ກອງປະຊຸມປຶກສາຫາລື ກ່ຽວກັບ ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນແມ່ຍິງ ໃນ ສປປ ລາວ: ສະພາບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດໃນໄລຍະການລະບາດພະຍາດ ໂຄວິດ-19

Published by NIU on

ວັນທີ 27 ຕຸລາ 2020, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍການສະໜັບສະໜູນຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວນຕໍ່ທຸລະກິດລາວ (USAID Laos Business Environment), ໄດ້ຈັດກອງປະຊຸມປຶກສາຫາລື ໃນຫົວຂໍ້ “ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນແມ່ຍິງ: ສະພາບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດໃນໄລຍະການລະບາດພະຍາດໂຄວິດ-19”, ທີ່ ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດຍິງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ຄໍເລິນ ຮິວ, ຫົວໜ້າ ຫ້ອງການດ້ານການພັດທະນາເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການ USAID ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມກໍຄື ຕາງໜ້າຂະແໜງການທີ່ກ່ຽວຂ້ອງຈາກພາກລັດ, ບັນດາສະມາຄົມທຸລະກິດໃນ ສປປ ລາວ ແລະ ຕາງໜ້າຈາກຄູ່ຮ່ວມພັດທະນາ ໂດຍສະເພາະອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), GIZ ແລະ DFAT ລວມທັງໝົດ 40 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບບັນຫາ ແລະ ວິທີການແກ້ໄຂບັນຫາຂໍ້ຫຍຸ້ງ ຍາກຕ່າງໆທີ່ເປັນອຸປະສັກຕໍ່ກັບການດໍາເນີນທຸລະກິດຂອງນັກທຸລະກິດຍິງ ໃນ ສປປ ລາວ, ໂດຍສະເພາະຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນສະພາບແວດລ້ອມການດຳເນີນທຸລະກິດ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ. ພ້ອມນີ້, ກໍຈະໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມຂະຫຍາຍເຄືອຂ່າຍຂອງນັກທຸລະກິດຍິງໃນກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນລະດັບຂັ້ນສູງກາງ ແລະ ທ້ອງຖິ່ນ ເພື່ອສະເໜີບັນຫາ ແລະ ກໍານົດວິທີແກ້ໄຂບັນຫາທີ່ເປັນຮູບປະທໍາ.

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວເປີດກອງປະຊຸມວ່າ: ທຸລະກິດຂອງ ສປປ ລາວ ກໍາລັງປະສົບກັບສິ່ງທ້າທາຍ ແລະ ບັນຫາຫຼາຍດ້ານ ທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19, ເຊິ່ງສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງທາງດ້ານເສດຖະກິດໂດຍລວມ, ໂດຍສະເພາະ ວິສາຫະກິດຈະໜາດນ້ອຍ ແລະ ຂະໜາດກາງ ທີ່ກວມເອົາ 98% ຂອງວິສາຫະກິດ ແລະ ໂຄງປະກອບຂອງການຜະລິດ ໃນ ສປປ ລາວ. ການກໍານົດມາດຕະການ ແລະ ນະໂຍບາຍ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຈາກວິກິດການຂອງການລະບາດພະຍາດໂຄວິດ-19 ໂດຍການສືບຕໍ່ສ້າງສະພາບແວດລ້ອມການດຳເນີນທຸລະກິດໃຫ້ມີຄວາມສະດວກ ແລະ ເອື້ອອຳນວຍແກ່ພາກທຸລະກິດ ເປັນບູລີມະສິດທີ່ລັດຖະບານໃຫ້ຄວາມສຳຄັນເປັນຢ່າງຍິ່ງ. ພ້ອມດຽວກັນນັ້ນ, ກໍຍັງໄດ້ເນັ້ນເຖິງບົດບາດສໍາຄັນຂອງນັກທຸລະກິດຍິງໃນການພັດ¬ທະ¬ນາເສດ¬ຖະ¬ກິດ-ສັງ¬ຄົມ ເຊິ່ງລັດຖະບານ ກໍເອົາໃຈໃສ່ຍົກສູງຄວາມສະເໝີພາບຂອງບົດບາດຍິງ-ຊາຍ, ສ້າງຄວາມເຂັ້ມແຂງ ແລະ ສະໜັບສະໜູນການດໍາເນີນທຸລະກິດຂອງນັກທຸລະກິດຍິງ.

ທ່ານນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດຍິງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວຕື່ມອີກວ່າ: ນັກທຸລະກິດຍິງກໍເປັນພາກສ່ວນໜຶ່ງທີ່ໄດ້ຮັບ ຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ເປັນຕົ້ນ ແມ່ນນັກທຸລະກິດຍິງໃນຂະແໜງທ່ອງທ່ຽວ, ຫັດຖະກໍາ ແລະ ກະສິກໍາ. ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດຍິງກໍໄດ້ນໍາພາ, ປຸກລະດົມ, ໂຄສະນາໃຫ້ສະມາຊິກ ກໍຄືນັກທຸລະກິດໃນສະມາຄົມຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກໃນການສະກັດກັ້ນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຮັບມືກັບການລະບາດພະຍາດດັ່ງກ່າວ ໃນແຕ່ລະໄລຍະຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ກໍໄດ້ມີການປະຊຸມ ແລະ ວາງແຜນຮ່ວມກັນເພື່ອຫາມາດຕະການບັນເທົາຜົນກະທົບ ຂອງການລະບາດພະຍາດໂຄວິດ-19 ນີ້. ໜຶ່ງໃນນັ້ນກໍຄືການສ້າງຕັ້ງກຸ່ມທີ່ມີຊື່ວ່າ “ພັດທະນາສະມາຄົມທຸລະກິດຍິງ” ເພື່ອໃຫ້ສະມາຊິກ 173 ທ່ານໃນຂັ້ນສູນກາງໄດ້ແລກປ່ຽນຄ້າຂາຍພາຍໃນສະມາຊິກດ້ວຍກັັນ ແລະ ດໍາເນີນທຸລະກິດຮ່ວມກັນ (Business Matching) ເພື່ອໃຫ້ສະມາຊິກສາມາດສືບຕໍ່ຂັບເຄື່ອນທຸລະກິດໄປໄດ້.

ທ່ານ Cullen Hughes, ຫົວໜ້າຫ້ອງການພັດທະນາດ້ານເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID) ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານສົ່ງ ເສີ່ມຄວາມສະເໝີພາບຂອງບົດບາດຍິງ-ຊາຍ ແລະ ການພັດທະນາ, ປັບປຸງຂີດຄວາມສາມາດໃນການແຂ່ງຂັນຂອງ ນັກທຸລະກິດຍິງ, ໂດຍສະເພາະຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ. ອົງການ USAID ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບກະຊວງອຸດສະຫະກຳ ແລະ ການຄ້າ, ສະມາຄົມນັກທຸລະກິດຍິງ ແລະ ບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງເພື່ອຊຸກຍູ້ ແລະ ສະໜັບສະໜູນການດໍາເນິນທຸລະກິດຂອງນັກທຸລະກິດຍິງລາວ.

ໃນຕອນທ້າຍຂອງກອງປະຊຸມ, ໄດ້ມີການສະຫຼຸບບັນຫາທີ່ສໍາຄັນຂອງການປຶກສາຫາລື ແລະ ສະເໜີບາດກ້າວຕໍ່ໄປໃນການກໍານົດກິດຈະກໍາທີ່ຈະສາມາດຈັດຕັ້ງປະຕິບັດໄດ້ພາຍໃຕ້ການສະໜັບສະໜູນ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID Laos Business Environment).

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (Laos Business Environment) ເປັນໂຄງການພາຍໃຕ້ການສະໜັບສະໜູນຂອງ ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID), ເປັນໂຄງການເສີມສ້າງຂີດຄວາມສາມາດ ແລະ ໃຫ້ຄໍາປຶກສາໂດຍແນໃສ່ການເສີມສ້າງຄວາມເຂັ້ມແຂງໃນການແຂ່ງຂັນລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ພ້ອມກັນກັບການປັບປຸງການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ. ໂຄງການດັ່ງກ່າວຍັງແນໃສ່ການສົ່ງເສີມຂະແໜງການອຸດສະຫະກໍາ ແລະ ການບໍລິການທີ່ມີທ່າແຮງທີ່ສາມາດສ້າງວຽກເຮັດງານທໍາ ແລະ ມີການເຕີບໃຫຍ່ຂະຫຍາຍຕົວສູງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games