ກອງປະຊຸມ PRC ຄັ້ງທີ 5 ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ເປີດໂອກາດໃຫ້ຄູ່ຮ່ວມງານແລະ ທີມງານໂຄງການກໍານົດ ທິດທາງຂ້າງໜ້າສໍາລັບໂຄງການ ARISE Plus ໃນປີ 2022

Published by NIU on

ວັນທີ 30 ພະຈິກ 2021, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມມກັບ ສູນການຄ້າສາກົນ (ITC), ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ARISE Plus ຄັ້ງທີ 5 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລືກ່ຽວກັບແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ຜູ້ຕາງໜ້າສະຫະພາບ ເອີຣົບ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ອົງການຈັດຕັ້ງສາກົນ, ສະຖາບັນ, ພາກເອກະຊົນ, ສູນການຄ້າສາກົນ ແລະ ຄູ່ຮ່ວມພັດທະນາ, ເຊິ່ງໄດ້ເຂົ້າຮ່ວມທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ ແລະ ຜ່ານທາງລະບົບກອງປະຊຸມອອນລາຍ ຫຼາຍກວ່າ 40 ທ່ານ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການທີ່ຜ່ານມາ ໂດຍໄດ້ແບ່ງອອກເປັນສອງພາກສ່ວນຄື: 1) ກິດຈະກໍາເສີມສ້າງຂີດຄວາມສາມາດດ້ານຈຸດສອບຖາມ ແລະ ໜ່ວຍງານແຈ້ງຂໍ້ມູນແຫ່ງຊາດ ທາງດ້ານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ (TBT) ແລະ ສຸຂານາໄມ ແລະ ສຸຂາຂາໄມພືດ (SPS) ແລະ ປະຕິບັດຕາມແຈ້ງການກ່ຽວກັບ ມາດຕະຖານ ISO 14001, 2) ການເສີມສ້າງຂີດຄວາມສາມາດ ກ່ຽວກັບການສ້າງຄວາມຍືນຍົງ ທາງດ້ານວັດຖຸດິບສໍາລັບຜະລິດຕະພັນປຸງແຕ່ງໄມ້ ແລະ ການເຂົ້າເຖິງຕະຫຼາດ. ນອກຈາກນີ້, ຜູ້ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າໄດ້ນໍາສະເໜີກ່ຽວກັບແຜນວຽກບູລິມະສິດສໍາລັບປີ 2022.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈໃນບົດກ່າວເປີດ ຕໍ່ກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນຊ່ວງເຄິ່ງປີທີ່ຜ່ານມາ, ເຖິງວ່າໂຄງການຈະໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19, ເຊິ່ງໄດ້ຈັດຕັ້ງຕາມມາດຕະການຈໍາກັດການເດີນທາງທັງພາຍໃນ ແລະ ຕ່າງປະເທດກໍຕາມ. ໂຄງການຍັງສາມາດຈັດກອງປະຊຸມທາງໄກ ເພື່ອເສີມສ້າງຂີດຄວາມສາມາດດ້ານວິຊາການທີ່ຕິດພັນກັບການເຂົ້າເຖິງຕະຫຼາດຂອງສະຫະພາບ ເອີຣົບ ໂດຍລວມ ແລະ ສະເພາະເຈາະຈົງໃນຂະແໜງການກາເຟ ແລະ ຜະລິດຕະພັນໄມ້. ນອກຈາກນີ້, ຍັງມີຜົນສໍາເລັດຕ່າງໆອີກເຊັ່ນ: ການເປີດໂຕແຜນພັດທະນາສົ່ງເສີມການສົ່ງອອກກາເຟ ແລະ ແຜນພັດທະນາການສົ່ງອອກຜະລິດຕະພັນໄມ້, ການຈັດການຝຶກອົບຮົມພາຍໃຕ້ຫົວຂໍ້ຕ່າງໆ, ເຊັ່ນ: ມາດຕະຖານ ISO ຕ່າງໆ, ແບບຢ່າງນະໂຍບາຍການຄ້າ, ຄູ່ມືແນະນໍາ ສໍາລັບ ຫົວໜ່ວຍທຸລະກິດໃນການນໍາໃຊ້ສິດທິພິເສດ ທາງດ້ານອັດຕາພາສີ ສໍາລັບ ທຸກສິນຄ້າຍົກເວັ້ນອາວຸດສົງຄາມ ເພື່ອເຂົ້າເຖິງຕະຫຼາດ ສະຫະພາບເອີຣົບ, ການພັດທະນາທັກສະກ່ຽວກັບກາເຟ, ຮັບຮອງບົດປະເມີນກ່ຽວກັບສັນຍາການຄ້າດ້ານສິນຄ້າພາຍໃຕ້ກອບອາຊຽນ, ການຝຶຶກອົບຮົບກ່ຽວກັບຜູ້ເປັນແບບຢ່າງດ້ານຄຸນນະພາບ, ເງື່ອນໄຂການເຂົ້າເຖິງຕະຫຼາດ ສະຫະພາບ ເອີຣົບ ສໍາລັບການສົ່ງອອກຜະລິດຕະພັນໄມ້ປຸງແຕ່ງ ແລະ ຂະແໜງການອື່ນໆ.

ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ໄດ້ເນັ້ນໜັກໃນບົດກ່າວປິດຂອງເພິ່ນກ່ຽວກັບໝາກຜົນສໍາເລັດ ທີ່ພົ້ນເດັ່ນຈາກການຈັດຕັ້ງປະຕິບັດໂຄການ ແລະ ໄດ້ເນັ້ນກ່ຽວກັບການສະໜັບສະໜູນເພື່ອເສີມສ້າງການຮ່ວມມືລະຫວ່າງ ລັດຖະບານ ສະຫະພາບເອີຣົບ ແລະ ສປປ ລາວ ທາງດ້ານການພັດທະນາວຽກງານການຄ້າ ໃຫ້ເຂັ້ມແຂງຂຶ້ນຕື່ມ, ເພື່ອກະກຽມຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ ແລະ ການຟື້ນຟູເສດຖະກິດໃນໄລຍະຍາວ.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ເນັ້ນໜັກໃຫ້ແກ່ທີມງານຈັດຕັ້ງປະຕິບັດໂຄງການ ໃຫ້ເອົາໃຈໃສ່ຕໍ່ກັບຄໍາເຫັນຈາກກອງປະຊຸມໃນມື້ນີ້ເພື່ອປັບປຸງບົດລາຍງານ ແລະ ຂໍອະນຸມັດວຽກງານໃນກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ, ເຊິ່ງຈະຈັດຂຶ້ນໃນວັນທີ 14 ເດືອນ ທັນວາ 2021.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສົມຈິດ ອິນທະມິດ, ໄດ້ສະແດງຄວາມຂອບໃຈມາຍັງທ່ານປະທານຮ່ວມໃນກອງປະຊຸມ, ຫົວໜ້າສູນການຄ້າສາກົນ ປະຈໍາອາຊີ ປາຊີຟິກ, ທ່ານ ຊືຈຸນ ຈຽງ, ບັນດາແຂກຜູ້ເຂົ້າຮ່ວມ ແລະ ທີມງານຈັດຕັ້ງປະຕິບັດໂຄງການທີ່ປະກອບສ່ວນເຂົ້າໃນການຈັດກອງປະຊຸມ ແລະ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ

ໂຄງການ ARISE Plus ປະຈຳ ສປປ ລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ, ພາຍໃຕ້ຈຸດປະສົງ ຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງສະພາບແວດລ້ອມທາງດ້ານທຸລະກິດ ໂດຍຜ່ານການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດ ທາງດ້ານການຄ້າສໍາລັບການສົ່ງອອກ, ແລະ ການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກໃນຂະແໜງການເປົ້າໝາຍ. ໂຄງການ ARISE Plus ປະຈຳ ສປປ ລາວ ພາຍໃຕ້ການຊີ້ນຳນຳພາໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າສາກົນ. ມາຮອດປັດຈຸບັນ, ມີຫຼາຍກ່ວາ 600 ທ່ານໄດ້ເຂົ້າຮ່ວມກິດຈະກຳຂອງໂຄງການ, ກວ່າ 30 ບໍລິສັດ ແລະ ພະນັກງານລັດຖະກອນ 130 ທ່ານໄດ້ເຂົ້າຮ່ວມການຝຶກອົບຮົມຈາກໂຄງການ ARISE Plus.

Follow by Email
Share