ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ປຶກສາຫາລືກ່ຽວກັບ ປະເດັນຕ່າງໆ ທີ່ມີຜົນຕໍ່ສະພາບແວດລ້ອມ ທາງການຄ້າ ແລະ ການລົງທຶນ
ນະຄອນຫຼວງວຽງຈັນ, 6 ມິຖຸນາ 2023 – ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ໄດ້ພົບປະກັນໃນມື້ນີ້ ທີ່ກອງປະຊຸມໜ່ວຍງານ ຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສປປ ລາວ.
ກອງປະຊຸມໄດ້ຈັດຂຶ້ນໂດຍກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 100 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການກະກຽມການເປັນປະທານ ອາຊຽນ ໃນປີ 2024, ຜົນໄດ້ຮັບຈາກທົບທວນ ແກ້ໄຂກົົດໝາຍສົ່ງເສີມການລົງທຶນ, ຜົນໄດ້ຮັບຈາກກອງປະຊຸຸມທຸລະກິດລາວຄັ້ງທີ 14 ແລະ ຜົນການສຳຫຼວດການລົງທຶນຕ່າງປະເທດ ເຊິ່ງເຮັດຮ່ວມກັນ ໂດຍສະພາການຄ້າທັງພາຍໃນ ແລະ ຕ່າງປະເທດທີ່ຢູ່ໃນ ສປປ ລາວ.
ໃນບົດກ່າວເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກເຖິງບົດບາດ ທີ່ສຳຄັນຂອງບໍລິສັດເອກະຊົນໃນຂະບວນການພັດທະນາ. ໂດຍ ທ່ານໄດ້ກ່າວວ່າ “ຍ້ອນຖືກຂັບເຂື່ອນໂດຍລາຍຮັບ, ບັນດາພາກທຸລະກິດ ຈຶ່ງໄດ້ລົງທຶນໃສ່ແນວຄິດໃໝ່ໆ ແລະ ສິ່ງອຳນວຍຄວາມສະດວກໃໝ່ໆ ທີ່ໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ການເຕີບໂຕ ທາງເສດຖະກີດ ແລະ ຄວາມຈະເລີນກ້າວໜ້າໜ”.
ນອກຈາກນີ້ ທ່ານຍັງຜັກດັນໃຫ້ໜ່ວຍງານຂອງລັດໃຫ້ມີບົດບາດສຳຄັນໃນການກຳນົດບັນຍາກາດຂອງ ການລົງທຶນ. ທ່ານກ່າວວ່າ ລັດຖະບານ ມີອຳນາດທີ່ເດັດຂາດກວ່າຕໍ່ກົດລະບຽບຂອງພາກທຸລະກິດ, ຄວາມປອດໄພຕໍ່ສິດທິ ທາງຊັບສິນ ແລະ ພາສີອາກອນ, ການສະໜອງພື້ນຖານໂຄງລ່າງ, ການເຮັດ ວຽກຂອງການເງິນ ລວມໄປຮອດ ຕະຫຼາດແຮງງານ.
ທ່ານຍັງໄດ້ກ່າວຕື່ມວ່າ “ຍ້ອນເຫດຜົນເຫຼົ່ານີ້, ກອງປະຊຸມໃນມື້ນີ້ ຈຶ່ງມີຄວາມສຳຄັນຕໍ່ຜູ້ວາງແຜນນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ໄດ້ແລກປ່ຽນມູມມອງ ແລະ ສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບປະເດັນສຳຄັນ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນພາຍໃນປະເທດ ແລະ ສາມາດດຳເນີນການ ຕາມນະໂຍບາຍ ໃຫ້ທັນເວລາ ກ່ອນທີ່ບັນຫາບູລິມະສິດເຫຼົ່ານີ້ ຈະກາຍເປັນອຸປະສັກຖ່ວງດຶງການລົງທຶນ ແລະ ການຄ້າ”
ໃນຂະນະດຽວກັນ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງເປັນຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ທ່ານໄດ້ກ່າວວ່າ ພາກເອກະຊົນຍັງສືບຕໍ່ປະເຊີນກັບສະພາບ ທີ່ຫຍຸ້ງຍາກ ເນື່ອງຈາກອັດຕາເງິນເຟີ້ທີ່ສູງ, ສະກຸນເງິນກີບລາວທີ່ມີມູນຄ່າຫຼຸດລົງ, ການໃຊ້ຈ່າຍ ຂອງພາກລັດທີ່ຫຼຸດລົງ ແລະ ການເຄື່ອນຍ້າຍແຮງງານ. ທ່ານນາງ ອີນາ ຍັງກ່າວຕື່ມອີກວ່າ ໃນສະ ພາບເສດຖະກິດ ແລະ ການເງິນທີ່ທ້າທາຍເຊັ່ນນີ້ ເຊິ່ງບີບໃຫ້ລັດຖະບານຕ້ອງຫຼຸດຜ່ອນ ຄ່າຈ່າຍ ຂອງພາກລັດລົງ ມັນຈຶ່ງມີຄວາມຈຳເປັນຫຼາຍຂຶ້ນທີ່ຈະສົ່ງເສີມ ການພັດທະນາພາກເອກະຊົນ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງຈະຊ່ວຍສ້າງລາຍຮັບ, ວຽກເຮັດງານທຳ ແລະ ການສົ່ງອອກ ທີ່ຈະຊ່ວຍປະກອບສ່ວນ ບັນລຸເປົ້າໝາຍຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9
ທ່ານນາງ ອີນາ ຍັງກ່າວອີກວ່າ ນີ້ເປັນເຫດຜົນທີ່ ພາກລັດຈຳຕ້ອງຮີບຮ້ອນຈັດຕັ້ງປະຕິບັດການປັບປຸງ ຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ແລະ ສິ່ງນີ້ ກໍຂຶ້ນກັບການຕັດສິນໃຈ ແລະ ແຮງຜັກດັນຂອງພາກລັດຈາກຂັ້ນເທິງ ໄປສູ່ລະດັບວິຊາການ ແລະ ສ້າງປ່ຽນແປງທີ່ດີຂຶ້ນ ເພື່ອພາກທຸລະກິດ.
ກອງປະຊຸມໄດ້ປຶກສາຫາລືທັງໝົດ ສາມຫົວຂໍ້. ຫົວຂໍ້ທຳອິດກ່ຽວກັບ ການກະກຽມເພື່ອການກະກຽມ ການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2024 ນຳສະເໜີໂດຍ ທ່ານ ອິດທິລິດ ຍັງນຸວົງ, ຮອງຫົວໜ້າກົມການຄ້າຕ່າງປະເທດ. ຫົວຂໍ້ທີສອງ ແມ່ນການປຶກສາຫາລື ກ່ຽວກັບ ຈຸດປະສົງ, ຜົນໄດ້ຮັບທີ່ຄາດໄວ້ ແລະ ວິທີ ການເພື່ອປັງປຸງກົດໝາຍສົ່ງເສີມ ການລົງທຶນ ເຊິ່່ງນຳສະເໜີໂດຍ ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ, ຮອງຫົວໜ້າກົມແຜນການ ແລະ ການລົງທຶນ. ຫົວຂໍ້້ຕໍ່ມາແມ່ນລາຍງານຄວາມຄືບໜ້າ ກ່ຽວກັບກອງປະຊຸຸມທຸລະກີດລາວ ໂດຍທ່ານ ທ່ານ ປອ. ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ. ຫົວຂໍ້ສຸດທ້າຍ ແມ່ນນຳສະເໜີກ່ຽວກັບຜົນການສຳຫຼວດ ຄວາມເຊືື່ອ ໝັ້ນ ທາງທຸລະກິດທີ່ເຮັດຮ່ວມກັນໂດຍບັນດາສະພາການຄ້າຕ່າງໆ ໃນ ສປປລາວ ໂດຍທ່ານ ເຊັງ ລີ (Mr. Sheng Lee) ຜູ້ອຳນວຍການທະນາຄານ ANZ ແລະ ປະທານສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ.
ກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ມີຈຸດປະສົງເປັນເວທີໃນການສົນ ທະນາຍຸດທະສາດ ແລະ ປຶກສາຫາລືກ່ຽວກັບ ຂະແໜງການການຄ້າ ແລະ ທຸລະກີດ, ນະໂຍບາຍ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ທຸລະກິດຂະໜາດນ້ອຍ ແລະ ກາງ. ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດ ຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.