ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ ກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດຄັ້ງທໍາອິດ ຢູ່ ສປປ ລາວ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 08 ທັນວາ 2020. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດຢູ່ ສປປ ລາວ. ໂຄງການດັ່ງກ່າວພາຍໃຕ້ການສະໜັບສະໜູນໂດຍອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນ ແລະ ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃນປີທໍາອິດ ເຊິ່ງເລີ່ມແຕ່ເດືອນ ກໍລະກິດ ຫາ ເດືອນ ທັນວາ 2020.

ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໄມໂຄລ໌ ຣອນນີ້ງ, ຜູ້ຕາງໜ້າ ອົງການ USAID ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຍຸດຕິທໍາ, ກະຊວງຖະແຫຼງຂ່າວ, ວັດຖະນາທໍາ ແລະ ທ່ອງທ່ຽວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຄູ່ຮ່ວມພັດທະນາ ແລະ ທີມງານຂອງໂຄງການ.

ທ່ານ ສົມຈິດ ໄດ້ກ່າວເປີດກອງປະຊຸມວ່າ “ສປປ ລາວ ແລະ ສະຫະລັດ ອາເມລິກາ, ໂດຍສະເພາະແມ່ນ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອົງການ USAID, ໄດ້ມີປະຫວັດການຮ່ວມມືຕັ້ງແຕ່ດົນນານມາແລ້ວ, ໂດຍສະເພາະ ແມ່ນການພັດທະນາດ້ານການຄ້າ ຕັ້ງແຕ່ປີ 2008 ໂດຍຜ່ານການສະໜັບສະໜູນ ແລະ ການຮ່ວມມືທີ່ເຂັ້ມແຂງຜ່ານໂຄງການ LUNA ໄລຍະທີ 1 ແລະ ໄລຍະ 2 ແລະ ການສະໜັບສະໜູນໃນປະຈຸບັນໂດຍຜ່ານການປະກອບທຶນຮ່ວມເຂົ້າກອງທຶນສົມທົບຫຼາຍຝ່າຍ ຫຼື Multi-Donor Trust Fund ຜ່ານທະນາຄານໂລກ ມາສະໜັບສະໜູນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດໂດຍຜ່ານການສະໜັບສະໜູນໂດຍອົງການ USAID ເປັນການຮ່ວມືຫຼ້າສຸດລະຫວ່າງສອງປະເທດ, ເຊິ່ງມີຈຸດປະສົງໃນການປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດໂດຍແນໃສ່ການສົ່ງເສີມຄວາມສາມາດ ໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ເຮັດວຽກໃນຂະແໜງການທີ່ກ່ຽວຂ້ອງ ແລະ ເພີ່ມຂີດຄວາມສາມາດໃນການເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ”.

ທ່ານ ຣອນນິ້ງ ຍັງໄດ້ກ່າວເປີດກອງປະຊຸມວ່າ: “ນອກຈາກຜົນກະທົບຈາກການລະບາດຂອງພະຍາດ COVID-19, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດໂດຍຜ່ານການສະໜັບສະໜູນຂອງອົງການ USAID ຍັງສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ດີ, ເປັນຕົ້ນແມ່ນການປັບປຸງມາດຕະການຕ່າງໆ ເພື່ອແກ້ໄຂບັນຫາສິ່ງທ້າທາຍທີ່ເກີດຂຶ້ນ ໃນລະຫວ່າງການຈັດຕັ້ງປະຕິບັດໂຄງການ. ການດໍາເນີນການດັ່ງກ່າວ ຈະບໍ່ສໍາເລັດໄດ້ຖ້າບໍ່ໄດ້ຮັບການຮ່ວມມືຈາກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາຄູ່ຮ່ວມໂຄງການ”.

ກອງປະຊຸມໄດ້ເນັ້ນໜັກເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການ ແລະ ໄດ້ສະເໜີສິ່ງທ້າທາຍ ແລະ ບັນຫາຕ່າງໆທີ່ທາງໂຄງການກໍາລັງສຸມໃສ່ແກ້ໄຂ. ໃນກອງປະຊຸມ, ຫົວໜ້າໂຄງການ, ທ່ານ ເມວວິນ ສະເປັນຊ, ໄດ້ສະເໜີແຜນຈັດຕັ້ງປະຕິບັດກິດຈະກໍາໂດຍລວມຂອງໂຄງການພາຍໃນສອງປີຕໍ່ໜ້າ ແລະ ການປະກອບສ່ວນຂອງໂຄງການເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດໃນ ສປປ ລາວ.
ໃນຕອນທ້າຍຂອງກອງປະຊຸມ, ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບສ່ວນເຂົ້າໃນການປຶກສາຫາລື ແລະ ຖາມຕອບກ່ຽວກັບກິດຈະກໍາ ແລະ ແຜນຈັດຕັ້ງປະຕິບັດຂອງໂຄງການ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (Laos Business Environment) ເປັນໂຄງການພາຍໃຕ້ການສະໜັບສະໜູນຂອງ ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID), ເປັນໂຄງການເສີມສ້າງຂີດຄວາມສາມາດ ແລະ ໃຫ້ຄໍາປຶກສາໂດຍແນໃສ່ການເສີມສ້າງຄວາມເຂັ້ມແຂງໃນການແຂ່ງຂັນລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ພ້ອມກັນກັບການປັບປຸງການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ. ໂຄງການດັ່ງກ່າວຍັງແນໃສ່ການສົ່ງເສີມຂະແໜງການອຸດສະຫະກໍາ ແລະ ການບໍລິການທີ່ມີທ່າແຮງທີ່ສາມາດສ້າງວຽກເຮັດງານທໍາ ແລະ ມີການເຕີບໃຫຍ່ຂະຫຍາຍຕົວສູງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games