ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ຂອງ ສາມແຂວງພາກເໜືອ (ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ) ໃນຫົວຂໍ້ ບັນຫາທີ່ຕິດພັນ ກັບການອຳນວຍຄວາມສະດວກ ທາງດ້ານການຄ້າ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 23 ຕຸລາ 2020. ກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດຂອງ ສາມແຂວງພາກເໜືອ (ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ) ຂຶ້ນ ເພື່ອປຶກສາຫາລືພາຍໃຕ້ຫົວຂໍ້ ບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ, ໂດຍການເປັນປະທານຂອງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ. ພາຍໃນກອງປະຊຸມ, ປະທານສະພາການຄ້າ ແລະ ອຸດສະຫະກໍາຈາກທັງສາມແຂວງກໍໃຫ້ກຽດເຂົ້າຮ່ວມ ພ້ອມກັບ ຜູ້ຕາງໜ້າ ຈາກກົມສົ່ງເສີມການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ ຈາກກະຊວງອຸດສະຫະກໍາ ແລະ ການຄ້າ; ກົມປູກຝັງ ແລະ ກົມປ່າໄມ້ ຈາກກະຊວງກະສິກໍາ ແລະ ປ່າໄມ້, ກົມສ່ວຍສາອາກອນ ແລະ ກົມພາສີ ຈາກກະຊວງການເງິນ, ກົມມາດຕະຖານ ແລະ ວັດແທກ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ແລະ ກົມສົ່ງເສີມການລົງທຶນ ຈາກກະຊວງແຜນການ ແລະ ການລົງທຶນ ກໍໃຫ້ກຽດເຂົ້າຮ່ວມຫຼາຍກວ່າ 70 ທ່ານ.
ກອງປະຊຸມດັ່ງກ່າວເປັນໜຶ່ງໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ແລະ ສົ່ງເສີມຄວາມຍືນຍົງໃນການປະສານງານລະຫວ່າງພາກລັດ – ທຸລະກິດຢູ່ສາມແຂວງພາກເໜືອຂອງ ສປປ ລາວ (ECL). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ພາກທຸລະກິດຈາກສາມແຂວງພາກເໜືອສະເໜີບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ. ປະທານສະພາການຄ້າ ແລະ ອຸດສະຫະກໍາ ຈາກ ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ ຈະເປັນຜູ້ຕາງໜ້າໃຫ້ກັບພາກທຸລະກິດຈາກທັງສາມແຂວງ, ພ້ອມກັບຜູ້ເຂົ້າຮ່ວມຈາກພາກສ່ວນອື່ນໆລະດົມຄວາມຄິດ ແລະ ປະກອບຄໍາເຫັນເຂົ້າໃນກອງປະຊຸມດັ່ງກ່າວ.

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າ ບັນຫາບຸລິມະສິດທີ່ທາງພາກທຸລະກິດທັງສາມແຂວງໄດ້ສະເໜີ ສ່ວນໃຫຍ່ແມ່ນຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ໄດ້ມີການປຶກສາຫາຫາລືກັບຂະແໜງການກ່ຽວຂ້ອງຂັ້ນແຂວງແລ້ວ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ ພວກເຮົາຍັງປະເຊີນກັບ ສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບັດ ບັນດາລະບຽບກົດໝາຍໃໝ່ທີ່ປະກາດໃຊ້ໃນຂອບເຂດທົ່ວປະເທດ ໂດຍສະເພາະກໍ່ແມ່ນ ຄວາມບໍ່ເປັນເອກະພາບ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງທ້ອງຖິ່ນດ້ວຍກັນ ໃນການປະຕິບັດລະບຽບການຕ່າງໆ, ເຊິ່ງ ລ້ວນແລ້ວແຕ່ເປັນສິ່ງທ້າທາຍໃຫ້ແກ່ການກໍ່ຕັ້ງ ແລະ ຂະຫຍາຍທຸລະກິດ ກໍ່ຄືການສ້າງວຽກເຮັດງານທຳ ແລະ ການລົບລ້າງຄວາມທຸກຍາກ”.

ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (LNCCI), ໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມວ່າ: “ບັນຫາທີ່ຈະປຶກສາຫາລືໃນກອງປະຊຸມຄັ້ງນີ້ ແມ່ນຄັດຈ້ອນເອົາສະເພາະບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າໃນສາມແຂວງພາກເໜືອ. ບັນຫາດັ່ງກ່າວນີ້ໄດ້ສະເໜີຜ່ານສະພາການຄ້າ ແລະ ອຸດສະຫະກໍາຂັ້ນແຂວງ ແລະ ໄດ້ຜ່ານການປຶກສາຫາລືລະດັບວິຊາການຢູ່ທັງສາມແຂວງແລ້ວ ໃນລະຫວ່າງເດືອນ ກໍລະກົດ ຫາ ກັນຍາ ທີ່ຜ່ານມາ, ແຕ່ຜູ້ປະກອບການຍັງເຫັນວ່າມີຂໍ້ຄົງຄ້າງທີ່ຕ້ອງການຄໍາຕອບເພີ່ມເຕີມ ຈຶ່ງໄດ້ສະເໜີຫາສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ເຊິ່ງທັງໝົດປະກອບມີ 07 ບັນຫາ, 02 ບັນຫາແມ່ນຢູ່ແຂວງຫຼວງນໍ້າທາ, 01 ບັນຫາແມ່ນຢູ່ແຂວງອຸດົມໄຊ ແລະ 04 ບັນຫາແມ່ນຢູ່ແຂວງຜົ້ງສາລີ”.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອຸເດດ ສຸວັນນະວົງ ໄດ້ສະຫຼຸບຜົນຂອງກອງປະຊຸມ ແລະ ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວປິດກອງປະຊຸມ ເພື່ອສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ທີ່ເສຍສະຫຼະເວລາມາປະກອບສ່ວນເຂົ້າໃນກອງປະຊຸມໃນຄັ້ງນີ້.

ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ແລະ ສົ່ງເສີມຄວາມຍືນຍົງໃນການປະສານງານລະຫວ່າງພາກລັດ – ທຸລະກິດຢູ່ສາມແຂວງພາກເໜືອຂອງ ສປປ ລາວ (ECL) ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ. ໂຄງການນີ້ ແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games