ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງ ສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026)

Published by NIU on

ນະຄອນຫຼວງວຽງຈັນ, 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF), ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 100 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມ ໄດ້ປຶກສາຫາລື ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີ ຈາກບົດປະເມີນແຜນວຽກການຈັດຕັ້ງປະຕິບັດ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ປີ 2017-2022; ນຳສະເໜີແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ສຳລັບປິ 2022-2026 ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການປັບປຸງປະສິດທິພາບຂອງກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຜ່ານກອງປະຊຸມທຸລະກິດລາວ ເພື່ອແກ້ໄຂບັນດາສິ່ງກີດຂວາງທີ່ເປັນອຸປະສັກ ແລະສົ່ງກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ “ການອຳນວຍຄວາມສະດວກທາງດ້ານການຄ້າ ມີຄວາມສຳຄັນຫລາຍຕໍ່ການສົ່ງເສີມການຄ້າທັງພາຍໃນ, ພາກພື້ນ ແລະ ສາກົນ. ໂດຍລວມ, ພວກເຮົາໄດ້ມີຄວາມຄືບໜ້າຫລາຍໃນການຈັດຕັ້ງປະຕິບັດການປັບປຸງຕ່າງໆ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແຕ່ກໍ່ຍັງມີຄວາມຈຳເປັນໃນການສືບຕໍ່ປັບປຸງວຽກງານໃນຂົງເຂດດັ່ງກ່າວ ເພື່ອເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ແລະ ດຶງດູດການລົງທຶນທີ່ມີປະສິດທິພາບ”.

ທ່ານ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍັງໄດ້ແຈ້ງຕໍ່ກອງປະຊຸມ ກ່ຽວກັບແຜນພັດທະນາຂະ ແໜງການຄ້າ ແລະ ພາກທຸລະກິດ ປີ 2022-2026 ທີ່ໄດ້ຖຶກຮັບຮອງໃນເດືອນ ພຶດສະພາ 2022 ຜ່ານມານີ້ ໂດຍແຜນດັ່ງກ່າວ ໄດ້ກຳນົດບັນດາໜ້າວຽກບູລິມະສິດ ໃນການສະໜັບສະໜູນຍຸດທະສາດແຫ່ງຊາດໃນການສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ, ການຟຶ້ນຕົວຈາກພະຍາດລະບາດ ໂຄວິດ-19 ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026.

ພ້ອມດຽວກັນ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຍັງໄດ້ເນັ້ນເຖິງຄວາມສຳຄັນ ແລະ ບົດບາດ ຂອງກົນໄກປຶກສາລືຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການຊ່ວຍແກ້ໄຂບັນຫາຕ່າງໆ ຂອງພາກທຸລະກິດ ແລະ ເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ປັບປຸງປະສິດທິພາບຂອງກົນໄກປຶກສາຫາລືດັ່ງກ່າວ.

ໃນຂະນະດຽວກັນ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ກ່າວວ່າ “ເຖິງວ່າມາຮອດປະຈຸບັນ ຂະແໜງການພວກເຮົາໄດ້ມີຜົນສຳເລັດ ແລະຄືບໜ້າຫລາຍ, ແຕ່ເຫັນວ່າໃນຕໍ່ໜ້າຍັງມີຫລາຍສິ່ງທ້າທາຍທີ່ຈະຕ້ອງຄຳນຶງ ເຊິ່ງໜຶ່ງໃນນັ້ນ ກໍ່ຄືການຮັກສາຄຳໝັ້ນສັນຍາ ແລະ ສຸມເຫື່ອແຮງ ເຂົ້າໃນການນຳໃຊ້ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ໃຫ້ເປັນແຜນ ແລະ ເວທີປຶກສາຫາລື ຂອງພາກທຸລະກິດ ເນື່ອງຈາກວ່າເປົ້າໝາຍສຸດທ້າຍ ແລ້ວບໍ່ແມ່ນແຕ່ເປັນການສ້າງສະພາບແວດລ້ອມ ທີ່ເອື້ອຍອຳນວຍໃຫ້ແກ່ການດຳເນີນທຸລະກິດສຳລັບຜູ້ປະກອບການ ແຕ່ແມ່ນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງ ໃນການປະກອບການດ້ານການຄ້າ ລວມເຖິງຜະລິດຕະພາບຂອງພາກທຸລະກິດ ເຊິ່ງແມ່ນຜູ້ໄດ້ຮັບຜົນປະໂຫຍດສຸດທ້າຍ ຈາກການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາ”. ທ່ານ ນາງ ອີນາ ຍັງໄດ້ກ່າວຕື່ມວ່າ “ໃນໄລຍະຍາວ, ການເລັ່ງຈັດຕັ້່ງປະຕິບັດ ການປັບປຸງດ້ານຕ່າງໆ ເພື່ອສົ່ງເສີມຄວາມຫລາກຫລາຍ ແລະ ພັດທະນາຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ ໂດຍການປັບປຸງການເຊື່ອມຈອດ, ແມ່ນສິ່ງສຳຄັນທີ່ຈະເພີ່ມທະວີຄວາມຕ້ານທານດ້ານເສດຖະກິດ ແລະ ສັງຄົມ, ແລະ ຮັບປະກັນ ໃຫ້ ສປປລາວ ສາມາດຍາດແຍ່ງໄດ້ຜົນປະໂຫຍດສູງສຸດຈາກການລົງທຶນດ້ານໂຄງລ່າງພື້ນຖານໃນຊຸມປີຜ່ານມານີ້”.

ກອງປະຊຸມໄດ້ແບ່ງເປັນສອງພາກ ແລະ ປຶກສາຫາລືທັງໝົດ 3 ຫົວຂໍ້. ຫົວຂໍ້ທຳອິດ ກ່ຽວກັບຜົນການຄົ້ນຄວ້າ ແລະຂໍ້ສະເໜີ ຈາກບົດປະເມນແຜນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ (2017-2022), ນຳສະເໜີໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. ຫົວຂໍ້ທີສອງ ນຳສະເໜີໂດຍ ທ່ານ ນາງ ລັດຕະນະພອນ ວົງສຸທິ, ຫົວໜ້າພະແນກຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຂອງຕ່າງປະເທດ, ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ແລະ ການຄ້າ, ກ່ຽວກັບແຜນທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ແລະ ຫົວຂໍ້ສຸດທ້າຍ ໄດ້ນຳສະເໜີ ກ່ຽວກັບການກຳນົດກົນໄກເພື່ອປັບປຸງຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການດຳເນີນທຸລະກິດ ໃນ ສປປ ລາວ ຜ່ານເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ກ່ອນປິດກອງປະຊຸມ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ໄດ້ເນັ້ນເຖິງຄວາມຈຳເປັນໃນການສ້າງກອບນິຕິກຳທີ່ີມີຄວາມໂປ່ງໃສ ແລະ ອີງໃສ່ລະບຽບກົດ ໝາຍ ແລະ ໄດ້ກ່າວຕໍ່ວ່າ “ການປະຕິຮູບໃນທຸກຂົງເຂດ ແມ່ນໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍ, ແຕ່ພວກເຮົາເຊື່ອໝັ້ນໃນທິດທາງບວກ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພາຍໃຕ້ການຊີ້ນຳນຳພາຂອງທ່ານ ນາຍົກ ພັນຄຳ ວິພາວັນ ໃນປະຈຸບັນ”. ພ້ອມດຽວກັນ, ທ່ານ ນາງ ອີນາ ຍັງໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຂໍຢືນຢັນອີກເທື່ອໜຶ່ງ, ໃນນາມຜູ້ໃຫ້ທຶນ, ພວກເຮົາຕ້ອງການໃຫ້ການສະໜັບສະໜູນ ບັນດາຂະແໜງການພາກລັດ ຂອງ ສປປ ລາວ ໂດຍການເພີ່ມທະວີການປະສານງານ ແລະ ປະກອບສ່ວນເຂົ້າໃນການ ບັນລຸຜົນໄດ້ຮັບທີ່ເປັນຮູບປະທຳ ຕາມແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ”.

ກ່ອນປິດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກເຖິີງຄວາມສຳຄັນ ຂອງການຈັດບູລິມະສິດ ບັນດາມາດຕະການດ້ານນະໂຍບາຍ, ຄວາມເປັນເຈົ້າການຂອງ ຂະແໜງການພາກລັດ, ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການປະສານງານລະຫວ່າງຂະແໜງການ ໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມເຖິງການສະໜັບສະໜູນທິດທາງລວມໃນການສ້າງຄວາມເຂັ້ມແຂງໃຫ້ກັບກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບາຍການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games