ຂ່າວ PEC - Trade for Development - T4D https://www.t4dlaos.org T4D Laos Mon, 18 Dec 2023 08:17:02 +0000 lo hourly 1 https://wordpress.org/?v=7.0 https://www.t4dlaos.org/wp-content/uploads/2019/04/favicon.ico ຂ່າວ PEC - Trade for Development - T4D https://www.t4dlaos.org 32 32 ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມ ຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫຼືອທາງດ້ານວິຊາການ ທີ່ຕິດພັນກັບການຄ້າ TRTA ໃນປີ 2023 ແລະ ບັນດາແຜນບູລິມະສິດ ປີ 2024 https://www.t4dlaos.org/lo/2023/12/18/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-16/ Mon, 18 Dec 2023 08:17:00 +0000 https://www.t4dlaos.org/?p=5261 ນະຄອນຫຼວງວຽງຈັນ, 18 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນທີ່ໂຮງແຮມ ຄຣາວ ພາຊາ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມພັດທະນາ, ພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ ຈຳນວນ 100 ກ່ວາທ່ານ. ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ບັນດາຜົນງານໄດ້ຮັບທີ່ຫຼັກທີ່ຍາດມາໄດ້ ຈາກສອງໂຄງການທີ່ຫາກໍ່ສຳເລັດລົງ ເຊິ່ງລວມມີ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອຂອງ ສປປ ລາວ ຫຼື ECL-EIF Tier II ແລະ ໂຄງການ ສະໜັບສະໜູນ Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມ ຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫຼືອທາງດ້ານວິຊາການ ທີ່ຕິດພັນກັບການຄ້າ TRTA ໃນປີ 2023 ແລະ ບັນດາແຜນບູລິມະສິດ ປີ 2024 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 18 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນທີ່ໂຮງແຮມ ຄຣາວ ພາຊາ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມພັດທະນາ, ພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ ຈຳນວນ 100 ກ່ວາທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ບັນດາຜົນງານໄດ້ຮັບທີ່ຫຼັກທີ່ຍາດມາໄດ້ ຈາກສອງໂຄງການທີ່ຫາກໍ່ສຳເລັດລົງ ເຊິ່ງລວມມີ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອຂອງ ສປປ ລາວ ຫຼື ECL-EIF Tier II ແລະ ໂຄງການ ສະໜັບສະໜູນ ສປປລາວ ໃນການເຊື່ອມໂຍງພາກພື້ນອາຊຽນ ຫຼື ARISE Plus Laos ທີ່ ສະໜັບສະໜູນໂດຍສະຫະພາບເອີຣົລົບ ພ້ອມທັງໄດ້ທົບທວນຄືນ ແລະ ປຶກສາຫາລື ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ສຳລັບສົກປີ 2023 ແລະ ແຜນວຽກບູລິມະສິດສຳລັບສົກປີ 2024 ຂອງໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ຫຼື MSME A2F-ESR, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື LBE ແລະ ໂຄງການ ສົ່ງເສີມ ການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ ຫຼື CBI-Home Textile.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ “ກອງປະຊຸມໃນມື້ນີ້ ແມ່ນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຮ່ວມກັນຂອງພວກເຮົາ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນຂອງລາວ. ຄືດັ່ງພວກທ່ານຮູ້ນຳກັນກ່ຽວກັບ ບົດບາດຄວາມສຳຄັນຂອງພາກເອກະຊົນ ໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທຳ ແລະ ການຮັກສາສະຖຽນລະພາບ ທາງສັງຄົມກໍ່ ໄດ້ຮັບການຮັບຮູ້ ແລະ ຍອມຮັບຈາກລັດຖະບານຂອງພວກເຮົາ ກໍ່ຄືໃນສັງຄົມໂດຍລວມ. ປະຈຸບັນ, ການພັດທະນາພາກເອກະຊົນ ໄດ້ກາຍເປັນອົງປະກອບທີ່ຈຳເປັນ ຂອງວາລະການພັດທະນາແຫ່ງຊາດຂອງພວກເຮົາ ລວມມີ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ລວມທັງການພັດທະນາຂະແໜງການອື່ນໆ ສຳລັບ ປີ 2021-2025”

ການປຶກສາຫາລືໃນພາກທຳອິດ ໄດ້ສຸມໃສ່ບັນດາຜົນໄດ້ຮັບທີ່ສຳຄັນທີ່ຍາດມາໄດ້ຈາກສອງໂຄງການ ທີ່ຈົບລົງໄປແລ້ວ ນັ້ນ ແລະ ໃນພາກທີສອງ ກອງປະຊຸມໄດ້ສຸມໃສ່ໃນການປຶກສາຫາລື ຜົນໄດ້ຮັບທີ່ສຳຄັນທີ່ຍາດມາໄດ້ໃນ ສົກປີ 2023 ແລະ ບັນດາແຜນບູລິມະສິດສຳລັບ ສົກປີ 2024 ສຳລັບ 5 ໂຄງການທີ່ກຳລັງໄດ້ຮັບການສະໜັບສະໜູນຈາກຜູ້ໃຫ້ທຶນ ໃນການແຊກແຊງມາດຕະການສະເພາະເຂົ້າໃນສາມເສົາຄ້ຳຂອງແຜນງານພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ເຊິ່ງລວມມີ ການເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງກ່ວາເກົ່າ, ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດທີ່ເອື້ອອຳນວຍ ແລະ ການຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງບັນດາບໍລິສັດ ແລະ ຂະແໜງການ.

ພາຍຫຼັງການປຶກສາຫາລືກັນຢ່າງຕັ້ງໜ້າ ກ່ຽວກັບບັນດາຜົນໄດ້ຮັບທີ່ສຳຄັນ ລວມທັງບັນດາສິ່ງທ້າທາຍທີ່ປະເຊີນໃນການຈັດຕັ້ງປະຕິບັດໂຄງການ ໃນລະຫວ່າງ ສົກປີ 2023 ແລະ ນຳສະເໜີບັນດາແຜນບູລິມະສິດສຳລັບ ສົກປີ 2024, ກອງປະຊຸມໄດ້ຮັບຮອງເອົາບັນດາແຜນບູລິມະສິດທັງໝົດສຳລັບ 5 ໂຄງການ ທີ່ໄດ້ຮັບການນຳສະເໜີໃນກອງປະຊຸມຄັ້ງນີ້.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວປິດກອງປະຊຸມ ດ້ວຍການຕີລາຄາສູງຕໍ່ບັນດາຄູ່ຮ່ວມພັດທະນາ ສຳລັບບັນດາຄຳໝັ້ນໝາຍ ແລະ ການສະໜັບສະໜູນແກ່ວາລະການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນໃນ ສປປ ລາວ. ພະນະທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມພະຍາຍາມເພີ່ມເຕີມອີກ ໃນການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນຟື້ນຟູເສດຖະກິດຂອງລັດຖະບານ ໂດຍຜ່ານການການສະໜອງທຶນການຊ່ວຍເຫຼືອ ດ້ານວິຊາການທີ່ໄດ້ວາງອອກເປັນຢ່າງດີ.

ກອງປະຊຸມ (PEC) ເປັນກອງປະຊຸມທີ່ເຄື່ອນໄຫວພາຍໃຕ້ກົນໄກໜ່ວຍງານການຄ້າ ແລະ ພາກເອກະຊົນ (TPSWG). ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນໂຄງການ ສອດຄ່ອງກັບຖະແຫລງການວຽງຈັນ ແລະ ຖະແຫລງການປາລິດສ ວ່າດ້ວຍປະ¬ສິດ¬ທິພາບໃນການຊ່ວຍ¬ເຫຼືອດ້ານການຄ້າ. ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄຳແນະນຳ ລະດັບຍຸດທະສາດ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດໂຄງການໂດຍອີງໃສ່ໂຄງການທີ່ຕິດພັນກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີສົນທະນາທີ່ແນໃສ່ຄວາມໂປ່ງໃສ ແລະ ຍັງເປັນເວທີແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານການຄ້າ ແລະ ພາກເອກະຊົນ ຫຼື ເອີ້ນວ່າ ການຄ້າເພື່ອການພັດທະນາ (T4D).

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມ ຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫຼືອທາງດ້ານວິຊາການ ທີ່ຕິດພັນກັບການຄ້າ TRTA ໃນປີ 2023 ແລະ ບັນດາແຜນບູລິມະສິດ ປີ 2024 first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 15 (15th PEC) ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດ ຂອງບັນດາໂຄງການ TRTA ໃນສົກປີ 2023 https://www.t4dlaos.org/lo/2023/02/07/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-14/ Tue, 07 Feb 2023 08:27:37 +0000 https://www.t4dlaos.org/?p=4034 ນະຄອນຫຼວງວຽງຈັນ, ວັນທີ 7 ກຸມພາ 2023, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນຳ ແຜນງານຈັດຕັ້ງປະຕິບັດໂຄງການຄັ້ງທີ 15 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 80 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງ-ການ ຊ່ວຍເຫຼືອດ້ານວິຊາການ ທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2022 ແລະ ແຜນວຽກບູລິມະສິດໃນປີ 2023, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ ກົນໄກກອງປະຊຸມ ຄະນະກໍາມະການຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສົ່ງ-ເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 15 (15th PEC) ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດ ຂອງບັນດາໂຄງການ TRTA ໃນສົກປີ 2023 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 7 ກຸມພາ 2023, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນຳ ແຜນງານຈັດຕັ້ງປະຕິບັດໂຄງການຄັ້ງທີ 15 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 80 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງ-ການ ຊ່ວຍເຫຼືອດ້ານວິຊາການ ທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2022 ແລະ ແຜນວຽກບູລິມະສິດໃນປີ 2023, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ ກົນໄກກອງປະຊຸມ ຄະນະກໍາມະການຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສົ່ງ-ເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT); ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງ-ຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL-EIF Tier II); ໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR); ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງ ເສດຖະກິດພາກພື້ນອາຊຽນ (ARISE Plus Laos); ໂຄງການສົ່ງເສີມການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ (CBI-Home Textile Project in Laos); ໂຄງການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວແບບຍືນຍົງ (SUSTOUR).

ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວເປີດກອງປະ¬ຊຸມວ່າ: “ກອງປະຊຸມໃນມື້ນີ້ສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຮ່ວມກັນທຸກພາກສ່ວນ ໃນການພັດທະນາວຽກກງານການຄ້າ ແລະ ພາກເອ-ກະຊົນ ໃນ ສປປ ລາວ ໃນນີ້ ລວມທັງຈຸດປະສົງ, ການຈັດຕັ້ງປະຕິບັດ ແລະ ຮູບແບບການປະສານງານ. ດັ່ງທີ່ທ່ານຮູ້ວ່າ ບົດບາດຫຼັກຂອງພາກເອກະຊົນໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນ ສັງຄົມໄດ້ຮັບການຮັບຮູ້ ແລະ ຍອມຮັບໂດຍລັດຖະບານ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກເອກະຊົນ ໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະແຫ່ງຊາດ, ລວມທັງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ສໍາລັບປີ 2021-2025”.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ບັນດາໂຄງການ TRTA ໃຫ້ນໍາໃຊ້ການສະໜັບສະໜູນ ດ້ານວິຊາການຂອງຕົນເຂົ້າໃນວຽກງານ ການສະໜັບສະໜູນໃຫ້ພາກລັດໃນການການຟື້ນຟູເສດຖະກິດ ແລະ ສ້າງນະໂຍບາຍໃຫ້ມີຄວາມຫຼາກຫຼາຍ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນ ໃນຂະແໜງການທີ່ບໍ່ເອື່ອຍອີງ ຊັບພະຍາກອນທໍາມະຊາດຫຼາຍເກີນໄປ.

ກອງປະຊຸມດັ່ງກ່າວ ສາມາດຖອດຖອນບົດຮຽນທີ່ສຳຄັນໃນປີ 2022 ແລະ ສາມາດຕົກລົງເຫັນດີເປັນເອກະພາບຕໍ່ກັບແຜນວຽກໃນປີ 2023 ຈາກທັງ 7 ໂຄງການໂດຍຜ່ານການປະກອບສ່ວນຢ່າງຕັ້ງໜ້າຈາກຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ.

ແຜນບູລິມະສິດທີ່ໄດ້ຕົກລົງເຫັນດີເປັນເອກະພາບນັ້ນລວມມີວຽກງານບູລິມະສິດທີ່ແນໃສ່ການປັບປຸງກົດໝາຍ ແລະ ລະບຽບການໃຫ້ເຂົ້າໃຈງ່າຍຂຶ້ນ, ການອຳນວຍຄວາມສະດວກດ້ານການຄ້າ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ.

ທ່າມກາງການປຶກສາຫາລືທີ່ບັນຫາທີ່ສຳຄັນ ຢ່າງກົງໄປກົງມາ ລະຫວ່າງ ຄູ່ຮ່ວມພັດທະນາ ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ, ທ່ານ ປອ. ມະໂນທອງ ວົງໄຊ ໄດ້ຖືໂອກາດແລກປ່ຽນຄຳຄິດເຫັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອງບັນດາໂຄງການ TRTA ໃນຂົງເຂດການປັບປຸງສະພາບ ແວດລ້ອມໃນການດຳເນີນທຸລະກິດ ແລະ ການສົ່ງເສີມຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດໃຫ້ມີປະສິດທິພາບຫຍິ່ງຂື້ນ.
ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ລວມທັງ ພາກສ່ວນຈັດຕັ້ງປະຕິບັດໂຄງການທັງພາຍໃນ ແລະ ຕ່າງປະເທດ ຕໍ່ການສະໜັບສະໜູນທາງດ້ານວິຊາການ ແລະ ການປະກອບສ່ວນດ້ານທຶນຮອນ ແລະ ຄຳໝັ້ນສັນຍາໃນການພັດທະນາວຽກງານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ.

ກອງປະຊຸມ (PEC) ເປັນກອງປະຊຸມທີ່ເຄື່ອນໄຫວພາຍໃຕ້ກົນໄກໜ່ວຍງານການຄ້າ ແລະ ພາກເອກະຊົນ (TPSWG). ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ ໃຫ້ສອດຄ່ອງກັບຖະແຫລງການວຽງຈັນ ແລະ ຖະແຫລງການປາລິດສ ວ່າດ້ວຍປະສິດທິພາບໃນການຊ່ວຍ¬ເຫຼືອດ້ານການຄ້າ. ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄຳແນະນຳ ລະດັບຍຸດທະສາດ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດໂຄງການໂດຍອີງໃສ່ໂຄງການທີ່ຕິດພັນກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີສົນທະນາທີ່ແນໃສ່ຄວາມໂປ່ງໃສ ແລະ ຍັງເປັນເວທີແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານການຄ້າ ແລະ ພາກເອກະຊົນ ຫຼື ເອີ້ນວ່າ ການຄ້າເພື່ອການພັດທະນາ (T4D).

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 15 (15th PEC) ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດ ຂອງບັນດາໂຄງການ TRTA ໃນສົກປີ 2023 first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດຂອງບັນດາໂຄງການ TRTA https://www.t4dlaos.org/lo/2021/12/15/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-13/ Wed, 15 Dec 2021 02:26:36 +0000 http://www.t4dlaos.org/?p=3291 ນະຄອນຫຼວງວຽງຈັນ, ວັນທີ 14 ທັນວາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ ແລະ ຜ່ານລະບົບປະຊຸມທາງໄກ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍ ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງການ ຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2021 ແລະ ແຜນວຽກບູລິມະສິດໃນປີ 2022, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ກົນໄກກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການສົ່ງເສີມການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ (CBI-Home Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດຂອງບັນດາໂຄງການ TRTA first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 14 ທັນວາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ ແລະ ຜ່ານລະບົບປະຊຸມທາງໄກ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍ ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງການ ຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2021 ແລະ ແຜນວຽກບູລິມະສິດໃນປີ 2022, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ກົນໄກກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການສົ່ງເສີມການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ (CBI-Home Textile Project in Laos); ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR); ໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງ ເສດຖະກິດພາກພື້ນອາຊຽນ (ARISE Plus Laos); ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT); ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL-EIF Tier II).

ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຮ່ວມກັນພັດທະນາວຽກກງານດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າ ບົດບາດຫຼັກຂອງພາກເອກະຊົນໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນສັງຄົມໄດ້ຮັບການຮັບຮູ້ ແລະ ຍອມຮັບໂດຍລັດຖະບານເຮົາ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກເອກະຊົນໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະການພັດທະນາແຫ່ງຊາດ, ລວມທັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ສໍາລັບປີ 2021-2025”.

ກ່ອນການກ່າວເປີດຂອງ ພະນະທ່ານ ລັດຖະມົນຕີ ສິ້ນສຸດລົງ, ເພິ່ນຍັງໄດ້ເນັ້ນໜັກໃຫ້ບັນດາໂຄງການ TRTA ໃຫ້ນໍາໃຊ້ການສະໜັບສະໜູນດ້ານວິຊາການຂອງຕົນເຂົ້າໃນວຽກງານການສະໜັບສະໜຸນໃຫ້ພາກລັດໃນການການຟື້ນຟູເສດຖະກິດ ແລະ ເຮັດໃຫ້ນະໂຍບາຍມີຄວາມຫຼາກຫຼາຍ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນໃນຂະແໜງການທີ່ບໍ່ເອື່ອຍອີງຊັບພະຍາກອນທໍາມະຊາດຫຼາຍເກີນໄປ.

ຫຼັງຈາກການກ່າວເປີດກອງປະຊຸມໂດຍພະນະທ່ານ ປອ ຄໍາແພງ ໄຊສົມແພງ, ກອງປະຊຸມໄດ້ດໍາເນີນຕາມວາລະໂດຍໃຫ້ທັງ 6 ໂຄງການທີ່ເຮັດວຽກຕິດພັນກັບການສະໜັບສະໜູນດ້ານວິຊາການທີ່ຕິດພັນກັບການຄ້າ ນໍາສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ ແລະ ແຜນຈັດຕັ້ງປະຕິບັດໃນປີ 2022, ເຊິ່ງຫົວໜ້າພາກສ່ວນຈັດຕັ້ງປະຕິບັດໂຄງການເປັນຜູ້ໃຫ້ກຽດນໍາສະເໜີ.

ກອງປະຊຸມດັ່ງກ່າວສາມາດຖອດຖອນບົດຮຽນທີ່ສໍາຄັນໃນປີ 2021 ແລະ ສາມາດຕົກລົງເຫັນດີເປັນເອກະພາບຕໍ່ກັບແຜນວຽກໃນປີ 2021 ຈາກທັງ 6 ໂຄງການໂດຍຜ່ານການປະກອບສ່ວນຢ່າງຕັ້ງໜ້າຈາກຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ. ແຜນບູລິມະສິດທີ່ໄດ້ຕົກລົງເຫັນດີເປັນເອກະພາບນັ້ນລວມມີວຽກງານບູລິມະສິດທີ່ແນໃສ່ການປັບປຸງກົດໝາຍ ແລະ ລະບຽບການໃຫ້ເຂົ້າໃຈງ່າຍຂຶ້ນ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ.

ໃນຂະນະທີ່ສະຫຼຸບໃຈຄວາມສໍາຄັນຈາກການປຶກສາຫາລື, ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ໄດ້ຖືໂອກາດແລກປ່ຽນຄໍາຄິດເຫັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອງບັນດາໂຄງການ TRTA ໃນຂົງເຂດການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ ໃຫ້ມີປະສິດທິພາບຍິ່ງຂຶ້ນ.

ພະນະທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ລວມທັງພາກສ່ວນຈັດຕັ້ງປະຕິບັດ ໂຄງການທັງພາຍໃນ ແລະ ຕ່າງປະເທດ, ສໍາລັບການສະໜັບສະໜູນທາງດ້ານວິຊາການ ແລະ ການປະກອບສ່ວນດ້ານທຶນຮອນ ກໍຄື ຄວາມມຸ່ງໝັ້ນໃນການພັດທະນາວຽກງານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ.

ກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ (PEC) ເປັນກອງປະຊຸມທີ່ຈັດຕັ້ງປະຕິບັດພາຍໃຕ້ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືດ້ານການຄ້າລະຫວ່າງພາກລັດ ແລະ ພາກທຸລະກິດ (TPSWG). ເພື່ອໃຫ້ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບການການແຈ້ງການລະຫວ່າງວຽງຈັນ-ປາລີດສ ວ່າດ້ວຍ ປະສິດທິພາບໃນການໃຫ້ການຊ່ວຍເຫຼືອ, ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດໂຄງການ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດໂດຍອີງໃສ່ໂຄງການທີ່ກ່ຽວຂ້ອງກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດການການຊ່ວຍເຫຼືອທີ່ຕິດພັນກັບການຄ້າ ແລະ ການພັດທະນາພາກເອກະຊົນ, ຕາມແນວຄວາມຄິດຂອງໂຄງການ ການຄ້າເພື່ອການພັດທະນາ (T4D).

The post ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດຂອງບັນດາໂຄງການ TRTA first appeared on Trade for Development - T4D.

]]>