ກົມ ຜຮ, ກະຊວງ ອຄ ໄດ້ຈັດກອງປະຊຸມຝຶກອົບຮົມ ວ່າດ້ວຍການບໍລິຫານໂຄງການ ແລະ ຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ECL

Published by NIU on

ແຂວງຫຼວງພະບາງ, ວັນທີ 18-19 ກຸມພາ 2021, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມຝຶກອົບຮົມວ່າດ້ວຍການຄຸ້ມຄອງບໍລິຫານໂຄງການ ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL) ໃຫ້ແກ່ບັນດາພາກສ່ວນທີ່ເຮັດວຽກຕິດພັນກັບໂຄງການ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ. ພາຍໃນກອງປະຊຸມດັ່ງກ່າວ, ຍັງມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າ, ວິຊາການຈາກພະແນກ ອຸດສາຫະກໍາ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈາກສາມແຂວງເປົ້າໝາຍຄື: ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ກໍໃຫ້ກຽດເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 18 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມດັ່ງກ່າວແມ່ນເພື່ອສ້າງຂີດຄວາມສາມາດດ້ານການບໍລິຫານໂຄງການ, ລວມທັງອົງປະກອບຫຼັກໃຈແຕ່ລະຂົງເຂດຂອງໂຄງການ, ຂະແໜງການຈັດຊື້-ຈັດຈ້າງໃນການຈັດຕັ້ງປະຕິບັດໂຄງການ, ແລະ ເຕັກນິກໃນການຈັດກອງປະຊຸມທາງໄກຢ່າງມີປະສິດທິພາບ.

ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ເນັ້ນໜັກກ່ຽວກັບຫົວຂໍ້ຕ່າງໆທີ່ຈະນໍາສະເໜີໃນກອງປະຊຸມເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບຍິ່ງຂຶ້ນ. ທ່ານ ພູວຽງ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມນໍາໃຊ້ໂອກາດນີ້ແລກປ່ຽນຂໍ້ມູນ ແລະ ບົດຮຽນລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຫຼາຍທີ່ສຸດ.

ພາກທໍາອິດຂອງກອງປະຊຸມຝຶກອົບຮົມ ແມ່ນແນໃສ່ພື້ນຖານການບໍລິຫານການເງິນ ແລະ ວຽກງານການຈັດຊື້-ຈັດຈ້າງໃນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍຜູ້ໃຫ້ທຶນຕ່າງໆ ແລະ ເຕັກນິກການຈັດກອງປະຊຸມທາງໄກໃຫ້ມີປະສິດທິພາບຍິ່ງຂຶ້ນຕາມທິດທາງວິຖີຊີວິດແບບໃໝ່ “ຫຼື New Normal”.

ພາກທີສອງຂອງກອງປະຊຸມຝຶກອົບຮົມ ແມ່ນແນໃສ່ຄວາມຮູ້ພື້ນຖານ ດ້ານວົງຈອນການບໍລິຫານໂຄງການ. ນອກຈາກການປຶກສາຫາລືຫົວຂໍ້ຕ່າງໆທີ່ກ່ຽວຂ້ອງແລ້ວ, ໂດຍສະເພາະແມ່ນເຕັກນິກການວິເຄາະບັນຫາແລ້ວ, ເວທີນີ້ຍັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມວິເຄາະບັນຫາສໍາຄັນ ທີ່ຕິດພັນກັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມໃນຂະແໜງການພັດທະນາຜະລິດຕະພັນ ກະສິກໍາໃນສາມແຂວງເປົ້າໝາຍ, ເຊັ່ນ ເຂົ້າ, ສາລີ ແລະ ຊາ. ສາເຫດຕົ້ນຕໍຂອງຜົນການຜະລິດທີ່ຕໍ່າໃນທັງສາມຜະລິດຕະພັນທີ່ເລືອກໄວ້ນັ້ນແມ່ນໄດ້ວິເຄາະໂດຍໃຊ້ເຕັກນິກການວິເຄາະແບບໂຄງຮ່າງ ແລະ ຜູ້ເຂົ້າຮ່ວມຍັງໄດ້ນໍາສະເໜີ ແລະ ປຶກສາຫາລືກ່ຽວກັບຜົນການວິເຄາະໃນພາກນີ້.

ພາກທີສາມຂອງກອງປະຊຸມຝຶກອົບຮົມ ແມ່ນການລົງຢ້ຽມຢາມ ສູນຫັດຖະກໍາ ອອກ ພົບ ຕົກ, ເຊິ່ງຜູ້ເຂົ້າຮ່ວມມີໂອກາດຮຽນຮູ້ກ່ຽວກັບວິທີການເຂົ້າເຖິງຕ່ອງໂສ້ມູນຄ່າເພີ່ມ ທີ່ນໍາໃຊ້ເຂົ້າໃນຫັດຖະກໍາການຜະລິດແຜ່ນແພໃນ 6 ບ້ານເປົ້າໝາຍ. ການລົງຢ້ຽມຢາມໃນຄັ້ງນີ້ຍັງໄດ້ປຶກສາຫາລື ກ່ຽວກັບຄວາມສໍາຄັນໃນການພັດທະນາສາຍສໍາພັນ ລະຫວ່າງພາກລັດ ແລະ ພາກທຸລະກິດ.
ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວ ແມ່ນການຊ່ວຍເຫຼືອເພື່ອການຮ່ວມມືດ້ານການຄ້າ ໃນບັນດາປະເທດດ້ອຍພັທດະນາ (LDCs). ໂຄງການນີ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2009 ແລະ ເປັນແຜນງານທີ່ມີຜູ້ໃຫ້ທຶນຫຼາຍຝ່າຍເພື່ອສະໜັບສະໜູນ ບັນດາປະເທດດ້ອຍພັດທະນາໃຫ້ສາມາດແຂ່ງຂັນ ໃນຕະຫຼາດການຄ້າໂລກໂດຍການຊ່ວຍກໍາຈັດ ບັນດາຂໍ້ຈໍາກັດໃນຕ່ອງໂສ້ການສະໜອງສິນຄ້າ.

ໂຄງການ ECL ແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາ ບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ. ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງເອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games