ພາກລັດ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບັນດາຜົນກະທົບ ຂອງໂຄງການຂະໜາດໃຫຍ່ຕໍ່ກັບການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນພາຍໃນປະເທດ

Published by NIU on

ນະຄອນຫຼວງ ວຽງຈັນ, 29 ຕຸລາ 2019. ກອງປະຊຸມປະຈຳປີ ຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ເຊິ່ງເປັນເວທີສຳຄັນໃນການປຶກສາຫາລື ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂື້ນທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ.

ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ບົ່ມຊ້ອນ ຈາກບັນດາ ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ເປັນຕົ້ນແມ່ນໂຄງການເສັ້ນທາງລົດໄຟ ລາວ-ຈີນ ຕໍ່ກັບການພັດທະນາ ຂະແໜງການພາກເອກະຊົນໃນ ສປປ ລາວ. ກອງປະຊຸມ ຍັງໄດ້ທົບທວນຄືນ ບັນດາຄວາມຄືບໜ້າ ໃນການແກ້ໄຂບັນຫາສະເພາະ ທີ່ຕິດພັນກັບແຜນການສ້າງສະພາບແວດລ້ອມ ທາງດ້ານທຸລະກິດທີ່ເອື້ອອຳນວຍຂອງລັດຖະບານ.

ກອງປະຊຸມ ໄດ້ໃຫ້ກຽດເປັນປະທານໂດຍ ພະນະທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ເປັນປະທານຮ່ວມໂດຍ ພະນະ ທ່ານ Leo Faber ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈຳ ສປປ ລາວ ແລະ ທ່ານ Jean-Bernard Carrasco ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈຳນວນ 100 ກ່ວາທ່ານ ຈາກບັນດາກະຊວງ ທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ຕົວແທນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ.

ໃນບົດກ່າວເປີດ ຂອງພະນະທ່ານ ເຂັມມະນີ ພົນເສນາ ທ່ານໄດ້ເນັ້ນໃຫ້ເຫັນວ່າ ເຖິງແມ່ນວ່າ ຈະມີຂໍ້ຕົກລົງທີ່ກ້ວາງຂວາງ ທີ່ກຳນົດໄວ້ ແຕ່ກໍ່ຍັງສະແດງໃຫ້ເຫັນວ່າ ບໍ່ມີປະເທດໃດທີ່ຈະສາມາດ ຮັກສາອັດຕາການເຕີບໂຕທີ່ໝັ້ນຄົງ ແລະ ໄວວາໄດ້ໂດຍປາສະຈາກການຮັກສາອັດຕາສ່ວນ ຂອງການພັດທະນາ ເຂົ້າໃນລະບົບພື້ນຖານໂຄງລ່າງ, ການສຶກສາ ແລະ ສາທາລະນະສຸກ, ແຕ່ພວກເຮົາຈະສຸມໃສ່ໃນການປຶກສາຫາລືກ່ຽວກັບວ່າ “ພວກເຮົາຈະສາມາດເຮັດໃຫ້ການໃຊ້ຈ່າຍ ຂອງພາກລັດ ເຂົ້າໃນການລົງທຶນຂອງລະບົບພື້ນຖານໂຄງລ່າງ ເພື່ອໃຫ້ສາມາດດຶງດູດການລົງທຶນ ຂອງພາກເອກະຊົນ ແລະ ສາມາດເປີດກ້ວາງໂອກາດສຳລັບການລົງທຶນ ພ້ອມທັງສາມາດນຳຜົນປະໂຫຍດ ກັບມາໃຫ້ພາກເອກະຊົນໄດ້ຄືແນວໃດ, ລວມທັງການສົ່ງເສີມໃຫ້ກັບບັນດາຂະແໜງການ ອຸດສາຫະກຳ ໃໝ່ໄດ້ປະກົດຂື້ນ ເຊິ່ງນີ້ກໍເປັນການຊ່ວຍເຫຼືອທີ່ສຳຄັນ ໃນການຫັນປ່ຽນໃຫ້ກັບລະບົບໂຄງສ້າງ ແລະ ການສົ່ງອອກໃຫ້ມີຄວາມຫຼາກຫຼາຍຂື້ນ”

ໃນບົດກ່າວເປີດຂອງທ່ານ Leo Faber ເອກອັກຄະລັດຖະທູດ ສະຫະພາບເອີລົບປະຈຳ ສປປ ລາວ ທັງເປັນປະທານຮ່ວມຂອງກອງປະຊຸມ ທ່ານໄດ້ເນັ້ນໃຫ້ເຫັນວ່າ “ພວກເຮົາພິຈາລະນາແລ້ວວ່າ ປະເທດລາວ ແລະ ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ອາດມີຜົນໃນທາງບວກຕໍ່ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ຊ່ວຍເລັ່ງລັດຂະບວນການປ່ຽນແປງຂອງໂລກ ໃນການຫັນໄປສູ່ ການສ້າງເສດຖະກິດ ທີມີມົນລະພິດນ້ອຍລົງ ດ້ວຍຮູບການພັດທະນາການທ່ອງທ່ຽວແບບທຳມະຊາດ, ຜະລິດຕະພັນກະສິກຳທັນສະໄໝ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ ລວມເຖິງອຸດສາຫະກຳ ການປຸງແຕ່ງໄມ້”

ທ່ານປະທານຮ່ວມ ໄດ້ເວົ້າເພີ່ມເຕີມວ່າ ພວກເຮົາທຸກຄົນໄດ້ເຫັນດີເປັນເອກະພາບ ໃນການສ້າງ ສະພາບແວດລ້ອມ ທາງດ້ານທຸລະກິດ ໂດຍອີງໃສ່ຄວາມໂປ່ງໄສ ແລະ ຄາດເດົາໄດ້ ເປັນກົນໄກສຳຄັນ ໃນການດຶງດູດ ການລົງທຶນທີ່ມີຄຸນນະພາບເຂົ້າສູ່ປະເທດ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ “ໃນກະລະນີທີ່ຍັງຂາດບັນດາກົດລະບຽບທີ່ມີການຄວບຄຸມ, ການປັບປຸງສະພາບແວດລ້ອມ ສຳລັບການດຳເນີນທຸລະກິດ ແລະ ການລົງທຶນ ຈິ່ງຈະຍັງຄົງມີຄວາມທ້າທາຍຢູ່. ວຽກງານການນຳສະເໜີ ບັນດາກົດລະບຽບການສຳຮອງ ແລະ ການຮ່ວມມືກັນລະຫວ່າງອົງກອນໃຫ້ມີຄວາມສອດຄ່ອງກັນນັ້ນ ກໍ່ມີຄວາມສຳຄັນບໍ່ໜ້ອຍສຳລັບວຽກງານການ ຈັດຕັ້ງປະຕິບັດບັນດາກົດໝາຍທີ່ກ່ຽວຂ້ອງໃຫ້ມີປະສິດຕິຜົນ”

ກອງປະຊຸມໄດ້ຈັດຂື້ນເປັນເວລາເຄິ່ງມື້ ເຊິ່ງເຕັມໄປດ້ວຍ ການສົນທະນາທີ່ມີຜົນປະໂຫຍດ ໂດຍສະເພາະຕໍ່ກັບບັນດາມາດຕະການປັບປຸງທີ່ສຳຄັນເປັນພື້ນຖານ ເພື່ອຮັບປະກັນຜົນກະທົບອັນສູງສຸດ ຂອງການຂະຫຍາຍຕົວຂອງການລົງທຶນ ໃນພື້ນຖານໂຄງລ່າງຄົມມະນາຄົມ ບົນພື້ນຖານນະໂຍບາຍ ເສດຖະກິດແຫ່ງຊາດທີ່ມີຄວາມຫຼາກຫຼາຍ. ກອງປະຊຸມຍັງໄດ້ມີການແລກປ່ຽນຄວາມຄິດເຫັນ ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດ ບັນດາແນວຄວາມຄິດລິເລີ່ມທີ່ສຳຄັນໃນການສົ່ງເສີມ ການປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ເປັນເອກະພາບ ກ່ຽວກັບບັນດາບາດກ້າວຕໍ່ໄປ ເພື່ອຊ່ວຍສົ່ງເສີມແກ່ບັນດາຂະບວນການປັບປຸງ ຂະແໜງການເສດຖະກິດພາຍໃນປະເທດ.

ທ່ານ Jean-Bernard Carrasco ເອກອັກຄະລັດຖະທູດ ອົດສະຕາລີ ເຊິ່ງເປັນປະທານຮ່ວມ ໄດ້ກ່າວປິດກອງປະຊຸມ ໂດຍໄດ້ເນັ້ນຢໍ້າຄຳເວົ້າຂອງທ່ານ ລັດຖະມົນຕີ ເຂັມມະນີ ພົນເສນາ ທີ່ໄດ້ກ່າວໃນຕອນ ເປີດພິທີ ເປັນຕົ້ນແມ່ນການຈັດບັນດາແຜນບູລິມະສິດຂອງການປະຕິຮູບ ໂດຍສະເພາະແມ່ນຂະແໜງການ ອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການພັດທະນາພາກເອກະຊົນ.

ລວມທັງການນຳສະເໜີຜົນໄດ້ຮັບຂອງການປະຕິຮູບເຫຼົ່ານັ້ນອອກສູ່ສາທາລະນະ ແລະ ບັນດາຄູ່ຮ່ວມມື ພິເສດສຳຄັນທີ່ສຸດແມ່ນພາກເອກະຊົນ. ທ່ານໄດ້ກ່າວອີກວ່າ “ໃນຖານະທີເປັນຄູ່ຮ່ວມພັດທະນາ ພວກເຮົາຈະສືບຕໍ່ ໃຫ້ການສະໜັບສະໜູນແກ່ວາລະການພັດທະນາຂະແໜງການພາກເອກະຊົນ ເພື່ອເຮັດແນວໃດໃຫ້ສາມາດຍາດໄດ້ຜົນປະໂຫຍດອັນສູງສຸດຈາກບັນດາ ໜ່ວຍງານການ ພັດທະນາແບບພະຫຸພາຄີ”.

ໃນບົດກ່າວປິດຂອງ ພະນະທ່ານ ເຂັມມະນີ ພົນເສນາ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການດຳເນີນງານ ວຽກງານການປັບປຸງສຳລັບຂະແໜງການຂົນສົ່ງ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງລວມມີ: ການສ້າງລະບຽບການທີ່ງ່າຍດາຍສຳລັບວຽກງານຊາຍແດນ ແລະ ການພັດທະນາ ລະບອບການຂົນສົ່ງທີ່ມີປະສິດທິຜົນ ໄປຄຽງຄູ່ກັບການລົງທຶນຂະໜາດໃຫຍ່ເຂົ້າໃນພື້ນຖານ ໂຄງລ່າງຄົມມະນາຄົມ (ໂຄງການທາງລົດໄຟ) ເພື່ອຮັບປະກັນຜົນປະໂຫຍດອັນສູງສຸດທາງດ້ານເສດຖະກິດ. ທ່ານ ລັດຖະມັນຕີໄດ້ກ່າວປິດກອງປະຊຸມດ້ວຍການກ່າວຂອບໃຈ ກັບບັນດາຄູ່ຮ່ວມພັດທະນາ ໃນການໃຫ້ການສະໜັບສະໜູນ ແລະ ໃຫ້ການເຂົ້າຮ່ວມຢ່າງຕັ້ງໜ້າ ໃນເວທີການປຶກສາຫາລືດ້ານນະໂຍບາຍ ພາຍໃຕ້ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການ ປຶກ ສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນ ມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນ ອີກ 9 ໜ່ວຍງານມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາ ຢາ ເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games