ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດກອງປະຊຸມ ທົບທວນປະສິດທິຜົນ ຂອງກອງປະຊຸມທຸລະກິດລາວ ຄັ້ງທີ 13

Published by NIU on

ໃນວັນທີ 10 ກັນຍາ 2021 ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໃນນາມກອງເລຂາກອງປະຊຸມທຸລະກິດລາວ (Lao Business Forum) ໄດ້ຈັດກອງປະຊຸມ ທົບທວນປະສິດທິຜົນຂອງກອງປະຊຸມທຸລະກິດລາວຄັ້ງທີ 13 ໂດຍການເປັນປະທານຂອງ ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ, ຮ່ວມກັບ ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບການເຂົ້າຮ່ວມກ່າວເປີດກອງປະຊຸມ (ຜ່ານລະບົບກອງປະຊຸມທາງໄກ) ໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໂດຍມີຜູ້ເຂົ້າຮ່ວມຈາກກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ລວມທັງໝົດ 15 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນ ຈຸດດີ ແລະ ຈຸດອ່ອນ ຕໍ່ກັບໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວ ໃນໄລຍະຜ່ານມາ ແລະ ລະດົມຂໍ້ຄິດເຫັນຕໍ່ວິທີການປັບປຸງກົນໄກດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະບວນການປຶກສາຫາລື ແລະ ການແກ້ໄຂບັນຫາທີ່ສະເໜີໂດຍພາກທຸລະກິດມີປະສິດທິຜົນຍິ່ງຂຶ້ນ.

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສຄອຊ, ໄດ້ລາຍງານ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງກອງປະຊຸມທຸລະກິດລາວໃນໄລຍະຜ່ານມາ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2005 ເປັນຕົ້ນມາ ມີເປົ້າໝາຍໃນການອຳນວຍຄວາມສະດວກໃຫ້ແກ່ການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ເພື່ອແກ້ໄຂບັນຫາທີ່ເປັນຂອດອຸດຕັນໃນການດຳເນີນທຸລະກິດຢູ່ ສປປ ລາວ ບໍ່ວ່າຈະເປັນການປະກອບຄຳເຫັນໃສ່ບັນດານິຕິກຳຕ່າງໆ, ການກຳຈັດ ຫຼື ຫຼຸດຜ່ອນຄ່າໃຊ້ຈ່າຍ ລວມທັງໄລຍະເວລາ ໃນການດຳເນີນເອກະສານ ເພື່ອສ້າງເງື່ອນໄຂ ແລະ ສະພາບການທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ຢູ່ພາຍໃນ ໃຫ້ມີບາດກ້າວທີ່ດີ ແລະ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ນັບສູງຂຶ້ນ. ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຊິ່ງໄດ້ມີບັນຫາ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ດ້ານຄວາມເຂັ້ມແຂງຂອງໜ່ວຍງານປຶກສາຫາລື ພາກທຸລະກິດ ແລະ ດ້ານຄວາມມຸ່ງໝັ້ນຂອງພາກລັດ ໃນການແກ້ໄຂບັນຫາ ທີ່ຍັງຈໍາກັດ, ເຊິ່ງເຮັດໃຫ້ຫຼາຍບັນຫາຍັງຄົງຄ້າງ ຫຼື ບໍ່ໄດ້ຮັບການແກ້ໄຂ.

ກອງປະຊຸມຍັງໄດ້ປຶກສາຫາລື ຫົວຂໍ້ຕ່າງໆສຳລັບການປັບປຸງໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວໃນຕໍ່ໜ້າ ໂດຍສະເພາະ ແມ່ນ ດ້ານການຮັບຮອງໂຄງຮ່າງຂອງກອງປະຊຸມທຸລະກິດລາວຢ່າງເປັນທາງການ, ດ້ານການປັບປຸງການດໍາເນີນງານຂອງກອງເລຂາ ແລະ ຈຸດປະສານງານພາກລັດ, ດ້ານການລາຍງານຜົນ ແລະ ຄວາມຄືບໜ້າ ຫາລັດຖະບານ ແລະ ດ້ານຄວາມຍືນຍົງຂອງກົນໄກ ກອງປະຊຸມທຸລະກິດລາວໂດຍລວມໃນຕໍ່ໜ້າ.

ຜົນຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ຈະຖືກລາຍງານຫາ ຄະນະນໍາ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາການສະເໜີປັບປຸງໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວໃນຂັ້ນຕໍ່ໄປ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມ ເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games