ອົງການ USAID ສະໜັບສະໜຸນການໄປທັດສະນະ ສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ

ສສ. ຫວຽດນາມ, ວັນທີ 22 ມີນາ, 2024, ເພື່ອແນໃສ່ການຮັດແໜ້ນ ກົນໄກປຶກສາຫາຫາລື ພາກລັດ-ທຸລະກິດ ຢູ່ ສປປ ລາວ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBE) ພາຍໄຕ້ການໃຫ້ທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດການໄປທັດສະນະສຶກສາທີ່ ປະເທດ ສສ. ຫວຽດນາມ ເປັນເວລາ 5 ວັນ ນັບແຕ່ວັນທີ 18-22/03/2024. ຈຸດປະສົງຫລັກຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອຮຽນຮູ້ແນວທາງການປະຕິດບັດທີ່ປະສົບຜົນສໍາເລັດຂອງ ສສ. ຫວຽດນາມ ໃນການຈັດຕັ້ງປະຕິບັດ ກອງປະຊຸມທຸລະກິດ ຫວຽດນາມ ຫລື Vietnam Business Forum (VBF) ເຊິ່ງເປັນທີ່ຮູ້ຈັກກັນດີໃນດ້ານການອໍານວຍຄວາມສະດວກຢ່າງມີປະສິດຕິຜົນໃນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ. ໂຄງການ USAID LBE ໄດ້ກໍານົດເວລາການເດີນທາງເພື່ອໃຫ້ສອດຄ່ອງກັບກອງປະຊຸມທຸລະກິດຫວຽດນາມ. ໂດຍການຮ່ວມມືກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ, Read more…

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ປະກາດການເພີ່ມການຊ່ວຍເຫຼືອໃຫ້ແກ່ບັນດາ SME ໃນກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດຂອງໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 7

ແຂວງສະຫວັນນະເຂດ, ວັນທີ 27 ພະຈິກ 2023, ໃນມື້ນີ້ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ໄດ້ປະກາດການເພີ່ມທຶນຈຳນວນ 2 ລ້ານໂດລາສະຫະລັດ ເພື່ອຂະຫຍາຍໄລຍະການຈັດຕັ້ງປະຕິບັດໂຄງການ LBE ລວມທັງ ຂະຫຍາຍກິດຈະກຳຂອງໂຄງການໄປຍັງແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ແລະ SME ລວມທັງ ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ. ການປະກາດດັ່ງກ່າວ ໄດ້ເກີດຂຶ້ນໃນກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 7 ຊຶ່ງຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ.ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael Ronning, Read more…

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາ ສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 6.

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 6 ຂຶ້ນ ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. Read more…

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 5.

ແຂວງຈໍາປາສັກ, ວັນທີ 06 ທັນວາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 5 ຂຶ້ນ ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ແລະ ພາກທຸລະກິດ ໃນການສົ່ງເສີມການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ພາກເອກະຊົນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄິລ ຣອນນິ່ງ, Read more…

ກອງປະຊຸມສຳມະນາກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ

ນະຄອນຈຳປາສັກ, ວັນທີ 26 ຕຸລາ 2022. ພາກລັດ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມສຳມະນາກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ ຂຶ້ນໃນວັນທີ 26 ຕຸລາ 2022 ທີ່ໂຮງແຮມຈຳປາສັກແກຣນ, ແຂວງຈໍາປາສັກ ເຊິ່ງມີຈຸດປະສົງເພື່ອຍົກສູງປະສິດທິພາບຂອງກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ທີ່ຈັດຮ່ວມກັນໂດຍບັນດາໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບດ້ານການຄ້າ ທີ່ມີພາຍໃນປະເທດ (TRTA) ທີ່ໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການດຳເນີນງານຂອງ ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ລະບຽບການ Read more…

Follow by Email
Share