ກະຊວງອຸດສາຫະກໍາ ແລະ ການຄ້າຈັດກອງປະຊຸມສະຫຼຸບ ການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ກາງສະໄໝຂອງໂຄງການ LCT

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 17 ກຸມພາ 2021, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມສະຫຼຸບການຕິດຕາມຄວາມຄືບໜ້າ ໃນການາຈັດຕັ້ງປະຕິບັດກາງສະໄໝ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT – Mid-Term Review). ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານນາງ ເຈນ ແຊັນດ໌ເລີ, ຮອງເອກອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ.

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ທີມງານໂຄງການສາມາດຈັດຕັ້ງປະຕິບັດວຽກງານ ໃຫ້ສໍາເລັດຕາມແຜນທີ່ວາງໄວ້, ເຖິງວ່າຈະມີສິ່ງທ້າທາຍຈາກການລະບາດ ໂຄວິດ-19 ກໍຕາມ. ວຽກງານດັ່ງກ່າວລວມທັງການທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ, ເຊິ່ງລວມທັງຄຸນນະພາບ ແລະ ປະສິດທິພາບໃນການຈັດຕັ້ງແຕ່ລະກິດຈະກໍາ ຕາມແຜນວຽກ, ໃນຊ່ວງໄລຍະສອງປີທໍາອິດຂອງໂຄງການ, ປຶກສາຫາລື ແລະ ຕົກລົງເຫັນດີໃນການປັບປຸງແຜນວຽກອື່ນໆເພື່ອຮັບປະກັນຜົນທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການ, ເຊິ່ງລວມທັງການຂະຫຍາຍເວລາການຈັດຕັ້ງປະຕິບັດໂຄງການ ແລະ ການເພີ່ມທຶນເຂົ້າໃນໂຄງການ”.

ທ່ານນາງ ເຈນ ແຊັນດ໌ເລີ, ຮອງເອກອັກຄະລັດຖະທິດ, ສະຖານທູດອົດສະຕຣາລີ, ໄດ້ປະກອບສ່ວນເຂົ້າໃນການເປີດກອງປະຊຸມໂດຍການເນັ້ນໜັກ ກ່ຽວກັບລະດັບຜົນກະທົບຂອງການລະບາດ ໂຄວິດ-19 ທີ່ມີຕໍ່ເສດຖະກິດ ແລະ ການດໍາລົງຊິວິດຂອງປະຊາຊົນ, ພ້ອມດຽວກັນນັ້ນ ກໍເນັ້ນໜັກເຖິງວິທີຕ່າງໆທີ່ໂຄງການ LCT ສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການຮັບມືກັບການລະບາດດັ່ງກ່າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການລະບາດ ໂຄວິດ-19 ແລະ ສະໜັບສະໜູນການຟື້ນຟູເສດຖະກິດຕາມລໍາດັບ.

ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງແຜນຈັດຕັ້ງປະຕິບັດ ຂອງໂຄງການນີ້ໃນການສະໜັບສະໜູນແຜນຟື້ນຟູເສດຖະກິດ ກໍຄື ແຜນຈັດຕັ້ງປະຕິບັດໄລຍະຍາວໃນການສະໜັບສະໜູນ ການພັດທະນາເສດຖະກິດຢ່າງຍືນຍົງ ແລະ ມີສ່ວນຮ່ວມ ໃນ ສປປ ລາວ.
ຫຼັງຈາກການກ່າວເປີດກອງປະຊຸມ, ທີມງານກຸ່ມທະນາຄານໂລກທີ່ນໍາໂດຍ ທ່ານນາງ ເມລິດສ໌ ຈອດ, ນັກເສດຖະສາດອາວຸໂສ, ໄດ້ສະຫຼຸບຜົນການຕິດຕາມຄວາມຄືບໜ້າ ແລະ ແນະນໍາການຈັດຕັ້ງປະຕິບັດກິດຈະກໍາໃນຕໍ່ໜ້າດັ່ງນີ້:

ທ່ານນາງ ເມລີດສ໌ ຈອດ ໄດ້ສະຫຼຸບບົດນໍາສະເໜີໂດຍແນໃສ່ຂັ້ນຕອນ ສໍາຄັນໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າເພື່ອກະກຽມການເພີ່ມທຶນເຂົ້າໃນການໂຄງການວ່າ: “ເຖິງວ່າຈະມີຜົນກະທົບຈາກການລະບາດຂອງ ໂຄວິດ-19 ກໍຕາມ, ການຈັດຕັ້ງປະຕິບັດໂຄງການກໍເປັນໄປຕາມແຜນທີ່ວາງໄວ້, ແຕ່ກໍຍັງມີຊ່ອງວ່າງລະຫວ່າງຜົນງານດ້ານວິຊາການ ແລະ ແຜນຈັດຕັ້ງປະຕິບັດດ້ານນະໂຍບາຍ. ການສະໜັບສະໜູນເພື່ອເສີມສ້າງຄວາມເຂັ້ມແຂງດ້ານການເມືອງຍັງເປັນສິ່ງທີ່ຈໍາເປັນຕ້ອງໄດ້ຮັບການປະກອບສ່ວນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງໝົດ, ເພື່ອຮັບປະກັນແຜນການປັບປຸງສະພາບແວດລ້ອມ ດ້ານການດໍາເນີນທຸລະກິດຈັດຕັ້ງປະຕິບັດຕາມຂອບເວລາໂຄງການທີ່ໄດ້ວາງໄວ້”

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ເນັ້ນໜັກກ່ຽວກັບຜົນການທົບທວນຂອງແຕ່ລະເສົາຄໍ້າໃນແຕ່ລະເສົາຄໍ້າວ່າ: “ກົນໄກໃນການຕີລາຄາຜົນງານທາງດ້ານວິຊາການເຂົ້າໃນການປັບປຸງນະໂຍບາຍກໍມີຄວາມຄືບໜ້າໄປເທື່ອລະກ້າວ, ໂດຍສະເພາະແມ່ນເສົາຄໍ້າ ກ ແລະ ຂ, ເຊິ່ງຂີດຄວາມສາມາດ ແລະ ກົນໄກການປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງຍັງເປັນສິ່ງທ້າທາຍຫຼັກ. ສໍາລັບທຶນສົມທົບເພື່ອສົ່ງເສີມທຸລະກິດ (ທສທ) ພາຍໃຕ້ເສົາຄໍ້າ ຄ ນັ້ນ ມີຄວາມຄືບໜ້າຢ່າງກ້າວກະໂດຍ, ເຖິງວ່າການຈັດຕັ້ງປະຕິບັດວຽກງານ ແມ່ນຢູ່ໃນລະຫວ່າງການລະບາດ ໂຄວິດ-19, ແລະ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນແຕ່ລະເສົາຄໍ້າ ແລະ ການເສີມສ້າງຂີດຄວາມສາມາດພື້ນຖານດ້ານບົດບາດຍິງ-ຊາຍພາຍໃນພະແນກ NIU ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງເອົາໃຈໃສ່ເພີ່ມຕື່ມ. ໃນຂະນະດຽວກັນນັ້ນ, ໜ່ວຍງານການຈັດຕັ້ງປະຕິບັດໂຄງການໄດ້ມີການປັບປຸງໃຫ້ດີຂຶ້ນ, ເຊິ່ງລວມມີ ໜ່ວຍງານການເງິນ ແລະ ຈັດຊື້ຈັດຈ້າງ, ໜ່ວຍງານບໍລິຫານ ແລະ ການປະສານງານລະຫວ່າງສະຖາບັນຕ່າງໆກັບບັນດາກະຊວງທີ່ກ່ຽວຂ້ອງ”.

ກ່ອນປິດກອງປະຊຸມ, ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ, ແລະ ຜູ້ເຂົ້າຮ່ວມທຸກທ່ານທີ່ໃຫ້ການປະກອບສ່ວນເຂົ້າໃນກອງປະຊຸມດັ່ງກ່າວ, ກໍຄື ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຕະຫຼອດມາ.

ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games