ງານເປີດໂຕແພລດຟອມອອນລາຍ “ສະມາດອັບ ຫຼື SMART UP” ເພື່ອເສີມສ້າງທັກສະທາງດ້ານດິຈິຕອນ ໃຫ້ກັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ

Published by NIU on

ນະຄອນຫຼວງວຽງຈັນ, ສປປ ລາວ — ວັນທີ 16 ກັນຍາ 2021, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) , ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມການຄ້າໄອຊີທີ ລາວ (LICA), ຮ່ວມກັບ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ຈັດງານເປີດໂຕ ແພລດຟອມອອນລາຍ “SMART UP” (www.smartup.lica.la), ເພື່ອເສີມສ້າງທັກສະທາງດິຈິຕອນ ໃຫ້ກັບວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຢ່າງເປັນທາງການ. ແພລດຟອມ SMART UP ຖືກພັດທະນາຂຶ້ນ ເພື່ອຊ່ວຍ ວນກ ແລະ ຜູ້ປະກອບການ ໄດ້ເສີມສ້າງທັກສະທາງດ້ານດິຈິຕອນ ທີ່ສາມາດເຂົ້າເຖິງໄດ້ ທຸກບ່ອນ ແລະ ທຸກເວລາ.

ພິທີເປີດໂຕແພລດຟອມ SMART UP ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ການສື່ສານ ແລະ ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID).

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ກ່າວຂອບໃຈ ອົງການ USAID ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ວນກ ແລະ ໄດ້ເນັ້ນໃຫ້ເຫັນວ່າ “ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ວຽກງານການພັດທະນາທັກສະທາງ ດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອໃຫ້ສາມາດຫັນເຂົ້າສູ່ ລະບົບເສດຖະກິດດິຈິຕອນ, ແນ່ໃສ່ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງ ວນກ ລາວ ແລະ ຮັບປະກັນການພັດທະນາ ເສດຖະກິດແບບຍືນຍົງ. ແພລດຟອມ SMARTUP ຈະປະກອບສ່ວນອັນສຳຄັນ ໃຫ້ແກ່ການເພີ່ມຄວາມຮູ້ດ້ານດິຈິຕອນ ແລະ ຊ່ວຍ ວນກ ໃນການປັບປ່ຽນຮູບແບບທຸລະກິດໄດ້ຢ່າງທັນການ ໃນສະພາບເສດຖະກິດປະຈຸບັນ”.

ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID, ໄດ້ປະກອບຄໍາເຫັນຕໍ່ກັບການເອົາໃຈໃສ່ຂອງ ລັດຖະບານ ສປປ ລາວ ໃນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ, “ນະວັດຕະກໍາທາງດ້ານເຕັກໂນໂລຊີ ຈະຊ່ວຍເປີດໂອກາດອັນໃໝ່ ແລະ ຈະເປັນເຄືອງມືສໍາຄັນ ໃນການຮັບມືກັບສິ່ງທ້າທາຍດ້ານການພັດທະນາ. ການເປີດໂຕ ແພລດຟອມ SMARTUP ແມ່ນເໝາະສົມ ແລະ ທັນການ ເພື່ອຊ່ວຍ ວນກ ແລະ ຜູ້ປະກອບການ ໃນການຟື້ນໂຕ ແລະປັບໂຕ ຕໍ່ກັບບັນຫາທ້າທາຍ ແລະ ກາລະໂອກາດທີ່ເກີດຂຶ້ນເນື່ອງຈາກພະຍາດໂຄວິດ, ເຊິ່ງການເສີມສ້າງທັກສະດ້ານດິຈິຕອນ ແມ່ນມີຄວາມສຳຄັນຫຼາຍ. ໃນຂະນະທີ່ພວກເຮົາສືບຕໍ່ແກ້ໄຂຜົນກະທົບດ້ານສາທາລະນະສຸກ, ລັດຖະບານ ສະຫະລັດຂອງອາເມລິກາ ຈະສະໜັບສະໜູນ ສປປ ລາວ ໃນການຟື້ນຟູດ້ານເສດຖະກິດ, ສ້າງໂອກາດ ແລະ ວຽກເຮັດງານທຳໃຫ້ຫຼາຍຂຶ້ນ”.

ອົງການ USAID, ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ, ໄດ້ລິເລີ່ມ ແລະ ເປັນເຈົ້າການໃນການພັດທະນາແພລດຟອມ ແລະ ຫຼັກສູດເພື່ອຮັບປະກັນວ່າ ວ່າເນື້ອໃນຫຼັກສູດ ມີຄວາມເໝາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງ ວນກ.

ແພລດຟອມ SMART UP ປະກອບມີ 8 ຫຼັກສູດ ທີ່ໄດ້ຮັບການພັດທະນາ ແລະ ບັນຍາຍໂດຍ ອາຈານຜູ້ຊ່ຽວຊານພາກວິຊາທີ່ກ່ຽວຂ້ອງ ຈາກມະຫາວິທະຍາໄລແຫ່ງຊາດ ເຊິ່ງສະໜັບສະໜູນໂດຍອົງການ USAID. ແພລດຟອມດັ່ງກ່າວຖືກສ້າງຂຶ້ນເພື່ອໃຫ້ ວນກ ແລະ ຜູ້ປະກອບການໄດ້ເສີມສ້າງທັກສະ ແລະ ປັບປຸງທຸລະກິດ. ບັນດາຫຼັກສູດປະກອບມີ ເມົາຕິມີເດຍ ສໍາລັບ ວນກ (Multimedia for SMEs), ການຫັນປ່ຽນໄປສູ່ດິຈິຕອນ (Introduction to Digitization), ການຕະຫຼາດ ແລະ ການຂາຍ ໃນຍຸກດິຈິຕອນ ສຳລັບ ວນກ (Digital Marketing and Sales for SMEs), ບັນຊີສຳລັບ ວນກ ( Accounting Tools for SMEs), ການວິເຄາະຂໍ້ມູນສຳລັບ ວນກ (Data Analysis for SMEs), ພື້ນຖານການພັດທະນານລະບົບໂປຣແກຣມ (Introduction to Full Stack Development), ພື້ນຖານການດໍາເນີນການຄ້າທາງເອເລັກໂຕຣນິກ (E-commerce Essentials) ແລະ ການນຳໃຊ້ສື່ອອນລາຍຢ່າງປອດໄພສຳລັບ ວນກ (Online Safety for SMEs).

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games