ລັດຖະບານລາວຈັດພິທີປິດໂຄງການ RELATED ເພື່ອສະແດງຄວາມຮູ້ບຸນຄຸນ ຂອງໂຄງການທີ່ໃຫ້ການສະໜັບສະໜູນມາຫຼາຍກວ່າ 6 ປີ

Published by NIU on

ວັນທີ 30 ຕຸລາ 2020, ພິທີປິດໂຄງການ ເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ຫຼື ມີຊື່ຫຍໍ້ວ່າ RELATED ໄດ້ຖືກຈັດຂຶ້ນທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ເຈັນ ພີເຕີ ລຸກເຄນແຮມ, ເອກອັກລະລັດຖະທູດ ເຢຍລະມັນປະຈໍາ ສປປ ລາວ. ໃນນັ້ນ, ມີແຂກທີ່ມີກຽດຈາກຫຼາຍພາກສ່ວນເຂົ້າຮ່ວມທັງໝົດ 80 ທ່ານລວມທັງພາກສ່ວນຈັດຕັ້ງປະຕິບັດໂຄງການທັງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ.

ໂຄງການ RELATED ແມ່ນໂຄງການຮ່ວມມືເພື່ອການພັດທະນາ ລາວ-ເຢຍລະມັນ ໃນກອບສອງຝ່າຍ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດແຕ່ປີ 2014 ຫາ 2020. ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອປັບປຸງນະໂຍບາຍ ທີ່ກ່ຽວຂ້ອງກັບ AEC ແລະ ສົ່ງເສີມຂີດຄວາມສາມາດໃຫ້ພາກທຸລະກິດສາມາດນໍາໃຊ້ທ່າແຮງເສດຖະກິດທີ່ເພີ່ມຂຶ້້ນ ຈາກປະຊາຄົມເສດຖະກິດອາຊຽນໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ. ແຕ່ເນື່ອງຈາກວ່າ ກະຊວງຮ່ວມມືທາງດ້ານ ເສດຖະກິດ ແລະ ການພັດທະນາແຫ່ງ ສ. ເຢຍລະມັນ ໄດ້ປະຕິຮູບແຜນຍຸດທະສາດການຮ່ວມມືສອງຝ່າຍ ເພື່ອການພັດທະນາ ຫຼືເອີ້ນຫຍໍ້ວ່າ “BMZ 2030” ເຮັດໃຫ້ລັດຖະບານເຢຍລະມັນໄດ້ຕັດສິນໃຈບໍ່ສືບຕໍ່ ການຊ່ວຍເຫຼືອການຮ່ວມມື ສອງຝ່າຍກັບຄູ່ຮວມພັດທະນາຫຼາຍກວ່າ 25 ປະເທດ ລວມທັງສປປ ລາວ (Armenia, Azerbaijan, Bolivia, Burundi, Costa Rica, Dominican Republic, El Salvador, Guatemala, Guinea, Haiti, Honduras, Kazakhstan, Kyrgyzstan, Cuba, Lao PDR, Liberia, Mongolia, Myanmar, Nepal, Nicaragua, Paraguay, Philippines, Sierra Leone, Sri Lanka, Tajikistan, Tajikistan, Timor-Leste, Turkmenistan). ຍ້ອນແນວນັ້ນຈຶ່ງເຮັດໃຫ້ໂຄງການ RELATED ເຊິ່ງເປັນໂຄງການຮ່ວມມືເພື່ອການພັດທະນາລະຫວ່າງ ລັດຖະບານລາວ ແລະ ລັດຖະບານເຢຍລະມັນໃນຂະແໜງການຄ້າ ແລະ ການພັດທະນາພາກເອກະຊົນໃນ ສປປ ລາວ ຈະສິ້ນສຸດລົງໃນທ້າຍເດືອນທັນ ປີ2020 ນີ້ .

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນ ພິທີປິດໂຄງການ RELATED ວ່າ “ ໃນໄລຍະ 6 ປີເຄິ່ງທີ່ຜ່ານມາ, ການຮ່ວມມືຜ່ານການຊ່ວຍເຫຼືອທາງດ້ານວິຊາການຂອງໂຄງການ RELATED ພ້ອມດ້ວຍ ຄູ່ຮ່ວມຈັດຕັ້ງປະຕິບັດທັງພາກລັດ ແລະ ພາກເອກະຊົນຂັ້ນສູນກາງ ແລະ ທ້ອງຖິ່ນເຮັດໃຫ້ພວກເຮົາໄດ້ເຫັນເຖິງ ໝາກຜົນສໍາຄັນທີ່ເປັນຮູບປະທໍາໃນວຽກງານ 3 ຂົງເຂດຄື: 1) ການປັບປຸງ ນະໂຍບາຍທີ່ກ່ຽວຂ້ອງກັບ AEC ໃນຂົງເຂດການຄ້າ-ດ້ານສິນຄ້າ, ການຄ້າ-ດ້ານການບໍລິການ ແລະ ການລົງທຶນ; 2) ການພັດທະນາ ແລະ ສະໜອງ ການບໍລິການທີ່ກ່ຽວຂ້ອງກັບ AEC ບົນພື້ນຖານຄວາມຕ້ອງການ ສໍາລັບພາກເອກະຊົນ; 3) ການປັບປຸງສະພາບເງື່ອນໄຂຂອງບັນດາວິສາຫະກິດເອກະຊົນ ເພື່ອສາມາດຕອບສະໜອງກັບການແຂ່ງຂັນ ທີ່ເພີ່ມຂຶ້ນຈາກການເຊື່ອມໂຍງເຂົ້າ AEC. ເນື່ອງຈາກ ກະຊວງອຸດສາຫະກຳ ແລະ ການຄ້າເປັນຄູ່ຮ່ວມຈັດຕັ້ງປະຕິບັດ ຫຼັກຂອງໂຄງການ RELATED, ພວກເຮົາສັນຍາວ່າຈະສືບຕໍ່ສະໜັບສະໜູນວຽກງານຕົ້ນຕໍທີ່ທາງໂຄງການ ໄດ້ໃຫ້ການຊ່ວຍເຫຼືອ ໃນວຽກງານ ການອໍານວຍຄວາມສະດວກເພື່ອຈັດຕັ້ງປະຕິບັດສົນທິສັນຍາພາຍໃຕ້ແຜນແມ່ບົດ ປະຊາຄົມເສດຖະກິດອາຊຽນ, ສືບຕໍ່ຍົກລະດັບຂີດຄວາມສາມາດຂອງສູນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຄຽງຄູ່ໄປກັບການສະເໜີ ການຊ່ວຍເຫຼືອໂດຍກົງໃຫ້ກັບວິສາຫະກິດທີ່ແນໃສ່ການສົ່ງອອກ ແລະ ຖືກສະໜັບສະໜູນ ຈາກໂຄງການດັ່ງກ່າວ. ພ້ອມນີ້, ພວກເຮົາຈະເຮັດວຽກ ແລະ ປະສານງານຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ລວມເຖິງລັດຖະບານເຢຍລະມັນ ແລະ ພາກເອກະຊົນເພື່ອສົ່ງເສີມການພັດທະນາທີ່ເປັນບູລິມະສິດ.

ນອກຈາກນີ້, ທ່ານລັດຖະມົນຕີກະຊວງການຄ້າກໍໄດ້ກ່າວຂອບໃຈຕໍ່ ລັດຖະບານເຢຍລະມັນສໍາລັບການຊ່ວຍເຫຼືອ ທີ່ຍາວນານໃນກອບການຮ່ວມມືສອງຝ່າຍເພື່ອສົ່ງເສີມການຄ້າ ແລະ ການພັດທະນາພາກເອກະຊົນໃນ ສປປ ລາວ”.
ທ່ານ ເຈັນ ພີເຕີ ລຸກເຄນແຮມ, ເອກອັກລະລັດຖະທູດ ເຢຍລະມັນປະຈໍາ ສປປ ລາວ ຍັງໄດ້ກ່າວວ່າ “ການສົ່ງເສີມການພັດທະນາເສດຖະກິດ ແບບຢືນຍົງແມ່ນໜຶ່ງໃນເປົ້າໝາຍຕົ້ນຕໍຂອງການຮ່ວມມື ເພື່ອການພັດທະນາຂອງເຢຍລະມັນ ໃນ ສປປ ລາວ. ນອກຈາກການຊ່ວຍເຫຼືອດ້ານວິຊາການ, ການສຶກສາວິຊາຊີບ ແລະ ການເຂົ້າເຖິງແຫຼ່ງທຶນແລ້ວ, ໂຄງການ RELATED ກໍແມ່ນໜຶ່ງໃນແຜນງານຕົ້ນຕໍຂອງພວກເຮົາເພື່ອຊຸກຍູ້ ການປັບປຸງນະໂຍບາຍເສດຖະກິດ ແລະ ການພັດທະນາພາກເອກະຊົນໃນ ສປປ ລາວ. ໃນໄລຍະເວລາ 6 ປີ ເຄິ່ງໃນການຈັດຕັ້ງປະຕິບັດໂຄງການ, ໂຄງການ RELATED ໄດ້ເຮັດວຽກຢ່າງໃກ້ຊິດກັບຂະແໜງໜ່ວຍງານ ທີ່ກ່ຽວຂ້ອງຂອງພາກລັດເພື່ອປັບປຸງນະໂຍບາຍດ້ານການຄ້າ ແລະ ການລົງທຶນ ເຊິ່ງຜົນງານທີ່ພົ້ນເດ່ນກໍຄື ສະໜັບສະໜູນສ້າງແຜນດໍາເນີນງານ ຂອງການດໍາເນີນທຸລະກິດຢູ່ ສປປ ລາວ 2020 – 2022. ນອກຈາກນັ້ນ, ກໍໄດ້ເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ບັນດາຫົວໜ່ວຍສະມາຄົມ ຂະແໜງຕ່າງໆໂດຍສະເພາະ ສະມາຄົມຫັດຖະກຳ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ສະມາຄົມກາເຟລາວ ໂດຍຜ່ານການຈັດຝຶກອົບຮົມດ້ານວິຊາການເພື່ອໃຫ້ພາກທຸລະກິດສາມາດນໍາໃຊ້ຄວາມຮູ້ ຈາກການຝຶກອົບຮົມມາ ພັດທະນາສິນຄ້າຂອງຕົນໃຫ້ສາມາດ ເປັນສິນຄ້າສົ່ງອອກສູ່ຕະຫຼາດພາກພື້ນ ແລະ ສາກົນ”.

ນອກຈາກນັ້ນ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວເຖິງໝາກຜົນຂອງ ສຄອຊ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ RELATED ລວມມີການຈັດງານຊິງລາງວັນທຸລະກິດດີເດັ່ນອາຊຽນລາວ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປີທໍາອິດຂອງ ສປປ ລາວ ແລະ ກໍສືບຕໍ່ທຸກໆປີ; ແຜນຍຸດທະສາດຂອງ ສຄອຊ ປີ 2018-2020 ແລະ ປີ 2021-2025; ສ້າງສູນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງໃນສາມແຂວງຂອງ ສປປ ລາວຄື ແຂວງຫຼວງພະບາງ, ຈໍາປາສັກ ແລະ ສະຫວັນນະເຂດ.

ໃນລະຫວ່າງພິທີປິດໂຄງການ, ຍັງມີການເດີນແບບຊຸດຊົນເຜົ່າ ແລະ ການສາທິດການເຮັດກາເຟ ແລະ ຊິມເຊິ່ງກິດຈະກຳເຫຼົ່ານັ້ນແມ່ນ ຢູ່ພາຍໃຕ້ການສະໜັບສະໜູນຂອງໂຄງການ RELATED ໂດຍມີເປົ້າໝາຍເພື່ອສົ່ງເສີມຂີດຄວາມສາມາດຂອງພາກເອກະຊົນ ເພື່ອສາມາດຕອບສະໜອງກັບການແຂ່ງຂັນ ທີ່ເພີ່ມຂຶ້ນຈາກການເຊື່ອມໂຍງເຂົ້າ AEC. ງານດັ່ງກ່າວແມ່ນເພື່ອຢາກໃຫ້ຜູ້ເຂົ້າຮ່ວມ ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດໂຄງການ ໄດ້ສະເຫຼີມສະຫຼອງຜົນງານ ແລະ ຄວາມສໍາເລັດຮ່ວມກັນພ້ອມທັງຈົດຈໍາໂຄງການ RELATED ດ້ວຍຮອຍຍິ້ມ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games