ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸບທົບທວນ ການຈັດຕັ້ງປະຕິບັດໂຄງການ ARISE Plus Laos

Published by NIU on

ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຈາກກະຊວງຂະແໜງກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຄົມທຸລະກິດ ແລະ ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ ລວມທັງໝົດ ມີ 32 ທ່ານ.

ທ່ານ ແສງພະນົມຈອນ ອິນທະສານ, ປະທານກອງປະຊຸມ ໄດ້ເນັ້ນໜັກກ່ຽວກັບຈຸດປະສົງຫຼັກ ຂອງການຈັດກອງປະຊຸມດັ່ງກ່າວ ແມ່ນເປັນການທົບທວນການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນຜ່ານມາ ເຊິ່ງເຫັນໄດ້ວ່າມີໝາກຜົນສຳເລັດ ໃນຫຼາຍກິດຈະກຳໂຄງການ ເຖິງວ່າຈະເປັນຊ່ວງວິກິດການແຜ່ລະບາດ ຂອງພະຍາດໂຄວິດ 19 ກໍ່ຕາມ ແລະ ກອງປະຊຸມຄັ້ງນີ້ຍັງຈະໄດ້ຜ່ານແຜນວຽກບູລິມະສິດຂອງ ປີ 2021 ເພື່່ອໃຫ້ທັນນຳສະເໜີຂໍອະນຸມັດ ໃນກອງປະຊຸມຄະນະຊີ້ນຳການຈັດຕັ້ງປະຕິບັດໂຄງການໃນເດືອນມັງກອນ 2021.

ທ່ານ ແວັງຊອງ ເວ່ຍ, ເຊິ່ງເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດໂຄງການ ໄດ້ເນັ້ນໜັກເຖິງໝາກຜົນສໍາເລັດ ໃນການຈັດຕັ້ງປະຕິບັດກິດຈະກຳທີ່ຜ່ານມາ ໃນປີ 2020 ເຊັ່ນ: ໂຄງການຝຶກອົບຮົມນັກກວດກາຄຸນນະພາບໄດ້ເປີດເປັນທາງການ, ສໍາເລັດແຜນພັດທະນາການສົ່ງອອກ ຂະແໜງອຸດສາຫະກຳປຸງແຕ່ງໄມ້ ແລະ ຂະແໜງກາເຟ ຂອງ ສປປ ລາວ, ການກະກຽມແຜນງານ ການເຈລະຈາດ້ານການຄ້າ, ສໍາເລັດວຽກງານປະເມີນຄຸນນະພາບ, ສຳເລັດບົດປະເມີນຜົນກະທົບຂອງຂະແໜງການຄ້າໃນການຫຼຸດພົ້ນອອກຈາກເປັນປະເທດດ້ອຍພັດທະນາຂອງ ສປປ ລາວ, ເປັນຕົ້ນ.
ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍມີການນຳສະເໜີລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ 6 ເດືອນຜ່ານມາ ຢ່າງລະອຽດ ໂດຍຜູ້ຕາງໜ້າຈາກສູນການຄ້າສາກົນ ຈາກປະເທດສະວິດເຊີແລນ ຜ່ານລະບົບອອນໄລ ແລະ ທັງນຳສະເໜີແຜນປີ 2021. ນອກຈາກນັ້ນ, ຍັງໄດ້ນຳສະເໜີລາຍງານບາງກິດຈະກຳພົ້ນເດັ່ນໃນ 6 ເດືອນຜ່ານມາ ຄື: ແຜນພັດທະນາການສົ່ງອອກ ຂະແໜງກາເຟຂອງ ສປປ ລາວ ແລະ ໂຄງການຝຶກອົບຮົມນັກກວດກາຄຸນນະພາບ ໃຫ້ແກ່ທີ່ປະຊຸມໄດ້ຮັບຊາບ.

ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ເປັນໂຄງການທີ່ຮ່ວມມືກັບກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ກົມແຜນການ ແລະ ການຮ່ວມມື. ໂຄງການດັ່ງກ່າວມີຈຸດປະສົງແນໃສ່ການສົ່ງເສີມ ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ ແບບມີສ່ວນຮ່ວມ, ສົ່ງເສີມການຟື້ນຟູຈາກຜົນກະທົບ ຂອງການປ່ຽນແປງສະພາບອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານທໍາໃນ ສປປ ລາວ.

Follow by Email
Share