ ໄດ້ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ ໃນຫລາຍດ້ານ ລວມທັງ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ 2022, ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ລາວເຮົາໄດ້ຮັບຜົນປະໂຫຍດສູງສຸດຈາກການເຊື່ອມໂຍງກັບສາກົນ, ໂດຍສະເພາະໃນກອບປະຊາຄົມ ເສດຖະກິດອາຊຽນ, ພວກເຮົາຈຳເປັນທີ່ຕ້ອງໄດ້ຍົກສູງຂີດຄວາມສາມາດໃນການແຂ່ງຂັນລະດັບຊາດ ໂດຍການສຶບຕໍ່ເຊື່ອມໂຍງ ກັບເສດຖະກິດໃນລວງເລິກ, ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ ການຄ້າ ແລະ ການລົງທຶນ, ແລະ ການເພີ່ມຜະລິດຕະພາບຂອງທຸລະກິດລາວ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານຂະແໜງການ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະ ແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນ ຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ first appeared on Trade for Development - T4D.

]]>
ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ປຶກສາຫາລືກ່ຽວກັບ ປະເດັນຕ່າງໆ ທີ່ມີຜົນຕໍ່ສະພາບແວດລ້ອມ ທາງການຄ້າ ແລະ ການລົງທຶນ https://www.t4dlaos.org/lo/2023/06/06/%e0%ba%a5%e0%ba%b1%e0%ba%94%e0%ba%96%e0%ba%b0%e0%ba%9a%e0%ba%b2%e0%ba%99-%e0%ba%9e%e0%ba%b2%e0%ba%81%e0%bb%80%e0%ba%ad%e0%ba%81%e0%ba%b0%e0%ba%8a%e0%ba%bb%e0%ba%99-%e0%bb%81%e0%ba%a5%e0%ba%b0/ Tue, 06 Jun 2023 06:49:03 +0000 https://www.t4dlaos.org/?p=4107 ນະຄອນຫຼວງວຽງຈັນ, 6 ມິຖຸນາ 2023 – ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ໄດ້ພົບປະກັນໃນມື້ນີ້ ທີ່ກອງປະຊຸມໜ່ວຍງານ ຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສປປ ລາວ. ກອງປະຊຸມໄດ້ຈັດຂຶ້ນໂດຍກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ, Read more…

The post ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ປຶກສາຫາລືກ່ຽວກັບ ປະເດັນຕ່າງໆ ທີ່ມີຜົນຕໍ່ສະພາບແວດລ້ອມ ທາງການຄ້າ ແລະ ການລົງທຶນ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 6 ມິຖຸນາ 2023 – ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ໄດ້ພົບປະກັນໃນມື້ນີ້ ທີ່ກອງປະຊຸມໜ່ວຍງານ ຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສປປ ລາວ.

ກອງປະຊຸມໄດ້ຈັດຂຶ້ນໂດຍກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 100 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການກະກຽມການເປັນປະທານ ອາຊຽນ ໃນປີ 2024, ຜົນໄດ້ຮັບຈາກທົບທວນ ແກ້ໄຂກົົດໝາຍສົ່ງເສີມການລົງທຶນ, ຜົນໄດ້ຮັບຈາກກອງປະຊຸຸມທຸລະກິດລາວຄັ້ງທີ 14 ແລະ ຜົນການສຳຫຼວດການລົງທຶນຕ່າງປະເທດ ເຊິ່ງເຮັດຮ່ວມກັນ ໂດຍສະພາການຄ້າທັງພາຍໃນ ແລະ ຕ່າງປະເທດທີ່ຢູ່ໃນ ສປປ ລາວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກເຖິງບົດບາດ ທີ່ສຳຄັນຂອງບໍລິສັດເອກະຊົນໃນຂະບວນການພັດທະນາ. ໂດຍ ທ່ານໄດ້ກ່າວວ່າ “ຍ້ອນຖືກຂັບເຂື່ອນໂດຍລາຍຮັບ, ບັນດາພາກທຸລະກິດ ຈຶ່ງໄດ້ລົງທຶນໃສ່ແນວຄິດໃໝ່ໆ ແລະ ສິ່ງອຳນວຍຄວາມສະດວກໃໝ່ໆ ທີ່ໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ການເຕີບໂຕ ທາງເສດຖະກີດ ແລະ ຄວາມຈະເລີນກ້າວໜ້າໜ”.

ນອກຈາກນີ້ ທ່ານຍັງຜັກດັນໃຫ້ໜ່ວຍງານຂອງລັດໃຫ້ມີບົດບາດສຳຄັນໃນການກຳນົດບັນຍາກາດຂອງ ການລົງທຶນ. ທ່ານກ່າວວ່າ ລັດຖະບານ ມີອຳນາດທີ່ເດັດຂາດກວ່າຕໍ່ກົດລະບຽບຂອງພາກທຸລະກິດ, ຄວາມປອດໄພຕໍ່ສິດທິ ທາງຊັບສິນ ແລະ ພາສີອາກອນ, ການສະໜອງພື້ນຖານໂຄງລ່າງ, ການເຮັດ ວຽກຂອງການເງິນ ລວມໄປຮອດ ຕະຫຼາດແຮງງານ.

ທ່ານຍັງໄດ້ກ່າວຕື່ມວ່າ “ຍ້ອນເຫດຜົນເຫຼົ່ານີ້, ກອງປະຊຸມໃນມື້ນີ້ ຈຶ່ງມີຄວາມສຳຄັນຕໍ່ຜູ້ວາງແຜນນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ໄດ້ແລກປ່ຽນມູມມອງ ແລະ ສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບປະເດັນສຳຄັນ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນພາຍໃນປະເທດ ແລະ ສາມາດດຳເນີນການ ຕາມນະໂຍບາຍ ໃຫ້ທັນເວລາ ກ່ອນທີ່ບັນຫາບູລິມະສິດເຫຼົ່ານີ້ ຈະກາຍເປັນອຸປະສັກຖ່ວງດຶງການລົງທຶນ ແລະ ການຄ້າ”

ໃນຂະນະດຽວກັນ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງເປັນຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ທ່ານໄດ້ກ່າວວ່າ ພາກເອກະຊົນຍັງສືບຕໍ່ປະເຊີນກັບສະພາບ ທີ່ຫຍຸ້ງຍາກ ເນື່ອງຈາກອັດຕາເງິນເຟີ້ທີ່ສູງ, ສະກຸນເງິນກີບລາວທີ່ມີມູນຄ່າຫຼຸດລົງ, ການໃຊ້ຈ່າຍ ຂອງພາກລັດທີ່ຫຼຸດລົງ ແລະ ການເຄື່ອນຍ້າຍແຮງງານ. ທ່ານນາງ ອີນາ ຍັງກ່າວຕື່ມອີກວ່າ ໃນສະ ພາບເສດຖະກິດ ແລະ ການເງິນທີ່ທ້າທາຍເຊັ່ນນີ້ ເຊິ່ງບີບໃຫ້ລັດຖະບານຕ້ອງຫຼຸດຜ່ອນ ຄ່າຈ່າຍ ຂອງພາກລັດລົງ ມັນຈຶ່ງມີຄວາມຈຳເປັນຫຼາຍຂຶ້ນທີ່ຈະສົ່ງເສີມ ການພັດທະນາພາກເອກະຊົນ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງຈະຊ່ວຍສ້າງລາຍຮັບ, ວຽກເຮັດງານທຳ ແລະ ການສົ່ງອອກ ທີ່ຈະຊ່ວຍປະກອບສ່ວນ ບັນລຸເປົ້າໝາຍຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9

ທ່ານນາງ ອີນາ ຍັງກ່າວອີກວ່າ ນີ້ເປັນເຫດຜົນທີ່ ພາກລັດຈຳຕ້ອງຮີບຮ້ອນຈັດຕັ້ງປະຕິບັດການປັບປຸງ ຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ແລະ ສິ່ງນີ້ ກໍຂຶ້ນກັບການຕັດສິນໃຈ ແລະ ແຮງຜັກດັນຂອງພາກລັດຈາກຂັ້ນເທິງ ໄປສູ່ລະດັບວິຊາການ ແລະ ສ້າງປ່ຽນແປງທີ່ດີຂຶ້ນ ເພື່ອພາກທຸລະກິດ.

ກອງປະຊຸມໄດ້ປຶກສາຫາລືທັງໝົດ ສາມຫົວຂໍ້. ຫົວຂໍ້ທຳອິດກ່ຽວກັບ ການກະກຽມເພື່ອການກະກຽມ ການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2024 ນຳສະເໜີໂດຍ ທ່ານ ອິດທິລິດ ຍັງນຸວົງ, ຮອງຫົວໜ້າກົມການຄ້າຕ່າງປະເທດ. ຫົວຂໍ້ທີສອງ ແມ່ນການປຶກສາຫາລື ກ່ຽວກັບ ຈຸດປະສົງ, ຜົນໄດ້ຮັບທີ່ຄາດໄວ້ ແລະ ວິທີ ການເພື່ອປັງປຸງກົດໝາຍສົ່ງເສີມ ການລົງທຶນ ເຊິ່່ງນຳສະເໜີໂດຍ ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ, ຮອງຫົວໜ້າກົມແຜນການ ແລະ ການລົງທຶນ. ຫົວຂໍ້້ຕໍ່ມາແມ່ນລາຍງານຄວາມຄືບໜ້າ ກ່ຽວກັບກອງປະຊຸຸມທຸລະກີດລາວ ໂດຍທ່ານ ທ່ານ ປອ. ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ. ຫົວຂໍ້ສຸດທ້າຍ ແມ່ນນຳສະເໜີກ່ຽວກັບຜົນການສຳຫຼວດ ຄວາມເຊືື່ອ ໝັ້ນ ທາງທຸລະກິດທີ່ເຮັດຮ່ວມກັນໂດຍບັນດາສະພາການຄ້າຕ່າງໆ ໃນ ສປປລາວ ໂດຍທ່ານ ເຊັງ ລີ (Mr. Sheng Lee) ຜູ້ອຳນວຍການທະນາຄານ ANZ ແລະ ປະທານສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ.

ກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ມີຈຸດປະສົງເປັນເວທີໃນການສົນ ທະນາຍຸດທະສາດ ແລະ ປຶກສາຫາລືກ່ຽວກັບ ຂະແໜງການການຄ້າ ແລະ ທຸລະກີດ, ນະໂຍບາຍ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ທຸລະກິດຂະໜາດນ້ອຍ ແລະ ກາງ. ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດ ຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ປຶກສາຫາລືກ່ຽວກັບ ປະເດັນຕ່າງໆ ທີ່ມີຜົນຕໍ່ສະພາບແວດລ້ອມ ທາງການຄ້າ ແລະ ການລົງທຶນ first appeared on Trade for Development - T4D.

]]>
ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງ ສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) https://www.t4dlaos.org/lo/2022/11/25/%e0%ba%a5%e0%ba%b1%e0%ba%94%e0%ba%96%e0%ba%b0%e0%ba%9a%e0%ba%b2%e0%ba%99-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99-2/ Fri, 25 Nov 2022 07:09:51 +0000 http://www.t4dlaos.org/?p=3915 ນະຄອນຫຼວງວຽງຈັນ, 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ Read more…

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງ ສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF), ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 100 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມ ໄດ້ປຶກສາຫາລື ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີ ຈາກບົດປະເມີນແຜນວຽກການຈັດຕັ້ງປະຕິບັດ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ປີ 2017-2022; ນຳສະເໜີແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ສຳລັບປິ 2022-2026 ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການປັບປຸງປະສິດທິພາບຂອງກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຜ່ານກອງປະຊຸມທຸລະກິດລາວ ເພື່ອແກ້ໄຂບັນດາສິ່ງກີດຂວາງທີ່ເປັນອຸປະສັກ ແລະສົ່ງກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ “ການອຳນວຍຄວາມສະດວກທາງດ້ານການຄ້າ ມີຄວາມສຳຄັນຫລາຍຕໍ່ການສົ່ງເສີມການຄ້າທັງພາຍໃນ, ພາກພື້ນ ແລະ ສາກົນ. ໂດຍລວມ, ພວກເຮົາໄດ້ມີຄວາມຄືບໜ້າຫລາຍໃນການຈັດຕັ້ງປະຕິບັດການປັບປຸງຕ່າງໆ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແຕ່ກໍ່ຍັງມີຄວາມຈຳເປັນໃນການສືບຕໍ່ປັບປຸງວຽກງານໃນຂົງເຂດດັ່ງກ່າວ ເພື່ອເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ແລະ ດຶງດູດການລົງທຶນທີ່ມີປະສິດທິພາບ”.

ທ່ານ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍັງໄດ້ແຈ້ງຕໍ່ກອງປະຊຸມ ກ່ຽວກັບແຜນພັດທະນາຂະ ແໜງການຄ້າ ແລະ ພາກທຸລະກິດ ປີ 2022-2026 ທີ່ໄດ້ຖຶກຮັບຮອງໃນເດືອນ ພຶດສະພາ 2022 ຜ່ານມານີ້ ໂດຍແຜນດັ່ງກ່າວ ໄດ້ກຳນົດບັນດາໜ້າວຽກບູລິມະສິດ ໃນການສະໜັບສະໜູນຍຸດທະສາດແຫ່ງຊາດໃນການສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ, ການຟຶ້ນຕົວຈາກພະຍາດລະບາດ ໂຄວິດ-19 ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026.

ພ້ອມດຽວກັນ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຍັງໄດ້ເນັ້ນເຖິງຄວາມສຳຄັນ ແລະ ບົດບາດ ຂອງກົນໄກປຶກສາລືຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການຊ່ວຍແກ້ໄຂບັນຫາຕ່າງໆ ຂອງພາກທຸລະກິດ ແລະ ເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ປັບປຸງປະສິດທິພາບຂອງກົນໄກປຶກສາຫາລືດັ່ງກ່າວ.

ໃນຂະນະດຽວກັນ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ກ່າວວ່າ “ເຖິງວ່າມາຮອດປະຈຸບັນ ຂະແໜງການພວກເຮົາໄດ້ມີຜົນສຳເລັດ ແລະຄືບໜ້າຫລາຍ, ແຕ່ເຫັນວ່າໃນຕໍ່ໜ້າຍັງມີຫລາຍສິ່ງທ້າທາຍທີ່ຈະຕ້ອງຄຳນຶງ ເຊິ່ງໜຶ່ງໃນນັ້ນ ກໍ່ຄືການຮັກສາຄຳໝັ້ນສັນຍາ ແລະ ສຸມເຫື່ອແຮງ ເຂົ້າໃນການນຳໃຊ້ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ໃຫ້ເປັນແຜນ ແລະ ເວທີປຶກສາຫາລື ຂອງພາກທຸລະກິດ ເນື່ອງຈາກວ່າເປົ້າໝາຍສຸດທ້າຍ ແລ້ວບໍ່ແມ່ນແຕ່ເປັນການສ້າງສະພາບແວດລ້ອມ ທີ່ເອື້ອຍອຳນວຍໃຫ້ແກ່ການດຳເນີນທຸລະກິດສຳລັບຜູ້ປະກອບການ ແຕ່ແມ່ນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງ ໃນການປະກອບການດ້ານການຄ້າ ລວມເຖິງຜະລິດຕະພາບຂອງພາກທຸລະກິດ ເຊິ່ງແມ່ນຜູ້ໄດ້ຮັບຜົນປະໂຫຍດສຸດທ້າຍ ຈາກການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາ”. ທ່ານ ນາງ ອີນາ ຍັງໄດ້ກ່າວຕື່ມວ່າ “ໃນໄລຍະຍາວ, ການເລັ່ງຈັດຕັ້່ງປະຕິບັດ ການປັບປຸງດ້ານຕ່າງໆ ເພື່ອສົ່ງເສີມຄວາມຫລາກຫລາຍ ແລະ ພັດທະນາຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ ໂດຍການປັບປຸງການເຊື່ອມຈອດ, ແມ່ນສິ່ງສຳຄັນທີ່ຈະເພີ່ມທະວີຄວາມຕ້ານທານດ້ານເສດຖະກິດ ແລະ ສັງຄົມ, ແລະ ຮັບປະກັນ ໃຫ້ ສປປລາວ ສາມາດຍາດແຍ່ງໄດ້ຜົນປະໂຫຍດສູງສຸດຈາກການລົງທຶນດ້ານໂຄງລ່າງພື້ນຖານໃນຊຸມປີຜ່ານມານີ້”.

ກອງປະຊຸມໄດ້ແບ່ງເປັນສອງພາກ ແລະ ປຶກສາຫາລືທັງໝົດ 3 ຫົວຂໍ້. ຫົວຂໍ້ທຳອິດ ກ່ຽວກັບຜົນການຄົ້ນຄວ້າ ແລະຂໍ້ສະເໜີ ຈາກບົດປະເມນແຜນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ (2017-2022), ນຳສະເໜີໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. ຫົວຂໍ້ທີສອງ ນຳສະເໜີໂດຍ ທ່ານ ນາງ ລັດຕະນະພອນ ວົງສຸທິ, ຫົວໜ້າພະແນກຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຂອງຕ່າງປະເທດ, ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ແລະ ການຄ້າ, ກ່ຽວກັບແຜນທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ແລະ ຫົວຂໍ້ສຸດທ້າຍ ໄດ້ນຳສະເໜີ ກ່ຽວກັບການກຳນົດກົນໄກເພື່ອປັບປຸງຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການດຳເນີນທຸລະກິດ ໃນ ສປປ ລາວ ຜ່ານເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ກ່ອນປິດກອງປະຊຸມ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ໄດ້ເນັ້ນເຖິງຄວາມຈຳເປັນໃນການສ້າງກອບນິຕິກຳທີ່ີມີຄວາມໂປ່ງໃສ ແລະ ອີງໃສ່ລະບຽບກົດ ໝາຍ ແລະ ໄດ້ກ່າວຕໍ່ວ່າ “ການປະຕິຮູບໃນທຸກຂົງເຂດ ແມ່ນໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍ, ແຕ່ພວກເຮົາເຊື່ອໝັ້ນໃນທິດທາງບວກ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພາຍໃຕ້ການຊີ້ນຳນຳພາຂອງທ່ານ ນາຍົກ ພັນຄຳ ວິພາວັນ ໃນປະຈຸບັນ”. ພ້ອມດຽວກັນ, ທ່ານ ນາງ ອີນາ ຍັງໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຂໍຢືນຢັນອີກເທື່ອໜຶ່ງ, ໃນນາມຜູ້ໃຫ້ທຶນ, ພວກເຮົາຕ້ອງການໃຫ້ການສະໜັບສະໜູນ ບັນດາຂະແໜງການພາກລັດ ຂອງ ສປປ ລາວ ໂດຍການເພີ່ມທະວີການປະສານງານ ແລະ ປະກອບສ່ວນເຂົ້າໃນການ ບັນລຸຜົນໄດ້ຮັບທີ່ເປັນຮູບປະທຳ ຕາມແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ”.

ກ່ອນປິດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກເຖິີງຄວາມສຳຄັນ ຂອງການຈັດບູລິມະສິດ ບັນດາມາດຕະການດ້ານນະໂຍບາຍ, ຄວາມເປັນເຈົ້າການຂອງ ຂະແໜງການພາກລັດ, ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການປະສານງານລະຫວ່າງຂະແໜງການ ໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມເຖິງການສະໜັບສະໜູນທິດທາງລວມໃນການສ້າງຄວາມເຂັ້ມແຂງໃຫ້ກັບກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບາຍການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງ ສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) first appeared on Trade for Development - T4D.

]]>
ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາລື ແຜນບູລິມະສິດ ໄລຍະກາງ ຂອງການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ https://www.t4dlaos.org/lo/2021/11/10/%e0%ba%a5%e0%ba%b1%e0%ba%94%e0%ba%96%e0%ba%b0%e0%ba%9a%e0%ba%b2%e0%ba%99-%e0%ba%84%e0%ba%b9%e0%bb%88%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99%e0%ba%b2/ Wed, 10 Nov 2021 07:45:47 +0000 http://www.t4dlaos.org/?p=3210 ນະຄອນຫຼວງວຽງຈັນ, 10 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ ໂດຍນໍາໃຊ້ຮູບແບບປະສົມປະສານ ຂອງລະບົບກອງປະຊຸມທາງໄກ ແລະຫ້ອງປະຊຸມ ເພື່ອຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມມາດຕະການປ້ອງກັນ ການແຜ່ລະບາດຂອງ ໂຄວິດ-19. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ Read more…

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາລື ແຜນບູລິມະສິດ ໄລຍະກາງ ຂອງການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 10 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ ໂດຍນໍາໃຊ້ຮູບແບບປະສົມປະສານ ຂອງລະບົບກອງປະຊຸມທາງໄກ ແລະຫ້ອງປະຊຸມ ເພື່ອຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມມາດຕະການປ້ອງກັນ ການແຜ່ລະບາດຂອງ ໂຄວິດ-19. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ແລະ ທ່ານ ພໍ ແຄນລີ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວຍັງໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຫຼາຍກວ່າ 150 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ຈຸດປະສົງຂອງຈັດກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບຜົນການສຶກສາ ແລະ ຂໍ້ສະເໜີແນະຈາກ
ບົດສຶກສາ ກ່ຽວກັບສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (Country Economic Memorandum – CEM) ແລະ ຮ່າງສະບັບປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Draft DTIS Update), ຖອດຖອນບົດຮຽນ ແລະ ປະສົບການຕົວຈິງຈາກໜ່ວຍງານ ທີ່ເຮັດວຽກຮ່ວມກັບໜ່ວຍງານພາກເອກະຊົນໂດຍກົງ: ການສະໜັບສະໜູນການຟື້ນຕົວຂອງທຸລະກິດ ໂດຍຜ່ານການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF 2) ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ແລະ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃນ ສປປ ລາວ ໂດຍຜ່ານ ກອງປະຊຸມທຸລະກິດ (LBF).

ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໜັກໃນບົດກ່າວເປີດກອງປະຊຸມ ເຖິງຄວາມສໍາຄັນຂອງການປັບປຸງສະພາບແວດລ້ອມ ການດໍາເນີນທລຸະກິດເພື່ອອໍານວຍຄວາມສະດວກໃນການສະໜັບສະໜູນການຟື້ນຟູເສດຖະກິດຫຼັງການລະບາດຂອງ ໂຄວິດ-19. ທ່ານລັດຖະມົນຕີຍັງໄດ້ກ່າວວ່າ: “ດັ່ງທີ່ພວກເຮົາຮັບຊາບນຳກັນວ່າ ໃນພາກຕົວຈິງຂອງການຈັດຕັ້ງປະຕິບັດບັນດານະໂຍບາຍກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າບັນດານະໂຍບາຍ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາ ໃນຕົວຈິງແລ້ວ ບໍ່ສາມາດຈັດຕັ້ງປະຕິບັດດໄດ້ທັງໝົດ ຕາມເປົ້າໝາຍ ແລະ ຕາມຄາດໝາຍທີ່ຕັ້ງໄວ້. ຄວາມບໍ່ສອດຄ່ອງຂອງນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ແມ່ນຂຶ້ນກັບຫລາຍປັດໃຈ ເຊັ່ນ: ການອອກແບບນະໂຍບາຍທີ່ອາດຈະບໍ່ເໝາະສົມ, ຂາດກົນໄກການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຫລື ຂາດຊັບພະຍາກອນມະນຸດ ແລະ ງົບປະມານ ເປັນຕົ້ນ. ເຖິງຢ່າງໃດກໍ່ຕາມ, ຫລາຍໆ ທ່ານກໍ່ຄົງຈະຮັບຊາບແລ້ວວ່າ ການປັບປຸງບັນດານະໂຍບາຍ ໃນປະຈຸບັນ ໄດ້ສະແດງອອກເຖິງຄວາມຄືບໜ້າ ໃນການປັບປຸງສະພາບແວດລ້ອມທີ່ອຳນວຍໃຫ້ກັບການດຳເນີນທຸລະກິດ ແລະ ການຄ້າ ແຕ່ໃນທາງປະຕິບັດຕົວຈິງກໍ່ຍັງພົບຄວາມຫຍຸ້ງຍາກຫລາຍດ້ານຢູ່. ສະນັ້ນ, ໂດຍຖອດຖອນຈາກບົດຮຽນດັ່ງກ່າວ ເຫັນວ່າ ການປັບປຸງບັນຍາກາດການລົງທຶນ ຍາມໃດກໍ່ບໍ່ຈຳເປັນຕ້ອງສຸມໃສການປັບປຸງ ຫລື ສ້າງນິຕິກຳໃໝ່ ແຕ່ຄວນສຸມໃສ່ຂອດການຈັດຕັ້ງປະຕິບັດທີ່ດີ ແລະ ມີປະສິດທິພາບ.”

ທ່ານ ພໍ ແຄນລີ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ໃນນາມປະທານຮ່ວມໃນກອງປະຊຸມນີ້, ໄດ້ເນັ້ນໜັກກ່ຽວກັບຜົນກະທົບຂອງການລະບາດຂອງ ໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນ ສປປ ລາວ ແລະ ຄວາມສໍາຄັນຂອງພາກເອກະຊົນ ໃນການຂັບເຄື່ອນການຟື້ນຟູເສດຖະກິດໃນໄລຍະກາງ ເຖິງ ໄລຍະຍາວ. ທ່ານທູດຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງແຜນຍຸດທະສາດທີ່ມີຄວາມສອດຄ່ອງ ແລະ ຈະແຈ້ງເພື່ອສະໜັບສະໜູນການພັດທະນາເສດຖະກິດແບບມີສ່ວນຮ່ວມ, ມີຄວາມຍືນຍົງ ແລະ ມີຄວາມຫຼາກຫຼາຍ ໂດຍການນໍາໃຊ້ຈຸດເດັ່ນຂອງ ສປປ ລາວ, ເຊັ່ນ: ຄວາມອຸດົມສົມບູນ ຂອງຊັບພະຍາກອນທໍາມະຊາດ, ຊັບພະຍາກອນໜຸ່ມ, ແລະ ຕັ້ງຢູ່ເຂດພູມສັນຖານທີ່ມີເອກະລັກສະເພາະ, ເຊິ່ງທັງໝົດນີ້ຈະປະກອບສ່ວນເຂົ້າໃນການປັບປຸງນະໂຍບາຍ ແລະ ການນໍາໃຊ້ແຜນການພັດທະນາການຄ້າ ແລະ ພາກເອກະຊົນ ເຊິ່ງເປັນຜົນມາຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ.

ກອງປະຊຸມນີ້ໄດ້ແບ່ງອອກເປັນສອງພາກ. ພາກທໍາອິດແມ່ນປຶືກສາຫາລືກ່ຽວກັບ ສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (CEM) ໂດຍນັກເສດຖະສາດອາວຸໂສຈາກທະນາຄານໂລກ, ທ່ານນາງ ເມລິດສ ຈູດ ແລະ ທ່ານ ຄິມ ເອັດວາດ ໄດ້ນໍາສະເໜີກ່ຽວກັບສິ່ງທ້າທາຍຕົ້ນຕໍຂອງເສດຖະກິດລາວ ແລະ ຂໍ້ສະເໜີແນະເພື່ອຟື້ນຟູເສດຖະກິດ ໃຫ້ມີຄວາມຍືນຍົງໃນລະດັບມະຫາພາກ ແລະ ການປັບປຸງຄວາມສາມາດໃນການແຂ່ງຂັນ ຂອງຂະແໜງກະສິກໍາ, ອຸດສາຫະກຳການຜະລິດ ແລະ ການບໍລິການໂດຍການນໍາໃຊ້ຄວາມອຸດົມສົມບູນ ດ້ານຊັບພະຍາກອນທໍາມະຊາດ ແລະ ຈຸດພິເສດຈາກພູມສັນຖານ ແລະ ແກ້ໄຂອຸປະສັກສະເພາະໃນບັນຍາກາດ ການລົງທຶນ ແລະ ການພັດທະນາທັກສະຂອງບຸກຄະລາກອນ. ຫົວຂໍ້ທີສອງແມ່ນການນໍາສະເໜີຜົນການສຶກສາ ຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ສະເໜີແຜນຈັດຕັ້ງປະຕິບັດເພື່ອປັບປຸງ ສະພາບແວດລ້ອມໃນການດໍາເນີນທຸລະກິດ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການແກ້ໄຂບັນຫາຂອງແຕ່ລະຂະແໜງການເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນໃນຂະແໜງທຸລະກິດການຜະລິດສິນຄ້າກະສິກໍາ, ການທ່ອງທ່ຽວ ແລະ ອຸດສາຫະກຳການຜະລິດ.

ບົດນໍາສະເໜີກ່ຽວກັບບົດຮຽນທີ່ສາມາດຖອດຖອນໄດ້ຈາກການສະໜັບສະໜູນພາກທຸລະກິດເພື່ອປັບປຸງການປັບຕົວ ແລະ ຄວາມສາມາດໃນການແຂ່ງຂັນໃນໄລຍະຍາວໂດຍນໍາໃຊ້ກົນໄກທຶນສົມທົບພາຍໃຕ້ໂຄງການ LCT ໄດ້ຍົກຂຶ້ນມານໍາສະເໜີໃນພາກທີສອງຂອງກອງປະຊຸມ, ໂດຍທ່ານ ນິໂຄລາດ ຟຣີແມນ, ຫົວໜ້າທີມ BAF 2. ຫຼັງຈາກນັ້ນແມ່ນການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາສະເພາະໂດຍຜ່ານກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ (LBF) ໂດຍທ່ານນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ຫົວໜ້າທີມ BAF 2 ໄດ້ເນັ້ນໜັກໃນບົດນໍາສະເໜີວ່າ ເຖິງວ່າການລະບາດຂອງ ໂຄວິດ-19 ຈະສົ່ງຜົນກະທົບຕໍ່ເສດຖະກິດລາວໂດຍລວມ, ບັນດານັກທຸລະກິດຍັງຕ້ອງການ ທຶນສົມທົບ ແລະ ການບໍລິການປຶກສາຫາລືດ້ານທຸລະກິດຂອງ BAF 2 ເພີ່ມຂຶ້ນເລື້ອຍໆ ຍ້ອນວ່າບັນດາທຸລະກິດ ເຫັນວ່າການບໍລິການດ້ານການພັດທະນາທຸລະກິດແມ່ນເປັນໜຶ່ງໃນວິທີທີ່ຈະປັບຕົວ ແລະ ກະກຽມເພື່ອເຂົ້າສູ່ໄລຍະຫຼັງການລະບາດຂອງ ໂຄວິດ-19. ທ່ານຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຍັງໄດ້ເນັ້ນໜັກເຖິງຜົນສໍາເລັດທີ່ສໍາຄັນ. ຜູ້ມີສ່ວນຮ່ວມໃນກອງປະຊຸມທຸລະກິດ ຕ້ອງການສົ່ງເສີມກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນໃຫ້ມີປະສິດທິພາບຍິ່ງຂຶ້ນ ໂດຍຜ່ານການສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງລະຫວ່າງກອງປະຊຸມທຸລະກິດລາວ ແລະ ກອງປະຊຸມລັດຖະບານ ກໍຄື ການປັບປຸງກົນໄກການປະສານງານຕ່າງໆທີ່ມີພາຍໃຕ້ ກອງປະຊຸມທຸລະກິດລາວ.

ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນ ພາຍໃຕ້ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF), ໄດ້ສະຫຼຸບໃນບົດກ່າວປິດໂດຍເນັ້ນໜັກເຖິງ ການສະໜັບສະໜູນເພື່ອເສີມສ້າງຄວາມເຂັ້ມແຂງດ້ານການຮ່ວມມືລະຫວ່າງ ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ແລະ ກອງປະຊຸມທຸລະກິດລາວ ແລະ ຊຸກຍູ້ໃຫ້ບັນດາໜ່ວຍງານທີ່ກ່ຽວຂ້ອງສືບຕໍ່ການປັບປຸງສະພາບແວດລ້ອມດ້ານລະບຽບການຂອງ ສປປ ລາວ ໃຫ້ມີຄວາມໂປ່ງໃສ ແລະ ສາມາດຄາດການໄດ້ ເພື່ອດຶງດູດໃຫ້ມີການລົງທຶນ ແລະ ກະກຽມເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ ແລະ ການຟື້ນຟູເສດຖະກິດໄລຍະຍາວ.

ທ້າຍສຸດນີ້, ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວປິດກອງປະຊຸມ ແລະ ສະແດງຄວາມຮັບຮູ້ເຖິງຄວາມສໍາຄັນຂອງການນໍາໃຊ້ ແລະ ການຈັດຕັ້ງປະຕິບັດບັນດາມາດຕະການເພື່ອຮັບມືກັບວິກິດການດັ່ງກ່າວຢ່າງມີປະສິດທິພາບ ເພື່ອຫຼຸດຜ່ອນຜົນກະທົບຕໍ່ທຸລະກິດ, ຂະແໜງການຕ່າງໆ ແລະ ເສດຖະກິດຂອງລາວເຮົາ ແລະ ສືບຕໍ່ການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ, ລວມທັງການຈັດຕັ້ງປະຕິບັດ ຕາມຄວາມມຸ່ງໝັ້ນໃນການສົ່ງເສີມວຽກງານການຄ້າ ແລະ ການລົງທຶນພາຍໃຕ້ກອບການຄ້າລະດັບພາກພື້ນ ແລະ ສາກົນເພື່ອເຮັດໃຫ້ການຟື້ນຟູເສດຖະກິດວ່ອງໄວຂຶ້ນ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບາຍການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

The post ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາລື ແຜນບູລິມະສິດ ໄລຍະກາງ ຂອງການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມ ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການພັດທະນາວຽກງານການຄ້າໃນບັນດາປະເທດດ້ອຍພັດທະນາໃນຂົງເຂດອາຊີ-ປາຊີຟິກ https://www.t4dlaos.org/lo/2021/09/09/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-11/ Thu, 09 Sep 2021 03:04:40 +0000 http://www.t4dlaos.org/?p=3130 ໃນວັນທີ 01 ກັນຍາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ, ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມທາງໄກຈັດໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF) ເພື່ອປຶກສາຫາລື ພາຍໃຕ້ຫົວຂໍ້ “ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ (Aid for Trade – AfT) ເຂົ້າໃນການພັດທະນາວຽກງານການຄ້າ ໃນບັນດາປະເທດດ້ອຍພັດທະນາ ໃນຂົງເຂດອາຊີ-ປາຊີຟິກ”. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ການນໍາເໜີໂດຍບັນດາປະເທດທີ່ໄດ້ຮັບເລືອກ ໃຫ້ນໍາສະເໜີກ່ຽວກັບການນໍາໃຊ້ຜົນທີ່ໄດ້ຮັບ ແລະ ຊັບພະຍາກອນຂອງໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການເສີມສ້າງຂີດຄວາມສາມາດ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນເພື່ອສົ່ງເສີມ ການພັດທະນາເສດຖະກິດທີ່ຍືນຍົງ ແລະ ມີສ່ວນຮ່ວມ ກໍຄື ການສົ່ງເສີມວຽກງານທີ່ປະກອບສ່ວນເຂົ້າໃນ ບັນດາເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຕາງໜ້າໃຫ້ກະຊວງອຸດສາກະກໍາ ແລະ ການຄ້າ, ເຊິ່ງເປັນກະຊວງທີ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມ ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການພັດທະນາວຽກງານການຄ້າໃນບັນດາປະເທດດ້ອຍພັດທະນາໃນຂົງເຂດອາຊີ-ປາຊີຟິກ first appeared on Trade for Development - T4D.

]]>
ໃນວັນທີ 01 ກັນຍາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ, ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມທາງໄກຈັດໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF) ເພື່ອປຶກສາຫາລື ພາຍໃຕ້ຫົວຂໍ້ “ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ (Aid for Trade – AfT) ເຂົ້າໃນການພັດທະນາວຽກງານການຄ້າ ໃນບັນດາປະເທດດ້ອຍພັດທະນາ ໃນຂົງເຂດອາຊີ-ປາຊີຟິກ”. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ການນໍາເໜີໂດຍບັນດາປະເທດທີ່ໄດ້ຮັບເລືອກ ໃຫ້ນໍາສະເໜີກ່ຽວກັບການນໍາໃຊ້ຜົນທີ່ໄດ້ຮັບ ແລະ ຊັບພະຍາກອນຂອງໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການເສີມສ້າງຂີດຄວາມສາມາດ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນເພື່ອສົ່ງເສີມ ການພັດທະນາເສດຖະກິດທີ່ຍືນຍົງ ແລະ ມີສ່ວນຮ່ວມ ກໍຄື ການສົ່ງເສີມວຽກງານທີ່ປະກອບສ່ວນເຂົ້າໃນ ບັນດາເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຕາງໜ້າໃຫ້ກະຊວງອຸດສາກະກໍາ ແລະ ການຄ້າ, ເຊິ່ງເປັນກະຊວງທີ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ທີ່ຕິດພັນກັບການຄ້າ, ໂດຍສະເພາະແມ່ນ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ແລະ ສົ່ງເສີມຄວາມຍືນຍົງໃນການປະສານງານລະຫວ່າງພາກລັດ – ພາກທຸລະກິດຢູ່ສາມແຂວງພາກເໜືອຂອງ ສປປ ລາວ (Project on Promotion of Export Competitiveness and Sustainability Support to Public-Private Dialogue in Northern Lao PDR – ECL) ໂດຍການສະໜັບສະໜູນໂດຍ EIF.

ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ໄດ້ນໍາສະເໜີພາຍໃຕ້ຫົວຂໍ້: “ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການເຄື່ອນຍ້າຍຊັບພະຍາກອນ ແລະ ການປະສານງານພາຍໃຕ້ໂຄງການ AfT”. ເພິ່ນໄດ້ສະແດງຄວາມຂອບໃຈ ຕາງໜ້າລັດຖະບານລາວ ມາຍັງ EIF ທີ່ໃຫ້ການສະໜັນສະໜູນ, ເຊິ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເປັນເຈົ້າຂອງ ຂອງລັດຖະບານລາວ ແລະ ຄວາມຈໍາເປັນໃນການພັດທະນາວຽກງານການຄ້າ, ໂດຍສະເພາະແມ່ນ ການເສີມສ້າງຂີດຄວາມສາມາດຂອງລັດຖະບານລາວ, ບັນດາລະບົບຕ່າງໆ ແລະ ຊ່ຽວຊານທ້ອງຖິ່ນໃຫ້ເຂັ້ມແຂງຂຶ້ນ, ພ້ອມທັນການຄຸ້ມຄອງຂັ້ນຕອນການພັດທະນາລະດັບປະເທດ ເພື່ອຮັບປະກັນປະສິດທິພາບຂອງໂຄງການຊ່ວຍເຫຼືອດັ່ງກ່າວ.

ທ່ານ ພູວຽງ ພົງສາ ໄດ້ຍົກຕົວຢ່າງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຫຼັງຈາກລັດຖະບານລາວໄດ້ເຂົ້າຮ່ວມໂຄງການ EIF ວ່າ: “ຫຼັງຈາກປີ 2008 ທີ່ ລັດຖະບານລາວໄດ້ນໍາເອົາວຽກງານຄະນະກໍາມະການ ປະສານງານລະດັບຊາດວ່າດ້ວຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ເຂົ້າໃນວຽກງານຄະນະກໍາມະການຊີ້ນໍາແຜນການຈັດຕັ້ງປະຕິບັດໂຄງການ, ເລຂາທິການຄະນະກໍາມະການວຽກງານການເຊື່ອມໂຍງເຂົ້າສາກົນດ້ານການຄ້າໄດ້ລວມເອົາວຽກງານດັ່ງກ່າວເຂົ້າໃນໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ພາຍໃຕ້ກອງປະຊຸມໂຕະມົນ. ພ້ອມດຽວກັນນັ້ນ, ພະແນກຄຸ້ມຄອງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU) ໄດ້ເຊື່ອມສານ ເປັນພະແນກໜຶ່ງພາຍໃຕ້ການຄຸ້ມຄອງຂອງກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ”.

ເພິ່ນໄດ້ກ່າວເພີ່ມອີກວ່າ: “ຕົວຢ່າງການສະໜັບສະໜູນທີ່ພົ້ນເດັ່ນແມ່ນການດໍາເນີນການຄົ້ນຄວ້າ ບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (DTIS) 2012, ເຊິ່ງເປັນຄັ້ງທໍາອິດທີ່ບົດວິໄຈດັ່ງກ່າວໄດ້ດໍາເນີນການພາຍໃນໂດຍລັດຖະບານແຫ່ງ ສປປ ລາວ. ໃນປັດຈຸບັນ, ພວກເຮົາກໍາລັງດໍາເນີນການບົດຄົ້ນຄວ້າດັ່ງກ່າວສໍາລັບປີ 2020 (DTIS Update 2020), ເຊິ່ງຄາດວ່າຈະສໍາເລັດໃນທ້າຍປີ 2021.

ບົດຄົ້ນຄວ້າດັ່ງກ່າວສ້າງໃຫ້ມີກົນໄກການປະກອບທຶນຮ່ວມເຂົ້າກອງທຶນສົມທົບຫຼາຍຝ່າຍ, ເຊິ່ງຈັດຕັ້ງປະຕິບັດມາຮອດປັດຈຸບັນ. ແຜນວຽກ ແລະ ແຜນຈັດຕັ້ງປະຕິບັດທີ່ຈະແຈ້ງສ້າງຄວາມສໍາພັນອັນເຂັ້ມແຂງລະຫວ່າງໂຄງການ ກັບ ຜູ້ມີສ່ວນຮ່ວມພາຍໃນປະເທດ, ໂດຍສະເພາະແມ່ນ ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ. ວຽກງານເຫຼົ່ານີ້ຈະປະກອບສ່ວນເຂົ້າໃນກົນໄກການປຶກສາຫາລື ດ້ານນະໂຍບາຍເພື່ອຈັດລຽງວຽກງານບູລິມະສິດ. ໃນ ສປປ ລາວ, ກະຊວງຂອງພວກເຮົາແມ່ນເປັນປະທານຮ່ວມໃນກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ) ພາຍໃຕ້ກອງປະຊຸມໂຕະມົນ”.

ນອກຈາກນີ້, ພາຍໃນກອງປະຊຸມ, ພະນະທ່ານ ລໍນັດ ຊາມາ, ລັດຖະມົນຕີກະຊວງເສດຖະກິດ, ລາຊະອານາຈັກ ບູຖານ, ໄດ້ກ່າວໃນບົດນໍາສະເໜີກ່ຽວກັບການສ້າງພື້ນຖານໂຄງລ່າງດ້ານ ເອເລັກໂຕຼນິກເພື່ອການຄ້າ ແລະ ການບໍລິການ ແລະ ການນໍາໃຊ້ເຕັກໂນໂລຊີເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍທີ່ຕິດພັນກັບສິນຄ້າເພື່ອສົ່ງອອກ. ພະນະທ່ານ ນາງ ເທີແຣັກ ຄໍາແຣງ, ເລຂາທິການ, ກະຊວງການຄ້າ, ລາຊະອານາຈັກ ກໍາປູເຈຍ, ນໍາສະເໜີກ່ຽວກັບການເລັ່ງວຽກງານໂຄງການຊ່ວຍເຫຼືອດ້ານການຄ້າເພື່ອການຂະຫຍາຍການສົ່ງອອກ ແລະ ເພີ່ມຄວາມຫຼາກຫຼາຍຂອງພືດເສດຖະກິດ. ໃນຂະນະດຽວກັນ, ພະນະທ່ານ ນາງ ເມີເຣ ຟາເລມາກາ, ຕາງໜ້າຈາກບັນດາປະເທດໝູ່ເກາະ ປາຊິຟິກ ປະຈໍາການທີ່ ເມືອງ ເຈນນິວາ, ປະເທດສະວິດເຊີແລນ, ໄດ້ນໍາສະເໜີກ່ຽວກັບການນໍາໃຊ້ຊັບພະຍາກອນຈາກໂຄງການຊ່ວຍເຫຼືອດ້ານການຄ້າເຂົ້າໃນວຽກງານການສະໜັບສະໜູນການພັດທະນາວຽກງານການຄ້າ ແລະ ການປັບປຸງໂຄງສ້າງໃນພາກພື້ນ ປາຊີຟິກ.

ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອເພື່ອການຮ່ວມມືດ້ານການຄ້າ ໃນບັນດາປະເທດດ້ອຍພັທດະນາ (LDCs). ໂຄງການນີ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2009 ແລະ ເປັນແຜນງານທີ່ມີຜູ້ໃຫ້ທຶນຫຼາຍຝ່າຍເພື່ອສະໜັບສະໜູນບັນດາປະເທດດ້ອຍພັດທະນາໃຫ້ສາມາດແຂ່ງຂັນໃນຕະຫຼາດການຄ້າໂລກໂດຍການຊ່ວຍກໍາຈັດບັນດາຂໍ້ຈໍາກັດໃນຕ່ອງໂສ້ການສະໜອງສິນຄ້າ.

The post ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມ ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການພັດທະນາວຽກງານການຄ້າໃນບັນດາປະເທດດ້ອຍພັດທະນາໃນຂົງເຂດອາຊີ-ປາຊີຟິກ first appeared on Trade for Development - T4D.

]]>