ໂຄງ​ການ LCT

ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ – LCT

  1. ແຫຼ່ງ​ທຶນ ສຳ​ລັບ LCT 
  • ທຶນ​ທັງ​ໝົດ: 13,4 ລ້ານ​ໂດ​ລາ​ສະ​ຫະ​ລັດ
    • ເງິນ​ກູ້ຢືມ​ຈາກ​ທະ​ນາ​ຄານ​ໂລກ – ສະ​ມາ​ຄົມ​ພັດ​ທະ​ນາ​ສາ​ກົນ (IDA): 10 ລ້ານ​ໂດ​ລາ​ສະ​ຫະ​ລັດ (ເປັນ​ເງິນ​ກູ້ IDA)
    • ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຫຼາຍ​ຝ່າຍ: 3,4 ລ້ານ​ໂດ​ລາ​ສະ​ຫະ​ລັດ
  • ຜູ້​ປະ​ກອບ​ທຶນ: ທະ​ນາ​ຄານ​ໂລກ, ລັດ​ຖະ​ບານ​ອົດ​ສະ​ຕາ​ລີ, ລັດ​ຖະ​ບານ​ອົດ​ສ​ຕາ​ລີ່ ແລະ ລັດ​ທະ​ບານ​ໄອ​ແລນ
  • ເປົ້າ​ໝາຍ​ຂອງ​ໂຄງ​ການ:  ເປົ້າ​ໝາຍ​ພັດ​ທະ​ນາ​ໂຄງ​ການ​ແມ່ນ​ເພື່ອປັບ​ປຸງ​ລະ​ບຽບ​ການ​ທີ່​ຕິດ​ພັນ​ກັບ​ທຸ​ລະ​ກິດ​ໃຫ້​ງ່າຍ​ດາຍ​ຂຶ້ນ, ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ.      
  • ຂົງ​ເຂດ​ຈຸດ​ສຸມ:
    • ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ
    • ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານກ​ານ​ຄ້າ ແລະ ສົ່ງ​ເສີມ​ການ​ເຂົ້າ​ສູ່​ຕະ​ຫຼາດ
    • ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ໃຫ້​ຫົວ​ໜ່ວຍ​ທຸ​ລະ​ກິດ
    • ສະ​ໜັ​ບ​ສະ​ໜູນ​ເພື່ອ​ປັບ​ປຸງ​ການ​ສ້າງ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ ແລະ ມີ​ສ່ວນ​ຮ່ວມ
  • ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​: ພະ​ແນ​ກຄຸ້ມ​ຄອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອຂອງ​ຕ່າງ​ປະ​ເທດ (NIU), ກົມ​ແຜນ​ການ ແລະ ການ​ຮ່ວມ​ມື, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ    
  • ໄລ​ຍະ​ໂຄງ​ການ: 27 ກັນ​ຍາ 2018 ຫາ 31 ທັນ​ວາ 2022
  • ລາຍ​ລະ​ອຽດ​ຂອງ​ໂຄງ​ການ

ໂຄງ​ການ LCT ຍັງ​ສຶບ​ຕໍ່​ເປັນ​ໂຄງ​ການ ທີ່​ສ​ະ​ໜັບ​ສະ​ໜູນ​ໂດຍ​ຄູ່​ຮ່ວມ​ພັດ​ທະ​ນາຫຼາຍ​ພາກ​ສ່ວນ​ຄື: ທະ​ນາ​ຄານ​ໂລກ, ລັດ​ຖະ​ບານ​ອົດ​ສະ​ຕາ​ລີ, ລັດ​ຖະ​ບານໄອ​ແລນ ແລະ ລັດ​ຖະ​ບານອາ​ເມ​ລິ​ກາ ເຊິ່ງ​ມີເປົ້າ​ໝາຍ​ຫຼັກ​​ເພື່ອ​ລົບ​ລ້າງ​ອຸ​ປະ​ສັກ ທີ່​ມີ​ຕໍ່​ການ​ເຕີບ​ໃຫຍ່ຂະຫຍາຍ​ຕົວ​ຂອງ​ທຸ​ລະ​ກິດ​ ໂດຍ​ໃຫ້ການຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ລະ​ບຽບ​ກົດ​ໝາຍ, ຫຼຸດ​ຜ່​ອນ​ຕົ້ນ​ທຶນ​ໃນ​ການດຳ​ເນີນ​ທຸ​ລະ​ກິດ ​ແລະ ຍົກ​ລະ​ດັບ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ. ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ 04 ເສົາ​ຄ້ຳ​ໃຫ່ຍດັ່ງ​ນີ້:

ເສົາ​ຄ້ຳ A: ປັບປຸງສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະກິດ: ​ເສົາ​ຄ້ຳນີ້ຈະ​ສຸມ​ໃສ່​​ ປັບ​ປຸງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທີ່​ຕິດ​ພັນ​ກັບ​ຕົວ​ຊີ້​ວັດ​ການກໍ່​ຕັ້ງ​ທຸ​ລະ​ກິດ ໂດຍ​ການປັບ​ປຸງ​ຂະ​ບວນກ​ານ​ຈົດ​ທະ​ບຽນວິ​ສາ​ຫະ​ກິດ ແລະ ອອ​ກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ ໃຫ້​ມີ​ຄວາມ​ໂປ່​ງ​ໄສ ແລະ ​ມີ​ປະ​ສິດ​ທິ​ພາບ​ກ່​ວາ​ເກົ່າ, ຊ່ວຍ​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ​ໃຫ້​ວິ​ສາ​ຫະ​ກິດ ໂດຍ​ສະ​ເພາະ​ແມ່ນ SMEs. ນອກ​ຈາກນີ້, ເສົາ​ຄ້ຳນີ້​ຍັງ​ຈະ​ຊ່ວຍກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໃນ​ການ​ປະ​ສານ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ ຄຳ​ສັ່ງ​ນາ​ຍົກລັດ​ຖະ​ມົນ​ຕີ​ເລກ​ທີ 02/ນຍ ແລະ ປະ​ກອບ​ດ້ວຍ 03 ​ອົງ​ປະ​ກອບ​ຄື:  A1: ​ປັບ​ປຸງຂະ​ບວນ​ການ​ຈົດ​ທະ​ບຽນ​​ວິ​ສາ​ຫະ​ກິດໃຫ້​ງ່າຍ​ດາຍ​ຂຶ້ນ, A2: ​ປັບ​ປຸງ​ຂັ້ນ​ຕອນ​ການ​ອອກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ໃນ​ບັນ​ດາ​ຂະ​ແໜງ​ການ​ຕ່າງໆທີ່​ເປັນ​ບູ​ລິ​ມະ​ສິດ, A3: ນຳ​ໃຊ້​ຮູບ​ແບບ​ການໃຫ້​ທຶນ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ຍ່ອຍ (Challenge Facility-CF) ເພື່ອ​ສະ​ໜັບ​ສະ​ໜູນ​ບັນ​ດາ​ກົມ​​ທີ່​ກ່ຽວ​ຂ້ອງ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 02/ນຍ.

ເສົາ​ຄ້ຳ B: ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ສົ່ງ​ເສີມ​ການ​ເຂົ້າ​ສູ່ຕະຫຼາດ. ເສົາ​ຄ້ຳນີ້ ແມ່ນ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ດຳ​ເນີນ​ງານ​ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ຂອງ ສ​ປ​ປ ລາວ 2017-2022 (Trade Failitation Road Map – TFRM) ໂດຍຈະ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເງື່ອນ​ໄຂ​ ແລະ ພັນ​ທະຕ່າງໆ​ ຂອງ​ສົນ​ທິ​ສັນ​ຍາ​ອົງ​ການ​ການ​ຄ້າ​ໂລກວ່າ​ດ້ວຍ​ ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ (TFA) ເພື່ອຫຼຸດຜ່ອນ​ຄ່າ​ໃຊ້ ​ຈ່າ​ຍ​​ການ​ຄ້າລະ​ຫວ່າງ​ປະ​ເທດ​ທີ່​ສູງ ລວ​ມ​ທັງເວ​ລາ​ໃນ​​ການ​ຂໍ​ເອ​ກະ​ສານຕ່າງໆ ແລະ ການ​ແຈ້ງ​ສິນ​ຄ້າ​ໃນ​ເວ​ລາ​ນຳ​ເຂົ້າ ແລະ ສົ່ງ​ອອກ. ປະ​ກອບ​ມີ 02 ອົງ​ປະ​ກອບ​ຄື: B1: ​ຈະ​ສະ​ໜັບ​ສະ​ໜູນວຽກ​ງານກອງ​ເລ​ຂາ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ຊຶ່ງ​ພວມ​ຖືກ​ຍົກ​ລະ​ດັບ​ໃຫ້​ເປັນ​ຄະ​ນະ​ກຳ​ມະ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ການ​ຄ້າ​ລະ​ດັບ​ຊາດ, B2: ​ສົ່ງ​ເສີມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ສັນ​ຍາ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ໃນ​ຮູບ​ແບບ​ທຶນ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ຍ່ອຍ (TFA CF) ໂດຍ​ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມບໍ່​ສອດ​ຄ່ອງ​ຂອງ​ລະ​ບຽບ​ການ​ລະ​ຫວ່າງ​ລະ​ບຽບ​ການ​ຂອງ​ລາວ ແລະ TFA ເພື່ອ​ເຮັດ​ໃຫ້​ລະ​ບຽບ​ການ​ຂອງ​ລາວ​ມີ​ຄວາມທັນ​ສະ​ໃໝ​ສຳ​ລັບ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ.

ເສົາ​ຄ້ຳ C: ປັບປຸງຄວາມ​ສາ​ມາດ​ໃນ​ການແຂ່ງຂັນ​ໃຫ້ພາກທຸລະກິດ: ເສົາ​ຄ້ຳນີ້​ຈະ​​ສົ່ງ​ເສີມ​ພາກ​ທຸ​ລະ​ກິດໃນ​ລະ​ດັບຫົວ​ໜ່ວຍ​ວິ​ສາ​ຫະ​ກິດ, ເປົ້າ​ໝາຍ​ແມ່ນ​ເພື່ອໃຫ້​ຄຳ​ປຶກ​ສາ​ແກ່​ທຸ​ລະ​ກິດ​ໃນ​ການ​ສ້າງ​ຍຸດ​ທະ​ສາດ ຫຼື​ແຜນ​ການ​ຂະ​ຫຍາຍ​ທຸ​ລະ​ກິດ ​ສະ​ໜອງ​ທຶນ​ສົມ​ທົບແບບ​ຊ່ວຍ​ເຫຼືອ​ລ້າ 50% ​ໃຫ້​ບໍ​ລິ​ສັດແນ​ໃສ່​ຊ່ວຍ​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ພາຍ​ໃນ​ຂອງ​ບໍ​ລິ​ສັດ​ໃນ​ການ​ປັບ​ປຸງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ການ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຂອງ​ການ​ຜະ​ລິດ, ການ​ເຂົ້າ​ຫາ​ຕະ​ຫຼາດ, ຊ່ອງ​ທາງ​ການ​ຂະ​ຫຍາຍ​ທຸ​ລະ​ກິດ​ຜ່ານ​ລະ​ບົບ​ການ​ຄ້າ​ແບບ​ເອ​ລັກ​ໂຕຼນິກ (e-commerce), ແລະ ອື່ນໆ.  

ເສົາ​ຄ້ຳ D: ສະ​ໜັບ​ສະ​ໜູນເພື່ອປັບປຸງການສ້າງນະໂຍບາຍທີ່​ເໝາະສົມ ແລະ ມີ​ສ່ວນ​ຮ່ວມ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຢ່າງ​ມີ​ປະ​ສິດ​​ທິ​ພາບ, ການ​ຕິດ​ຕາມ ແລະ ປະ​ເມີນ​ຜົນ​ໂຄງ​ການ ພ້ອມ​ທັງ​ປັບ​ປຸງ​ການ​ສ້າງ​ນະ​ໂຍ​ບາຍຕ່າງໆ. ນອກນັ້ນ ກໍ​ຍັງ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຄວາມ​ໂປ່ງ​ໄສ​ດ້ານ​ລະ​ບຽບ​ການ​ທີ່​ຕິດ​ພັນ​ກັບ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂະ​ບ​ວນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ທຸ​ລະ​ກິດ ພາຍ​ໃຕ້​ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ ຫຼື Lao Business Forum ແລະ ສະ​ໜັບ​ສະ​ໜູນ​ການ​ດຳ​ເນີນ​ງານ​ຂອງ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ. ຊຶ່ງ​ປະ​ກອບ​ມີ 3 ອົງ​ປະ​ກອບ​​ຄື: D.1 ການ​ຄຸ້ມ​ຄອງ ແລະ ປະ​ສານ​ງານ​ໂຄງ​ການ; D.2 ປັບ​ປຸງ​ການ​ສ້າງ​ນະ​ໂຍ​ບາຍ​ທີ່​ຕິດ​ພັນ ແລະ ຄວາມ​ໂປ່ງ​ໄສ; D.3 ໃຫ້​ການ​ສະ​ໜັບ​ສະ​ໜູນ ການ​ປະ​ສານ​ງານ​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ.

Follow by Email
Share