ເວທີສົນທະນາ “ແຜນຟື້ນຟູວິສະຫາກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການທ່ອງທ່ຽວພາຍຫຼັງການລະບາດຂອງພະຍາດ ໂຄວິດ-19” ຈັດຂຶ້ນໃນງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020

Published by NIU on

ວັນທີ 06-07 ພະຈິກ 2020, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງໂຄງການປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID Laos Business Environment Porject), ໄດ້ໃຫ້ການສະໜັບສະໜູນຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Solutions Expo) ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ, ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວຍັງໄດ້ປະກອບສ່ວນໃນການຈັດເວທີສົນທະນາ ພາຍໃຕ້ໃນຫົວຂໍ້ “ແຜນຟື້ນຟູວິສະຫາກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການທ່ອງທ່ຽວພາຍຫຼັງການລະບາດຂອງພະຍາດ ໂຄວິດ-19”, ເຊິ່ງເວທີສົນທະນາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 07 ພະຈິກ 2020. ງານວາງສະແດງດັ່ງກ່າວໃຫ້ກຽດກ່າວເປີດເວທີສົນທະນາ ໂດຍ ທ່ານ ສາ ສິລິພົງ, ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວປະກອບຄໍາເຫັນເພິ່ມຕື່ມ.

ຈຸດປະສົງຂອງການຈັດເວທີສົນທະນາໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນຄວາມຄິດເຫັນ ກ່ຽວກັບມາດຕະການ ແລະ ວິທີແກ້ໄຂ, ເພື່ອຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຂອງການລະບາດຂອງພະຍາດ ໂຄວິດ-19 ແລະ ຟື້ນຟູການເຕີບໂຕຂອງຂະແໜງການທ່ອງທ່ຽວ ກໍຄື ການສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຂີດຄວາມສາມາດຂອງ SME ໃນຂະແໜງດັ່ງກ່າວ, ໃຫ້ສາມາດຮັບມືກັບຜົນກະທົບທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດໃນສະພາບປະຈຸບັນ ແລະ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19 ໄດ້. ນອກຈາກນີ້, ຍັງເປັນເວທີແລກປ່ຽນ ແລະ ປະກອບສ່ວນແນວທາງໃນການຟື້ນຟູ ແລະ ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍືນຍົງ, ທັນສະໄໝ ແລະ ມີຄຸນນະພາບ, ສາມາດເຊື່ອມໂຍງກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນຫຼາຍຂຶ້ນ.

ການເຂົ້າຮ່ວມໃນການສົນທະນາຄັ້ງນີ້ປະກອບມີຕາງໜ້າຈາກ ພາກລັດ ແລະ ພາກທຸລະກິດ ເຊັ່ນ: ທ່ານຜູ້ອໍານວຍການກອງທຶນສົ່ງເສີມ SME, ຕາງໜ້າທຸລະກິດໂຮງແຮມ, ທຸລະກິດທ່ອງທ່ຽວ ແລະ ສູນວາງສະແດງວັດທະນາທໍາຊົນເຜົ່າ. ນອກນັ້ນ, ຍັງມີຕາງໜ້າຈາກອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນ ໂຄງການພັດທະນາທັກສະເພື່ອການທ່ອງທ່ຽວ ພາຍໃຕ້ການສະໜັບໜູນຂອງອົງການລຸກຊໍາບວກ.
ໃນລະຫວ່າງການສົນທະນາ, ຜູ້ເຂົ້າຮ່ວມບັນຍາຍຍັງໄດ້ຍົກບັນຫາກ່ຽວກັບຜົນກະທົບຂອງການລະບາດພະຍາດ ໂຄວິດ-19 ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການວາງແຜນການສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າໃຫ້ສອດຄ່ອງ ແລະ ຕອບສະໜອງຕາມຄວາມຕ້ອງການຂອງພາກທຸລະກິດ. ນອກຈາກນີ້, ຍັງສະເໜີວິທີການທີ່ເຮັດໃຫ້ຂະແໜງ ການທ່ອງທ່ຽວກັບມາເຕີບໂຕຢ່າງເປັນປົກກະຕິ, ໂດຍສະເພາະແມ່ນ ພາກທຸລະກິດ SME ໃນຂະແໜງ ການທ່ອງທ່ຽວໃຫ້ສາມາດກັບຄືນມາເຂັ້ມແຂງໄດ້. ນອກນັ້ນ, ຜູ້ເຂົ້າຮ່ວມສົນທະນາຍັງໄດ້ຍົກໃຫ້ເຫັນເຖິງ ຄວາມສໍາຄັນຂອງການສົ່ງເສີມການທ່ອງທ່ຽວພາຍໃນ, ເຊັ່ນ: ໂຄງການລາວທ່ຽວລາວ ຫຼື ໂຄງການລາວຊ່ວຍລາວ, ເພື່ອເປັນການກະຕຸກຊຸກຍູ້ການທ່ອງທ່ຽວພາຍໃນ ແລະ ສົ່ງເສີມທຸລະກິດພາຍໃນໃຫ້ສາມາດ ດໍາເນີນໄປຕໍ່ໄດ້ໃນຊ່ວງວິກິດການນີ້.

ທ່ານ ນາງ ລັດທະນາ ດວງບຸຜາ, ຮອງຫົວໜ້າກົມສົ່ງເສີມ SME ແລະ ທັງເປັນອໍານວຍການກອງທຶນສົ່ງເສີມ SME ຍັງໄດ້ກ່າວໃນເວທີສົນທະນາວ່າ: “ຂະແໜງການທ່ອງທ່ຽວເປັນຂະແໜງບູລິມະສິດທີ່ລັດຖະບານໃຫ້ຄວາມສໍາຄັນ, ເນື່ອງຈາກວ່າຂະແໜງການນີ້ ແມ່ນໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຈາກການລະບາດຂອງພະຍາດ ໂຄວິດ-19. ເພື່ອເປັນການຊ່ວຍເຫຼືອທຸລະກິດ SME, ລັດຖະບານຈຶ່ງໄດ້ສົມທົບທຶນເຂົ້າໃນກອງທຶນສົ່ງເສີມ SME ຈໍານວນ 200 ຕື້ກີບ, ເພື່ອນໍາໃຊ້ເຂົ້າໃນສອງເປົ້າໝາຍຄື: ເປັນສິນເຊື່ອໃຫ້ SME ຜ່ານທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ; ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມວິຊາການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ SME. ຂະແໜງ ການທ່ອງທ່ຽວເອງກໍເປັນໜຶ່ງໃນຂະແໜງການເປົ້າໝາຍ ທີ່ ກອງທຶນນີ້ໃຫ້ບູລິມະສິດ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID Laos Business Environment) ເປັນໂຄງການພາຍໃຕ້ການສະໜັບສະໜູນ ຂອງອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID), ເປັນໂຄງການເສີມສ້າງຂີດຄວາມສາມາດ ແລະ ໃຫ້ຄໍາປຶກສາໂດຍແນໃສ່ການເສີມສ້າງຄວາມເຂັ້ມແຂງ ໃນການແຂ່ງຂັນລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs), ພ້ອມກັນກັບການປັບປຸງການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ. ໂຄງການດັ່ງກ່າວຍັງແນໃສ່ການສົ່ງເສີມ ຂະແໜງ ການອຸດສະຫະກໍາ ແລະ ການບໍລິການທີ່ມີທ່າແຮງທີ່ສາມາດສ້າງວຽກເຮັດງານທໍາ ແລະ ມີການເຕີບໃຫຍ່ຂະຫຍາຍຕົວສູງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games