USAID ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດ ກອງປະຊຸມແລກປ່ຽນ ສົນທະນາດ້ານນະໂຍບາຍ ຄັ້ງທີ 2

Published by NIU on

ວັນທີ 02 ກັນຍາ 2021, ທີ່ ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ໂດຍການສະໜັບສະໜູນ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID Laos Business Environment) ໄດ້ຈັດກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍ ຄັ້ງທີ 2 ໃນຮູບແບບກອງປະຊຸມທາງໄກ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສຄອຊ, ແລະ ທ່ານ ຄູເລິນ ຮິວຊ໌, ຫົວໜ້າຫ້ອງການພັດທະນາ ດ້ານເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID). ພ້ອມນັ້ນ, ກໍມີບັນດາຜູ້ເຂົ້າຮ່ວມ ຫຼາຍກວ່າ 85 ທ່ານ, ເຊິ່ງປະກອບມີຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງທາງພາກລັດ, ເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາສະມາຄົມທຸລະກິດ, ສະຖາບັນການສຶກສາ-ຄົ້ນຄວ້າດ້ານເສດຖະກິດການຄ້າ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເປັນເວທີໃຫ້ຜູ້ປະກອບການທຸລະກິດ ແລະ ໜ່ວຍງານພາກລັດ ແລກປ່ຽນຄວາມຄິດເຫັນກ່ຽວກັບ “ການຫັນປ່ຽນຈາກເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນ ປະເທດເຊື່ອມຈອດພາກພື້ນ ແລະ ສາກົນ, ໂດຍສະເພາະ ສິ່ງທ້າທາຍ ແລະ ໂອກາດທາງດ້ານເສດຖະກິດສໍາລັບ ພາກທຸລະກິດ ໃນຂະແໜງການທ່ອງ ທ່ຽວ, ກະສິກໍາ ແລະ ຂົນສົ່ງ.

ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສຄອຊ ໄດ້ກ່າວເປີດກອງປະຊຸມວ່າ: “ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນເພື່ອເປັນເວທີສົນທະນາ ກະຕຸ້ນໃຫ້ພາກທຸລະກິດໄດ້ມີການປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການກະກຽມຄວາມພ້ອມເພື່ອຮັບເອົາໂອກາດອັນໃໜ່ ຈາກການເປີດ ແລະ ນໍາໃຊ້ ເສັ້ນທາງລົດໄຟລາວ-ຈີນ, ໂດຍສະເພາະໃນຍຸກສະໄໜທີ່ມີການແຂ່ງຂັນ ແລະ ໃນສະພາບທີ່ພາກທຸລະກິດປະເຊີນໜ້າກັບວິກິດການລະບາດຂອງ ໂຄວິດ-19”.

ທ່ານ ຄູເລິນ ຮິວຊ໌, ຫົວໜ້າຫ້ອງການພັດທະນາ ດ້ານເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການ USAID ໄດ້ປະກອບຄໍາເຫັນໃນກອງປະຊຸມວ່າ: “ກອງປະຊຸມແລກປ່ຽນສົນທະນານີ້ ຍັງເປັນເວທີໃຫ້ແກ່ຜູ້ກໍານົດນະໂຍບາຍ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລືຢ່າງສ້າງສັນ ແລະ ກົງໄປກົງມາ, ເພື່ອຮັບປະກັນວ່າການເຊື່ອມໂຍງທາງລົດໄຟນີ້ ຈະສາມາດເປັນຕົວປ່ຽນສໍາຄັນທີ່ຈະເຂົ້າມາຊ່ວຍຊຸກຍູ້ພາກທຸລະກິດລາວ”.

ກອງປະຊຸມໄດ້ແບ່ງອອກເປັນສອງວາລະຄື: ວາລະທີ່ໜຶ່ງ ແມ່ນໄດ້ນໍາສະເໜີໂດຍ ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບພາບລວມຂອງແຜນຍຸດທະສາດ ການເຊື່ອມໂຍງທາງລົດໄຟໂດຍສຸມໃສ່ຍຸດທະສາດການຄ່ຽນຖ່າຍສິນຄ້າ ສໍາລັບການນໍາເຂົ້າ-ສົ່ງອອກ ແລະ ການເປັນສູນກາງການບໍລິການໂລຈິດສະຕິກ.

ສໍາລັບວາລະທີສອງ ຈະເປັນເວທີປຶກສາຫາລືເພື່ອຮ່ວມກັນຄົ້ນຄວ້າຊຸກຍູ້ ພາກທຸລະກິດໃນຂະແໜງການທ່ອງທ່ຽວ, ກະສິກໍາ ແລະ ການຂົນສົ່ງ, ໃຫ້ມີໂອກາດໄດ້ຮັບຜົນປະໂຫຍດຈາກການພັດທະນາການເຊື່ອມໂຍງຜ່ານທາງລົດໄຟ. ນັກວິທະຍາກອນໃນວາລະນີ້ ປະກອບມີຕາງໜ້າຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງ ກະສິກໍາ ແລະ ປ່າໄມ້, ຫົວໜ່ວຍທຸລະກິດທີ່ຕິດພັນກັບການທ່ອງທ່ຽວ, ໂລຈິດສະຕິກ ແລະ ກະສິກໍາ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games