ພາກລັດ ແລະ ພາກເອກະຊົນ ຮ່ວມກັບບັນດາ ຄູ່ຮ່ວມພັດທະນາ ທົບທວນຄືນ ບັນດາຄວາມຄືບໜ້າ ການປັບປຸງສະພາບແວດລ້ອມ ດຳເນີນທຸລະກິດໃນປະເທດ

ກອງປະຊຸມກາງສະໄໝ ຂອງຂະແໜງການຄ້າ ແລະ ພາກເອກະຊົນຄັ້ງທີ 14 ເຊິ່ງເປັນເວທີສົນທະນາອັນສຳຄັນ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂື້ນທີ ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງ ວຽງຈັນ ວັນທີ 06 ມິຖຸນາ 2019. ກອງປະຊຸມ ໄດ້ປຶກສາຫາລື ຫຼາຍບັນຫາທີສຳຄັນເບື້ອງຕົ້ນ ສຳລັບປັບປຸງສະພາບແວດລ້ອມ ການດຳເນີນ ທຸລະກິດທີເອື້ອອຳນວຍ ສຳລັບການກໍ່ຕັ້ງທຸລະກິດ ໃນ ສປປ ລາວ ລວມມີ ຂະບວນການໃນການປັບປຸງ ບັນດານິຕິກຳໃນຂົງເຂດສຳຄັນ ທີໄດ້ກຳນົດໄວ້ໃນບົດລາຍງານ ການສ້າງຕັ້ງທຸລະກິດຂອງທະນາຄານໂລກ, ການຈັດຕັ້ງປະຕິບັດກົດໝາຍສົ່ງເສີມການລົງທຶນ, ການສ້າງລະບົບແຈ້ງພາສີປະຕູດຽວ (National Single Window) ເພື່ອອຳນວຍຄວາມສະດວກການຄ້າ ຂ້າມຊາຍແດນ ລວມທັງຄວາມຄືບໜ້າ ຂອງການແກ້ໄຂບັນດາຂໍ້ຫຍຸ້ງຍາກ ຂອງພາກເອກະຊົນ ທີ່ໄດ້ນຳສະເໜີໄວ້ໃນກອງປະຊຸມທຸລະກິດລາວທີຜ່ານມາ. ກອງປະຊຸມ ໄດ້ຮັບການເປັນປະທານຮ່ວມໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ Read more…

Follow by Email
Share