ບົດ​ຂ່າວ - Trade for Development - T4D https://www.t4dlaos.org T4D Laos Tue, 18 Jul 2023 04:28:59 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ບົດ​ຂ່າວ - Trade for Development - T4D https://www.t4dlaos.org 32 32 ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາ ສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 6. https://www.t4dlaos.org/lo/2023/06/14/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84-4/ Wed, 14 Jun 2023 07:01:40 +0000 https://www.t4dlaos.org/?p=4114 ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 6 ຂຶ້ນ ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. Read more…

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາ ສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 6. first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 6 ຂຶ້ນ ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກ ຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບໄລຍະ 6 ເດືອນທ້າຍປີ 2023.

ນັບຕັ້ງແຕ່ສ້າງຕັ້ງ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ບັນລຸຜົນສຳເລັດອັນສໍາຄັນ ລວມມີ ອະນຸມັດທຶນແບບມີສ່ວນຮ່ວມ ໃນການສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBEPF) ຊຶ່ງເປັນເງິນທັງໝົດຈຳນວນ 70,306 ໂດລາສະຫະລັດ ໃຫ້ກັບກຸ່ມຫັດຖະກໍາຈັກສານໄມ້ປ່ອງໂພນສະອາດ, ສະຫະກອນຫັດຖະກໍາຖັກຟອຍແຂມບ້ານພັດທະນາວັງເຕົ່າ ຢູ່ແຂວງຈຳປາສັກ ແລະ ບໍລິສັດ Katalyst Partern ຊຶ່ງໄດ້ໃຫ້ການຊ່ວຍເຫຼືອ ໃນການຈັດຝຶກອົບຮົມ ທັກສະດ້ານທຸລະກິດໃຫ້ແກ່ບັນດາ SME ຈຳນວນ 25 ຫົວໜ່ວຍ. ນອກນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງດຳລັດ ວ່າດ້ວຍ ສະພາສົ່ງເສີມການທ່ອງທ່ຽວ; ປັບປຸງກົດໝາຍ ວ່າດ້ວຍ ທຸລະກໍາທາງເອເລັກໂຕຣນິກ; ແລະ ສຳເລັດການສ້າງ ແລະ ປັບປຸງຂໍ້ຕົກລົງທີ່ຕິດພັນກັບຊັບສິນທາງປັນຍາ 5 ສະບັບ.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ຄຳເພັດ ວົງດາລາ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນບູລິມະສິດ ຂອງການພັດທະນາພາກເອກະຊົນ. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ, ໂດຍສະເພາະ ການຊ່ວຍເຫຼືອໂດຍຜ່ານໂຄງການ USAID LBE”
ທ່ານ Cullen Hughes ໄດ້ເນັ້ນໜັກເຖິງ ສາຍພົວພັນການຮ່ວມມືດ້ານເສດຖະກິດທີ່ເຂັ້ມແຂງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໂດຍໄດ້ກ່າວວ່າ “USAID ໄດ້ສຸມໃສ່ສະໜັບສະໜູນ ແລະ ສົ່ງເສີມຄວາມສາມາດໃນການຟື້ນຕົວ ຂອງ SME ແນໃສ່ເຮັດໃຫ້ ສປປ ລາວ ມີຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ແລະ ກຳນົດທິດທາງສຳລັບການຂະຫຍາຍຕົວທາງເສດຖະກິດແບບໄລຍະຍາວ, ເປີດກວ້າງ ແລະ ຍືນຍົງ ໃນຕໍ່ໜ້າ”.

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະ 6 ເດືອນຕົ້ນປີ 2023 ຂອງໂຄງການ USAID LBE ໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມນະໂຍບາຍການຄ້າຕ່າງປະເທດ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບ 6 ເດືອນທ້າຍປີ 2023.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

The post ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາ ສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 6. first appeared on Trade for Development - T4D.

]]>
ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສຳລັບປີ 2023 ຫາ 2024 https://www.t4dlaos.org/lo/2023/03/27/%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%ba%9e%e0%ba%b2%e0%ba%81%e0%ba%97%e0%ba%b8%e0%ba%a5%e0%ba%b0%e0%ba%81%e0%ba%b4%e0%ba%94-%e0%bb%84%e0%ba%94/ Mon, 27 Mar 2023 07:00:05 +0000 https://www.t4dlaos.org/?p=4066 ນະຄອນຫຼວງວຽງຈັນ, ວັນທີ 27 ເດືອນມີນາ, 2023, ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໄດ້ຖືກຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ, ການຟື້ນຕົວຂອງເສດຖະກິດ ຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແລະ ການສ້າງເງື່ອນໄຂຫຼຸດພົ້ນ ຈາກສະຖານະພາບ ຂອງປະເທດດ້ອຍພັດທະນາກ່ອນ ປີ 2026. ທ່ານ ນາຍົກ ລັດຖະມົນຕີ Read more…

The post ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສຳລັບປີ 2023 ຫາ 2024 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 27 ເດືອນມີນາ, 2023, ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໄດ້ຖືກຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ, ການຟື້ນຕົວຂອງເສດຖະກິດ ຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແລະ ການສ້າງເງື່ອນໄຂຫຼຸດພົ້ນ ຈາກສະຖານະພາບ ຂອງປະເທດດ້ອຍພັດທະນາກ່ອນ ປີ 2026. ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ ກ່າວເຖິງຄຸນລັກສະນະພື້ນຖານ ຂອງບັນດາເສດຖະກິດ ທີ່ມີອັດຕາການເຕີບໂຕຂອງເສດຖະກິດທີ່ສູງ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນ ການມີນະໂຍບາຍເປີດກວ້າງຕໍ່ພາຍນອກ, ການມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ການມີແຜນພັດທະນາໄລຍະຍາວ ແລະ ອັດຕາການອອມທີ່ສູງ, ການຈັດສັນຊັບພະຍາກອນຕາມກົນໄກຂອງຕະຫຼາດ ແລະ ການມີພາກລັດທີ່ມີປະສິດທິພາບສູງ.

ຈຸດປະສົງຂອງກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ທີ່ມີຕໍ່ການປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດໃນປະເທດ.

ບັນດາຜົນສຳເລັດຕົ້ນຕໍໃນໄລຍະໜຶ່ງປີຜ່ານມາປະກອບມີ ການຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການເລີ້ມຕົ້ນການດຳເນີນທຸລະກິດ ສໍາລັບກິດຈະກໍາ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ, ການນຳໃຊ້ວິທີຄວບຄຸມຄວາມສ່ຽງ ໃນການອອກໃບອະນຸຍາດດຳເນີນທຸລະກິດ ໃນບາງຂະແໜງການ, ປັບປຸງການ ເຂົ້າເຖິງກົດໝາຍ ແລະ ລະບຽບການທີ່ພົວພັນກັບການຄ້າ ແລະ ການລົງທຶນ, ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ບັນດາຂໍ້ຂໍ້ຜູກພັນ ທີ່ຕົກລົງໃນສົນທິສັນຍາການຄ້າ ສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ລະດັບພາກພື້ນ ແລະ ລະດັບສາກົນ ແລະ ການເພີ່ມທະວີຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນອຍ ແລະ ກາງ ຫຼື MSMEs.

ນັບແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດຂໍ້ສະເໜີການແກ້ໄຂບັນຫາບູລິມະສິດ ທັງໝົດ 49 ຂໍ້ສະເໜີ, ເຊິ່ງຕິດພັນກັບຂົງເຂດຕ່າງໆເຊັ່ນ: ຂັ້ນຕອນການກໍ່ຕັ້ງທຸລະກິດ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວ ທີ່ຍືນຍົງ ແລະ ການຜະລິດກະສິກໍາ, ເຊິ່ງ ມີ 21 ຂໍ້ສະເໜີ ທີ່ແກ້ໄຂໄດ້ແລ້ວ, 20 ຂໍ້ສະເໜີ ແມ່ນມີຄວາມຄືບໜ້າໃນການແກ້ໄຂ ແຕ່ຕ້ອງການເວລາເພີ່ມເຕີມ, ສ່ວນອີກ 08 ຂໍ້ສະເໜີ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈຳກັດ ທີ່ສົມເຫດສົມຜົນ.

ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ 20 ຂໍ້ສະເໜີບູລິມະສິດທີ່ຍັງຄົງຄ້າງ ພາຍໃນ 12 ເດືອນຕໍ່ໜ້າ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ທີ່ມີຕໍ່ການປັບປຸງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍຜ່ານມາດຕະການເພີ່ມທະວີ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາ ທີ່ຕິດພັນກັບຕົ້ນທຶນ, ຄວາມສ່ຽງ ແລະ ອຸປະສັກ ທີ່ມີຕໍ່ການແຂ່ງຂັນຢ່າງຍຸຕິທຳລະຫວ່າງທຸລະກິດ.

The post ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສຳລັບປີ 2023 ຫາ 2024 first appeared on Trade for Development - T4D.

]]>
ກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III https://www.t4dlaos.org/lo/2023/01/23/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9b%e0%ba%b0%e0%ba%aa%e0%ba%b2%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%9b%e0%ba%b1/ Mon, 23 Jan 2023 09:00:16 +0000 https://www.t4dlaos.org/?p=3993 17 ມັງກອນ 2023 ນະຄອນຫຼວງວຽງຈັນ. ກະຊວງ ອຸດສະຫາກໍາ ແລະການຄ້າ (ອຄ), ກົມທະບຽນ ແລະຄຸ້ມຄອງວິສາຫະກິດ, ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດ ດໍາເນີນທຸລະກິດ ຄັ້ງທີ III ທີ່ ຫ້ອງປະຊຸມໃຫຍ່ຊັ້ນ I ຂອງກະຊວງ ອຄ, ໂດຍການເປັນປະທານຂອງ ທ່ານ ອະພິສິດ ແສງສູລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 60 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ຕິດຕາມລາຍງານຄວາມຄືບໜ້າ ຜົນສໍາເລັດ ແລະສີ່ງທ້າທາຍ ຂອງການປັບປຸງຂັ້ນຕອນໃບອະນຸຍາດທຸລະກິດ ຂອງ ປີ 2022, ກໍານົດແຜນວຽກບຸລິມະສິດ ຂອງ ປີ 2023 ແລະ ຮັບຟັງການນໍາສະເໜີ ຫລັກການທີ່ດີຊອງສາກົນ ແລະການອອກໃບອະນຸຍາດໂດຍໃສ່ຄວາມສ່ຽງ ໂດຍຜ່ານການລາຍງານຂອງຕາງໜ້າກອງເລຂາ ຂອງຄະນະປະສານງານ Read more…

The post ກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III first appeared on Trade for Development - T4D.

]]>
17 ມັງກອນ 2023 ນະຄອນຫຼວງວຽງຈັນ. ກະຊວງ ອຸດສະຫາກໍາ ແລະການຄ້າ (ອຄ), ກົມທະບຽນ ແລະຄຸ້ມຄອງວິສາຫະກິດ, ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດ ດໍາເນີນທຸລະກິດ ຄັ້ງທີ III ທີ່ ຫ້ອງປະຊຸມໃຫຍ່ຊັ້ນ I ຂອງກະຊວງ ອຄ, ໂດຍການເປັນປະທານຂອງ ທ່ານ ອະພິສິດ ແສງສູລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 60 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ຕິດຕາມລາຍງານຄວາມຄືບໜ້າ ຜົນສໍາເລັດ ແລະສີ່ງທ້າທາຍ ຂອງການປັບປຸງຂັ້ນຕອນໃບອະນຸຍາດທຸລະກິດ ຂອງ ປີ 2022, ກໍານົດແຜນວຽກບຸລິມະສິດ ຂອງ ປີ 2023 ແລະ ຮັບຟັງການນໍາສະເໜີ ຫລັກການທີ່ດີຊອງສາກົນ ແລະການອອກໃບອະນຸຍາດໂດຍໃສ່ຄວາມສ່ຽງ ໂດຍຜ່ານການລາຍງານຂອງຕາງໜ້າກອງເລຂາ ຂອງຄະນະປະສານງານ ພ້ອມດ້ວຍຂໍ້ສະເໜີ ຈາກບັນດາຂະແໜງການ.

ໃນພິທີກ່າວເປີດກອງປະຊຸມຄັ້ງນີ້ ທ່ານປະທານໄດ້ ເນັ້ນໜັກໃຫ້ເຫັນເຖິງ ພາລະບົດບາດ ຄວາມສໍາຄັນຂອງຄະນະປະສານງານ ເພື່ອປະກອບສ່ວນຊຸກຍູ້ ໃຫ້ບັນລຸ ເປົ້າໝາຍ ການຈັດຕັ້ງປະຕິບັດຕາມຄໍາສັ່ງນາຍົກລັດຖະມົນຕີ ເລກທີ 03/ນຍ ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະໃບອະນຸຍາດລົງທຶນ ໃນ ສປປລາວ. ທ່ານ ອະພິສິດ ໄດ້ກ່າວຊົມເຊີຍຂະແໜງການທີ່ມີຄວາມຄືບໜ້າໃນການປັບປຸງໃບອະນຸຍາດໃນ ຂະແໜງ ການຂອງຕົນ ແລະ ຍັງໄດ້ ຮຽກຮ້ອງໃຫ້ບັນດາຂະແໜງການເລັ່ງປັບປຸງຂອດຂັ້ນການອອກໃບ ອະນຸຍາດໃນຂະແໜງການຂອງຕົນ ໂດຍສະເພາະ ແມ່ນການນໍາໃຊ້ລະບົບການອອກ ໃບອະນຸຍາດ ທີ່ອີງໃສ່ຄວາມສ່ຽງ.

ພ້ອມກັນນັ້ນກອງປະຊຸມຍັງໄດ້ນໍາສະເໜີປຶ້ມຄູ່ມືກ່ຽວກັບ ການອອກໃບອະນຸຍາດ ດໍາເນີນທຸລະກິດໃນ ສປປລາວ ເພື່ອໃຫ້ບັນດາຂະແໜງການໃຊ້ເປັນບ່ອນອີງໃນການປັບປຸງ ຂອດຂັ້ນອະນຸຍາດທີ່ຕົນເອງຮັບຜິດຊອບ ແລະ ເວັບໃຊ້ຖານຂໍ້ມູນກ່ຽວກັບການຂໍໃບອະນຸຍາດຕ່າງໆ ທີ່ໄດ້ສ້່າງສໍາເລັດ ແລະພ້ອມເປີດໂຕເປັນທາງການ ໃນທ້າຍເດືອນ ມັງກອນ 2023 ນີ້. ເວັບໄຊຖານຂໍ້ມູນດັ່ງກ່າວໄດ້ສັງລວມ ເອົາບັນດານິຕິກໍາ, ເງື່ອນໃຂ ຂັ້ນຕອນ, ກໍານົດເວລາ, ຄ່າໃຊ້ຈ່າຍຕ່າງໆ ໃນການຂໍໃບອະນຸຍາດປະເພດຕ່າງໆ ໃຫ້ພາກທຸລະກິດ ສາມາດເຂົ້າເຖິງໄດ້ ເປັນບ່ອນອີງພື້ນຖານ ໃນການບໍລິການໃຫ້ມີຄວາມສະດວກວ່ອງໄວ, ໂປງໃສ ແລະ ປະຍັດຕົ້ນທຶນໃຫ້ແກ່ພາກທຸລະກິດ ໃນການດໍາເນີນທຸລະກິດ ແລະ ທັງເປັນການດຶງດູດການລົງທຶນ.

ກອງປະຊູມຄັ້ງນີ້ ໄດ້ຮັບການຊ່ວຍເຫລືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊີ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫ່ຍຂະຫຍາຍຕົວຂອງທຸລະກິດ ໂດຍໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ງົບປະມານ ເພື່ອປັບປຸງສະພາບແວ້ດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າຂາຍ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງໜ່ວຍທຸລະກິດ.

The post ກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III first appeared on Trade for Development - T4D.

]]>
ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍ ວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ https://www.t4dlaos.org/lo/2023/01/23/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b0%e0%ba%81%e0%ba%b2%e0%ba%94%e0%ba%81%e0%ba%b2%e0%ba%99%e0%ba%99%e0%ba%b3%e0%bb%83%e0%ba%8a%e0%bb%89%e0%ba%ae%e0%bb%88%e0%ba%b2%e0%ba%87%e0%bb%81/ Mon, 23 Jan 2023 04:36:00 +0000 https://www.t4dlaos.org/?p=3996 ໃນວັນທີ 20 ມັງກອນ 2023 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດພາຍໃຕ້ການສະໜັບສະໜູນຂອງ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 48 ທ່ານ,ໃນນັ້ນປະກອບມີຜູ້ພິພາກສາ ເຂົ້າຮ່ວມຈາກສານປະຊາຊົນສູງສຸດ, ຄະນະສານການຂອງສານປະຊາຊົນພາກກກາງ ແລະ ຄະນະສານການຄ້າຂອງສານປະຊາຊົນ ນະຄອນຫຼວງວຽຈັນ ແລະ ແຂກຮັບເຊີນ ຈາກ ພາກສ່ວນໂຄງການ, ກົມສົ່ງເສີມການລົງທຶນ ກະຊວງແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ Read more…

The post ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍ ວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ first appeared on Trade for Development - T4D.

]]>
ໃນວັນທີ 20 ມັງກອນ 2023 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດພາຍໃຕ້ການສະໜັບສະໜູນຂອງ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 48 ທ່ານ,ໃນນັ້ນປະກອບມີຜູ້ພິພາກສາ ເຂົ້າຮ່ວມຈາກສານປະຊາຊົນສູງສຸດ, ຄະນະສານການຂອງສານປະຊາຊົນພາກກກາງ ແລະ ຄະນະສານການຄ້າຂອງສານປະຊາຊົນ ນະຄອນຫຼວງວຽຈັນ ແລະ ແຂກຮັບເຊີນ ຈາກ ພາກສ່ວນໂຄງການ, ກົມສົ່ງເສີມການລົງທຶນ ກະຊວງແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກົດໝາຍ ກະຊວງຍຸຕິທໍາ ແລະ ຜູ້ຄວບຄຸມຊັບສິນ, ທະນາຄານແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສປປ ລາວ ແລະ ຈາກພາກສ່ວນເອກະຊົນ

ຈຸດປະສົງຂອງກອງການຈັດພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໃນຄັ້ງນີ້ ແມ່ນເພື່ອແນໃສ່ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ຊຶ່ງເປັນເຄື່ອງມືທີ່ສຳຄັນໃນການດຳເນີນຄະດີ ໃຫ້ແກ່ພະນັກງານສານ, ວິສາຫະກິດລູດໜີ້, ເຈົ້າໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ, ເພື່ອໃຫ້ການແກ້ໄຂບັນຫາມີຄວາມເປັນເອກະພາບ, ງ່າຍດາຍ, ວ່ອງໄວ, ຮັບປະກັນຜົນປະໂຫຍດອັນຊອບທຳ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບສິນເຊື່ອ ແນ່ໃສ່ຮັກສາຄວາມໝັ້ນຄົງຂອງລະບົບເສດຖະກິດ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຮ່າງແບບຟອມດັ່ງກ່າວ. ທັງໝົດນີ້ກໍແມ່ນເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ ພາຍໃຕ້ຄຳສັ່ງຂອງນາຍົກລັດຖະ ມົນ ຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ, ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018.

ໃນພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ແມ່ນໄດ້ຮັບຟັງການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ ແລະ ການສ້າງຮ່າງແບບຟອມພ້ອມດຽວກັນນັ້ນ ກໍໄດ້ຮັບຟັງ ການແນະນຳໂດຍຫຍໍ້ຂອງການນຳໃຊ້ຮ່າງແບບຟອມຕ່າງໆ

ໃນຕອນທ້າຍຂອງ ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ທ່ານປະທານ ໄດ້ເໜັ້ນໜັກ ໃຫ້ແກ່ພະນັກງານສານເອົາໃຈໃສ່ໃນການດໍາເນີນຄະດີ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ຈັນຍາບັນ – ຈັນຍາທໍາ ຂອງຜູ້ພິພາກສາ.

ໂຄງການ LCT ຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມ ດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ.

The post ພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍ ວ່າດ້ວຍ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ first appeared on Trade for Development - T4D.

]]>
ກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ຂອງພະແນກອຸດສາຫະກຳ ແລະ ການຄ້າ ທັງ 03 ແຂວງພາກເໜືອ https://www.t4dlaos.org/lo/2022/11/25/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%97%e0%ba%b2%e0%ba%87%e0%bb%84%e0%ba%81%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%99%e0%ba%b3%e0%bb%83%e0%ba%8a%e0%bb%89/ Fri, 25 Nov 2022 08:21:00 +0000 http://www.t4dlaos.org/?p=3927 ນະຄອນຫຼວງວຽງຈັນ ວັນທີ 23 ພະຈິກ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຈັດກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ຂອງພະແນກ ອຄ ຢ່າງເປັນທາງການ. ກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 44 ທ່ານ ຕາງໜ້າຈາກບັນດາກົມພາຍໃນກະຊວງ, ພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ Read more…

The post ກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ຂອງພະແນກອຸດສາຫະກຳ ແລະ ການຄ້າ ທັງ 03 ແຂວງພາກເໜືອ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ ວັນທີ 23 ພະຈິກ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຈັດກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ຂອງພະແນກ ອຄ ຢ່າງເປັນທາງການ.

ກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 44 ທ່ານ ຕາງໜ້າຈາກບັນດາກົມພາຍໃນກະຊວງ, ພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 03 ແຂວງ.

ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ ເນັ້ນໜັກວ່າ ວຽກງານໂຄສະນາສື່ສານເປັນວຽກງານໜຶ່ງທີ່ສຳຄັນ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຜູ້ໃຫ້ທຶນ ແລະ ເປັນວຽກງານທີ່ຂາດບໍ່ໄດ້ສຳລັບທຸກໆໂຄງການຊ່ວຍເຫຼືອຂອງຕ່າງປະເທດ ເນື່ອງຈາກການໂຄສະນາເຜີຍແຜ່ຈະເປັນເວທີສຳລັບ ສະແດງຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອໃຫ້ກັບສາທາລະນະ. ສະນັ້ນ, ການສ້າງເວັບໄຊ໌ໃຫ້ກັບພະແນກ ອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຮັບການສະໜັບສະໜູນຢ່າງເຕັມທີ ຈາກຜູ້ໃຫ້ທຶນ ຄຽງຄູ່ກັບການອອກບົດຂ່າວ, ເຮັດແຜ່ນພັບ,ສ້າງວີດີໂອ ຂອງບັນດາກິດຈະກຳຂອງໂຄງການ ແລະ ອື່ນໆ ເພື່ອເປັນບ່ອນໂຄສະນາ ນຳສະເໜີຜົນງານວຽກງານໂຄງການ ແລະ ກິດຈະກຳຂອງພະແນກ ອຄ ແຂວງ ແລ້ວ ຍັງເປັນບ່ອນແລກປ່ຽນ ແລະ ເປັນຄັ້ງຂໍ້ມູນສຳລັບວຽກງານອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມໄດ້ລົງເລີກເຖິງ ລາຍລະອຽດຂອງການສ້າງເວັບໄຊ໌ ແລະ ປຶກສາຫາລືກ່ຽວກັບບາງບັນຫາທີ່ຄວນໄດ້ຮັບການປັບປຸງໃນຕໍ່ໜ້າ. ພະແນກ ອຄ ທັງ 03 ແຂວງເບິ່ງເຫັນຄວາມສຳຄັນໃນການສ້າງບຸກຄະລາກອນຮັບຜິດຊອບວຽກງານດັ່ງກ່າວສະເພາະ ແລະ ວາງແຜນໄລຍະຍາວ ເພື່ອຮັບປະກັນຄວາມຍືນຍົງ ພາຍຫຼັງການສະໜັບສະໜູນຂອງໂຄງການ. ຢ່າງໃດກໍຕາມ ມາບາງຈຸດທາງດ້ານເຕັກນິກທີ່ ເວັບໄຊ໌ ຄວນໄດ້ຮັບການປັບປຸງ ເຊິ່ງການສ້າງປື້ມຄູ່ມືນຳໃຊ້ກໍເປັນອີກວິທີທາງທີ່ສະເໜີໃນກອງປະຊຸມ ເພື່ອຮັບຜິດຊອບໃຊ້ເປັນບ່ອນອີງໃນການນຳໃຊ້.
ຜ່ານການແລກປ່ຽນປະສົບການຢ່າງຕັ້ງໜ້າຂອງບັນດາຜູ້ເຂົ້າຮ່ວມ, ບັນດາຂໍ້ສະເໜີແນະ, ບົດຮຽນ ແລະ ບຸລິມະສິດໄດ້ຮັບການຍົກອອກມາເພື່ອປຶກສາຫາລືເປັນຂໍ້ມູນໃນການປະຕິບັດໂຄງການຊ່ວຍເຫຼືອໃນຕໍ່ໜ້າ.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ສືບຕໍການສະໜັບສະໜູນ ແລະ ຄວາມຮ່ວມມືຈາກບັນດາແຂວງໃນການປັບປຸງເວັບໄຊ໌ ຂອງຕົນເອງໃຫ້ເປັນແບບຢ່າງໃຫ້ແກ່ແຂວງອື່ນໆໃນປະເທດ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມທາງໄກເປີດນຳໃຊ້ເວັບໄຊ໌ ຂອງພະແນກອຸດສາຫະກຳ ແລະ ການຄ້າ ທັງ 03 ແຂວງພາກເໜືອ first appeared on Trade for Development - T4D.

]]>
ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້​ວ່າ​ດ້ວຍການ​ເຊື່ອມ​ສານ​ ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ຈັດ​ໂດຍ ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ https://www.t4dlaos.org/lo/2022/11/22/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1-2/ Tue, 22 Nov 2022 03:48:11 +0000 http://www.t4dlaos.org/?p=3908 ວັນ​ທີ 10-11 ພະ­ຈິກ 2022 ທີ່​ໂຮງ­ແຮມ ລາວ​ພ​ລາ­ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ, ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ໄດ້​ຈັດ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້ ວ່າ​ດ້ວຍ​ການ​ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ກອງ​ປະ­ຊຸມແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ ໂຄງ­ການເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ທີ່​ໃຫ້​ທຶນ​ໂດຍ​ທະ­ນາ­ຄານ​ໂລກ, ລັດ­ຖະ­ບານ ອົດ​ສະ​ຕາ​ລີ, ລັດ­ຖະ­ບານ ໄອ​ແລນ, ແລະ ລັດ­ຖະ­ບານ ອາ​ເມ​ຣິ​ກາ. ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ໃຫ້​ກຽດ​ເປັນ​ປະ­ທານ​ຮ່ວມ​ໂດຍ​ທ່ານ ແສງ​ພະ­ນົມ​ຈອນ ອິນ​ທະ​ສານ, ຮອງ​ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ແລະ ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ, ກະ­ຊວງ​ອຸດ​ສະ​ຫະ​ກໍາ ແລະ ການ​ຄ້າ Read more…

The post ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້​ວ່າ​ດ້ວຍການ​ເຊື່ອມ​ສານ​ ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ຈັດ​ໂດຍ ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ first appeared on Trade for Development - T4D.

]]>
ວັນ​ທີ 10-11 ພະ­ຈິກ 2022 ທີ່​ໂຮງ­ແຮມ ລາວ​ພ​ລາ­ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ, ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ໄດ້​ຈັດ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້ ວ່າ​ດ້ວຍ​ການ​ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ກອງ​ປະ­ຊຸມແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ ໂຄງ­ການເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ທີ່​ໃຫ້​ທຶນ​ໂດຍ​ທະ­ນາ­ຄານ​ໂລກ, ລັດ­ຖະ­ບານ ອົດ​ສະ​ຕາ​ລີ, ລັດ­ຖະ­ບານ ໄອ​ແລນ, ແລະ ລັດ­ຖະ­ບານ ອາ​ເມ​ຣິ​ກາ.

ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ໃຫ້​ກຽດ​ເປັນ​ປະ­ທານ​ຮ່ວມ​ໂດຍ​ທ່ານ ແສງ​ພະ­ນົມ​ຈອນ ອິນ​ທະ​ສານ, ຮອງ​ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ແລະ ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ, ກະ­ຊວງ​ອຸດ​ສະ​ຫະ​ກໍາ ແລະ ການ​ຄ້າ ເຊີ່ງ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ບັນ­ດາ​ຜູ້​ປະ­ສານ​ງານ​ວຽກ​ງານ​ບົດ­ບາດ​ຍິງ​-​ຊາຍ​ຈາກ​ພາກ­ສ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ (IAs), ຕາງ­ໜ້າ​ຈາກ​ທຸກ​ກົມ​ໃນ​ກະ­ຊວງ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ ແລະ ພະ­ນັກ­ງານ​ຈາກ​ພະ​ແນ​ກ​ຄຸ້ມ​ຄອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຊ່ວຍ­ເຫຼືອ​ຂອງ​ຕ່າງ­ປະ­ເທດ (NIU) ລວມ​ທັງ​ໝົດ 34 ທ່ານ. ຜູ້​ດຳ­ເນີນ​ການ​ຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ມາ​ຈາກTAKSA, ສູນ​ຝຶກ​ອົບ­ຮົມ​ທີ່​ມີ​ປະ­ສົບ​ການ ແລະ ຊ່ຽວ­ຊານ​ດ້ານ​ການ​ເສີມ​ສ້າງ ແລະ ເຊື່ອມ​ສານ​ບົດ­ບາດ​ຍິງ​-​ຊາຍ.

ຈຸດ­ປະ­ສົງ​ຫຼັກ​ຂອງ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ຄັ້ງ​ນີ້​ແມ່ນ​ເພື່ອ ສົ່ງ­ເສີມ​ການ​ເຊື່ອມ​ສານ​ດ້ານ​ບົດ­ບາດ​ຍິງ​-​ຊາຍ​ຢ່າງ​ມີ​ປະ­ສິດ​ທິ​ຜົນ​ພາຍ​ໃຕ້​ໂຄງ­ການ LCT ແລະ ໂຄງ­ການ​ຕ່າງໆ​ທີ່​ຊ່ວຍ­ເຫຼືອ​ທາງ​ດ້ານ​ເຕັກ­ນິກ​ທີ່​ກ່ຽວ­ຂ້ອງ​ກັບ​ຂະ­ແໜງ­ການ​ຄ້າ (TRTA) ແລະ ເສີມ​ຂະ­ຫຍາຍ​ຄວາມ​ເຂົ້າ­ໃຈ ຄວາມ​ຮູ້ ແລະ ຄວາມສາ­ມາດ​ໃນ​ການ​ເຊື່ອມ​ສານ​ບົດ­ບາດ​ຍິງ​-​ຊາຍ​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ. ການ​ສົ່ງ­ເສີມ​ຄວາມ​ສະ­ເໝີ­ພາບ​ຍິງ​-​ຊາຍ ແມ່ນ​ຈຸດ­ປະ­ສົງ​ການ​ພັດ­ທະ­ນາ​ຫຼັກ​ຂອງ ສປປ ລາວ ໂດຍ​ສະເພາະ​ແມ່ນ​ການ​ຊຸກ­ຍູ້​ໃຫ້​ຊາຍ ແລະ ຍິງ​ມີ​ບົດ­ບາດ​ເທົ່າ​ທຽມ​ກັນ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ແລະ ການ​ບໍລິຫານ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ເຊີ່ງ​ໂຄງ­ການ​ກໍ່​ໄດ້​ເລັງ​ເຫັນ​ເຖີງຄວາມ​ສຳ​ຄັນ ແລະ ຮັບ​ຮູ້​ວ່າ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຕໍ່​ການ​ສົ່ງ­ເສີມ​ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ​-​ຊາຍ ແລະ ຄວາມ​ກ້າວ­ໜ້າ​ຂອງ​ແມ່​ຍິງ.

ໃນ​ລະ­ຫວ່າງ​ກ່າວ​ເປີດ, ທ່ານ ​ແສງ​ພະ­ນົມ​ຈອນ ອິນ​ທະ​ສານ ໄດ້​ເນັ້ນ​ໜັກ​ເຖີງ​ຄວາມ​ສຳ­ຄັນ​ໃນ​ການ​ເຊື່ອມ​ສານ​ຄວາມ​ສະເໝີ­ພາບຍິງ​-​ຊາຍ ແລະ ເປັນ​ສິ່ງ​ຈຳ­ເປັນ​ທີ່​ແມ່­ຍິງ​ຈະ​ຕ້ອງ​ໄດ້​ຮັບ​ໂອ­ກາດ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ​ຄົມ. ນອກ­ຈາກ​ນີ້, ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ປະ­ທານ​ຮ່ວມ​ໃນ​ກອງ​ປະ­ຊຸມ, ກໍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສໍາ​ຄັນ​ຂອງ​ຄວາມ​ເທົ່າ​ທຽມ​ລະ­ຫວ່າງ​ຍິງ​-​ຊາຍ ແລະ ການ​ເຊື່ອມ​ສານ​ວຽກ​ງານ​ບົດ­ບາດ​ຍິງ​-​ຊາຍ​ເຂົ້າ​ໃນ​ຂະ­ແໜງ­ການ​ຄ້າ ແລະ ການ​ພັດ​ທະ​ນາ.

ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ, ຜູ້​ເຂົ້າ​ຮ່ວມ​ໄດ້​ສົນ­ທະ­ນາ​ກ່ຽວ​ກັບ​ບົດ­ບາດ​ຍິງ​-​ຊາຍ, ວິ­ເຄາະ​ສິ່ງ​ທ້າ​ທາຍ ແລະ ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບ​ທາງ​ເພດ​ພາຍ​ໃຕ້​ໂຄງ­ການ LCT. ນອກ­ຈາກ​ນີ້, ຍັງ​ມີ​ກິດ​ຈະ​ກໍາ​ເສີມ​ສ້າງ​ຄວາມ​ສາ­ມັກ­ຄີ​ພາຍ​ໃນ​ອົງ​ກອນ ແລະ ກິດ­ຈະ­ກຳ​ທີ່​ສ້າງ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ບັນ­ຫາ​ຄວາມ​ບໍ່​ສະ­ເໝີ­ພາບ​ທາງ​ເພດ​ໃນ​ສັງ­ຄົມ ແລະ ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ເທົ່າ​ທ່ຽມ​ລະ­ຫວ່າງ​ເພດ​ຍິງ ແລະ ຊາຍ.

ເປົ້າ​ໝາຍ​ຫຼັກ​ຂອງ​ໂຄງ­ການ ເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ແມ່ນ​ເພື່ອ​ຫຼຸດ­ຜ່ອນ ແລະ ລົບ​ລ້າງ​ອຸ­ປະ­ສັກ​ທີ່​ມີ​ຕໍ່​ການ​ເຕີບ​ໃຫ່​ຍ​ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ ໂດຍ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ວິ­ຊາ​ການ ແລະ ງົບ­ປະ­ມານ ເພື່ອ​ປັບ­ປຸງ​ສະ­ພາບ​ແວ້​ດ​ລ້ອມ​ດ້ານ​ລະ­ບຽບ​ກົດ­ໝາຍ, ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຄ້າ­ຂາຍ ແລະ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ໜ່ວຍ​ທຸ­ລະ​ກິດ.

The post ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້​ວ່າ​ດ້ວຍການ​ເຊື່ອມ​ສານ​ ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ຈັດ​ໂດຍ ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ first appeared on Trade for Development - T4D.

]]>
ຮັບຮອງແຜນດຳເນີນງານ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 https://www.t4dlaos.org/lo/2022/11/15/%e0%ba%ae%e0%ba%b1%e0%ba%9a%e0%ba%ae%e0%ba%ad%e0%ba%87%e0%bb%81%e0%ba%9c%e0%ba%99%e0%ba%94%e0%ba%b3%e0%bb%80%e0%ba%99%e0%ba%b5%e0%ba%99%e0%ba%87%e0%ba%b2%e0%ba%99-%e0%ba%a7%e0%ba%bd%e0%ba%81%e0%ba%87/ Tue, 15 Nov 2022 07:21:30 +0000 http://www.t4dlaos.org/?p=3894 ໃນວັນທີ 09 ພະຈິກ 2022 ທີ່ ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ ກອງປະຊຸມ ຮັບຮອງຜົນການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ ວຽກອຳນວຍຄວາມສະດວກ ທາງດ້ານການຄ້າ ປີ 2017-2022 ແລະ ປຶກສາຫາລືແນວຄວາມຄິດໃນການສ້າງແຜນຍຸດທະສາດອັນໃໝ່ປີ 2023-2027. ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ກະຊວງ ອຄ ພ້ອມດ້ວຍແຂກທີ່ຮັບເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 35 ທ່ານ. ທ່ານ ມົວວິໄຊ ປາລີ ໄດ້ກ່າວໃນທີ່ປະຊຸມວ່າ ນັບແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກ ທາງດ້ານການຄ້າ Read more…

The post ຮັບຮອງແຜນດຳເນີນງານ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 first appeared on Trade for Development - T4D.

]]>
ໃນວັນທີ 09 ພະຈິກ 2022 ທີ່ ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ ກອງປະຊຸມ ຮັບຮອງຜົນການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ ວຽກອຳນວຍຄວາມສະດວກ ທາງດ້ານການຄ້າ ປີ 2017-2022 ແລະ ປຶກສາຫາລືແນວຄວາມຄິດໃນການສ້າງແຜນຍຸດທະສາດອັນໃໝ່ປີ 2023-2027. ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ກະຊວງ ອຄ ພ້ອມດ້ວຍແຂກທີ່ຮັບເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 35 ທ່ານ.

ທ່ານ ມົວວິໄຊ ປາລີ ໄດ້ກ່າວໃນທີ່ປະຊຸມວ່າ ນັບແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກ ທາງດ້ານການຄ້າ ໃນກອບອົງການການຄ້າໂລກ ຫຼື WTO-TFA ໃນວັນທີ 29 ກັນຍາ 2015 ແລະ ໄດ້ສໍາເລັດສ້າງແຜນດຳເນີນງານວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ 05 ປີ 2017-2022, ຊຶ່ງເປັນຂີດໝາຍສຳຄັນ ທີ່ສະແດງເຖິງເຈດຈຳນົງຂອງ ສປປ ລາວ ທີ່ຖືເອົາວາລະວຽກງານການອຳ ນວຍຄວາມສະດວກທາງດ້ານການຄ້າ ເປັນໜຶ່ງໃນວຽກບູລິມະສິດທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ແຜນດຳເນີນງານ 05 ປີ ວຽກອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ 2017-2022 (TF Road Map 2017-2022) ໄດ້ຮັບການປັບປຸງໃນປີ 2017 ຊຶ່ງອີງໃສ່ການທົບທວນຄືນຈາກ ແຜນຍຸດທະສາດວຽກອຳນວຍຄວາມສະດວກທາງດ້ານການຄ້າ (2011-2015), ຊຶ່ງ TF Road Map 2017-2022 ໄດ້ແນ່ໃສ່ການປັບປຸງຂັ້ນຂອດ ແລະ ລະບຽບການທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເພື່ອເຮັດໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກ ຄອງທ້ອງຖິ່ນຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ເພື່ອເຮັດໃຫ້ການຄ້າທີ່ເປັນການສົ່ງອອກສາມາດແຂ່ງຂັນໄດ້ ໂດຍຫຼຸດຜ່ອນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ແລະ ການຈັດ ຕັ້ງປະຕິບັດມາດຕະການອໍານວຍຄວາມສະດວກ ທາງດ້ານການຄ້າຕ່າງໆຢ່າງມີປະສິດທິຜົນ.

ກົມ ຂອ ໄດ້ຄົ້ນຄວ້າບັນດາຂໍ້ມູນທີ່ໄດ້ຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອຮ່າງເປັນບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດແຜນດໍາເນີນງານ ຊຶ່ງໂດຍລວມແລ້ວຂະແໜງການພາກລັດທີ່ກ່ຽວຂ້ອງ ໄດ້ສໍາເລັດໜ້າວຽກຫຼາຍອັນທີ່ພົ້ນເດັ່ນ, ແຕ່ຍັງມີບາງວຽກທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເນື່ອງຈາກບາງມາດຕະການໄດ້ຖືກປະຕິບັດຢ່າງເຕັມສ່ວນ, ໃນຂະນະທີ່ ອີກຫຼາຍມາດຕະການຍັງຢູ່ໃນຂັ້ນຕອນການດໍາເນີນງານທີ່ແຕກຕ່າງກັນ, ການປະຕິບັດງານດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນ ມີ ຂໍ້ຈໍາກັດໃນການເດີນທາງ ແລະ ຂໍ້ຫ້າມຕ່າງໆເນື່ອງຈາກການແຜ່ລະບາດຂອງພະຍາດຕິດຕໍ່ຫຼາຍກວ່າສອງປີ.

ເຖິງຢ່າງໃດກໍຕາມ, ໄດ້ມີບາງຂໍ້ແນະນໍາທີ່ສໍາຄັນສໍາລັບແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າໃນອະນາຄົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງເລຂາວຽກອໍານວຍຄວາມສະດວກທາງດ້ານການຄ້າ ໃນການຕິດຕາມຍຸດທະສາດ ວຽກອໍານວຍຄວາມສະດວກທາງດ້ານການຄ້າໃຫ້ມີປະສິດທິຜົນຂື້ນຕື່ມ ໂດຍໄດ້ສະເໜີໃຫ້ສ້າງໜ່ວຍງານ ອຳນວຍຄວາມສະດວກທາງດ້ານການຄ້າ (TF) ຢ່າງຕັ້ງໜ້າຢູ່ແຕ່ລະກົມ ເພື່ອໃຫ້ການປະຕິບັດ ແລະ ຕິດຕາມກວດກາການເຄື່ອນໄຫວ TF ຂັ້ນກົມຢ່າງມີປະສິດທິພາບຂື້ນຕື່ມ. ພ້ອມດຽວກັນ, ຈະໄດ້ມີການປຶກສາຫາລືແນວຄວາມຄິດເບື້ອງຕົ້ນ ໃນການສ້າງແຜນຍຸດທະສາດອັນໃໝ່ ປີ 2023-2027 ຊຶ່ງພວກເຮົາອາດຈະເອີ້ນວ່າ: “ແຜນຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ເນື່ອງຈາກລັດຖະບານ ໄດ້ຕົກລົງໃຫ້ໂຮມຄະນະກໍາມະການອໍານວຍຄວາມສະດວກທາງດ້ານ ການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຮັບຜິດຊອບ) ແລະ ຄະນະກໍາມະການຂົນສົ່ງ ແຫ່ງຊາດ (ກະຊວງ ຍທຂ ເປັນຜູ້ຮັບຜິດຊອບ) ເຂົ້າກັນເປັນຄະນະດຽວ.

ສະນັ້ນ, ຊື່ຍຸດທະສາດອັນໃໝ່ ຈະໄດ້ເພີ່ມຄໍາວ່າ “ການຂົນສົ່ງ” ເຂົ້ານໍາ ເພື່ອໃຫ້ເຊື່ອມໂຍງແຜນການພັດທະນາການຂົນສົ່ງທາງບົກ ແລະ ການຂົນສົ່ງຮອບດ້ານ ເຂົ້າກັບຍຸດທະສາດຂອງ TF ເພື່ອໃຫ້ເກີດຜົນປະໂຫຍດອັນສູງສຸດ. ສຳລັບຮ່າງຜົນການປະເມີນ TF Road Map 2017-2022 ແມ່ນຈະໄດ້ປຶກສາຫາລືກັບຂັ້ນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຮັບຮອງຕື່ມ.

The post ຮັບຮອງແຜນດຳເນີນງານ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 first appeared on Trade for Development - T4D.

]]>
ກອງປະຊຸມຕິດຕາມຄວາມຄືບໜ້າໂຄງການ ພາຍໃຕ້ EIF ຂອງຜູ້ໃຫ້ທຶນ, ທີ່ແຂວງອຸດົມໄຊ https://www.t4dlaos.org/lo/2022/10/11/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%95%e0%ba%b4%e0%ba%94%e0%ba%95%e0%ba%b2%e0%ba%a1%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%84%e0%ba%b7%e0%ba%9a%e0%bb%9c/ Tue, 11 Oct 2022 01:55:36 +0000 http://www.t4dlaos.org/?p=3873 ແຂວງອຸດົມໄຊ, ວັນທີ 6 ຕຸລາ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຕ້ອນຮັບການລົງພື້້ນທີ່ຕິດຕາມຄວາມຄືບໜ້າ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ທີ່ ແຂວງອຸດົມໄຊ. ກອງປະຊຸມປຶກສາຫາລືລະຫວ່າງຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ Read more…

The post ກອງປະຊຸມຕິດຕາມຄວາມຄືບໜ້າໂຄງການ ພາຍໃຕ້ EIF ຂອງຜູ້ໃຫ້ທຶນ, ທີ່ແຂວງອຸດົມໄຊ first appeared on Trade for Development - T4D.

]]>
ແຂວງອຸດົມໄຊ, ວັນທີ 6 ຕຸລາ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຕ້ອນຮັບການລົງພື້້ນທີ່ຕິດຕາມຄວາມຄືບໜ້າ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ທີ່ ແຂວງອຸດົມໄຊ.

ກອງປະຊຸມປຶກສາຫາລືລະຫວ່າງຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ ຈາກຄະນະຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ, ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກເອກະຊົນ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານສະພາບການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງດ້ານການຄ້າຢູ່ ສປປ ລາວ ໃຫ້ກັບຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ, ແລກປ່ຽນບົດຮຽນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ.

ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວຕ້ອນຮັບຄະນະຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ແລະ ເນັ້ນໜັກການນຳໃຊ້ການຊ່ວຍເຫຼືອຂອງ EIF ເຂົ້າໃນການສົ່ງເສີມການພັດທະນາທາງດ້ານການຄ້າ ແລະ ພາກທຸລະກິດ, ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ບຸລິມະສິດໃນພາຍພາກໜ້າ. ໂດຍສະເພາະແມ່ນ DTISs ທີ່ມີສ່ວນຊ່ວຍໃຫ້ບັນລຸ ການນຳໃຊ້ກົນໄກຄຸ້ມຄອງ ໂຄງການຊ່ວຍເຫຼືອ ທາງດ້ານການຄ້າ (NIFGS) ເທື່ອລະກ້າວ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການນຳໃຊ້ແຜນງານ ຄຸ້ມຄອງໂຄງການຊ່ວຍເຫຼືອທາງດ້ານການຄ້າ ເຂົ້າໃນການລະດົມທຶນຊ່ວຍເຫຼືອ ຈາກບັນດາຄູ່ຮ່ວມພັດທະນາ ໃນໄລຍະການແຜ່ລະບາດ ໂຄວິດ – 19.

ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF ໄດ້ເນັ້ນວ່າ ລາວເປັນປະເທດໜຶ່ງທີ່ມີຄວາມຄືບໜ້າໃນການພັດທະນາ ທາງດ້ານການຄ້າ ແລະ ເປັນແບບຢ່າງໃຫ້ກັບບັນດາປະເທດດ້ອຍພັດທະນາທັງ 26 ປະເທດທີ່ໄດ້ຮັບການຊ່ວຍເຫຼືອ. ໂຄງຮ່າງການຈັດຕັ້ງ ແລະ ລະບົບຄຸ້ມຄອງທີ່ມີປະສິດທິພາບ ໄດ້ສ້າງຜົນງານອັນດີເດັ່ນຫຼາຍຢ່າງໃນຊຸມປີຜ່ານມາ ເຊິ່ງໜຶ່ງໃນນັ້ນ ທີ່ສາມາດເຫັນໄດ້ຊັດເຈນກໍຄື ກົນໄກການຄຸ້ມຄອງ ແລະ ບໍລິຫານທຶນຊ່ວຍເຫຼືອໜຶ່ງດຽວ ທີ່ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2008. ລາວ ເປັນໜຶ່ງໃນປະເທດຕົວແບບ ໃນການປະຕິບັດ ໂຄງການຕັ້ງແຕ່ປີ 2010, ໂດຍການສ້າງຕັັ້ງໜ່ວຍງານຄຸ້ມຄອງ ແລະ ການສ້າງຂີດຄວາມສາມາດ. ການຈັດຕັ້ງປະຕິບັດໂຄງການຂອງ EIF ຕະຫຼອດໄລຍະທີ 1 ແລະ ໄລຍະ 2 ໄດ້ສ້າງຜົນງານອັນດີເດັ່ນໃນການເພີ່ມທະວີການຫັນເປັນການຄ້າ ແລະ ຂີດຄວາມສາມາດທີ່ຕິດພັນກັບວຽກງານການຄ້າ. ສປປ ລາວ ໄດ້ສະແດງຜົນງານ ໃນການຄຸ້ມຄອງ ແລະ ປະສານງານວຽກງານການຊ່ວຍເຫຼືອ ທາງດ້ານການຄ້າຜ່ານໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ, ທີ່ສ້າງຕັ້ງຂຶ້ນໂດຍການຊ່ວຍເຫຼືອຂອງ EIF. ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອເພີ່ມທະວີຄວາມເຂົ້າໃຈຂອງບັນດາຜູ້ໃຫ້ທຶນຂອງ EIF ກ່ຽວກັບວຽກງານຂອງໂຄງການຢູ່ບັນດາປະເທດທີ່ໄດ້ຮັບທຶນຊ່ວຍເຫຼືອ.

ກອງປະຊຸມຍັງໄດ້ສຸມໃສ່ປຶກສາຫາລືກ່ຽວກັບ ຍຸດທະສາດຄວາມຍືນຍົງຂອງໂຄງການ ແລະ ການມີສ່ວນຮ່ວມຂອງແມ່ຍິງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ຍຸດທະສາດຄວາມຍືນຍົງໄດ້ກຳນົດໄວ້ຕັ້ງແຕ່ໄລຍະການອອກແບບໂຄງການເພື່ອຮັບປະກັນຄວາມຕໍ່ເນື່ອງຂອງກິດຈະກໍາ ພາຍຫຼັງປິດໂຄງການ. ການນຳໃຊ້ອົງກອນທ້ອງຖິ່ນທີ່ມີຄວາມເຂັ້ມແຂງ ແລະ ການສ້າງສາຍພົວພັນຄູ່ຮ່ວມມືລະຫວ່າງທຸລະກິດ ແລະ ຜູ້ຜະລິດທີ່ດີ ຈະເປັນເຄື່ອງມືທີ່ສຳຄັນເພື່ອຮັບປະກັນການຮ່ວມມືໃນໄລຍະຍາວ. ການມີສ່ວນຮ່ວມຂອງແມ່ຍິງຈາກເຂດຫ່າງໄກຊອກຫຼີກ ຈະຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ.

ຮູບແບບການຈັດຕງປະຕິບັດໂຄງການດັ່ງກ່າວໄດ້ມີການເຜີຍແຜ່ໄປຍັງຫຼາຍໆບໍລິສັດ ແລະ ພາກສ່ວນເອກະຊົນໃນຂົງເຂດອື່ນໆ ສັງເກດເຫັນຈາກຈໍານວນຜູ້ທີ່ຕ້ອງເຂົ້າຮ່ວມໂຄງການເພີ່ມຂຶ້ນ ແລະ ຄາດວ່າຈະຂະຫຍາຍໃນວົງກວ້າງ.

ຜ່ານການແລກປ່ຽນປະສົບການຢ່າງຕັ້ງໜ້າຂອງບັນດາຜູ້ເຂົ້າຮ່ວມ, ບັນດາຂໍ້ສະເໜີແນະ, ບົດຮຽນ ແລະ ບຸລິມະສິດໄດ້ຮັບການຍົກອອກມາເພື່ອປຶກສາຫາລືເປັນຂໍ້ມູນໃນການປະຕິບັດໂຄງການຊ່ວຍເຫຼືອທາງດ້ານການຄ້າ ໃນຕໍ່ໜ້າ.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ທຸກພາກສ່ວນ ຊ່ວຍກັນຊອກຫາແຫຼ່ງທຶນ ເພື່ອມາສືບຕໍ່ຊ່ວຍເຫຼືອທັງ 3 ແຂວງ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມຕິດຕາມຄວາມຄືບໜ້າໂຄງການ ພາຍໃຕ້ EIF ຂອງຜູ້ໃຫ້ທຶນ, ທີ່ແຂວງອຸດົມໄຊ first appeared on Trade for Development - T4D.

]]>
ການຝຶກອົບຮົມ ການແກ້ໄຂຄະດີ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໃຫ້ແກ່ຜູ້ພິພາກສາ https://www.t4dlaos.org/lo/2022/09/27/%e0%ba%81%e0%ba%b2%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1-%e0%ba%81%e0%ba%b2%e0%ba%99%e0%bb%81%e0%ba%81%e0%bb%89%e0%bb%84%e0%ba%82%e0%ba%84%e0%ba%b0/ Tue, 27 Sep 2022 02:47:36 +0000 https://www.t4dlaos.org/?p=3865 ໃນວັນທີ 26-28 ກັນຍາ 2022, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໄດ້ຈັດຝຶກອົບຮົມກ່ຽວກັບການແກ້ໄຂຄະດີ ການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 41 ທ່ານ, ໃນນັ້ນປະກອບມີຜູ້ພິພາກສາ ຈາກສານປະຊາຊົນສູງສຸດ, ຄະນະສານການຂອງສານປະຊາຊົນພາກກກາງ ແລະຄະນະສານການຄ້າຂອງສານປະຊາຊົນນະຄອນຫຼວງວຽຈັນ ແລະ ແຂກຮັບເຊີນ ຈາກກົມສົ່ງເສີມການລົງທຶນ ກະຊວງແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກົດໝາຍ ກະຊວງຍຸຕິທໍາ ແລະ ຜູ້ຄວບຄຸມຊັບສິນຈໍານວນໜຶ່ງ ທີ່ມາຈາກສາຂາອາຊີບນັກບໍລິຫານທຸລະກິດ, ນັກບັນຊີ Read more…

The post ການຝຶກອົບຮົມ ການແກ້ໄຂຄະດີ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໃຫ້ແກ່ຜູ້ພິພາກສາ first appeared on Trade for Development - T4D.

]]>
ໃນວັນທີ 26-28 ກັນຍາ 2022, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໄດ້ຈັດຝຶກອົບຮົມກ່ຽວກັບການແກ້ໄຂຄະດີ ການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 41 ທ່ານ, ໃນນັ້ນປະກອບມີຜູ້ພິພາກສາ ຈາກສານປະຊາຊົນສູງສຸດ, ຄະນະສານການຂອງສານປະຊາຊົນພາກກກາງ ແລະຄະນະສານການຄ້າຂອງສານປະຊາຊົນນະຄອນຫຼວງວຽຈັນ ແລະ ແຂກຮັບເຊີນ ຈາກກົມສົ່ງເສີມການລົງທຶນ ກະຊວງແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກົດໝາຍ ກະຊວງຍຸຕິທໍາ ແລະ ຜູ້ຄວບຄຸມຊັບສິນຈໍານວນໜຶ່ງ ທີ່ມາຈາກສາຂາອາຊີບນັກບໍລິຫານທຸລະກິດ, ນັກບັນຊີ ແລະ ນັກກົດໝາຍ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດໝາຍດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ.

ຈຸດປະສົງຂອງກອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອແນໃສ່ (1) ສ້າງຜູ້ພິພາກສາໃນການດຳເນີນຄະດີການລົ້ມລະລາຍຂອງວິສາຫະກິດ; (2) ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ສະບັບປັບປຸງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ; (3) ເພື່ອຖອດຖອນບົດຮຽນ ແລະ ປະສົບການປະສົບການຂອງສາກົນ ໃນການແກ້ໄຂບັນຫາລົ້ມລະລາຍຂອງວິສາຫະກິດຈາກຊຽວຊານຕ່າງປະເທດ. ທັງໝົດນີ້ ກໍແມ່ນເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ ພາຍໃຕ້ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ, ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018.

ໃນລະຫວ່າງການຝຶກອົບຮົມ, ນັກຝຶກອົບຮົມ ແມ່ນໄດ້ຮັບຟັງການນຳສະເໜີກ່ຽວກັບເນື້ອໃນສຳຄັນຂອງການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ພາລະບົດບາດຂອງຜູ້ພິພາກສາ ແລະ ຂັ້ນຕອນໃນການດຳເນີນຄະດີການຟື້ນຟູ ແລະ ການລົ້ມລາຍຂອງວິສາຫະກິດ ພາຍໃຕ້ກົດໝາຍສະບັບປັບປຸງດັ່ງກ່າວ. ພ້ອມດຽວກັນນັ້ນ ນັກຝຶກອົບຮົມ ຍັງໄດ້ຮັບຟັງ ບົດຮຽນ ແລະ ປະສົບການຂອງສາກົນ ໃນດຳເນີນຄະດີການລົ້ມລະລາຍຂອງວິສາຫະກິດຈາກຊ່ຽວຊານຕ່າງປະເທດ. ໃນກອງປະຊຸມ, ນັກຝຶກອົບຮົມ ກໍໄດ້ມີການຖາມ-ຕອບ ແລະ ແລກປ່ຽນບົດຮຽນກ່ຽວກັບດຳເນີນຄະດີການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໂດຍສະເພາະແມ່ນການສຶກສາຄົ້ນຄວ້າບັນດາກໍລະນີສຶກສາຮ່ວມກັນອີກດ້ວຍ ຊຶ່ງເຕັມໄປດ້ວຍບັນຍາກາດອັນດີ ແລະ ກົງໄປກົງມາ.

ໃນຕອນທ້າຍຂອງການຝຶກອົບຮົມ, ທ່ານປະທານ ໄດ້ເໜັ້ນໜັກໃຫ້ ນັກຝຶກອົບຮົມ ນຳເອົາເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດ ສະບັບປັບປຸງ ແລະ ບົດຮຽນທີ່ໄດ້ຈາກປະສົບການທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປສືບຕໍ່ສຶກສາຄົ້ນຄວ້າ ແລະ ພັດທະນາ ຄວາມຮູ້ຄວາມສາມາດຂອງຕົນເອງ ເພື່ອໃຫ້ສາມາດກາຍເປັນ ຜູ້ພິພາກສາດຳເນີນຄະດີການລົ້ມລະລາຍ ຂອງວິສາຫະກິດທີ່ມີຄຸນນະພາບ. ພ້ອມນັ້ນທ່ານປະທານຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມ ຈົ່ງເອົາໃຈໃສ່ໃນການດໍາເນີນຄະດີ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ຈັນຍາບັນ – ຈັນຍາທໍາ ຂອງຜູ້ພິພາກສາ.

ການຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍ ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ, ລັດຖະບານ ອາເມຣິກາ ແລະ ທະນາຄານໂລກ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

The post ການຝຶກອົບຮົມ ການແກ້ໄຂຄະດີ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໃຫ້ແກ່ຜູ້ພິພາກສາ first appeared on Trade for Development - T4D.

]]>
ກອງທຸລະກິດແຂວງຫຼວງນ້ຳທາ https://www.t4dlaos.org/lo/2022/09/18/%e0%ba%81%e0%ba%ad%e0%ba%87%e0%ba%97%e0%ba%b8%e0%ba%a5%e0%ba%b0%e0%ba%81%e0%ba%b4%e0%ba%94%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%ab%e0%ba%bc%e0%ba%a7%e0%ba%87%e0%ba%99%e0%bb%89%e0%ba%b3%e0%ba%97/ Sun, 18 Sep 2022 01:36:27 +0000 http://www.t4dlaos.org/?p=3849 ແຂວງຫຼວງນ້ຳທາ, ວັນທີ 13 ກັນຍາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ໂດຍການສົມທົບກັບສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມທຸລະກິດແຂວງຫຼວງນ້ຳທາ ຢູ່ທີ່ ຫ້ອງປະຊຸມສະໂມສອນ ແຂວງ, ພາຍໃຕ້ການສະໜັບສະໜູນ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL). ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂອງ ແລະ ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 50 ທ່ານ.ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທັງຂໍທິດຊີ້ນຳການແກ້ໄຂບັນດາບັນຫາບູລິມິສິດຂອງແຂວງຫຼວງນ້ຳທາ ຕໍ່ Read more…

The post ກອງທຸລະກິດແຂວງຫຼວງນ້ຳທາ first appeared on Trade for Development - T4D.

]]>
ແຂວງຫຼວງນ້ຳທາ, ວັນທີ 13 ກັນຍາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ໂດຍການສົມທົບກັບສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມທຸລະກິດແຂວງຫຼວງນ້ຳທາ ຢູ່ທີ່ ຫ້ອງປະຊຸມສະໂມສອນ ແຂວງ, ພາຍໃຕ້ການສະໜັບສະໜູນ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL).

ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂອງ ແລະ ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທັງຂໍທິດຊີ້ນຳການແກ້ໄຂບັນດາບັນຫາບູລິມິສິດຂອງແຂວງຫຼວງນ້ຳທາ ຕໍ່ ຄະນະນຳແຂວງ ແລະ ຄະນະນຳ ກະຊວງອຸດສາຫະກຳ ແລະ ການຄ້າ.

ໃນກອງປະຊຸມທຸລະກິດແຂວງຫຼວງນ້ຳທາ ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວເປີດກອງປະຊຸມກ່ຽວກັບ ການປັບປຸງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພື່ອສົ່ງເສີມການປະກອບການ ແລະ ດຳເນີນທຸລະກິດຂອງພາກເອກະຊົນໂດຍການຫັນປ່ຽນການໃຫ້ບໍລິການຂອງພາກລັດ ຈາກ “ຜູ້ຄຸ້ມຄອງທຸລະກິດ ມາເປັນຜູ້ອຳນວຍຄວາມສະດວກ” ເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ກ່າວເຖິງຄວາມສຳຄັນ ຂອງຂະບວກການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ຈະສາມາດຊ່ວຍ ໃຫ້ແຂວງ ມີສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ, ເຊິ່ງຈະຊ່ວຍສົ່ງເສີມໃຫ້ມີການລົງທຶນເພີ່ມຂຶ້ນໃສ່ຂົງເຂດທຸລະກິດທີ່ບໍ່ເອື່ອຍອີງໃສ່ຊັບພະຍາກອນທໍາມະຊາດ ແລະ ສົ່ງເສີມໃຫ້ພື້ນຖານຂອງເສດຖະກິດຂອງແຂວງມີຄວາມຫຼາກຫຼາຍກ່ວາເກົ່າ.

ທ່ານ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍໄດ້ກ່າວຊົມເຊີຍ ແຂວງຫຼວງນ້ຳທາ ທີ່ໄດ້ຈັດກອງປະຊຸມທຸລະກິດນີ້ຂຶ້ນ ເພື່ອແກ້ໄຂບັນຫາບູລິມະສິດໃຫ້ແກ່ພາກທຸລະກິດຂອງແຂວງ ໃນສະພາບການທີ່ບໍ່ແນ່ນອນ ແລະ ການເໜັງຕີງຂອງສະພາບເສດຖະກິດມະຫາພາກ. ທ່ານເຊື່ອໝັ້ນວ່າ ກອງປະຊຸມໃນຄັ້ງນີ້ຈະຫັນເປັນກົນໄກທີ່ມີປະສິດທິຜົນໃນການແກ້ໄຂບັນຫາທີ່ກະທົບເຖິງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງຂະບວນການປຶກສາຫາລື ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 2 ປີຜ່ານມາ ແລະ ສະແດງໃຫ້ເຫັນການສະໜັບສະໜູນຢ່າງກວ້າງຂວາງຕໍ່ກັບ ການປຶກສາຫາລື ພາຍໃຕ້ກອງທຸລະກິດຂັ້ນແຂວງ ໃນການກຳນົດ ແລະ ແກ້ໄຂບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ພາກທຸລະກິດຢູ່ທ້ອງຖິ່ນ. ນອກຈາກນີ້, ພາກທຸລະກິດຍັງໄດ້ຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງແຂວງ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ເອົາໃຈໃສ່ ໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເພື່ອສົ່ງເສີມການລົງທຶນຂອງເອກະຊົນ.

ນັບແຕ່ ການລິເລີ່ມຂະບວນການປຶກສາຫາລື ພາຍໃຕ້ ກອງປະຊຸມທຸລະກິດແຂວງຫຼວງນ້ຳທາ, ພາກທຸລະກິດ ແລະ ບັນດາອົງການພາກລັດທີ່ກ່ຽວຂ້ອງ ໄດ້ລະບຸ 12 ບັນຫາບູລິມະສິດເພື່ອປຶກສາຫາລື ໃນຂົງເຂດການດຳເນີນທຸລະກິດ, ການອຳນວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງການບໍລິການດ້ານການເງິນ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ, ທຸລະກິດກະສິກຳ, ເຮັດໃຫ້ມີການແກ້ໄຂ 06 ບັນຫາ ແລະ ບັນຫາທີ່ຍັງຄົງຄ້າງກໍມີຄວາມກ້າວໜ້າໃນການແກ້ໄຂ.
ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີ ໄດ້ກ່າວປິດກອງປະຊຸມ ໂດຍຕາງໜ້າໃຫ້ຄະນະນຳ ກະຊວງ ອຄ ໄດ້ໃຫ້ທິດຊີ້ນຳຕໍ່ພາກລັດທີ່ກ່ຽວຂ້ອງ ເພື່ອຊ່ວຍແກ້ໄຂບັນຫາຂອງພາກທຸລະກິດທີ່ພົບພໍ້ ໃຫ້ໄດ້ໂດຍໄວ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງທຸລະກິດແຂວງຫຼວງນ້ຳທາ first appeared on Trade for Development - T4D.

]]>