ພາກລັດ ແລະ ພາກເອກະຊົນ ຮ່ວມກັບບັນດາ ຄູ່ຮ່ວມພັດທະນາ ທົບທວນຄືນ ບັນດາຄວາມຄືບໜ້າ ການປັບປຸງສະພາບແວດລ້ອມ ດຳເນີນທຸລະກິດໃນປະເທດ

Published by NIU on

ກອງປະຊຸມກາງສະໄໝ ຂອງຂະແໜງການຄ້າ ແລະ ພາກເອກະຊົນຄັ້ງທີ 14 ເຊິ່ງເປັນເວທີສົນທະນາອັນສຳຄັນ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂື້ນທີ ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງ ວຽງຈັນ ວັນທີ 06 ມິຖຸນາ 2019.

ກອງປະຊຸມ ໄດ້ປຶກສາຫາລື ຫຼາຍບັນຫາທີສຳຄັນເບື້ອງຕົ້ນ ສຳລັບປັບປຸງສະພາບແວດລ້ອມ ການດຳເນີນ ທຸລະກິດທີເອື້ອອຳນວຍ ສຳລັບການກໍ່ຕັ້ງທຸລະກິດ ໃນ ສປປ ລາວ ລວມມີ ຂະບວນການໃນການປັບປຸງ ບັນດານິຕິກຳໃນຂົງເຂດສຳຄັນ ທີໄດ້ກຳນົດໄວ້ໃນບົດລາຍງານ ການສ້າງຕັ້ງທຸລະກິດຂອງທະນາຄານໂລກ, ການຈັດຕັ້ງປະຕິບັດກົດໝາຍສົ່ງເສີມການລົງທຶນ, ການສ້າງລະບົບແຈ້ງພາສີປະຕູດຽວ (National Single Window) ເພື່ອອຳນວຍຄວາມສະດວກການຄ້າ ຂ້າມຊາຍແດນ ລວມທັງຄວາມຄືບໜ້າ ຂອງການແກ້ໄຂບັນດາຂໍ້ຫຍຸ້ງຍາກ ຂອງພາກເອກະຊົນ ທີ່ໄດ້ນຳສະເໜີໄວ້ໃນກອງປະຊຸມທຸລະກິດລາວທີຜ່ານມາ.

ກອງປະຊຸມ ໄດ້ຮັບການເປັນປະທານຮ່ວມໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ Leo Faber ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈຳ ສປປ ລາວ ແລະ ທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈຳນວນ 100 ກ່ວາຄົນ ຈາກບັນດາກະຊວງທີກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

ໃນທີ່ປະຊຸມ ທ່ານ ສີລິສຳພັນ ວໍລະຈິດ ໄດ້ເນັ້ນໃຫ້ເຫັນວ່າ “ພວກເຮົາທຸກຄົນໄດ້ເອກະພາບກັນວ່າ ບັນດານະໂຍບາຍ ແລະ ບັນດາກິດຈະກຳຂອງພາກລັດໄດ້ມີບົດບາດສຳຄັນ ໃນການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ. ໃນຄະນະດຽວກັນ ພາກລັດ ກໍຍັງມີຂໍ້ຈຳກັດໃນຫຼາຍ ຂະແໜງການ ເປັນຕົ້ນ ບັນຫາດ້ານພູມມີປະເທດທີ່ບໍເອື້ອອຳນວຍ ເຊິ່ງສາມາດສົ່ງຜົນຕໍ່ກັບສິດທິ ໃນການຄອບຄອງຊັບສິນ,ການກຳນົດກົດລະບຽບ ແລະ ພາສີອາກອນ, ການຕອບສະໜອງພື້ນຖານໂຄງລ່າງ, ລະບົບການເງິນ ແລະ ຕະຫຼາດແຮງງານ ແລະ ພາບພົດໂດຍລວມຂອງລັດຖະບານ”.

ທ່ານ ສີລິສຳພັນ ວໍຣະຈິດ ຍັງໄດ້ກ່າວອີກວ່າ “ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ທຸລະກິດ ໃນກົນໄກເສດຖະກິດຕະຫຼາດ ໄດ້ມີການຂະຫຍາຍຕົວຫຼາຍສັດຕະວັດມາແລ້ວ. ບັນດາກົດໝາຍ ແລະ ລະບຽບການຕ່າງໆ ກໍ່ໄດ້ມີການສ້າງຂື້ນຢ່າງຕໍ່ເນື່ອງ ແນໃສ່ຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ໄດ້ພັດທະນາເພື່ອແທດເໝາະກັບການປ່ຽນແປງຂອງສະພາບຕົວຈິງ ແລະ ປະສົບການຈັດຕັ້ງປະຕິບັດ ຕົວຈິງຢູ່ເລື້ອຍໆ. ສປປ ລາວ ໄດ້ມີການສ້າງສະພາບແວດລ້ອມທີເອື້ອອຳນວຍ ແກ່ການພັດທະນາທຸລະກິດ ທີອີງໃສ່ຕະຫຼາດ ມາໄດ້ປະມານສອງທົດສະວັດ. ເພາະສະນັ້ນ ມັນຈິ່ງຍັງມີຫຼາຍຢ່າງທີ່ຍັງບໍທັນສອດຄ່ອງ ແລະ ການຈັດຕັ້ງປະຕິບັດ ກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍຂອງພວກເຮົາໃນຕອນນີ້ ກໍຄືການແກ້ໄຂບັນດາບັນຫາທີກ່າວມາຂ້າງເທິງນີ້.”

ໃນບົດກ່າວເປີດຂອງທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ອົດສະຕາລີ ປະຈຳ ສປປ ລາວ ໃນຖານະເປັນຕົວແທນໃຫ້ປະທານຮ່ວມ ທ່ານໄດ້ກ່າວວ່າ “ອົດສະຕາລີ ແລະ ສະຫະພາບເອີລົບ ກໍຄືບັນດາຄູ່ຮ່ວມພັດທະນາອື່ນໆ ໄດ້ຢືນຢັນວ່າຈະໃຫ້ການສະໜັບສະໜູນກັບຄຳສັ່ງ ເລກທີ 02 ຂອງທ່ານນາຍົກລັດຖະມົນຕີຂອງລາວ ເພື່ອແນໃສ່ສົ່ງເສີມການປັບປຸງສະພາບແວດລ້ອມ ໃນການດຳເນີນ ທຸລະກິດ ແລະ ດຶງດູດການລົງທຶນທີ່ມີປະສິດທິພາບ ເຊິ່ງຈະຊ່ວຍໃນການສ້າງ ວຽກເຮັດງານທຳໃຫ້ປະຊາຊົນລາວ, ການຖ່າຍໂອນຄວາມຮູ້ຄວາມສາມາດ ເພື່ອຫຼຸດຜ່ອນຄວາມທຸກຍາກ”.

ທ່ານ Carrasco ເນັ້ນເຖິງຄວາມສຳຄັນຂອງການສົນທະນາ ພາຍໃຕ້ໜ່ວຍງານຂອງຂະແໜງການຄ້າ ແລະ ພາກເອກະຊົນ, ທ່ານທູດໄດ້ກ່າວອີກວ່າ ກອງປະຊຸມຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນໃນມື້ນີ້ ໄດ້ເປັນກາລະໂອກາດອັນດີສຳລັບການປຶກສາຫາລືທາງດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ພາກເອກະຊົນ ແລະ ທັງເປັນເວທີ ສຳລັບນຳສະເໜີບັນຫາທີ່ແກ້ໄຂໄດ້ແລ້ວ ແລະ ພ້ອມກັນກຳນົດຂົງເຂດທີ່ເປັນບູລິມະສິດ ສຳລັບຄວາມຕ້ອງການ ໃນການຊ່ວຍເຫຼືອຈາກພວກເຮົາ ແລະ ປັບປຸງແນວຄວາມຄິດລິເລີ່ມໃນອະນາຄົດ.

ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງມື້ ໂດຍມີການປຶກສາຫາລືກັນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ກັບບັນສິ່ງທ້າທາຍທີ່ສຳຄັນ ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປັບປຸງບັນດາຂໍ້ລິເລີ່ມ ທຸກບັນຫາທີ່ກ່າວມານັ້ນ ແລະ ຍົກໃຫ້ເຫັນມາດຕະການສະເພາະເພື່ອສາມາດບັນລຸໄດ້ໝາກຜົນທີ່ເພິ່ງພໍໃຈ ໃນການດຳເນີນທຸລະກິດພາຍໃນປະເທດ.

ໃນບົດກ່າວປິດ ຂອງທ່ານ Leo  Faber, ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈຳ ສປປ ລາວ ທ່ານໄດ້ຮຽກຮ້ອງໃຫ້ກອງປະຊຸມຈົ່ງໄດ້ພ້ອມກັນເປັນເອກະພາບນການກຳນົດບັນດາມາດຕະການທີ່ແນ່ນອນ ເພື່ອສາມາດຊ່ວຍໃນການສົ່ງເສີມການປັບປຸງຂົງເຂດສະເພາະທີ່ໄດ້ປຶກສາຫາລື ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ສ້າງຄວາມງ່າຍດາຍໃຫ້ກັບການສົ່ງອອກ ແລະ ນຳເຂົ້າຜະລິດຕະພັນກະສິກຳ ພ້ອມທັງແກ້ໄຂບັນດາສິ່ງກີດຂວາງທີສົ່ງຜົນກະທົບຕໍ່ກັບ ຄວາມຍືນຍົງຂອງການພັດທະນາຂະແໜງການທ່ອງທ່ຽວ.

ທ່ານ ສີລິສຳພັນ ວໍຮະຈິດ ໄດ້ກ່າວປິດກອງປະຊຸມ ໂດຍເນັ້ນໃຫ້ເຫັນຄວາມສຳຄັນຂອງການຊ່ວຍເຫຼືອເພື່ອການພັດທະນາບັນດາບູລິມະສິດ ໃນຂະແໜງພັດທະນາການຄ້າ ແລະ ພາກເອກະຊົນ ແລະ ພ້ອມທັງສະແດງຄວາມໝັ້ນໃຈວ່າ ບັນດາຄູ່ຮ່ວມພັດທະນາ, ຜູ້ທີ່ໃຫ້ການຊ່ວຍເຫຼືອມາຍາວນານ ໃນການສົ່ງເສີມການອອກແບບ ແລະ ຈັດຕັ້ງປະຕິບັດ ການປັບປຸງບັນຍາກາດການດຳເນີນທຸລະກິດ ຈະຍັງຄົງສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ຢ່າງຕໍ່ເນື່ອງ ໃນຂົງເຂດທີສຳຄັນ ຂອງການສ້າງບັນຍາກາດການລົງທຶນພາຍໃນປະເທດ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການ ປຶກ ສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນ ມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນ ອີກ 9 ໜ່ວຍງານມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາ ຢາ ເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.


0 Comments

ຕອບກັບ

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games