ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້​ວ່າ​ດ້ວຍການ​ເຊື່ອມ​ສານ​ ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ຈັດ​ໂດຍ ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ

Published by NIU on

ວັນ​ທີ 10-11 ພະ­ຈິກ 2022 ທີ່​ໂຮງ­ແຮມ ລາວ​ພ​ລາ­ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ, ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ໄດ້​ຈັດ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້ ວ່າ​ດ້ວຍ​ການ​ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ກອງ​ປະ­ຊຸມແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ ໂຄງ­ການເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ທີ່​ໃຫ້​ທຶນ​ໂດຍ​ທະ­ນາ­ຄານ​ໂລກ, ລັດ­ຖະ­ບານ ອົດ​ສະ​ຕາ​ລີ, ລັດ­ຖະ­ບານ ໄອ​ແລນ, ແລະ ລັດ­ຖະ­ບານ ອາ​ເມ​ຣິ​ກາ.

ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ໃຫ້​ກຽດ​ເປັນ​ປະ­ທານ​ຮ່ວມ​ໂດຍ​ທ່ານ ແສງ​ພະ­ນົມ​ຈອນ ອິນ​ທະ​ສານ, ຮອງ​ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ແລະ ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ, ກະ­ຊວງ​ອຸດ​ສະ​ຫະ​ກໍາ ແລະ ການ​ຄ້າ ເຊີ່ງ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ບັນ­ດາ​ຜູ້​ປະ­ສານ​ງານ​ວຽກ​ງານ​ບົດ­ບາດ​ຍິງ​-​ຊາຍ​ຈາກ​ພາກ­ສ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ (IAs), ຕາງ­ໜ້າ​ຈາກ​ທຸກ​ກົມ​ໃນ​ກະ­ຊວງ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ ແລະ ພະ­ນັກ­ງານ​ຈາກ​ພະ​ແນ​ກ​ຄຸ້ມ​ຄອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຊ່ວຍ­ເຫຼືອ​ຂອງ​ຕ່າງ­ປະ­ເທດ (NIU) ລວມ​ທັງ​ໝົດ 34 ທ່ານ. ຜູ້​ດຳ­ເນີນ​ການ​ຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ມາ​ຈາກTAKSA, ສູນ​ຝຶກ​ອົບ­ຮົມ​ທີ່​ມີ​ປະ­ສົບ​ການ ແລະ ຊ່ຽວ­ຊານ​ດ້ານ​ການ​ເສີມ​ສ້າງ ແລະ ເຊື່ອມ​ສານ​ບົດ­ບາດ​ຍິງ​-​ຊາຍ.

ຈຸດ­ປະ­ສົງ​ຫຼັກ​ຂອງ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ຄັ້ງ​ນີ້​ແມ່ນ​ເພື່ອ ສົ່ງ­ເສີມ​ການ​ເຊື່ອມ​ສານ​ດ້ານ​ບົດ­ບາດ​ຍິງ​-​ຊາຍ​ຢ່າງ​ມີ​ປະ­ສິດ​ທິ​ຜົນ​ພາຍ​ໃຕ້​ໂຄງ­ການ LCT ແລະ ໂຄງ­ການ​ຕ່າງໆ​ທີ່​ຊ່ວຍ­ເຫຼືອ​ທາງ​ດ້ານ​ເຕັກ­ນິກ​ທີ່​ກ່ຽວ­ຂ້ອງ​ກັບ​ຂະ­ແໜງ­ການ​ຄ້າ (TRTA) ແລະ ເສີມ​ຂະ­ຫຍາຍ​ຄວາມ​ເຂົ້າ­ໃຈ ຄວາມ​ຮູ້ ແລະ ຄວາມສາ­ມາດ​ໃນ​ການ​ເຊື່ອມ​ສານ​ບົດ­ບາດ​ຍິງ​-​ຊາຍ​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ. ການ​ສົ່ງ­ເສີມ​ຄວາມ​ສະ­ເໝີ­ພາບ​ຍິງ​-​ຊາຍ ແມ່ນ​ຈຸດ­ປະ­ສົງ​ການ​ພັດ­ທະ­ນາ​ຫຼັກ​ຂອງ ສປປ ລາວ ໂດຍ​ສະເພາະ​ແມ່ນ​ການ​ຊຸກ­ຍູ້​ໃຫ້​ຊາຍ ແລະ ຍິງ​ມີ​ບົດ­ບາດ​ເທົ່າ​ທຽມ​ກັນ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ແລະ ການ​ບໍລິຫານ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ເຊີ່ງ​ໂຄງ­ການ​ກໍ່​ໄດ້​ເລັງ​ເຫັນ​ເຖີງຄວາມ​ສຳ​ຄັນ ແລະ ຮັບ​ຮູ້​ວ່າ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຕໍ່​ການ​ສົ່ງ­ເສີມ​ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ​-​ຊາຍ ແລະ ຄວາມ​ກ້າວ­ໜ້າ​ຂອງ​ແມ່​ຍິງ.

ໃນ​ລະ­ຫວ່າງ​ກ່າວ​ເປີດ, ທ່ານ ​ແສງ​ພະ­ນົມ​ຈອນ ອິນ​ທະ​ສານ ໄດ້​ເນັ້ນ​ໜັກ​ເຖີງ​ຄວາມ​ສຳ­ຄັນ​ໃນ​ການ​ເຊື່ອມ​ສານ​ຄວາມ​ສະເໝີ­ພາບຍິງ​-​ຊາຍ ແລະ ເປັນ​ສິ່ງ​ຈຳ­ເປັນ​ທີ່​ແມ່­ຍິງ​ຈະ​ຕ້ອງ​ໄດ້​ຮັບ​ໂອ­ກາດ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ​ຄົມ. ນອກ­ຈາກ​ນີ້, ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ປະ­ທານ​ຮ່ວມ​ໃນ​ກອງ​ປະ­ຊຸມ, ກໍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສໍາ​ຄັນ​ຂອງ​ຄວາມ​ເທົ່າ​ທຽມ​ລະ­ຫວ່າງ​ຍິງ​-​ຊາຍ ແລະ ການ​ເຊື່ອມ​ສານ​ວຽກ​ງານ​ບົດ­ບາດ​ຍິງ​-​ຊາຍ​ເຂົ້າ​ໃນ​ຂະ­ແໜງ­ການ​ຄ້າ ແລະ ການ​ພັດ​ທະ​ນາ.

ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ, ຜູ້​ເຂົ້າ​ຮ່ວມ​ໄດ້​ສົນ­ທະ­ນາ​ກ່ຽວ​ກັບ​ບົດ­ບາດ​ຍິງ​-​ຊາຍ, ວິ­ເຄາະ​ສິ່ງ​ທ້າ​ທາຍ ແລະ ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບ​ທາງ​ເພດ​ພາຍ​ໃຕ້​ໂຄງ­ການ LCT. ນອກ­ຈາກ​ນີ້, ຍັງ​ມີ​ກິດ​ຈະ​ກໍາ​ເສີມ​ສ້າງ​ຄວາມ​ສາ­ມັກ­ຄີ​ພາຍ​ໃນ​ອົງ​ກອນ ແລະ ກິດ­ຈະ­ກຳ​ທີ່​ສ້າງ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ບັນ­ຫາ​ຄວາມ​ບໍ່​ສະ­ເໝີ­ພາບ​ທາງ​ເພດ​ໃນ​ສັງ­ຄົມ ແລະ ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ເທົ່າ​ທ່ຽມ​ລະ­ຫວ່າງ​ເພດ​ຍິງ ແລະ ຊາຍ.

ເປົ້າ​ໝາຍ​ຫຼັກ​ຂອງ​ໂຄງ­ການ ເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ແມ່ນ​ເພື່ອ​ຫຼຸດ­ຜ່ອນ ແລະ ລົບ​ລ້າງ​ອຸ­ປະ­ສັກ​ທີ່​ມີ​ຕໍ່​ການ​ເຕີບ​ໃຫ່​ຍ​ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ ໂດຍ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ວິ­ຊາ​ການ ແລະ ງົບ­ປະ­ມານ ເພື່ອ​ປັບ­ປຸງ​ສະ­ພາບ​ແວ້​ດ​ລ້ອມ​ດ້ານ​ລະ­ບຽບ​ກົດ­ໝາຍ, ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຄ້າ­ຂາຍ ແລະ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ໜ່ວຍ​ທຸ­ລະ​ກິດ.

Follow by Email
Share