ພິທີເປີດທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະ II ພາຍໃຕ້ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)

Published by NIU on

ທີ່ ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ສປປ ລາວ
ວັນທີ 23 ກໍລະກົດ 2019

ໂດຍທຸລະກິດ, ເພື່ອທຸລະກິດ

ທຶນສົມທົບເພື່ອສົ່ງເສີມທຸລະກິດ (ທສທ) ຊ່ວຍວິສາຫະກິດ ແລະ ຜູ້ປະກອບການໃນການປັບປຸງ ແລະ ຍົກລະດັບຜະລິດຕະພັນ, ພັດທະນາຄວາມອາດສາມາດໃນການແຂ່ງຂັນ, ນໍາສະເໜີເຕັກໂນໂລຊີ ແລະ ນະວັດຕະກຳໃໝ່, ພັດທະນາກິດຈະກໍາເພື່ອການສົ່ງອອກ, ຂະຫຍາຍທຸລະກິດ ແລະ ສ້າງວຽກເຮັດງານທຳ.

ທຶນສົມທົບເພື່ອສົ່ງເສີມທຸລະກິດ (ທສທ II) ຫຼື ເອີ້ນວ່າ (BAF II) ເປັນອົງປະກອບໜຶ່ງ ແນ່ໃສ່ໃນ ການປັບປຸງຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ໂດຍການສະໜັບສະໜູນຂອງລັດຖະບານ ອົດສະຕາລີ, ໄອສແລນ ແລະ ທະນາຄານໂລກ, ເປັນໂຄງການທີ່ສືບເນື່ອງມາຈາກຜົນສຳເລັດຂອງທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ I [ທສທ I] ຢູ່ພາຍໃຕ້ໂຄງການພັດທະນາການຄ້າໄລຍະ II (TDFII). ທສທ II ຈະຖືກຈັດຕັ້ງປະຕິບັດໂດຍໜ່ວຍງານເອກະລາດ ເປັນບໍລິສັດສາກົນ ທີ່ມີຊື່ວ່າ ອີໂຄລີ ຢູເຄ (ECORYS UK) ທີ່ມີສັນຍາກັບລັດຖະບານ ກໍຄື ກະຊວງ ອຸດສາຫະກໍາ ແລະ ການຄ້າ ເຊິ່ງມີພະແນກຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ຫຼື NIU ເປັນຜູ້ຊີ້ນໍາລວມ.

ຈຸດປະສົງຫຼັກ ຂອງ ທສທ II ແມ່ນ “ຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງຫົວໜ່ວຍທຸລະກິດ, ໂດຍສະເພາະແມ່ນແນ່ໃສ່ການຂະຫຍາຍຕົວຂອງເສດຖະກິດ ແລະ ລົບລ້າງຂະແໜງທຸລະກິດທີ່ເຮັດກ່ຽວກັບການທຳລາຍຊັບພະຍາກອນທຳມະຊາດ”. ຜົນສຳເລັດດັ່ງກ່າວນີ້ຈະໄດ້ຮັບຜົນ ໂດຍຜ່ານການໃຫ້ບໍລິການຄໍາປຶກສາ ຕາມຄວາມຕ້ອງການສະເພາະດ້ານ ຂອງແຕ່ລະຫົວໜ່ວຍທຸລະກິດ ແລະ ຜ່ານການສະໜອງທຶນສົມທົບຊ່ວຍເຫຼືອຫຼ້າໃຫ້ແກ່ພາກທຸລະກິດ. ນອກຈາກນີ້ ທສທ II ຍັງແນ່ໃສ່ ສະໜັບສະໜູນການຫັນປ່ຽນຍຸດທະສາດ ຂອງລັດຖະບານຈາກການຄວບຄຸມແຕ່ລະກິດຈະກຳຂອງທຸລະກິດ ມາເປັນການອໍານວຍຄວາມສະດວກ ແລະ ສົ່ງເສີມການດຳເນີນທຸລະກິດ”.

ທສທ ເປັນໂຄງການທີ່ແຕກຕ່າງຈາກໂຄງການອື່ນ ແລະ ໜ້າສົນໃຈໂດຍມີໄລຍະເວລາຈັດຕັ້ງປະຕິບັດໂຄງການສາມປີ, ໃນການຊ່ວຍໃຫ້ທຸລະກິດລາວ ສາມາດສ້າງຄວາມສາມາດ ໃນການແຂ່ງຂັນໃນລະດັບສາກົນ, ເພີ້ມການສົ່ງອອກ, ເຂົ້າເຖິງຕະຫຼາດໃໝ່, ຂະຫຍາຍຂອບເຂດຂອງທຸລະກິດ, ນໍາໃຊ້ເຕັກໂນໂລຊີໃໝ່ ແລະ ເພີ້ມໂອກາດ ໃນການສ້າງວຽກເຮັດງານທຳໃໝ່ ໃຫ້ພົນລະເມືອງລາວ…

ທີມງານຂອງ ທສທ ປະກອບດ້ວຍທີ່ປຶກສາ ທີ່ມີປະສົບການສູງທາງດ້ານທຸລະກິດຈາກພາກເອກະຊົນ, ຜູ້ທີ່ຈະຊ່ວຍ, ໃຫ້ການແນະນໍາ ແລະ ນໍາພາວິສາຫະກິດໃນ ສປປ ລາວ ປັບປຸງຄວາມອາດສາມາດໃນການແຂ່ງຂັນໃນລະດັບສາກົນທີ່ສາມາດວັດແທກໄດ້ໂດຍບໍ່ຄິດຄ່າບໍລິການ.

ນອກຈາກນີ້, ທສທ ຍັງສົມທົບທຶນຊ່ວຍເຫຼືອລ້າໃຫ້ເຖິງ 50 ສ່ວນຮ້ອຍຂອງຄ່າໃຊ້ຈ່າຍສໍາລັບດ້ານວິຊາການ ສະເພາະດ້ານທີ່ຈໍາເປັນຕໍ່ວິສາຫາກິດທີ່ເປັນຄູ່ຮ່ວມໂຄງການ ເພື່ອຂະຫຍາຍທຸລະກິດຂອງພວກເຂົາ. ການຊ່ວຍດ້ານວິຊາການດັ່ງກ່າວນີ້ກວມເອົາເຊັ່ນ: ດ້ານມາດຕະຖານ ແລະ ການຢັ້ງຢືນຄຸນນະພາບ, ການອອກແບບຜະລິດຕະພັນ, ການເຂົ້າເຖິງຕະຫຼາດ, ການພັດທະນາການສົ່ງອອກ, ການບໍລິຫານແບບມີຍຸດທະສາດ, ລະບົບເຕັກໂນໂລຊີ ແລະ ຂ່າວສານ, ລະບົບຊ່ວຍວາງແຜນຄຸ້ມຄອງຊັບພະຍາກອນຂອງວິສາຫະກິດ, ການສ້າງຍີ່ຫໍ້, ການພັດທະນາແບບມີປະສິດຕິພາບ, ການນໍາສະເໜີເຕັກໂນໂລຊີໃໝ່ ແລະ ນະວັດຕະກຳໃໝ່, ແລະ ອື່ນໆ…

ທຸລະກິດທີ່ສາມາດເຂົ້າຮ່ວມໂຄງການ ທສທ ລວມເອົາທຸລະກິດໃນອຸດສາຫະກຳທີ່ຖືກຕ້ອງຕາມກົດໝາຍ ແລະ ມີຈັນຍາບັນ ທຸກປະເພດ ທຸກຂະໜາດ ແລະ ມີການດຳເນີນທຸລະກິດໃນ ສປປລາວ. ທຸລະກິດທີ່ມີຜູ້ຍິງເປັນເຈົ້າຂອງ ຫຼື ບໍລິຫານແມ່ນຖືເປັນບຸລິມະສິດ.

ການເຮັດວຽກກັບ ທສທ ແມ່ນງ່າຍດາຍ ແລະ ກົງໄປກົງມາ. ທີມງານທີ່ປຶກສາດ້ານທຸລະກິດຂອງ ທສທ ຈະຕອບທຸກຄໍາຖາມຂອງທ່ານພາຍໃນ 24 ຊົ່ວໂມງ. ແບບຟອມຄໍາຮ້ອງຂໍທຶນຊ່ວຍເຫຼືອກໍ່ງ່າຍດາຍ ແລະ ໃຊ້ເວລາບໍ່ດົນໃນການປະກອບຂໍ້ມູນ ແລະ ສາມາດເຮັດໄດ້ທັງ ອອນລາຍ, ອອຟລາຍແລ້ວສົ່ງອີເມວ, ຫຼື ພົວພັນໄດ້ທີ່ຫ້ອງການ ທສທ.

ໂດຍລວມແລ້ວ ທສທ ເປັນໂຄງການແບບໃໝ່ທີ່ມີເອກະລັກ, ມີຫົວຄິດປະດິດສ້າງ ແລະ ໜ້າຕືນເຕັ້ນ ທີ່ປະກອບດ້ວຍຊ່ຽວຊານທີ່ປຶກສາທີ່ມີປະສົບການສູງດ້ານທຸລະກິດ ແລະ ເປັນຜູ້ທີ່ສາມາດຕອບສະໜອງຄວາມຕ້ອງການຂອງທຸລະກິດເພື່ອຊ່ວຍບໍ່ພຽງແຕ່ຂະຫຍາຍທຸລະກິດໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນຫຼາຍຂື້ນ ແຕ່ຍັງສາມາດກະກຽມເພື່ອຮອງຮັບກັບແນວໂນມຂອງທຸລະກິດໃນອາຄົດທີ່ຈະມາເຖິງ.

ຕິດຕໍ່ ທສທ ໃນມື້ນີ້ເພື່ອພັດທະນາການດຳເນີນ ແລະ ການຂະຫຍາຍຕົວຂອງທຸລະກິດຂອງທ່ານ ໄດ້ທີ່:
ຫ້ອງການ ທສທ (BAF)
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI)
ຖະໜົນ ໄກສອນພົມວິຫານ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ
(ຫ້ອງເລກທີ 20)
ໂທ: +856 (20) 5996 6664
ອີເມວ: info@baflaos.com
ເວັບໄຊ: www.baflaos.com

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games