ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 15 (15th PEC) ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດ ຂອງບັນດາໂຄງການ TRTA ໃນສົກປີ 2023

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 7 ກຸມພາ 2023, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມຄະນະຊີ້ນຳ ແຜນງານຈັດຕັ້ງປະຕິບັດໂຄງການຄັ້ງທີ 15 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 80 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງ-ການ ຊ່ວຍເຫຼືອດ້ານວິຊາການ ທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2022 ແລະ ແຜນວຽກບູລິມະສິດໃນປີ 2023, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ ກົນໄກກອງປະຊຸມ ຄະນະກໍາມະການຊີ້ນໍາ ແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສົ່ງ-ເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT); ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງ-ຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL-EIF Tier II); ໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR); ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງ ເສດຖະກິດພາກພື້ນອາຊຽນ (ARISE Plus Laos); ໂຄງການສົ່ງເສີມການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ (CBI-Home Textile Project in Laos); ໂຄງການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວແບບຍືນຍົງ (SUSTOUR).

ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວເປີດກອງປະ¬ຊຸມວ່າ: “ກອງປະຊຸມໃນມື້ນີ້ສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຮ່ວມກັນທຸກພາກສ່ວນ ໃນການພັດທະນາວຽກກງານການຄ້າ ແລະ ພາກເອ-ກະຊົນ ໃນ ສປປ ລາວ ໃນນີ້ ລວມທັງຈຸດປະສົງ, ການຈັດຕັ້ງປະຕິບັດ ແລະ ຮູບແບບການປະສານງານ. ດັ່ງທີ່ທ່ານຮູ້ວ່າ ບົດບາດຫຼັກຂອງພາກເອກະຊົນໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນ ສັງຄົມໄດ້ຮັບການຮັບຮູ້ ແລະ ຍອມຮັບໂດຍລັດຖະບານ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກເອກະຊົນ ໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະແຫ່ງຊາດ, ລວມທັງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ສໍາລັບປີ 2021-2025”.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ບັນດາໂຄງການ TRTA ໃຫ້ນໍາໃຊ້ການສະໜັບສະໜູນ ດ້ານວິຊາການຂອງຕົນເຂົ້າໃນວຽກງານ ການສະໜັບສະໜູນໃຫ້ພາກລັດໃນການການຟື້ນຟູເສດຖະກິດ ແລະ ສ້າງນະໂຍບາຍໃຫ້ມີຄວາມຫຼາກຫຼາຍ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນ ໃນຂະແໜງການທີ່ບໍ່ເອື່ອຍອີງ ຊັບພະຍາກອນທໍາມະຊາດຫຼາຍເກີນໄປ.

ກອງປະຊຸມດັ່ງກ່າວ ສາມາດຖອດຖອນບົດຮຽນທີ່ສຳຄັນໃນປີ 2022 ແລະ ສາມາດຕົກລົງເຫັນດີເປັນເອກະພາບຕໍ່ກັບແຜນວຽກໃນປີ 2023 ຈາກທັງ 7 ໂຄງການໂດຍຜ່ານການປະກອບສ່ວນຢ່າງຕັ້ງໜ້າຈາກຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ.

ແຜນບູລິມະສິດທີ່ໄດ້ຕົກລົງເຫັນດີເປັນເອກະພາບນັ້ນລວມມີວຽກງານບູລິມະສິດທີ່ແນໃສ່ການປັບປຸງກົດໝາຍ ແລະ ລະບຽບການໃຫ້ເຂົ້າໃຈງ່າຍຂຶ້ນ, ການອຳນວຍຄວາມສະດວກດ້ານການຄ້າ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ.

ທ່າມກາງການປຶກສາຫາລືທີ່ບັນຫາທີ່ສຳຄັນ ຢ່າງກົງໄປກົງມາ ລະຫວ່າງ ຄູ່ຮ່ວມພັດທະນາ ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ, ທ່ານ ປອ. ມະໂນທອງ ວົງໄຊ ໄດ້ຖືໂອກາດແລກປ່ຽນຄຳຄິດເຫັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອງບັນດາໂຄງການ TRTA ໃນຂົງເຂດການປັບປຸງສະພາບ ແວດລ້ອມໃນການດຳເນີນທຸລະກິດ ແລະ ການສົ່ງເສີມຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດໃຫ້ມີປະສິດທິພາບຫຍິ່ງຂື້ນ.
ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ລວມທັງ ພາກສ່ວນຈັດຕັ້ງປະຕິບັດໂຄງການທັງພາຍໃນ ແລະ ຕ່າງປະເທດ ຕໍ່ການສະໜັບສະໜູນທາງດ້ານວິຊາການ ແລະ ການປະກອບສ່ວນດ້ານທຶນຮອນ ແລະ ຄຳໝັ້ນສັນຍາໃນການພັດທະນາວຽກງານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ.

ກອງປະຊຸມ (PEC) ເປັນກອງປະຊຸມທີ່ເຄື່ອນໄຫວພາຍໃຕ້ກົນໄກໜ່ວຍງານການຄ້າ ແລະ ພາກເອກະຊົນ (TPSWG). ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ ໃຫ້ສອດຄ່ອງກັບຖະແຫລງການວຽງຈັນ ແລະ ຖະແຫລງການປາລິດສ ວ່າດ້ວຍປະສິດທິພາບໃນການຊ່ວຍ¬ເຫຼືອດ້ານການຄ້າ. ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄຳແນະນຳ ລະດັບຍຸດທະສາດ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດໂຄງການໂດຍອີງໃສ່ໂຄງການທີ່ຕິດພັນກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີສົນທະນາທີ່ແນໃສ່ຄວາມໂປ່ງໃສ ແລະ ຍັງເປັນເວທີແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານການຄ້າ ແລະ ພາກເອກະຊົນ ຫຼື ເອີ້ນວ່າ ການຄ້າເພື່ອການພັດທະນາ (T4D).

Follow by Email
Share