ກ່ຽວ​ກັບ​ພວກ​ເຮົາ

ພະແນກ NIU ແລະ ໂຄງການ ການຄ້າເພື່ອການພັດທະນາ

ພະແນກ NIU, ກົມແຜນການ ແລະ ການ ຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນພະ ແນກປະສານງານ ແລະ ໃຫ້ຄຳແນະນຳໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳ ຂອງໂຄງການ ພັດທະນາວຽກງານການຄ້າ ແລະ ພາກທຸລະກິດ ຂອງ ສປປ ລາວ. ພະ ແນກ NIU ໄດ້ສ້າງແຜນງານເພື່ອພັດທະນາການຄ້າທຸລະກິດເພື່ອໃຊ້ແນະນຳສຳລັບການສ້າງໂຄງການ. ພະ ແນກ NIU ຍັງໄດ້ປະສານງານກັບບັນດາພາກສ່ວນຈັດຕັ້ງປະຕິບັດ ໂຄງການ ການສ້າງແຜນວຽກ, ຊ່ວຍ ສຸກຍູ້ດ້ານວິຊາການ, ຕິດຕາມ ແລະ ປະເມີນຜົນບັນດາໂຄງການທີ່ຢູ່ພາຍໃຕ້ໜ່ວຍງານຕົນ, ແລະ ປັບປຸງແຜນງານເປັນແຕ່ລະໄລຍະຜ່ານການປະສານງານ ຢ່າງໄກ້ຊິດກັບຜູ້ຮ່ວມງານຈຳນວນຫນຶ່ງ, ພະ ແນກ NIU ໄດ້ປະສົບຜົນສໍາເລັດໃນການສ້າງຄວາມເປັນເຈົ້າການຂອງໂຄງການ, ເພີ້ມປະສິດທິຜົນດ້ານການປະສານງານ, ຮັບປະກັນຄວາມໂປ່ງໃສ ແລະ ອື່ນໆ. <br> ພະແນກ NIU ຍັງມີໜ້າທີ່ໃນການປະສານການບໍລິຫານ ແລະ ຮັບຜິດຊອບວຽກງານການເງິນ, ຈັດຊື້-ຈັດ ຈ້າງ ແລະ ເຮັດໜ້າທີ່ປະສານງານກັບຜູ້ໃຫ້ທຶນ / ຄູ່ຮ່ວມພັດທະນາ. ໃນຖານະເປັນກອງເລຂາຂອງໜ່ວຍງານພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ, NIU ມີໜ້າທີ່ໃນການປະສານງານ ເພື່ອກະກຽມກອງປະຊຸມຕ່າງໆ, ການປະກອບສ່ວນດ້ານວິຊາການ, ຕິດຕາມການປະຕິບັດບັນດາຂໍ້ຕົກລົງຂອງກອງປະຊຸມ ແລະ ບັນດາບັນຫາທີ່ຕິດພັນກັບວຽກງານບໍລິຫານ.

​ພາ​ລະ​ບົດ​ບາດ ແລະ ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ

​ພາ​ລະ​ບົດ​ບາດ ແລະ ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ ຄະນະກຳມະການ ຊີ້ນຳແຜນງານ ຈັດຕັ້ງປະຕິບັດໂຄງການ

ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ PRC

TitleDescriptionVersionSizeDate addedDownload
Follow by Email
Share