ຂ່າວ​ໂຄງ​ການ Arise Plus - Trade for Development - T4D https://www.t4dlaos.org T4D Laos Fri, 08 Dec 2023 02:50:50 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ຂ່າວ​ໂຄງ​ການ Arise Plus - Trade for Development - T4D https://www.t4dlaos.org 32 32 ງານສະຫຼຸບໂຄງການ ARISE Plus ດ້ວຍຜົນສຳເລັດອັນໂດດເດັ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ https://www.t4dlaos.org/lo/2023/12/08/%e0%ba%87%e0%ba%b2%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%b8%e0%ba%9a%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99-arise-plus-%e0%ba%94%e0%bb%89%e0%ba%a7%e0%ba%8d%e0%ba%9c/ Fri, 08 Dec 2023 02:50:48 +0000 https://www.t4dlaos.org/?p=5250 ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ແນໃສ່ສົ່ງເສີມການຂະຫຍາຍຕົວ ທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ. ໂຄງການດັ່ງກ່າວແມ່ນພາຍໃຕ້ ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ 3 ຈຸດປະສົງຕົ້ນຕໍ ລວມມີ (1) ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ, (2) ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດທາງດ້ານການຄ້າສໍາລັບການສົ່ງອອກ, ແລະ (3) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ສະຫນັບສະຫນູນສຳລັບຜູ້ປະກອບການ ແລະ ທຸລະກິດຂະໜາດນ້ອຍ. Read more…

The post ງານສະຫຼຸບໂຄງການ ARISE Plus ດ້ວຍຜົນສຳເລັດອັນໂດດເດັ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ແນໃສ່ສົ່ງເສີມການຂະຫຍາຍຕົວ ທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ. ໂຄງການດັ່ງກ່າວແມ່ນພາຍໃຕ້ ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ.

ໂຄງການ ARISE Plus ປະຈຳ ສປປ ລາວ ມີ 3 ຈຸດປະສົງຕົ້ນຕໍ ລວມມີ (1) ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ, (2) ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດທາງດ້ານການຄ້າສໍາລັບການສົ່ງອອກ, ແລະ (3) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ສະຫນັບສະຫນູນສຳລັບຜູ້ປະກອບການ ແລະ ທຸລະກິດຂະໜາດນ້ອຍ.

ເຖິງແມ່ນວ່າຈະມີສິ່ງທ້າທາຍທີ່ເກີດຈາກການລະບາດຂອງ COVID-19 ແລະ ຄວາມບໍ່ສະຖຽນລະພາບຂອງເສດຖະກິດມະຫາພາກ, ໃນ 5 ປີຂອງການຈັດຕັ້ງປະຕິບັດທີ່ຜ່ານມາ, ໂຄງການດັ່ງກ່າວໄດ້ບັນລຸຜົນອັນໂດດເດັ່ນ. ໃນນັ້ນ, ລວມມີການເພີ່ມຄວາມຮູ້ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນຫຼາຍສາຂາວິຊາ, ເຊິ່ງລວມມີການປູກກາເຟອິນຊີ, ການປັບປຸງຄຸນນະພາບ ແລະ ແຫຼ່ງຊັບພະຍາກອນທີ່ຍືນຍົງໃນຂະແໜງປຸງແຕ່ງໄມ້. ໂຄງການດັ່ງກ່າວຍັງໄດ້ເຜີຍແຜ່ແຜນພັດທະນາການສົ່ງອອກສອງຂະແໜງການ (ກາເຟ ແລະ ໄມ້ປຸງແຕ່ງ), ທີ່ນຳສະເຫນີລາຍລະອຽດກ່ຽວກັບສະພາບການສາກົນ ແລະ ລະດັບຊາດຂອງຂະແໜງການ, ບົ່ງບອກສິ່ງທ້າທາຍ, ແລະ ສ້າງແຜນດຳເນີນງານທີ່ລະອຽດເພີື່ອເພີ່ມຄວາມສາມາດໃນການແຂ່ງຂັນ.

ນອກຈາກນັ້ນ, ແຊ້ມຄຸນນະພາບຈຳນວນ 10 ທ່ານ ໄດ້ຮັບການຢັ້ງຢືນ ແລະ ຝຶກອົບຮົມເພື່ອປະເມີນ, ເປັນຄູຝຶກສອນ ແລະ ໃຫ້ຄຳແນະນໍາບໍລິສັດໃນການປັບປຸງຄຸນນະພາບ. ຖານຂໍ້ມູນກ່ຽວກັບການບໍລິການດ້ານຄຸນນະພາບ ໄດ້ເປີດຕົວ ເຊີ່ງເປັນຈຸດສູນລວມທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ກັບຕະຫລາດສົ່ງອອກ, ຜູ້ຊ່ຽວຊານ ແລະ ການບໍລິການຂອງສະຖາບັນ ແລະ ບຸກຄົນທີ່ຕ້ອງການ, ແລະຮຽນຮູ້ຈາກກໍລະນີທີ່ປະສົບຜົນສຳເລັດ.

ໂຄງການດັ່ງກ່າວໄດ້ດຳເນີນການວິເຄາະຊ່ອງຫວ່າງຢ່າງກ່ຽວກັບສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ATIGA), ຍັງໄດ້ພິມແລະ ເຜີຍແຜ່ປຶ້ມຄູ່ມືກ່ຽວກັບຂະບວນການແຈ້ງການ ATIGA, ຄູ່ມືດ້ານທຸລະກິດກ່ຽວກັບໂຄງການທຸກສິ່ງທຸກຢ່າງຍົກເວັນອາວຸດສົງຄາມ ຫຼື EBA 6 ສະບັບ, ປຶ້ມຄູ່ມື 4 ສະບັບກ່ຽວກັບການຄ້າເອເລັກໂຕຣນິກ (e-commerce) ແລະ ປຶ້ມຄູ່ມືກ່ຽວກັບລະບົບການແຈ້ງການ ePing ຂອງ ອົງການການຄ້າໂລກ WTO.

ການສຶກສາຄົ້ນຄວ້າໄດ້ດຳເນີນຂຶ້ນກ່ຽວກັບຜົນກະທົບຈາກການຈົບສະຖານະພາບປະເທດດ້ອຍພັດທະນາ LDC, ເຊິ່ງພົບວ່າ ສປປ ລາວ ຄວນໝູນໃຊ້ກຳລັງຂອງການສົ່ງເສີມການຄ້າເພື່ອຫຼີກເວັ້ນການສູນເສຍທ່າແຮງການສົ່ງອອກ 7.3% ຫຼັງຈາກການຫລຸດພົ້ນ.

ບົດກ່າວ:

“ສາຍສຳພັນລະຫວ່າງກະຊວງ ອຄ ແລະ EU ພ້ອມກັບ ITC ແມ່ນມີມາເປັນໄລຍະເວລາ 15 ປີຜ່ານມາ. ຄວາມພະຍາຍາມເຫຼົ່ານີ້ແມ່ນມີຄວາມກ່ຽວຂ້ອງສູງກັບຍຸດທະສາດແຫ່ງຊາດຂອງພວກເຮົາໃນການເຮັດໃຫ້ເສດຖະກິດມີຄວາມຫຼາກຫຼາຍ, ການຟື້ນຟູຈາກ COVID-19, ແລະ ຈົບຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ໂດຍຜ່ານການເລັ່ງການເຊື່ອມໂຍງການຄ້າ, ການລົບລ້າງຄວາມທຸກຍາກແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.” ກ່າວໂດຍ ທ່ານ ດຣ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ.

“EU ເປັນຄູ່ຄ້າລຳດັບທີ 4 ຂອງ ສປປ ລາວ. ການຄ້າຂອງພວກເຮົາຍັງຄົງຢູ່ໃນລະດັບປະມານ 500 ລ້ານໂດລາສະຫະລັດຕໍ່ປີ. ອີງຕາມການສຶກສາທີ່ຜ່ານມາສະແດງໃຫ້ເຫັນວ່າ ມີທ່າແຮງທີ່ຈະເພີ່ມທະວີການຄ້າຂອງພວກເຮົາ, ໂດຍສະເພາະໃນຂະແຫນງການທີ່ມີທ່າແຮງເຊັ່ນກະສິກໍາພິເສດ (ເຊັ່ນ ກາເຟ ແລະ ຊາ) ແລະ ການປຸງແຕ່ງໄມ້ພາຍໃຕ້ໂຄງການ ARISE Plus.” ກ່າວໂດຍ ທ່ານ ນາງ Ina Marčiulionytė, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ.

“ITC ຫວັງວ່າຈະເພີ່ມທະວີການຮ່ວມມືກັບ ສປປ ລາວ ແລະ ສະຫະພາບເອີຣົບ, ເພື່ອຊອກຫາໂອກາດໃນການລິເລີ່ມວຽກງານໃໝ່, ສອດຄ່ອງກັບຂອບເຂດການຟຶ້ນຟູ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 ໄລຍະ 2021-2025 ຂອງລັດຖະບານ ສປປ ລາວ ໂດຍສຸມໃສ່ເສດຖະກິດສີຂຽວ, ແບບລວມຫມູ່ ແລະ ຊັບພະຍາກອນມະນຸດ” ກ່າວໂດຍ ທ່ານ ນາງ Sylvie Betemps Cochin, ຫົວໜ້າຫ້ອງການອາຊີ ແລະ ປາຊີຟິກ, ສູນການຄ້າສາກົນ.

ໂຄງການ ARISE Plus ໄດ້ເປັນເຄື່ອງມືໃນການສົ່ງເສີມການເຕີບໂຕທາງດ້ານເສດຖະກິດແບບກວມລວມ, ຄວາມຮູ້ທາງດ້ານການຄ້າ ແລະ ການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກ. ຜ່ານການຮ່ວມມືກັບບັນດາອົງການຈັດຕັ້ງລັດທີ່ສຳຄັນ, ສະຖາບັນສະໜັບສະໜູນການຄ້າ ແລະ ພາກເອກະຊົນ, ໂຄງການດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດ, ສ້າງຄວາມສາມາດ ແລະ ສ້າງໂອກາດໃຫ້ຜູ້ສົ່ງອອກຂອງລາວ. “ເຖິງແມ່ນວ່າໂຄງການດັ່ງກ່າວໄດ້ສິ້ນສຸດລົງຢ່າງເປັນທາງການ, ແຕ່ສາມາດສ້າງໃຫ້ມຮການເພີ່ມທະວີການແຂ່ງຂັນ, ປັບປຸງການຟຶ້ນຟູ ແລະ ການເຕີບໂຕທາງເສດຖະກິດແບບຍືນຍົງໃຫ້ແກ່ ສປປ ລາວ.

The post ງານສະຫຼຸບໂຄງການ ARISE Plus ດ້ວຍຜົນສຳເລັດອັນໂດດເດັ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ first appeared on Trade for Development - T4D.

]]>
ເສດຖະກິດລາວໄດ້ເພີ່ມທະວີ ການເຊື່ອມໂຍງເຂົ້າກັບຕ່ອງໂສ້ ການສະໜອງສາກົນ https://www.t4dlaos.org/lo/2022/12/13/%e0%bb%80%e0%ba%aa%e0%ba%94%e0%ba%96%e0%ba%b0%e0%ba%81%e0%ba%b4%e0%ba%94%e0%ba%a5%e0%ba%b2%e0%ba%a7%e0%bb%84%e0%ba%94%e0%bb%89%e0%bb%80%e0%ba%9e%e0%ba%b5%e0%bb%88%e0%ba%a1%e0%ba%97%e0%ba%b0%e0%ba%a7/ Tue, 13 Dec 2022 07:33:20 +0000 http://www.t4dlaos.org/?p=3954 (ນະຄອນປາກເຊ/ນະຄອນເຈນີວາ) – ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳ ສປປ ລາວ, ສູນການຄ້າສາກົນ (ITC) ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຕົ້າໂຮມກັນທີ່ນະຄອນປາກເຊ ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ກຳນົດແຜນໃນຕໍ່ໜ້າ ເພື່ອສະໜັບສະໜູນ ການເຊື່ອມໂຍງເສດຖະກິດລາວ ເຂົ້າໃນຕ່ອງໂສ້ການຜະລິດຂອງໂລກ ທີ່ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ຄັ້ງທີ 7. ໂຄງການ Arise Plus ປະຈຳ ສປປ ລາວ ໄດ້ລິເລີ່ມໃນປີ 2019 ເພື່ອໃຫ້ການສະໜັບສະໜູນການເຊື່ອມໂຍງເສດຖະກິດ ເຂົ້າກັບຕະຫຼາດພາກພື້ນ ແລະ ຕ່ອງໂສ້ການຜະລິດສາກົນ, ຜ່ານການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ພາກລັດທີ່ກ່ຽວຂ້ອງ. ໃນກອງປະຊຸມຄັ້ງທີ່ຜ່ານມາໃນ Read more…

The post ເສດຖະກິດລາວໄດ້ເພີ່ມທະວີ ການເຊື່ອມໂຍງເຂົ້າກັບຕ່ອງໂສ້ ການສະໜອງສາກົນ first appeared on Trade for Development - T4D.

]]>
(ນະຄອນປາກເຊ/ນະຄອນເຈນີວາ) – ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳ ສປປ ລາວ, ສູນການຄ້າສາກົນ (ITC) ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຕົ້າໂຮມກັນທີ່ນະຄອນປາກເຊ ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ກຳນົດແຜນໃນຕໍ່ໜ້າ ເພື່ອສະໜັບສະໜູນ ການເຊື່ອມໂຍງເສດຖະກິດລາວ ເຂົ້າໃນຕ່ອງໂສ້ການຜະລິດຂອງໂລກ ທີ່ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ຄັ້ງທີ 7.

ໂຄງການ Arise Plus ປະຈຳ ສປປ ລາວ ໄດ້ລິເລີ່ມໃນປີ 2019 ເພື່ອໃຫ້ການສະໜັບສະໜູນການເຊື່ອມໂຍງເສດຖະກິດ ເຂົ້າກັບຕະຫຼາດພາກພື້ນ ແລະ ຕ່ອງໂສ້ການຜະລິດສາກົນ, ຜ່ານການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ພາກລັດທີ່ກ່ຽວຂ້ອງ. ໃນກອງປະຊຸມຄັ້ງທີ່ຜ່ານມາໃນ ເດືອນກໍລະກົດ ປີ 2022, ສະຫະພາບເອີຣົບ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບຮອງ ເອົາປະສິດທິຜົນຂອງໂຄງການ ແລະ ອະນຸມັດໃຫ້ໂຄງການຂະຫຍາຍເວລາອອກໄປ ຈົນຮອດເດືອນທັນວາ 2023.

ໃນປີ 2022, ໂຄງການດັ່ງກ່າວໄດ້ສະໜັບສະໜູນສ້າງຄວາມອາດສາມາດໃຫ້ແກ່ພະນັກງານຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ 1,125 ຄົນ (ຍິງ 365 ຄົນ). ພະນັກງານຈາກພາກສ່ວນລັດຖະບານ ຫຼາຍກວ່າ 50 ຄົນໄດ້ຮັບການຝຶກອົບຮົມໃນຫົວຂໍ້ກ່ຽວກັບການຄ້າ, ລວມທັງທ່າອ່ຽງຂອງສັນຍາການຄ້າເສລີ ແລະ ການຄ້າກ່ຽວກັບການບໍລິການ. ນອກຈາກນີ້, ມີ 12 ວິສາຫະກິດຂະໜາດນ້ອຍເຂົ້າຮ່ວມກິດຈະກຳປະມູນກາເຟ, ມີ 8 ບໍລິສັດໄດ້ຮັບການຝຶກອົບຮົບດ້ານການຄຸ້ມຄອງດ້ານຄຸນນະພາບບໍ່ເສຍຄ່າ, ແລະ 5 ບໍລິສັດປຸງແຕ່ງໄມ້ໄດ້ຮັບການຝຶກອົບຮົມກ່ຽວກັບການເຂົ້າເຖິງຕະຫຼາດ, ການຜະລິດ ແລະ ການເຂົ້າເຖິງໄມ້ທີ່ຖືກຕາມກົດໝາຍ.

ແຜນປະຕິບັດງານໃນປີ 2023 ຈະສຸມໃສ່ການສຳເລັດບັນດາກິດຈະກຳທີ່ພວມດຳເນີນຢູ່ ເປັນຕົ້ນແມ່ນໃຫ້ ສຳເລັດຊຸດເຄື່ອງມືໃນການເຈລະຈາດ້ານການຄ້າ ແລະ ແປປື້ມຄູ່ມືນະໂຍບາຍເຈລະຈາການຄ້າເປັນພາສາລາວ. ສືບຕໍ່ຍົກສູງຄວາມຮັບຮູ້ ແລະ ສ້າງຄວາມສາມາດໃນວຽກງານທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ສິດທິພິເສດທາງດ້ານການຄ້າຂອງ ສະຫະພາບເອີຣົບ ໃຫ້ແກ່ ສປປ ລາວ, ຜູ້ເປັນແບບຢ່າງດ້ານຄຸນນະພາບ, ສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ ກາເຟ ແລະ ປຸງແຕ່ງໄມ້.

ບົດກ່າວເປີດ

“ໃນໄລຍະເວລາທີ່ຍັງເຫຼືອຂອງໂຄງການນີ້ ເປັນເວລາທີ່ສຳຄັນເພື່ອຈັດຕັ້ງປະຕິບັດບັນດາແຜນງານພັດທະນາວຽກງານຕ່າງໆທີ່ໂຄງການໄດ້ເຮັດການຄົ້ນຄວ້າ, ວິໄຈ ນັບຕັ້ງແຕ່ໂຄງການລິເລີ່ມ ເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນທີ່ເຫັນໄດ້ຊັດເຈນ ແລະ ເປັນຮູບປະທຳ ທາງດ້ານການເຂົ້າເຖິງຕະຫຼາດ, ການນຳໃຊ້ສິດທິພິເສດທາງການຄ້າ ແລະ ສ້າງຄວາມອາດສາມາດການສົ່ງອອກສິນຄ້າ ເປົ້າໝາຍດັ່ງກ່າວ.”

ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ.

“ໃນຂະນະທີ່ພວກເຮົາກ້າວເຂົ້າໄປສູ່ປີສຸດທ້າຍຂອງໂຄງການ, ພວກເຮົາສຸມໃສ່ຜົນໄດ້ຮັບຫຼາຍກວ່າທີ່ຜ່ານມາ. ໃນກອງປະຊຸມຄັ້ງຜ່ານມາຂອງພວກເຮົາ, ທີມງານໂຄງການແມ່ນໄດ້ເຮັດວຽກກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ເຮັດໃຫ້ຫຼາຍພາກສ່ວນກ່ຽວຂ້ອງມີສ່ວນຮ່ວມຫຼາຍຂຶ້ນ, ແລະ ຈັດຕັ້ງປະຕິບັດຫຼາຍກວ່າ 30 ກິດຈະກໍາລະຫວ່າງເດືອນກໍລະກົດຫາເດືອນທັນວາ. ພວກເຮົາໄດ້ເອົາໃຈໃສ່ໃນການສ້າງໂອກາດການຮ່ວມກັບໂຄງການຊ່ວຍເຫຼືອທີ່ກ່ຽວຂ້ອງກັບການຄ້າອື່ນໆ ກໍຄື ບັນດາໂຄງການຕ່າງໆ ທີ່ຈັດກອງປະຊຸມ ທີ່ແຂວງ ຈໍາປາສັກ ໃນຄັ້ງນີ້”

ທ່ານ Xuejun Jiang, ຫົວຫນ້າຫ້ອງການພາກພື້ນ ປະຈຳອາຊີ ແລະ ປາຊິຟິກ, ສູນການຄ້າສາກົນ.

ຂໍ້ມູນກ່ຽວກັບກອງປະຊຸມ:

ກອງປະຊຸມໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງ ຈາກພາກລັດ ແລະ ພາກເອກະຊົນ ແລະ ຜູ້ໃຫ້ທຶນ ເຂົ້າຮ່ວມກວ່າ 50 ທ່ານ. ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ລັດຖະບານ ສປປ ລາວ ເຫັນໄດ້ວ່າໂຄງການ ARISE Plus ປະຈຳ ສປປ ລາວ ເປັນໂຄງການທີ່ສຳຄັນເພື່ອແກ້ໄຂສິ່ງທ້າທາຍດ້ານເສດຖະກິດມະຫາພາກ. ບັນດາຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ປະສານສົມທົບຮ່ວມກັນ ໂດຍຜ່ານການປະຊຸມປຶກສາຫາລືຮ່ວມກັນຫຼາຍຂຶ້ນ.

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ເຂົ້າຊົມເວັບໄຊ ຂອງພວກເຮົາທີ່ www.intracen.org.
ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
ທ່ານ ນາງ ໄກອຳພອນ ສິງຫາລາດ
ສູນການຄ້າສາກົນ
ທີ່ປຶກສາດ້ານວຽກງານສື່ສານ
E: Ksinghalath@intracen.org

The post ເສດຖະກິດລາວໄດ້ເພີ່ມທະວີ ການເຊື່ອມໂຍງເຂົ້າກັບຕ່ອງໂສ້ ການສະໜອງສາກົນ first appeared on Trade for Development - T4D.

]]>
ກອງປະຊຸມ PRC ຄັ້ງທີ 5 ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ເປີດໂອກາດໃຫ້ຄູ່ຮ່ວມງານແລະ ທີມງານໂຄງການກໍານົດ ທິດທາງຂ້າງໜ້າສໍາລັບໂຄງການ ARISE Plus ໃນປີ 2022 https://www.t4dlaos.org/lo/2021/12/03/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-prc-%e0%ba%84%e0%ba%b1%e0%bb%89%e0%ba%87%e0%ba%97%e0%ba%b5-5-%e0%bb%84%e0%ba%94%e0%bb%89%e0%ba%a5%e0%ba%b2%e0%ba%8d%e0%ba%87/ Fri, 03 Dec 2021 09:10:26 +0000 http://www.t4dlaos.org/?p=3272 ວັນທີ 30 ພະຈິກ 2021, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມມກັບ ສູນການຄ້າສາກົນ (ITC), ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ARISE Plus ຄັ້ງທີ 5 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລືກ່ຽວກັບແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ຜູ້ຕາງໜ້າສະຫະພາບ ເອີຣົບ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ອົງການຈັດຕັ້ງສາກົນ, ສະຖາບັນ, ພາກເອກະຊົນ, ສູນການຄ້າສາກົນ ແລະ ຄູ່ຮ່ວມພັດທະນາ, ເຊິ່ງໄດ້ເຂົ້າຮ່ວມທີ່ໂຮງແຮມ ຄຣາວ Read more…

The post ກອງປະຊຸມ PRC ຄັ້ງທີ 5 ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ເປີດໂອກາດໃຫ້ຄູ່ຮ່ວມງານແລະ ທີມງານໂຄງການກໍານົດ ທິດທາງຂ້າງໜ້າສໍາລັບໂຄງການ ARISE Plus ໃນປີ 2022 first appeared on Trade for Development - T4D.

]]>
ວັນທີ 30 ພະຈິກ 2021, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມມກັບ ສູນການຄ້າສາກົນ (ITC), ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ARISE Plus ຄັ້ງທີ 5 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລືກ່ຽວກັບແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ຜູ້ຕາງໜ້າສະຫະພາບ ເອີຣົບ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ອົງການຈັດຕັ້ງສາກົນ, ສະຖາບັນ, ພາກເອກະຊົນ, ສູນການຄ້າສາກົນ ແລະ ຄູ່ຮ່ວມພັດທະນາ, ເຊິ່ງໄດ້ເຂົ້າຮ່ວມທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ ແລະ ຜ່ານທາງລະບົບກອງປະຊຸມອອນລາຍ ຫຼາຍກວ່າ 40 ທ່ານ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການທີ່ຜ່ານມາ ໂດຍໄດ້ແບ່ງອອກເປັນສອງພາກສ່ວນຄື: 1) ກິດຈະກໍາເສີມສ້າງຂີດຄວາມສາມາດດ້ານຈຸດສອບຖາມ ແລະ ໜ່ວຍງານແຈ້ງຂໍ້ມູນແຫ່ງຊາດ ທາງດ້ານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ (TBT) ແລະ ສຸຂານາໄມ ແລະ ສຸຂາຂາໄມພືດ (SPS) ແລະ ປະຕິບັດຕາມແຈ້ງການກ່ຽວກັບ ມາດຕະຖານ ISO 14001, 2) ການເສີມສ້າງຂີດຄວາມສາມາດ ກ່ຽວກັບການສ້າງຄວາມຍືນຍົງ ທາງດ້ານວັດຖຸດິບສໍາລັບຜະລິດຕະພັນປຸງແຕ່ງໄມ້ ແລະ ການເຂົ້າເຖິງຕະຫຼາດ. ນອກຈາກນີ້, ຜູ້ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າໄດ້ນໍາສະເໜີກ່ຽວກັບແຜນວຽກບູລິມະສິດສໍາລັບປີ 2022.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈໃນບົດກ່າວເປີດ ຕໍ່ກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນຊ່ວງເຄິ່ງປີທີ່ຜ່ານມາ, ເຖິງວ່າໂຄງການຈະໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19, ເຊິ່ງໄດ້ຈັດຕັ້ງຕາມມາດຕະການຈໍາກັດການເດີນທາງທັງພາຍໃນ ແລະ ຕ່າງປະເທດກໍຕາມ. ໂຄງການຍັງສາມາດຈັດກອງປະຊຸມທາງໄກ ເພື່ອເສີມສ້າງຂີດຄວາມສາມາດດ້ານວິຊາການທີ່ຕິດພັນກັບການເຂົ້າເຖິງຕະຫຼາດຂອງສະຫະພາບ ເອີຣົບ ໂດຍລວມ ແລະ ສະເພາະເຈາະຈົງໃນຂະແໜງການກາເຟ ແລະ ຜະລິດຕະພັນໄມ້. ນອກຈາກນີ້, ຍັງມີຜົນສໍາເລັດຕ່າງໆອີກເຊັ່ນ: ການເປີດໂຕແຜນພັດທະນາສົ່ງເສີມການສົ່ງອອກກາເຟ ແລະ ແຜນພັດທະນາການສົ່ງອອກຜະລິດຕະພັນໄມ້, ການຈັດການຝຶກອົບຮົມພາຍໃຕ້ຫົວຂໍ້ຕ່າງໆ, ເຊັ່ນ: ມາດຕະຖານ ISO ຕ່າງໆ, ແບບຢ່າງນະໂຍບາຍການຄ້າ, ຄູ່ມືແນະນໍາ ສໍາລັບ ຫົວໜ່ວຍທຸລະກິດໃນການນໍາໃຊ້ສິດທິພິເສດ ທາງດ້ານອັດຕາພາສີ ສໍາລັບ ທຸກສິນຄ້າຍົກເວັ້ນອາວຸດສົງຄາມ ເພື່ອເຂົ້າເຖິງຕະຫຼາດ ສະຫະພາບເອີຣົບ, ການພັດທະນາທັກສະກ່ຽວກັບກາເຟ, ຮັບຮອງບົດປະເມີນກ່ຽວກັບສັນຍາການຄ້າດ້ານສິນຄ້າພາຍໃຕ້ກອບອາຊຽນ, ການຝຶຶກອົບຮົບກ່ຽວກັບຜູ້ເປັນແບບຢ່າງດ້ານຄຸນນະພາບ, ເງື່ອນໄຂການເຂົ້າເຖິງຕະຫຼາດ ສະຫະພາບ ເອີຣົບ ສໍາລັບການສົ່ງອອກຜະລິດຕະພັນໄມ້ປຸງແຕ່ງ ແລະ ຂະແໜງການອື່ນໆ.

ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ໄດ້ເນັ້ນໜັກໃນບົດກ່າວປິດຂອງເພິ່ນກ່ຽວກັບໝາກຜົນສໍາເລັດ ທີ່ພົ້ນເດັ່ນຈາກການຈັດຕັ້ງປະຕິບັດໂຄການ ແລະ ໄດ້ເນັ້ນກ່ຽວກັບການສະໜັບສະໜູນເພື່ອເສີມສ້າງການຮ່ວມມືລະຫວ່າງ ລັດຖະບານ ສະຫະພາບເອີຣົບ ແລະ ສປປ ລາວ ທາງດ້ານການພັດທະນາວຽກງານການຄ້າ ໃຫ້ເຂັ້ມແຂງຂຶ້ນຕື່ມ, ເພື່ອກະກຽມຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ ແລະ ການຟື້ນຟູເສດຖະກິດໃນໄລຍະຍາວ.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ເນັ້ນໜັກໃຫ້ແກ່ທີມງານຈັດຕັ້ງປະຕິບັດໂຄງການ ໃຫ້ເອົາໃຈໃສ່ຕໍ່ກັບຄໍາເຫັນຈາກກອງປະຊຸມໃນມື້ນີ້ເພື່ອປັບປຸງບົດລາຍງານ ແລະ ຂໍອະນຸມັດວຽກງານໃນກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ, ເຊິ່ງຈະຈັດຂຶ້ນໃນວັນທີ 14 ເດືອນ ທັນວາ 2021.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສົມຈິດ ອິນທະມິດ, ໄດ້ສະແດງຄວາມຂອບໃຈມາຍັງທ່ານປະທານຮ່ວມໃນກອງປະຊຸມ, ຫົວໜ້າສູນການຄ້າສາກົນ ປະຈໍາອາຊີ ປາຊີຟິກ, ທ່ານ ຊືຈຸນ ຈຽງ, ບັນດາແຂກຜູ້ເຂົ້າຮ່ວມ ແລະ ທີມງານຈັດຕັ້ງປະຕິບັດໂຄງການທີ່ປະກອບສ່ວນເຂົ້າໃນການຈັດກອງປະຊຸມ ແລະ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ

ໂຄງການ ARISE Plus ປະຈຳ ສປປ ລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ, ພາຍໃຕ້ຈຸດປະສົງ ຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງສະພາບແວດລ້ອມທາງດ້ານທຸລະກິດ ໂດຍຜ່ານການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດ ທາງດ້ານການຄ້າສໍາລັບການສົ່ງອອກ, ແລະ ການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກໃນຂະແໜງການເປົ້າໝາຍ. ໂຄງການ ARISE Plus ປະຈຳ ສປປ ລາວ ພາຍໃຕ້ການຊີ້ນຳນຳພາໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າສາກົນ. ມາຮອດປັດຈຸບັນ, ມີຫຼາຍກ່ວາ 600 ທ່ານໄດ້ເຂົ້າຮ່ວມກິດຈະກຳຂອງໂຄງການ, ກວ່າ 30 ບໍລິສັດ ແລະ ພະນັກງານລັດຖະກອນ 130 ທ່ານໄດ້ເຂົ້າຮ່ວມການຝຶກອົບຮົມຈາກໂຄງການ ARISE Plus.

The post ກອງປະຊຸມ PRC ຄັ້ງທີ 5 ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ເປີດໂອກາດໃຫ້ຄູ່ຮ່ວມງານແລະ ທີມງານໂຄງການກໍານົດ ທິດທາງຂ້າງໜ້າສໍາລັບໂຄງການ ARISE Plus ໃນປີ 2022 first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 https://www.t4dlaos.org/lo/2021/01/26/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-5/ Tue, 26 Jan 2021 01:57:19 +0000 http://www.t4dlaos.org/?p=2767 ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າທັງໝົດພາຍໃນປີ 2020 ແລະ ປຶກສາຫາລືກັບບັນດາຜູ້ເຂົ້າຮ່ວມ ກອງປະຊຸມກ່ຽວກັບຂົງເຂດບູລິມະສິດກ່ຽວກັບແຜນການພັດທະນາດ້ານການຄ້າ ແລະ ພາກເອກະຊົນສໍາລັບປີ 2021. ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ເປັນການນໍາສະເໜີທີ່ສໍາຄັນກ່ຽວກັບຄວາມຕັ້ງໃຈໃນການຮ່ວມມືຂອງພວກເຮົາຕໍ່ກັບການພັດທະນາດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າບົດບາດຫຼັກຂອງພາກເອກະຊົນ ໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າທັງໝົດພາຍໃນປີ 2020 ແລະ ປຶກສາຫາລືກັບບັນດາຜູ້ເຂົ້າຮ່ວມ ກອງປະຊຸມກ່ຽວກັບຂົງເຂດບູລິມະສິດກ່ຽວກັບແຜນການພັດທະນາດ້ານການຄ້າ ແລະ ພາກເອກະຊົນສໍາລັບປີ 2021.

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ເປັນການນໍາສະເໜີທີ່ສໍາຄັນກ່ຽວກັບຄວາມຕັ້ງໃຈໃນການຮ່ວມມືຂອງພວກເຮົາຕໍ່ກັບການພັດທະນາດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າບົດບາດຫຼັກຂອງພາກເອກະຊົນ ໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນສັງຄົມ ເປັນທີ່ຮັບຮູ້ ແລະ ຍອມຮັບໂດຍລັດຖະບານເຮົາ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກ ເອກະຊົນໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະການພັດທະນາແຫ່ງຊາດ, ລວມທັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ສໍາລັບປີ 2021-2025”.

ຫຼັງຈາກການກ່າວເປີດກອງປະຊຸມໂດຍທ່ານນາງ ເຂັມມະນີ ພົນເສນາ, ກອງປະຊຸມໄດ້ດໍາເນີນຕາມວາລະໂດຍ ໃຫ້ແຕ່ລະໂຄງການນໍາສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ ແລະ ແຜນຈັດຕັ້ງປະຕິບັດໃນປີ 2021, ເຊິ່ງເລີ່ມຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດຢູ່ ສປປ ລາວ (LBE) ນໍາສະເໜີໂດຍຜູ້ຕາງໜ້າຈາກ IBI. ຫຼັງຈາກນັ້ນ, ຜູ້ຕາງໜ້າຈາກ CBI ນໍາສະເໜີກ່ຽວກັບໂຄງການ Home Textile Coaching. ຕໍ່ມາ, ຜູ້ຕາງໜ້າຈາກກົມສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ ນໍາສະເໜີກ່ຽວກັບໂຄງການ SME Access to finance.

ກອງປະຊຸມພາກບ່າຍແມ່ນເລີ່ມຈາກຜູ້ຕາງໜ້າຈາກ ITC ນໍາສະເໜີກ່ຽວກັບໂຄງການ ARISE Plus. ຫຼັງຈາກນັ້ນ, ຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືນໍາສະເໜີກ່ຽວກັບໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ແລະ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອຂອງ ສປປ ລາວ (EIF-ECL).

ທ່ານນາງເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກ່າວປິດກອງປະຊຸມ ໂດຍການເນັ້ນໜັກກ່ຽວກັບບັນຫາການຈັດຕັ້ງປະຕິບັດໂຄງການ, ເຊັ່ນ: ການຕັ້ງເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການຕາມທິດສະດີ SMART, ຄວາມຮັບຮູ້ກ່ຽວກັບການປ່ຽນແປງໃນເຂດພື້ນທີ່ຕ່າງໆ ແລະ ການຊົມໃຊ້ວິທີການທີ່ສາມາດດັດປັບ ໄດ້ໃຫ້ມີປະສິດທິພາບຫຼາຍທີ່ສຸດເຂົ້າໃນການຄຸ້ມຄອງໂຄງການ, ສືບຕໍ່ການຮ່ວມມືນໍາພາກເອກະຊົນ, ແຍກພາລະບົດບາດລະຫວ່າງພາກລັດ ແລະ ພາກເອກະຊົນໃຫ້ຊັດເຈນ ແລະ ຫຼີກລ້ຽງການຈັດຕັ້ງປະຕິບັດກິດຈະກໍາບໍ່ໃຫ້ທັບຊ້ອນກັນ. ກ່ອນກອງປະຊຸມຈະປິດລົງ, ທ່ານປະທານຍັງໄດ້ສະແດງຄວາມຂອບໃຈມາຍັງຜູ້ເຂົ້າຮ່ວມທຸກທ່ານທີ່ປະກອບສ່ວນເຂົ້າໃນການປະຊຸມ ກໍຄື ການສະໜັບສະໜູນໂຄງການຕ່າງໆທີ່ໄດ້ປຶກສາຫາລືໃນກອງປະຊຸມໃນຄັ້ງນີ້.

ກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ (PEC) ເປັນກອງປະຊຸມທີ່ຈັດຕັ້ງປະຕິບັດ ພາຍໃຕ້ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືດ້ານການຄ້າລະຫວ່າງພາກລັດ ແລະ ພາກເອກະຊົນ (TPSWG). ເພື່ອໃຫ້ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບການການແຈ້ງ ການລະຫວ່າງວຽງຈັນ-ປາລີດສ ວ່າດ້ວຍ ປະສິດທິພາບໃນການໃຫ້ການຊ່ວຍເຫຼືອ, ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄໍາແນະນໍາກ່ຽວ ກັບການຈັດຕັ້ງປະຕິບັດໂຄງການ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດ ໂດຍອີງໃສ່ໂຄງການທີ່ກ່ຽວຂ້ອງກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດການການຊ່ວຍເຫຼືອທີ່ຕິດພັນກັບການຄ້າ ແລະ ການພັດທະນາພາກເອກະຊົນ, ຕາມແນວຄວາມຄິດຂອງໂຄງການ ການຄ້າເພື່ອການພັດທະນາ (T4D).

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸບທົບທວນ ການຈັດຕັ້ງປະຕິບັດໂຄງການ ARISE Plus Laos https://www.t4dlaos.org/lo/2020/12/14/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-3/ Mon, 14 Dec 2020 03:39:35 +0000 http://www.t4dlaos.org/?p=2623 ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຈາກກະຊວງຂະແໜງກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຄົມທຸລະກິດ ແລະ ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ ລວມທັງໝົດ ມີ 32 ທ່ານ. Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸບທົບທວນ ການຈັດຕັ້ງປະຕິບັດໂຄງການ ARISE Plus Laos first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຈາກກະຊວງຂະແໜງກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຄົມທຸລະກິດ ແລະ ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ ລວມທັງໝົດ ມີ 32 ທ່ານ.

ທ່ານ ແສງພະນົມຈອນ ອິນທະສານ, ປະທານກອງປະຊຸມ ໄດ້ເນັ້ນໜັກກ່ຽວກັບຈຸດປະສົງຫຼັກ ຂອງການຈັດກອງປະຊຸມດັ່ງກ່າວ ແມ່ນເປັນການທົບທວນການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນຜ່ານມາ ເຊິ່ງເຫັນໄດ້ວ່າມີໝາກຜົນສຳເລັດ ໃນຫຼາຍກິດຈະກຳໂຄງການ ເຖິງວ່າຈະເປັນຊ່ວງວິກິດການແຜ່ລະບາດ ຂອງພະຍາດໂຄວິດ 19 ກໍ່ຕາມ ແລະ ກອງປະຊຸມຄັ້ງນີ້ຍັງຈະໄດ້ຜ່ານແຜນວຽກບູລິມະສິດຂອງ ປີ 2021 ເພື່່ອໃຫ້ທັນນຳສະເໜີຂໍອະນຸມັດ ໃນກອງປະຊຸມຄະນະຊີ້ນຳການຈັດຕັ້ງປະຕິບັດໂຄງການໃນເດືອນມັງກອນ 2021.

ທ່ານ ແວັງຊອງ ເວ່ຍ, ເຊິ່ງເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດໂຄງການ ໄດ້ເນັ້ນໜັກເຖິງໝາກຜົນສໍາເລັດ ໃນການຈັດຕັ້ງປະຕິບັດກິດຈະກຳທີ່ຜ່ານມາ ໃນປີ 2020 ເຊັ່ນ: ໂຄງການຝຶກອົບຮົມນັກກວດກາຄຸນນະພາບໄດ້ເປີດເປັນທາງການ, ສໍາເລັດແຜນພັດທະນາການສົ່ງອອກ ຂະແໜງອຸດສາຫະກຳປຸງແຕ່ງໄມ້ ແລະ ຂະແໜງກາເຟ ຂອງ ສປປ ລາວ, ການກະກຽມແຜນງານ ການເຈລະຈາດ້ານການຄ້າ, ສໍາເລັດວຽກງານປະເມີນຄຸນນະພາບ, ສຳເລັດບົດປະເມີນຜົນກະທົບຂອງຂະແໜງການຄ້າໃນການຫຼຸດພົ້ນອອກຈາກເປັນປະເທດດ້ອຍພັດທະນາຂອງ ສປປ ລາວ, ເປັນຕົ້ນ.
ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍມີການນຳສະເໜີລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ 6 ເດືອນຜ່ານມາ ຢ່າງລະອຽດ ໂດຍຜູ້ຕາງໜ້າຈາກສູນການຄ້າສາກົນ ຈາກປະເທດສະວິດເຊີແລນ ຜ່ານລະບົບອອນໄລ ແລະ ທັງນຳສະເໜີແຜນປີ 2021. ນອກຈາກນັ້ນ, ຍັງໄດ້ນຳສະເໜີລາຍງານບາງກິດຈະກຳພົ້ນເດັ່ນໃນ 6 ເດືອນຜ່ານມາ ຄື: ແຜນພັດທະນາການສົ່ງອອກ ຂະແໜງກາເຟຂອງ ສປປ ລາວ ແລະ ໂຄງການຝຶກອົບຮົມນັກກວດກາຄຸນນະພາບ ໃຫ້ແກ່ທີ່ປະຊຸມໄດ້ຮັບຊາບ.

ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ເປັນໂຄງການທີ່ຮ່ວມມືກັບກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ກົມແຜນການ ແລະ ການຮ່ວມມື. ໂຄງການດັ່ງກ່າວມີຈຸດປະສົງແນໃສ່ການສົ່ງເສີມ ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ ແບບມີສ່ວນຮ່ວມ, ສົ່ງເສີມການຟື້ນຟູຈາກຜົນກະທົບ ຂອງການປ່ຽນແປງສະພາບອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານທໍາໃນ ສປປ ລາວ.

The post ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸບທົບທວນ ການຈັດຕັ້ງປະຕິບັດໂຄງການ ARISE Plus Laos first appeared on Trade for Development - T4D.

]]>
ກອງປະຊຸມປຶກສາຫາລື ກ່ຽວກັບ ສິ່ງທ້າທາຍ ແລະ ທິດທາງແກ້ໄຂໂດຍນໍາໃຊ້ດິຈິຕອລ (Digital Solution) ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 https://www.t4dlaos.org/lo/2020/10/28/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9b%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%ab%e0%ba%b2%e0%ba%a5%e0%ba%b7-%e0%ba%81%e0%bb%88%e0%ba%bd%e0%ba%a7-3/ Wed, 28 Oct 2020 07:01:00 +0000 http://www.t4dlaos.org/?p=2364 ໃນວັນທີ 28 ຕຸລາ 2020, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການສະໜັບສະໜູນຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວນຕໍ່ທຸລະກິດລາວ (USAID Laos Business Environment), ໄດ້ຈັດກອງປະຊຸມປຶກສາຫາລືໃນຫົວຂໍ້ “ສິ່ງທ້າທ້າຍ ແລະ ທິດທາງແກ້ໄຂໂດຍນຳໃຊ້ດິຈິຕອລເພື່ອຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19” ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ທ່ານ ໄມໂຄລ໌ ຣອນນີ້ງ, Read more…

The post ກອງປະຊຸມປຶກສາຫາລື ກ່ຽວກັບ ສິ່ງທ້າທາຍ ແລະ ທິດທາງແກ້ໄຂໂດຍນໍາໃຊ້ດິຈິຕອລ (Digital Solution) ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 first appeared on Trade for Development - T4D.

]]>
ໃນວັນທີ 28 ຕຸລາ 2020, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການສະໜັບສະໜູນຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວນຕໍ່ທຸລະກິດລາວ (USAID Laos Business Environment), ໄດ້ຈັດກອງປະຊຸມປຶກສາຫາລືໃນຫົວຂໍ້ “ສິ່ງທ້າທ້າຍ ແລະ ທິດທາງແກ້ໄຂໂດຍນຳໃຊ້ດິຈິຕອລເພື່ອຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19” ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ທ່ານ ໄມໂຄລ໌ ຣອນນີ້ງ, ຜູ້ຕາງໜ້າອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມກໍຄືຜູ້ຕາງໜ້າ ຂະແໜງການທີ່ກ່ຽວຂ້ອງຈາກພາກລັດ, ບັນດາສະມາຄົມທຸລະກິດໃນ ສປປ ລາວ ແລະ ຕາງໜ້າຈາກຄູ່ຮ່ວມພັດທະນາ, ໂດຍສະເພາະອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), DFAT ແລະ ARISE Plus ທັງໝົດ ຈໍານວນ 40 ທ່ານ.

ກອງປະຊຸມປຶກສາຫາລືຄັ້ງນີ້ຖືວ່າເປັນເວທີແລກປ່ຽນບົດຮຽນ ແລະ ປະສົບການ ລະຫວ່າງພາກລັດ ແລະ ພາກທຸລະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນການເສີມສ້າງ ແລະ ປັບປຸງກົນໄກການດໍາເນີນທຸລະກິດທີ່ນໍາໃຊ້ດິຈິຕອລ ເພື່ອໃຫ້ສາມາດປັບຕົວເຂົ້າການດຳເນິນທຸລະກິດແບບໃໝ່ (New Normal) ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19. ກອງປະຊຸມໄດ້ມີການນໍາສະເໜີ ແລະ ປຶກສາຫາລືຜ່ານເວທີສົນທະນາໃນຫົວຂໍ້ທີ່ສຳຄັນຕ່າງໆຄື: ນະໂຍບາຍສົ່ງເສີມຂອງລັດຖະບານໃນການຊ່ວຍເຫຼືອ SMEs ໃນໄລຍະແຜ່ລະບາດຂອງພະຍາດ ໂຄວິດ-19, ໂອກາດການນຳໃຊ້ເຕັກໂນໂລຊີດິຈິຕອລເຂົ້າໃນການເພີ່ມປະສິດທິພາບ ແລະ ຄວາມອາດສາມາດໃຫ້ແກ່ SMEs ໃນ ສປປ ລາວ, ແລະ ຍັງມີວາລະສໍາລັບແລກປ່ຽນບົດຮຽນກັບຜູ້ຊ່ຽວຊານ ແລະ ບັນດາ SMEs ໃນ ສປປ ລາວ ແລະ ອາຊຽນ, ເຊັ່ນ ກໍາປູເຈຍ ແລະ ມຽນມ້າ ທີ່ປະສົບຜົນສໍາເລັດໃນການກ້າວໄປສູ່ ການດໍາເນີນທຸລະກິດແບບດິຈິຕອລ.

ທ່ານ ບຸນເຖິງ ດວງສະຫວັນ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການຊ່ວຍເຫຼືອ ແລະ ຟື້ນຟູວິສາຫະກິດຈະໜາດນ້ອຍ ແລະ ກາງ, ເຊິ່ງກວມເອົາ 98% ຂອງວິສາຫະກິດ ແລະ ໂຄງປະກອບຂອງການຜະລິດໃນ ສປປ ລາວ, ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19. ໃນນີ້, ຂະແໜງການທ່ອງທ່ຽວ ແລະ ບັນດາຂະແໜງຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຂະແໜງຫັດຖະກໍາ ແລະ ຂະແໜງຮ້ານອາຫານ ແລະ ໂຮງແຮມ, ເຊິ່ງສ່ວນໃຫຍ່ແມ່ນ SMEs, ແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ. ການຊ່ວຍເຫຼືອໃຫ້ SMEs ສາມາດປັບຕົວ ແລະ ໝູນໃຊ້ເຄື່ອງມືທີ່ທັນສະໄໝເພື່ອຫຼຸດຕົ້ນທຶນ, ເພີ່ມປະສິດທິພາບ ແລະ ປະສິດທິຜົນຂອງການດໍາເນີນທຸະກິດ ຈຶ່ງມີຄວາມຈໍາເປັນ ແລະ ຮີບດ່ວນ.

ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວຕື່ມວ່າ: ການສ້າງຄວາມເຂົ້າໃຈ ແລະ ສະໜັບສະໜູນ SMEs ໃນການນຳໃຊ້ເຕັກໂນໂລຢີ ເຂົ້າໃນປັບປຸງວິທີການດໍາເນີນທຸລະກິດ ຂອງຕົນແມ່ນມີຄວາມສໍາຄັນຫຼາຍທັງໃນໄລຍະປະຈຸບັນ ແລະ ພາຍຫຼັງ ໂຄວິດ-19 ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດດັ່ງກ່າວສາມາດເຕີບໂຕ ແລະ ເຊື່ອມໂຍງເຂົ້າກັບມູນຄ່າຕ່ອງໂສ້ສາກົນ, ເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ. LNCCI ໄດ້ຮັບຮູ້ເຖິງຄວາມສຳຄັນຂອງຂະແໜງ ICT ໃນການພັດທະນາ SMEs ແລະ ໄດ້ສົມທົບກັບສະມາຄົມທີ່ກ່ຽວຂ້ອງ ໃນການສະໜັບສະໜູນການຫັນປ່ຽນໄປສູ່ ເສດຖະກິດດິຈິຕອລ, ພ້ອມທັງກະຕຸກຊຸກຍູ້ສະພາການຄ້າ ແລະ ອຸດສາຫະກໍາແຂວງເພື່ອສ້າງຄວາມເຂົ້າໃຈ ແລະ ສົ່ງເສີມສະມາຊິກໃນການໃຊ້ເຕັກໂນໂລຊີດິຈິຕອລ ເຂົ້າໃນການດໍາເນີນທຸລະກິດໃຫ້ຫຼາຍຂຶ້ນ.

ທ່ານ ໄມໂຄລ໌ ຣອນນີ້ງ, ຜູ້ຕາງໜ້າ ອົງການ USAID ປະຈໍາ ສປປ ລາວ ໄດ້ກ່າວວ່າ: SMEs ແມ່ນແຮງຂັບເຄື່ອນຂອງການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ, ເຊິ່ງຍັງປະສົບກັບຄວາມທ້າທາຍຫຼາຍດ້ານ ບໍ່ວ່າຈະເປັນຄວາມສາມາດ ໃນການຂະຫຍາຍທຸລະກິດ ແລະ ການເຂົ້າເຖິງຕະຫຼາດໃໝ່. ເຕັກໂນໂລຊີດິຈິຕອນຈຶ່ງມີບົດບາດສຳຄັນໃນການຫັນບັນດາສິ່ງທ້າທາຍດັ່ງກ່າວໃຫ້ກາຍໂອກາດ. ລັດຖະບານ ສະຫະລັດອາເມລິກາມີຄວາມມຸ້ງໝັ້ນ ທີ່ຈະສະໜັບສະໜູນການພັດທະນາເສດຖະກິດດິຈິຕອລໃນ ສປປ ລາວ, ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງສອງປະເທດ, ແນໃສ່ປັບປຸງຄວາມສາມາດ ການແຂ່ງຂັນທາງທຸລະກິດໃຫ້ນໍາໄປສູ່ການເຕີບໂຕທາງເສດຖະກິດແບບຍືນຍົງ.

ໃນຕອນທ້າຍຂອງກອງປະຊຸມ, ຜູ້ຕາງໜ້າຈາກໂຄງການປັບປຸງ ສະພາບແວດລ້ອມການດໍາເນີນທຸລະກິດຢູ່ ສປປ ລາວ (USAID-Laos Business Environment) ກໍໄດ້ສະເໜີຮູບແບບການຊ່ວຍເຫຼືອຕ່າງໆ ເພື່ອຊ່ວຍສະໜັບສະໜູນໃຫ້ SMEs ໃນ ສປປ ລາວ ສາມາດດໍາເນີນທຸລະກິດໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ໂດຍສະເພາະແມ່ນການສ້າງກິດຈະກຳເພື່ອປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການນຳໃຊ້ເຕັກໂນໂລຢີ ທີ່ທັນສະໄໝເຂົ້າໃນການເຮັດວຽກ ແລະ ໃຫ້ຄວາມຮູ້ແກ່ບັນດາຜູ້ປະກອບການໃນການນຳໃຊ້ ການຄ້າທາງອີເລັກໂຕຼນິກ (E-commerce).

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (Laos Business Environment) ເປັນໂຄງການພາຍໃຕ້ການສະໜັບສະໜູນຂອງ ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID), ເປັນໂຄງການເສີມສ້າງຂີດຄວາມສາມາດ ແລະ ໃຫ້ຄໍາປຶກສາໂດຍແນໃສ່ການເສີມສ້າງ ຄວາມເຂັ້ມແຂງໃນການແຂ່ງຂັນ ລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ພ້ອມກັນກັບການປັບປຸງການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ. ໂຄງການດັ່ງກ່າວຍັງແນໃສ່ການສົ່ງເສີມ ຂະແໜງການອຸດສະຫະກໍາ ແລະ ການບໍລິການທີ່ມີທ່າແຮງທີ່ສາມາດສ້າງວຽກເຮັດງານທໍາ ແລະ ມີການເຕີບໃຫຍ່ຂະຫຍາຍຕົວສູງ.

The post ກອງປະຊຸມປຶກສາຫາລື ກ່ຽວກັບ ສິ່ງທ້າທາຍ ແລະ ທິດທາງແກ້ໄຂໂດຍນໍາໃຊ້ດິຈິຕອລ (Digital Solution) ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 first appeared on Trade for Development - T4D.

]]>