ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດຂອງບັນດາໂຄງການ TRTA

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 14 ທັນວາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 14 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ ແລະ ຜ່ານລະບົບປະຊຸມທາງໄກ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍ ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນ ແລະ ປຶກສາຫາລື ກ່ຽວກັບຄວາມຄືບໜ້າຈັດຕັ້ງປະຕິບັດໂຄງການ ຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າ (TRTA) ໃນສົກປີ 2021 ແລະ ແຜນວຽກບູລິມະສິດໃນປີ 2022, ເຊິ່ງບັນດາໂຄງການທີ່ຢູ່ພາຍໃຕ້ກົນໄກກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການລວມມີ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການສົ່ງເສີມການສົ່ງອອກ ເຄື່ອງຕົບແຕ່ງເຮືອນ ແລະ ແຜ່ນແພ (CBI-Home Textile Project in Laos); ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR); ໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງ ເສດຖະກິດພາກພື້ນອາຊຽນ (ARISE Plus Laos); ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT); ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL-EIF Tier II).

ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຮ່ວມກັນພັດທະນາວຽກກງານດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າ ບົດບາດຫຼັກຂອງພາກເອກະຊົນໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນສັງຄົມໄດ້ຮັບການຮັບຮູ້ ແລະ ຍອມຮັບໂດຍລັດຖະບານເຮົາ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກເອກະຊົນໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະການພັດທະນາແຫ່ງຊາດ, ລວມທັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ສໍາລັບປີ 2021-2025”.

ກ່ອນການກ່າວເປີດຂອງ ພະນະທ່ານ ລັດຖະມົນຕີ ສິ້ນສຸດລົງ, ເພິ່ນຍັງໄດ້ເນັ້ນໜັກໃຫ້ບັນດາໂຄງການ TRTA ໃຫ້ນໍາໃຊ້ການສະໜັບສະໜູນດ້ານວິຊາການຂອງຕົນເຂົ້າໃນວຽກງານການສະໜັບສະໜຸນໃຫ້ພາກລັດໃນການການຟື້ນຟູເສດຖະກິດ ແລະ ເຮັດໃຫ້ນະໂຍບາຍມີຄວາມຫຼາກຫຼາຍ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນໃນຂະແໜງການທີ່ບໍ່ເອື່ອຍອີງຊັບພະຍາກອນທໍາມະຊາດຫຼາຍເກີນໄປ.

ຫຼັງຈາກການກ່າວເປີດກອງປະຊຸມໂດຍພະນະທ່ານ ປອ ຄໍາແພງ ໄຊສົມແພງ, ກອງປະຊຸມໄດ້ດໍາເນີນຕາມວາລະໂດຍໃຫ້ທັງ 6 ໂຄງການທີ່ເຮັດວຽກຕິດພັນກັບການສະໜັບສະໜູນດ້ານວິຊາການທີ່ຕິດພັນກັບການຄ້າ ນໍາສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ ແລະ ແຜນຈັດຕັ້ງປະຕິບັດໃນປີ 2022, ເຊິ່ງຫົວໜ້າພາກສ່ວນຈັດຕັ້ງປະຕິບັດໂຄງການເປັນຜູ້ໃຫ້ກຽດນໍາສະເໜີ.

ກອງປະຊຸມດັ່ງກ່າວສາມາດຖອດຖອນບົດຮຽນທີ່ສໍາຄັນໃນປີ 2021 ແລະ ສາມາດຕົກລົງເຫັນດີເປັນເອກະພາບຕໍ່ກັບແຜນວຽກໃນປີ 2021 ຈາກທັງ 6 ໂຄງການໂດຍຜ່ານການປະກອບສ່ວນຢ່າງຕັ້ງໜ້າຈາກຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ. ແຜນບູລິມະສິດທີ່ໄດ້ຕົກລົງເຫັນດີເປັນເອກະພາບນັ້ນລວມມີວຽກງານບູລິມະສິດທີ່ແນໃສ່ການປັບປຸງກົດໝາຍ ແລະ ລະບຽບການໃຫ້ເຂົ້າໃຈງ່າຍຂຶ້ນ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ.

ໃນຂະນະທີ່ສະຫຼຸບໃຈຄວາມສໍາຄັນຈາກການປຶກສາຫາລື, ພະນະທ່ານ ປອ ຄໍາແພງ ໄຊສົມແພງ, ໄດ້ຖືໂອກາດແລກປ່ຽນຄໍາຄິດເຫັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອງບັນດາໂຄງການ TRTA ໃນຂົງເຂດການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ແລະ ການສົ່ງເສີມຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ ໃຫ້ມີປະສິດທິພາບຍິ່ງຂຶ້ນ.

ພະນະທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ລວມທັງພາກສ່ວນຈັດຕັ້ງປະຕິບັດ ໂຄງການທັງພາຍໃນ ແລະ ຕ່າງປະເທດ, ສໍາລັບການສະໜັບສະໜູນທາງດ້ານວິຊາການ ແລະ ການປະກອບສ່ວນດ້ານທຶນຮອນ ກໍຄື ຄວາມມຸ່ງໝັ້ນໃນການພັດທະນາວຽກງານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ.

ກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ (PEC) ເປັນກອງປະຊຸມທີ່ຈັດຕັ້ງປະຕິບັດພາຍໃຕ້ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືດ້ານການຄ້າລະຫວ່າງພາກລັດ ແລະ ພາກທຸລະກິດ (TPSWG). ເພື່ອໃຫ້ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບການການແຈ້ງການລະຫວ່າງວຽງຈັນ-ປາລີດສ ວ່າດ້ວຍ ປະສິດທິພາບໃນການໃຫ້ການຊ່ວຍເຫຼືອ, ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດໂຄງການ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດໂດຍອີງໃສ່ໂຄງການທີ່ກ່ຽວຂ້ອງກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດການການຊ່ວຍເຫຼືອທີ່ຕິດພັນກັບການຄ້າ ແລະ ການພັດທະນາພາກເອກະຊົນ, ຕາມແນວຄວາມຄິດຂອງໂຄງການ ການຄ້າເພື່ອການພັດທະນາ (T4D).

Follow by Email
Share