ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການ USAID ໄດ້ຈັດງານເປິດຕົວທຶນແບບມີສ່ວນຮ່ວມ ໃນການສ້າງລະບົບນິເວດ ທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (LBEPF)

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2021. ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP), ກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ແລະ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ໂດຍຜ່ານ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ໄດ້ຈັດພິທີເປີດຕົວ ທຶນແບບມີສ່ວນຮ່ວມໃນການສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBEPF) ຢ່າງເປັນທາງການ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ USAID.

ທຶນແບບມີສ່ວນຮ່ວມ LBEPF ມີເປົ້າໝາຍຈະສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໃນການຂະຫຍາຍ ແລະ ຍົກລະດັບທຸລະກິດເພື່ອໃຫ້ມີຄວາມສາມາດໃນການແຂ່ງຂັນໃນຕະຫຼາດພາຍໃນ, ຕະຫຼາດພາກພື້ນ ແລະ ຕະຫຼາດສາກົນໄດ້. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ສັນຍາຮ່ວມມື ກັບບັນດາຜູ້ສະໜອງການບໍລິການ ໃຫ້ຄໍາປຶກສາດ້ານການພັດທະນາທຸລະກິດ (BDSP), ສະມາຄົມ, ອົງການຈັດຕັ້ງ, ສະຖາບັນຝຶກອົບຮົມວິຊາຊີບ, ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆຈະໄດ້ສ້າງຂຶ້ນເພື່ອ ຈັດຕັ້ງປະຕິບັດຕາມເປົ້າໝາຍໃນການສຸມໃສ່ການຊ່ວຍເຫຼືອ ວນກ ເພື່ອໃຫ້ສາມາດເພີ່ມຍອດຂາຍພາຍໃນ, ເພີ່ມຄວາມອາດສາມາດໃນການສົ່ງອອກສິນຄ້າ, ປັບປຸງການບໍລິຫານຄຸ້ມຄອງ, ການນໍາໃຊ້ເຕັກໂນໂລຊີ ແລະ ການສະໜອງການບໍລິການ.

ງານເປີດໂຕທຶນແບບມີສ່ວນຮ່ວມ LBEPF ໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ສາ ສິລິພົງ, ຮັກສາການຫົວໜ້າກົມສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ແລະ ເຂົ້າຮ່ວມເປັນສັກຂີພະຍານໃນງານຄັ້ງນີ້ລວມມີ ຜູ້ຕາງໜ້າຈາກ ພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ບັນດາຫົວໜ່ວຍທຸລະກິດ.

ທ່ານ ສາ ສິລິພົງ, ຮັກສາການຫົວໜ້າກົມສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໄດ້ກ່າວໃນບົດກ່າວເປີດກອງປະຊຸມວ່າ: “ລັດຖະບານລາວໄດ້ນຳໃຊ້ວິທີການ ແລະ ເຄື່ອງມືຕ່າງໆ, ເພື່ອສະໜັບສະໜູນ ແລະ ປັບປຸງຄວາມສາມາດໃນການແຂ່ງຂັນຂອງ ວນກ, ໂດຍສະເພາະແມ່ນໃນຊ່ວງໄລຍະການລະບາດຂອງ ໂຄວິດ-19. ທຶນແບບມີສ່ວນຮ່ວມ LBEPF ໄດ້ຮັບການພັດທະນາຂື້ນເພື່ອເປັນອີກເຄື່ອງມືໜຶ່ງ ທີ່ເນັ້ນໃສ່ການເພີ່ມຄວາມອາດສາມາດ ແລະ ທັກສະຂອງຜູ້ປະກອບກິດຈະການ ກໍຄື ຄຸນນະພາບຂອງຜະລິດຕະພັນ, ພ້ອມທັງການບໍລິການຂອງຜູ້ໃຫ້ຄຳປຶກສາໃນການພັດທະນາທຸລະກິດ (BDSP) ເພື່ອຊ່ວຍ ວນກ ໃນການປັບປຸງລະບົບການບໍລິຫານຄຸ້ມຄອງ ແລະ ການດໍາເນີນງານ, ການຄົ້ນຄິດນະວັດຕະກໍາໃໝ່, ການສົ່ງເສີມ ແລະ ການຂະຫຍາຍດ້ານການຕະຫຼາດ.”

ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ, ໄດ້ມິຄໍາເຫັນຕໍ່ງານເປີດຕົວ ທຶນແບບມີສ່ວນຮ່ວມ LBEPF ວ່າ: “ພວກເຮົາຮູ້ສຶກຍິນດີທີ່ໄດ້ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານ ທຶນແບບມີສ່ວນຮ່ວມ LBEPF, ໂດຍສະເພາະແລ້ວໃນຊ່ວງໄລຍະ ແລະ ພາຍຫຼັງການລະບາດຂອງ ໂຄວິດ-19”. ທ່ານ ໄມໂຄ ຍັງໄດ້ກ່າວເພີ່ມອີກວ່າ: “ພວກເຮົາມຸ່ງໝັ້ນໃນການສືບຕໍ່ສະໜັບສະໜູນ ວນກ ລາວ ເພື່ອຫຼຸດຜ່ອນ ແລະ ຟື້ນຟູສະພາບເສດຖະກິດຈາກຜົນກະທົບຂອງການລະບາດຂອງ ໂຄວິດ-19 ແລະ ສະໜັບສະໜຸນ ລັດຖະບານລາວ ໃນການສ້າງສາ ແລະ ກ້າວຂ້າມ ວິກິດການດັ່ງກ່າວນີ້.

ຕັ້ງແຕ່ມີການເລີ່ມຕົ້ນ ການຮ່ວມມືຮອບດ້ານ ລະຫວ່າງ ສະຫະລັດອາເມລິກາ ກັບ ສປປ ລາວ ຕັ້ງແຕ່ປີ 2016 ເປັນຕົ້ນມາ, ອົງການ USAID ໄດ້ເພີ່ມການຊ່ວຍເຫຼືອເພື່ອສະໜັບສະໜຸນ ລັດຖະບານລາວ ໃນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການລົງທຶນ ແລະ ການຄ້າ, ສົ່ງເສີມຄວາມອາດສາມາດໃນການແຂ່ງຂັນຂອງ ວນກ, ຍົກລະດັບການຄຸ້ມຄອງ ແລະ ລະບຽບກົດໝາຍ, ສົ່ງເສີມການສຶກສາແບບມີສ່ວນຮ່ວມ, ແລະ ຍົກລະດັບການສຶກສາ ແລະ ສຸຂະພາບຂອງປະຊາຊົນລາວ. ການຊ່ວຍເຫລືອທັງໝົດນີ້ ຊຸກຍູ້ການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ, ການຂະຫຍາຍຕະຫຼາດ, ສະໜັບສະໜຸນຄວາມເປັນເອກະລາດດ້ານເສດຖະກິດ ແລະ ການເຊື່ອມໂຍງກັບອາຊຽນ, ແລະ ຊ່ວຍ ສປປ ລາວ ໃນການບັນລຸເປົ້າໝາຍຕາມທີ່ໄດ້ລະບຸໄວ້ໃນແຜນການພັດທະນາແຫ່ງຊາດ.
ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games