ທີມງານ BAF II ໄປຢ້ຽມຢາມບັນດາບໍລິສັດທີ່ໄດ້ຮັບການສະໜັບສະໜູນຈາກທຶນ BAF II

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 25 ເດືອນ ກັນຍາ 2020, ທີມງານຈັດຕັ້ງປະຕິບັດທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ (BAF II) ໄດ້ໄປຢ້ຽມຢາມສາມບໍລິສັດທີ່ໄດ້ຮັບການສະໜັບສະໜູນຈາກທຶນສົມທົບດັ່ງກ່າວ. ການໄປຢ້ຽມຢາມໃນຄັ້ງນີ້ໄດ້ນໍາພາໂດຍ ທ່ານ ໂທມັສ ຄາ, ເລຂາສອງ (ເສດຖະກິດ ແລະ ການຄ້າ) ຈາກສະຖານທູດອົດສະຕຣາລີ ປະຈໍາລາວ, ພ້ອມດ້ວຍຄະນະເຊິ່ງປະກອບດ້ວຍຜູ້ຈັດການໂຄງການ (ເສດຖະກິດ ແລະ ການຄ້າ) ແລະ ເຈົ້າໜ້າທີ່ຮັບຜິດຊອບວຽກງານສື່ສານ. ຜູ້ຕາງໜ້າຈາກທີມງານຈັດຕັ້ງປະຕິບັດທຶນ BAF II ຜູ້ທີ່ເຮັດວຽກຕິດພັນກັບທັງສາມບໍລິສັດໂດຍກົງ ພ້ອມດ້ວຍ ຜູ້ປະສານງານໂຄງການທຶນ BAF II ຈາກຫ້ອງການ NIU ກໍໄປຢ້ຽມຢາມເຊັ່ນດຽວກັນ.

ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອສຶກສາການດໍາເນີນກິດຈະການຂອງທັງສາມບໍລິສັດ, ຜົນສໍາເລັດຈາກການປະກອບສ່ວນຂອງທຶນສົມທົບເຂົ້າກັບກິດຈະກໍາການຂະຫຍາຍຕົວຂອງທຸລະກິດ ແລະ ວິທີທີ່ບັນດາທຸລະກິດປັບຕົວເຂົ້າກັບສະພາບການລະບາດພະຍາດ ໂຄວິດ-19 ໃນປະຈຸບັນ.

ທຸລະກິດທໍາອິດທີ່ທາງທີມງານໄດ້ຢ້ຽມຢາມແມ່ນ ປາວານ ຟາມ, ເປັນທຸລະກິດກະສິກໍາຂະໜາດນ້ອຍທີ່ບໍລິຫານໂດຍນັກທຸລະກິດຍິງ 100%, ເຊິ່ງຕັ້ງຢູ່ບ້ານໂຊກໃຫຍ່, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ປາວານ ຟາມ ເປັນທຸລະກິດທີ່ປູກຜັກປອດສານພິດສະໜອງໃຫ້ກັບຕະຫຼາດພາຍໃນ, ທັງຂາຍສົ່ງໃຫ້ແກ່ຫ້າງສັບພະສິນຄ້າ ພາກຊັນ ແລະ ວິວມໍ ແລະ ຂາຍຍ່ອຍໃຫ້ກັບຜູ້ເຂົ້າມາຢ້ຽມຊົມຟາມ. ຟາມດັ່ງກ່າວໄດ້ຂໍທຶນສົມທົບເພື່ອສໍາຫຼວດ ແລະ ອອກແບບຟາມ, ພ້ອມກັບຝຶກອົບຮົມຫຼັກສູດ “Keiei-Juku program” ສໍາລັບທີມງານບໍລິຫານຟາມ. ຖ້າຟາມສໍາເລັດການຈັດຕັ້ງປະຕິບັດກິດຈະກໍາແລ້ວ, ທາງຟາມຄາດວ່າຈະສາມາດດຶງດູດຜູ້ຢ້ຽມຊົມຟາມໄດ້ຫຼາຍຂຶ້ນ ແລະ ຊ່ວຍໃຫ້ທີມງານບໍລິຫານ, ລວມທັງເຈົ້າຂອງຟາມເອງ, ເຂົ້າໃຈບັນຫາວຽກງານການບໍລິຫານ ແລະ ຫາວິທີແກ້ໄຂໃຫ້ທັນເວລາ. ໃນລະຫວ່າງການລະບາດພະຍາດ ໂຄວິດ-19 ນີ້, ຟາມຍັງສາມາດດໍາເນີນກິດຈະການໄດ້ຢູ່, ແລະ ຄວາມຕ້ອງການກໍເພີ່ມຂຶ້ນເລື້ອຍໆເຮັດໃຫ້ຟາມຍັງບໍ່ສາມາດສະໜອງສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

ທຸລະກິດທີສອງທີີ່ທາງທີມງານໄດ້ຢ້ຽມຢາມແມ່ນ ໂຮງງານ ຜະລິດທໍ່ນໍ້າ ໂຕໂຢ, ເປັນໂຮງງານຜະລິດທໍ່ນໍ້າ PVC ແລະ ທໍ່ນໍ້າປຣາສະຕິກ, ເຊິ່ງສ້າງຕັ້ງຕັ້ງແຕ່ປີ 2016. ໂຮງງານໄດ້ສະໜອງທໍ່ນໍ້າໃຫ້ກັບຕະຫຼາດພາຍໃນ, ທັງໃນຊ່ອງທາງການຈໍາໜ່າຍລະຫວ່າງທຸລະກິດ ແລະ ຜູ້ຊົມໃຊ້, ແລະ ລະຫວ່າງທຸລະກິດນໍາກັນ. ໂຮງງານໄດ້ຂໍທຶນສົມທົບເພື່ອປັບປຸງເຄື່ອງມືທາງການຕະຫຼາດ ແລະ ປັບປຸງລະບົບການບໍລິຫານຊັບພະຍາກອນຂອງບໍລິສັດ. ສ່ວນການຮັບມືກັບການລະບາດພະຍາດ ໂຄວິດ-19, ເມື່ອໂຮງງານໄດ້ຍິນກ່ຽວກັບພະຍາດດັ່ງກ່າວຈາກປະເທດ ສປ ຈີນ, ໂຮງງານກໍເລີ່ມກະກຽມສ້າງຫໍພັກໃຫ້ກັບພະນັກງານພ້ອມກັບສິ່ງອໍານວຍຄວາມສະດວກຕ່າງໆໃນການໃຊ້ຊີວິດໃນໂຮງງານ ແລະ ຄວາມປອດໄພທາງດ້ານສຸຂະພາບ ແລະ ຫ້າມໃຫ້ພະນັກງານເດີນທາງອອກນອກແຂວງ ແລະ ນໍາໃຊ້ນະໂຍບາຍການຫ້າມເດີນທາງຂອງລັດຖະບານ. ດັ່ງນັ້ນ, ການຜະລິດໃນຊ່ວງການລະບາດພະຍາດ ໂຄວິດ-19 ກໍຍັງສາມາດດໍາເນີນໄປຕາມປົກກະຕິ.

ທຸລະກິດທີສາມທີ່ທາງທີມງານໄດ້ຢ້ຽມຢາມແມ່ນ ໂຮງງານ ຕັດຫຍິບ Diep Vu, ເປັນໂຮງງານຕັດຫຍິບຂະໜາດໃຫຍ່ທີ່ຕັດຫຍິບເຄື່ອງແບບ ແລະ ເຄື່ອງນຸ່ງເພື່ອປ້ອງກັນຄວາມປອດໄພເພື່ອສົ່ງອອກໄປທີ່ປະເທດອັງກິດ ແລະ ບັນດາປະເທດໃນສະຫະພາບເອີຣົບ. ທຸລະກິດປະເຊີນກັບບັນຫາໃນການຜະລິດໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ຊອກຫາວິທີທາງໃນການແກ້ໄຂປະສິດທິຜົນຂອງການຜະລິດ. ດັ່ງນັ້ນຈຶ່ງຂໍທຶນສົມທົບຈາກທຶນ BAF II ເພື່ອຊ່ວຍແກ້ໄຂບັນຫາດ້ານວິຊາການດັ່ງກ່າວໂດຍການຝຶກອົບຮົມ ແລະ ການຮັບຮອງການຜະລິດແບບ Yellow Belt. ໃນລະຫວ່າງການລະບາດພະຍາດ ໂຄວິດ-19, ໂຮງງານກໍໄດ້ຢຸດກິດຈະການຕາມນະໂຍບາຍຂອງລັດຖະບານໄດ້ວາງອອກ ແລະ ພະຍາຍາມຈັດຕັ້ງການຝຶກອົບຮົມຜ່ານລະບົບ ອອນລາຍ ແຕ່ກໍບໍ່ປະສົບຜົນສໍາເລັດ. ດັ່ງນັ້ນ, ທາງໂຮງງານຈຶ່ງຂໍໃຫ້ທາງທີມງານ BAF II ຊ່ວຍດັດແກ້ສັນຍາເພື່ອຢຸດກິດຈະກໍາການຝຶກອົບຮົມ ແລະ ຈະດໍາເນີນການໃໝ່ເມື່ອຊ່ຽວຊານສາມາດເດີນທາງໄດ້.

ຫຼັງຈາກການຢ້ຽມຢາມທັງສາມບໍລິສັດ, ທີມງານທັງໝົດກໍເຫັນວ່າທັງສາມບໍລິສັດມີວິທີການຮັບມືກັບການລະບາດພະຍາດ ໂຄວິດ-19 ທີ່ແຕກຕ່າງກັນອີງໃສ່ປະເພດທຸລະກິດຂອງບໍລິສັດ. ໃນຂະນະດຽວກັນ, ການລະບາດພະຍາດ ໂຄວິດ-19 ບໍ່ໄດ້ຫຼຸດຄວາມຕ້ອງການຂອງຜະລິດຕະພັນຂອງບໍລິສັດ ແລະ ເຈົ້າຂອງທຸລະກິດກໍມີຄວາມກະຕືລືລົ້ນໃນການພັດທະນາທຸລະກິດຂອງຕົນ. ເນື່ອງຈາກນະໂຍບາຍການຫ້າມເດີນທາງ, ພວກເຂົາຈຶ່ງໃຊ້ບໍລິການຂອງຜູ້ສະໜອງການບໍລິການທາງວິຊາການພາຍໃນປະເທດ. ໃນກໍລະນີທີ່ກິດຈະກໍາຈໍາເປັນຕ້ອງໃຫ້ຊ່ຽວຊານຈາກຕ່າງປະເທດຊ່ວຍ, ພວກເຂົາເລືອກທີ່ຈະຊອກຫາທາງເລືອກອື່ນໆ ຫຼື ຢຸດກິດຈະກໍາຊົ່ວຄາວ.

ທຶນສົມທົບເພື່ອສົ່ງເສີມທຸລະກິດ (BAF II) ເປັນໂຄງການພາຍໃຕ້ເສົາຄໍ້າ C ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ. ຈຸດປະສົງຂອງໂຄງການ BAF II ແມ່ນເພື່ອສະໜັບສະໜູນບັນດາບໍລິສັດເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການພັດທະນາທັກສະ ແລະ ວິຊາການ ເພື່ອໃຫ້ກາຍເປັນບໍລິສັດທີ່ມີຄວາມອາດສາມາດໃນການແຂ່ງຂັນທັງພາຍໃນ, ພາກພື້ນ ແລະ ສາກົນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games