ກົມ ແຜນການ ແລະ ການຮ່ວມມື ໄດ້ຈັດກອງປະຊຸມປຶກສາຫາລື ບົດຄົ້ນຄວ້າກ່ຽວກັບ ບົດບາດຍິງ-ຊາຍ ຕໍ່ກັບ ການຄ້າ ເພື່ອເກັບກໍາຄໍາເຫັນ ຈາກພາກສ່ວນຕ່າງໆ ເຂົ້າໃນການປັບປຸງບົດຄົ້ນຄວ້າຕໍ່ໄປ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 22 ມີນາ 2021, ກົມແຜນການ ແລະ ການຮ່ວມມື (ກົມ ຜຮ), ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມປຶກສາຫາລື ບົດຄົ້ນຄວ້າກ່ຽວກັບ ອຸປະສັກຕົ້ນຕໍຂອງນັກທຸລະກິດຍິງ ຕໍ່ກັບ ການປະກອບທຸລະກິດໃນ ສປປ ລາວ ທີ່ໂຮງແຮມ ຄຣາວ ພຣາຊາ ຂຶ້ນ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານນາງ ສົມໝາຍ ພົມມຸນິວົງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ໂດຍຜູ້ຕາງໜ້າຈາກພາກລັດ, ຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ, ສະພາການຄ້າ ແລະ ສະມາຄົມຕ່າງໆຫຼາຍກວ່າ 70 ທ່ານ, ຍິງ 55 ທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ປະກອບຄໍາເຫັນໃສ່ກັບ ບົດຄົ້ນຄວ້າກ່ຽວກັບ ອຸປະສັກຕົ້ນຕໍຂອງນັກທຸລະກິດຍິງຕໍ່ກັບການປະກອບທຸລະກິດໃນ ສປປ ລາວ ເພື່ອເປັນແນວທາງໃຫ້ທ່ານນາງ ລໍເລັນ ຄຣາກ, ຊ່ຽວຊານຕ່າງປະເທດດ້ານບົດບາດຍິງ-ຊາຍ ທີ່ໄດ້ຮັບມອບໝາຍໃຫ້ສຶກສາຄົ້ນຄວ້າໃນຫົວຂໍ້ດັ່ງກ່າວ, ປັບປຸງບົດຄົ້ນຄວ້າ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການ, ໂດຍສະເພາະແມ່ນກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານການຄ້າ.

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວເປີດກອງປະຊຸມວ່າ: “ເພື່ອຮັບປະກັນວ່າແຕ່ລະວຽກງານພາຍໃຕ້ໂຄງການ LCT ໄດ້ຖືເອົາວຽກບົດບາດຍິງ-ຊາຍເຂົ້າໃນການຈັດຕັ້ງປະຕິບັດໂຄງການ, ກົມ ຜຮ ຈຶ່ງໄດ້ມອບໝາຍໃຫ້ຊ່ຽວຊານດັ່ງກ່າວເປັນຜູ້ດໍາເນີນບົດຄົ້ນຄວ້າກ່ຽວກັບອຸປະສັກຕົ້ນຕໍຂອງນັກທຸລະກິດຍິງຕໍ່ກັບການປະກອບທຸລະກິດໃນ ສປປ ລາວ ຂື້ນມາ, ເພື່ອສຶກສາບັນຫາທີ່ຕິດພັນກັບນັກທຸລະກິດຍິງ ແລະ ສຶກສາວິທີການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານການຄ້າ, ໂດຍນໍາເອົາຜົນການສຶກສາບົດລາຍງານຕ່າງໆ, ຜົນການສໍາພາດຈາກນັກທຸລະກິດຍິງ ແລະ ຊາຍ, ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ມາເປັນຕົວຊີ້ວັດເບື້ອງຕົ້ນໃນການຕິດຕາມ ແລະ ດໍາເນີນການຄົ້ນຄວ້າ. ຜົນການຄົ້ນຄວ້າດັ່ງກາວຈະເປັນບ່ອນອີງໃນແຜນຈັດຕັ້ງປະຕິບັດໂຄງການ ແລະ ການປັບປຸງນະໂຍບາຍໃຫ້ທຸກເພດໃນສັງຄົມມີບົດບາດໃນວຽກງານການຄ້າໄດ້ຢ່າງເທົ່າທຽມກັນ”.

ທ່ານນາງ ສົມໝາຍ ພົມມຸນິວົງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໄດ້ປະກອບຄໍາເຫັນເຂົ້າໃນບົດກ່າວເປີດວ່າ: “ອີງຕາມບົດສະຫຼຸບສັງລວມຂອງບົດຄົ້ນຄວ້າ ເຫັນວ່າ ເຖິງວ່າ ສປປ ລາວ ສາມາດພັດທະນາປະເທດໄດ້ຕາມເປົ້າໝາຍ, ແຕ່ກໍຍັງຈໍາເປັນຕ້ອງມີການພັດທະນາເພີ່ມຕື່ມອີກຫຼາຍດ້ານ. ຊ່ອງວ່າງລະຫວ່າງບົດບາດຍິງ-ຊາຍ ກໍຍັງປະກົດໃຫ້ເຫັນຢູ່ໃນຫຼາຍຂະແໜງການ, ເຊິ່ງສາມາດເຫັນໄດ້ຈາກຕົວຊີ້ວັດຕ່າງໆເຊັ່ນ: ການສຶກສາ, ອັດຕາການຮູ້ໜັງສື ແລະ ການມີສ່ວນຮ່ວມໃນການດໍາເນີນທຸລະກິດ. ປັດໃຈຕ່າງໆເຫຼົ່ານີ້ມີຄວາມສະຫຼັບຊັບຊ້ອນ ແລະ ອາດຈະເກີດຈາກອຸປະສັກດ້ານວັດທະນາທໍາ ແລະ ພຶດຕິກໍາ ຫຼາຍກວ່າ ດ້ານນິຕິກໍາ”.

ກອງປະຊຸມໄດ້ດໍາເນີນຕາມວາລະ, ໂດຍແນໃສ່ການນໍາສະເໜີບົດຄົ້ນຄວ້າ ໂດຍທ່ານນາງ ລໍເລັນ ຄຣາກ ແລະ ການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມ ໃສ່ບົດຄົ້ນຄວ້າເປັນຫຼັກ. ຜົນການປຶກສາຫາລືໃນກອງປະຊຸມສາມາດສະຫຼຸບໄດ້ດັ່ງນີ້:

  • ບົດສຶກສາດັ່ງກ່າວແນໃຫ້ເຫັນວ່າ ເວລາທີ່ນັກທຸລະກິດຍິງໃນການປະກອບສ່ວນເຂົ້າໃນການດໍາເນີນທຸລະກິດ ແລະ ພັດທະນາທັກສະຕ່າງໆມີໜ້ອຍກວ່າຜູ້ຊາຍ, ເນື່ອງຈາກວ່າສັງຄົມໄດ້ມີຄວາມຄາດຫວັງໃຫ້ແມ່ຍິງ ເປັນຫຼັກໃນການຮັບຜິດຊອບຕໍ່ການເບິ່ງແຍງຄອບຄົວ.
  • ຜູ້ເຂົ້າຮ່ວມສ່ວນຫຼາຍເຫັນດີຕໍ່ບົດຄົ້ນຄວ້າ, ໂດຍສະເພາະ ແມ່ນຄວາມແຕກໂຕນຂອງຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ລະຫວ່າງໃນນະຄອນຫຼວງວຽງຈັນ ແລະ ຊົນນະບົດ. ໃນຂະນະດຽວກັນ, ຜູ້ເຂົ້າຮ່ວມຜູ້ທີ່ເຮັດວຽກຕິດພັນກັບພາກທຸລະກິດໂດຍກົງເຫັນວ່າ ຈໍານວນນັກທຸລະກິດຍິງ ແລະ ຊາຍ ກໍບໍ່ໄດ້ມີຄວາມຫຼຸດໂຕນກັນຫຼາຍ. ໂອກາດ ແລະ ສິ່ງທ້າທາຍທີ່ນັກທຸລະກິດຍິງພົບພໍ້, ກໍເປັນສິ່ງທີ່ນັກທຸລະກິດຊາຍພົບພໍ້ເຊັ່ນດຽວກັນ.
  • ສ່ວນຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາເຫັນວ່າ ບົດຄົ້ນຄວ້າຄວນເພີ່ມລາຍລະອຽດກ່ຽວກັບປະຫວັດຄວາມເປັນມາ, ເປັນຫຍັງບົດຄົ້ນຄວ້າດັ່ງກ່າວຈຶ່ງສໍາຄັນ ແລະ ວິທີການດໍາເນີນການຄົ້ນຄວ້າເຂົ້າໃນບົດສະຫຼຸບຫຍໍ້ຂອງບົດຄົ້ນຄວ້າ.
  • ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ແນະນໍາໃຫ້ຊ່ຽວຊານລົງເລິກກ່ຽວກັບຄໍາແນະນໍາຕ່າງໆ ເພື່ອຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ເພື່ອປັບປຸງໃຫ້ຖືກຕ້ອງຕາມບັນຫາທີ່ໄດ້ກ່າວໄວ້ໃນບົດຄົ້ນຄວ້ານີ້.

ກ່ອນກອງປະຊຸມຈະປິດລົງ, ທ່ານ ແສງພະນົມຈອນ ອິນທະສານ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານນາງ ລໍເລັນ ຄຣາກ, ຜູ້ທີ່ເອົາໃຈໃສ່ດໍາເນີນບົດຄົ້ນຄວ້າດັ່ງກ່າວ ແລະ ເກັບກໍາຄໍາຄິດເຫັນຈາກບັນດາຜູ້ເຂົ້າຮ່ວມໃນມື້ນີ້ເພື່ອນໍາໄປປັບປຸງບົດຄົ້ນຄວ້າ, ແລະ ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມທີ່ໄດ້ສະຫຼະເວລາອັນມີຄ່າ ເຂົ້າຮ່ວມປະກອບຄໍາເຫັນໃນກອງປະຊຸມ. ທ່ານ ແສງພະນົມຈອນ ອິນທະສານ ຍັງໄດ້ແຈ້ງກ່ຽວກັບແຜນຕໍ່ໜ້າກ່ຽວກັບບົດຄົ້ນຄວ້າດັ່ງກ່າວວ່າ: ຄໍາເຫັນຈາກຜູ້ເຂົ້າຮ່ວມໃນມື້ນີ້ ຈະປະກອບເຂົ້າກັບຄໍາເຫັນທີ່ໄດ້ຮັບຜ່ານອີເມວ ເພື່ອປະກອບເຂົ້າໃນບົດຄົ້ນຄວ້າ, ເຊິ່ງຈະໃຊ້ເວລາປະມານ ສອງອາທິດ ໃນການສະຫຼຸບ ແລະ ປັບປຸງບົດຄົ້ນຄວ້າ. ພາຍຫຼັງສໍາເລັດບົດຄົ້ນຄວ້າດັ່ງກ່າວນີ້ ຈະໄດ້ນໍາໄປແປເປັນພາສາລາວ ແລະ ເຜີຍແຜ່ ເພື່ອເປັນບ່ອນອີງໃນການນໍາໃຊ້ ແລະ ຈັດຕັ້ງປະຕິບັດວຽກງານບົດບາດຍິງ-ຊາຍ ພາຍໃຕ້ໂຄງການ LCT ແລະ ແຜນຈັດຕັ້ງປະຕິບັດວຽກງານອື່ນໆໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (Lao Competitiveness and Trade – LCT). ໂຄງການ LCT ເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games