ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມ ຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດລາວ ຄັ້ງທີ 3

Published by NIU on

ວັນທີ 01 ທັນວາ 2021, ນະຄອນຫຼວງວຽງຈັນ. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ຄັ້ງທີ 03 ຂື້ນທີ່ ໂຮງແຮມ ຄຣາວພາຊາ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໄມເຄິລ໌ ຣອນນິ້ງ, ຜູ້ຕາງໜ້າອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ນອກນັ້ນ, ຍັງມີຜູ້ເຂົ້າຮ່ວມທາງໄກ ແລະ ເຊິ່ງໜ້າຄື ຕາງໜ້າຂະແໜງການທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາຄູ່ຮ່ວມງານໂຄງການ, ແລະ ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະເມີນ ແລະ ທົບທວນການຈັດຕັ້ງປະຕິບັດໂຄງການ ໃນໄລຍະໜຶຶ່ງປີຜ່ານມາ (ແຕ່ເດືອນມັງກອນ – ທັນວາ 2021) ແລະ ແຜນບູລິມະສິດສໍາລັບການຈັດຕັ້ງປະຕິບັດໂຄງການໃນ ປີ 2022.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວໃນບົດກ່າວເປີດວ່າ: ໜຶ່ງໃນບັນດາແຜນບູລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ ແມ່ນການສົ່ງເສີມການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງ, ຮອບດ້ານ ແລະ ຍືນຍົງ. ໃນ ສປປ ລາວ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເປັນວິສາຫະກິດສ່ວນໃຫຍ່, ແຕ່ລາຍຮັບຈາກວິສາຫະກິດດັ່ງກ່າວກວມເອົາພຽງແຕ່ 20% ຂອງ ຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດ. ໃນຂະນະດຽວກັນ, ວິສາຫະກິດ SME ເປັນວິສາຫະກິດທີ່ເອົາໃຈໃສ່ໃນກິດຈະກໍາຕ່າງໆທີ່ໃຫ້ໝາກຜົນຢ່າງປະຈັກຕາ ແລະ ເປັນປະໂຫຍດແກ່ SMEs ເພື່ອເຮັດໃຫ້ສາມາດເພີ່ມທະວີລາຍຮັບ ກໍຄື ການປະກອບສ່ວນເຂົ້າໃນ GDP. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດ ແມ່ນແນໃສ່ການສະໜັບສະໜູນໃນການປະຕິບັດຕົວຈິງປະເພດນີ້.”

ໃນລະຫວ່າງກາານປະຊຸມ, ຄະນະຈັດຕັ້ງປະຕິບັດໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ໄດ້ນໍານໍາສະເໜີແຜນວຽກປີທີ 3 ຂອງໂຄງການ. ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP), ກະຊວງອຸດສາຫະກໍາ ແລະ ການຄ້າ, ນໍາສະເໜີແຜນວຽກອົງປະກອບທີ 1 ຂອງໂຄງການ; ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ນໍາສະເໜີອົງປະກອບທີ 2; ແລະ ກົມສົ່ງເສີມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ນໍາສະເໜີແຜນວຽກຂອງອົງປະກອບທີ 3 ຂອງໂຄງການ.

ທ່ານ ໄມເຄິລ໌ ຣອນນິ້ງ, ຜູ້ຕາງໜ້າອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ມີຄໍາເຫັນຕໍ່ກອງປະຊຸມວ່າ: ອົງການ USAID ຖືວ່າໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ເປັນໂຄງການຕາງໜ້າໃຫ້ລັດຖະບານສະຫະລັດອາເມລິກາ ໃນການສະໜັບສະໜຸນການຟື້ນຟູເສດຖະກິດ ແລະ ຊ່ວຍໃຫ້ເສດຖະກິດຂອງ ສປປ ລາວ ສາມາດປັບຕົວເຂົ້າກັບຜົນກະທົບຂອງການລະບາດຂອງໂຄວິດ-19. ອົງການ USAID ມີຄວາມມຸ່ງໝັ້ນໃນການສະໜັບສະໜູນ ສປປ ລາວ, ເພື່ອຮັບມືກັບຜົນກະທົບດ້ານເສດຖະກິດຈາກການລະບາດຂອງໂຄວິດ-19, ແລະ ຊ່ວຍຟື້ນຟູສະພາບເສດຖະກິດໃຫ້ດີກວ່າເກົ່າ.

ທ່ານ ໄມເຄິ້ນ ຍັງໄດ້ຍົກໃຫ້ເຫັນບາງຜົນສຳເລັດທີ່ພົ້ນເດັ່ນຂອງໂຄງການໃນໄລຍະປີ 2021 ເຊິ່ງລວມມີ:

  • ການເປີດຕົວ Smart-Up – ຖານຂໍ້ມູນອອນລາຍ ໃນການເສີມສ້າງທັກສະດ້ານດີຈີຕອລ ສໍາລັບ SMEs. ປະຈຸບັນມີ SME ຫລາຍກວ່າ 100 ຫົວໜ່ວຍໄດ້ລົງທະບຽນໃນລະບົບ;
  • ການເປີດຕົວ ທຶນແບບມີສ່ວນຮ່ວມໃນການສ້າງລະບົບນິເວດທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBEPF), ເຊິ່ງ ມີມູນຄ່າ 500,000 ໂດລາ ສະຫະລັດ. ກອງທຶນດັ່ງກ່າວນີ້ຈະອໍານວຍຄວາມສະດວກໂດຍການຮ່ວມມືກັບຜູ້ສະໜອງການບໍລິການຕ່າງໆໃຫ້ SMEs ລວມທັງສະມາຄົມອຸດສາຫະກໍາ/ການຄ້າ, ຜູ້ໃຫ້ບໍລິການແກ່ທຸລະກິດ, ສະຖາບັນອາຊີວະສຶກສາ ແລະ ສະຫະກອນ ໃນການສ້າງນະວັດຕະກໍາໃໝ່ໆ;
  • ສໍາເລັດ ການຈັດຕັ້ງປະຕິບັດແຜນວຽກສໍາລັບກົນໄກການປຶກສາຫາລື ພາກລັດ-ເອກະຊົນ ຂັ້ນແຂວງ (LPPD) ຢູ່ແຂວງຈຳປາສັກ
  • ການເປີດຕົວ ແອັບພລິເຄຊັນເທິງມືຖື Policy Watch, ເຊິ່ງຫາກໍ່ເປີດໂຕເປັນທາງການ ໃນວັນທີ 30 ພະຈິກທີ່ຜ່ານມານີ້. ແອັບພລິເຄຊັນເທິງມືຖືດັ່ງກ່າວນີ້ ຈະຊ່ວຍໂຄສະນານະໂຍບາຍຕ່າງໆຂອງ LNCCI ພ້ອມທັງ ສົ່ງເສີມວຽກງານ ກົນໄກການປຶກສາຫາລື ພາກລັດ-ເອກະຊົນ ໃນຂັ້ນແຂວງ ແລະ ລະດັບຊາດ. ເປົ້າໝາຍສູງສຸດຂອງ ແອັບພລິເຄຊັນເທິງມືຖື Policy Watch ແມ່ນເຮັດໃຫ້ແອັບພລິເຄຊັນດັ່ງກ່າວກາຍເປັນຖານຂໍ້ມູນດ້ານທຸລະກິດ ສຳລັບ SMEs.
  • ສະຫນັບສະຫນູນດ້ານວິຊາການໃຫ້ແກ່ກະຊວງຍຸຕິທໍາໃນການຮ່າງດໍາລັດຕ່າງໆທີ່ຕິດພັນກັບ ຫ້ອງການຜູ້ເຈລະຈາພາກເອກະຊົນ, ແລະ ຄ່າແຮງງານຂອງຜູ້ດໍາເນີນການໄກ່ເກ່ຍ. ພ້ອມທັງ ສະໜັບສະໜູນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການສ້າງດຳລັດວ່າດ້ວຍ ການສ້າງຕັ້ງສະພາສົ່ງເສີມການທ່ອງທ່ຽວ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games