ອົງການພັດທະນາສາກົນອາເມລິກາ (USAID) ໄດ້ໃຫ້ການສະໜັບສະໜູນ ກອງປະຊຸມແລກປ່ຽນສົນທະນາ ດ້ານນະໂຍບາຍ ໃນຫົວຂໍ້ ການລົງທະບຽນ ອອກເລກປະຈໍາຕົວ ຜູ້ເສຍອາກອນ ແລະ ການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້ ໃຫ້ແກ່ພາກທຸລະກິດ

Published by NIU on

ວັນທີ 07 ມີນາ 2021, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ໂດຍການສະໜັບສະໜູນ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວນ ຕໍ່ທຸລະກິດລາວ (USAID Laos Business Environment), ໄດ້ຈັດກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍໃນຫົວຂໍ້ ການລົງທະບຽນອອກເລກປະຈໍາຕົວຜູ້ເສຍອາກອນ ແລະ ການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້ ໃຫ້ແກ່ພາກທຸລະກິດ, ທີ່ ໂຮງແຮມ ຄຣາວ ພລາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສຄອຊ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການພັດທະນາ ດ້ານເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID). ພ້ອມນັ້ນ, ກໍມີບັນດາຜູ້ເຂົ້າຮ່ວມ ຕາງໜ້າຂະແໜງການທີ່ກ່ຽວຂ້ອງພາກລັດ, ບັນດາສະມາຄົມທຸລະກິດ, ຫົວໜ່ວຍທຸລະກິດ ແລະ ສະຖາບັນການສຶກສາ-ຄົ້ນຄວ້າດ້ານເສດຖະກິດການຄ້. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນເວທີໃຫ້ຜູ້ປະກອບການທຸລະກິດ ແລະ ໜ່ວຍງານພາກລັດແລກປ່ຽນຄວາມຄິດເຫັນ ກ່ຽວກັບນະໂຍບາຍ ແລະ ລະບຽບການທີ່ຕິດພັນກັບການຄ້າ ແລະ ສະພາບແວດລ້ອມໃນການດໍາເນີນທຸລະກິດ. ພ້ອມທັງເປັນເວທີໃນການສະເໜີບັນຂອງພາກທຸລະກິດ ໂດຍສະເພາະ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (SME) ທີ່ພົບພໍ້ໃນແຕ່ລະໄລຍະ.

ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສຄອຊ ໄດ້ກ່າວເປີດກອງປະຊຸມວ່າ: ໜຶ່ງໃນພາລະບົດບາດຂອງ ສຄອຊ ແມ່ນການສົ່ງເສີມພາກທຸລະກິດໃຫ້ມີໂອກາດເຂົ້າຮ່ວມໃນຂະບວນການປະຕິຮູບນະໂຍບາຍ ແລະ ລະບຽບການທີ່ຕິດພັນກັບການດໍາເນີນທຸລະກິດ. ໃນນີ້, ສຄອຊ ໄດ້ຮັບຮອງກົນໄກການປຶກສາຫາລື ແລະ ໄດ້ມີການຈັດກອງປະຊຸມປຶກສາຫາລືໃນຫຼາຍຮູບແບບເຊັ່ນ: ການຈັດກອງປະຊຸມຂະແໜງການທຸລະກິດ, ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດ, ແລະ ກອງປະຊຸມທຸລະກິດລາວ. ນອກຈາກນີ້, ສຄອຊ ຍັງໄດ້ຈັດກອງປະຊຸມ ແລກປ່ຽນສົນທະນາ ດ້ານນະໂຍບາຍຂຶ້ນເພື່ອໃຫ້ເປັນອີກຊ່ອງທາງໜຶ່ງ ໃນການຊຸກຍູ້ກົນໄກດັ່ງກ່າວເພື່ອສົນທະນາແລກປ່ຽນໃນຫົວຂໍ້ຕ່າງໆກ່ຽວກັບນະໂຍບາຍ ແລະ ບັນຫາທີ່ກ່ຽວຂ້ອງ.

ທ່ານ Cullen Hughes, ຫົວໜ້າຫ້ອງການພັດທະນາດ້ານເສດຖະກິດ, ການສຶກສາ ແລະ ພະລັງງານ, USAID ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນທີ່ຜູ້ປະກອບການ ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃຫ້ເຂົ້າໃຈວ່າມີນະໂຍບາຍ, ຂັ້ນຕອນ ແລະ ລະບຽບການຕ່າງໆທີ່ໄດ້ຮັບການຮັບຮອງ, ສົ່ງເສີມ, ແລະ ອໍານວຍຄວາມສະດວກ ຫຼື ເປັນອຸປະສັກ ໃຫ້ແກ່ພາກທຸລະກິດໃນການດໍາເນີນທຸລະກິດ ໃຫ້ປະສົບຜົນສໍາເລັດ. ກອງປະຊຸມແລກປ່ຽນສົນທະນາໃນຄັ້ງນີ້ ຈະຊ່ວຍເສີມສ້າງຄວາມເຂົ້າໃຈໃຫ້ແກ່ ພາກທຸລະກິດ ແລະ ພາກລັດ ຜູ້ຮ່າງນະໂຍບາຍ ເພື່ອແກ້ໄຂບັນຫາດັ່ງກ່າວ.

ກອງປະຊຸມແລກປ່ຽນສົນທະນາໃນຄັ້ງນີ້ ແບ່ງອອກເປັນສອງວາລະຄື : ວາລະທີ່ໜຶ່ງແມ່ນໄດ້ນໍາສະເໜີ ແລະ ສົນທະນາກ່ຽວກັບແຈ້ງການລົງທະບຽນອອກເລກປະຈໍາຕົວຜູ້ເສຍອາກອນ ເລກທີ 0831/ກງ ລົງວັນທີ 10 ກຸມພາ 2021 ໂດຍຕາງໜ້າຈາກກົມສ່ວຍສາອາກອນ ແນໃສ່ເສີມສ້າງຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດ ແຈ້ງການສະບັບດັ່ງກ່າວ. ສໍາລັບວ່າລະທີສອງ ໄດ້ມີການຈັດເວທີປຶກສາຫາລື ກ່ຽວກັບການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້, ດໍາເນີນໂດຍຕາງໜ້າຈາກສະມາຄົມການຄ້າໄອຊີທີ ລາວ ແລະ ເຂົ້າຮ່ວມບັນຍາຍໃນເວທີດັ່ງກ່າວ ປະກອບມີຕາງໜ້າຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານກາງ, ທະນາຄານການຄ້າຕ່າງປະ ເທດ ແລະ ບໍລິສັດ ສະຕາ ເທເລຄອມ (ຢູນິເທວ).

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games