ອົງການ USAID ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ໄດ້ເປີດໂຕ ແອັບພລິເຄຊັນເທິງມືຶຖື Policy Watch ຢ່າງເປັນທາງການ ເພື່ອອັບເດດຂໍ້ມູນກ່ຽວກັບການປັບປຸງ ສະພາບແວດລ້ອມຂອງການດໍາເນີນທຸລະກິດຂອງ SME ລາວ.

Published by NIU on

ນະຄອນຫລວງວຽງຈັນ, ວັນທີ 30 ພະຈິກ 2021. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ, ຈັດງານເປີດໂຕ ແອັບພລິເຄຊັນເທິງມືຶຖື Policy Watch ຢ່າງເປັນທາງການ. ແອັບພລິເຄຊັນເທິງມືຶຖືດັ່ງກ່າວ ຖືກອອກແບບ ແລະ ພັດທະນາຂຶ້ນເພື່ອອັບເດດຂໍ້ມູນຂ່າວສານ ກ່ຽວກັບການປັບປຸງນະໂຍບາຍທີ່ຕິດພັນກັບການດໍາເນີນທຸລະກິດ ສໍາລັບ SMEs.

ງານເປີດໂຕແອັບພລິເຄຊັນເທິງມືຶຖື ດັ່ງກ່່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຊິກສະພາແຫ່ງຊາດ, ແລະ ທ່ານ ຄູເລິນ ຫິວ (Cullen Hughes), ຫົວໜ້າ ຝ່າຍເສດຖະກິດ, ການສຶກສາ, ແລະ ພະລັງງານ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ປະຈໍາລາວ. ພາຍໃນງານ, ມີຜູ້ເຂົ້າຮ່ວມຕາງໜ້າຈາກກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ; ຄະນະບໍລິຫານຂັ້ນສູງປະຈໍາ ສຄອຊ ແລະ ສະມາຊິກ ແລະ ຕາງໜ້າຈາກບັນດາສະມາຄົມນັກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ວາລີ ເວດສະພົງ ໄດ້ກ່າວຂອບໃຈໃນບົດກ່າວເປີດຂອງທ່ານ ມາຍັງ ອົງການ USAID ທີ່ໃຫ້ການຊ່ວຍເຫລືອໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ໃນການພັດທະນາ ແອັບພລິເຄຊັນເທິງມືຶຖືດັ່ງກ່າວນີ້. ແອັບພລິເຄຊັນເທິງມືຶຖືດັ່ງກ່າວ ຈະເປັນເຄື່ອງມືືໃນການສະໜັບສະໜຸນວຽກງານຂອງກອງປະຊຸມ ທຸລະກິດລາວ (LBF) ແລະ ກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ (LPPD) ເພື່ອສົ່ງເສີມການປັບປຸງສະພາບແວດລ້ອມໃນການການດໍາເນີນທຸລະກິດໃຫ້ເຂັ້ມແຂງ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນທາງທຸລະກິດ ແລະ ການປັບປຸງບັນດານະໂຍບາຍໃໜ່ໆຂອງພາກລັດ. ”

Policy Watch, ທີ່ພັດທະນາ ໂດຍໄດ້ຮັບການສະໜັບສະໜູນທຶນຈາກອົງການ USAID, ເປັນເຄື່ອງມືໃນການສົ່ງເສີມກິດຈະກໍາທີ່ປີ່ນອ້ອມວຽກງານການປັບປຸງນະໂຍບາຍໃນ ສປປ ລາວ, ເປັນຕົ້ນແມ່ນວຽກງານກອງປະຊຸມທຸລະກິດລາວ (LBF), ກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດຂັ້ນແຂວງ ຢູ່ສີ່ແຂວງພາກເໜືອທີ່ສະໜັບສະໜຸນໂດຍ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງສປປ ລາວ (LCT), ແລະ ກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດຂັ້ນແຂວງ ຢູ່ແຂວງຈໍາປາສັກ ທີ່ສະໜັບສະໜູນໂດຍ ໂຄງການສ້າງສະພາບເວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE). Policy Watch ຍັງເປັນເຄື່ອງມືໃນ ການອັບເດດຂໍ້ມູນຂ່າວສານ ກ່າຽວກັບຄວາມຄືບໜ້າຂອງການປັບປຸງລະບຽບ ແລະ ນະໂຍບາຍຕ່າງໆ.

ທ່ານ ຄູເລິນ ຫິວ, ຫົວໜ້າ ຝ່າຍເສດຖະກິດ, ການສຶກສາ, ແລະ ພະລັງງານ, ອົງການ USAID ປະຈໍາລາວ, ໄດ້ກ່າວໃນພິທີເປີດວ່າ: “USAID, ໂດຍຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດລາວ, ມີຄວາມພູມໃຈທີ່ໄດ້ສະໜັບສະໜູນການພັດທະນາ ແອັບພລິເຄຊັນເທິງມືຶຖືດັ່ງກ່າວນີ້ ເພື່ອເປັນເຄື່ອງມືໃນການຍົກສູງບົດບາດ ແລະ ວຽກງານທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກໍາລັງຈັດຕັ້ງປະຕິບັດຢູ່ ໃນຂົງເຂັດການໂຄສະນາການປັບປຸງນະໂຍບາຍ ແລະ ກົນໄກການປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ເພື່ອປັບປຸງສະພາບເວດລ້ອມການດໍາເນີນທຸລະກິດໃນ ສປປ ລາວໃຫ້ດີຂື້ນ.”

ລັກສະນະ ແລະ ໜ້າທີ່ຂອງແອັບພລິເຄຊັນເທິງມືຶຖື Policy Watch ລວມມີ: ການອັບເດດນະໂຍບາຍ, ຜົນການປຶກສາຫາລືກ່ຽວກັບນະໂຍບາຍ, ການອັບເດດຂໍ້ມູນຂ່າວສານ, ກົນໄກປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ (LPPD), ລິ້ງອື່ນໆທີ່ເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆທີ່ຕິດພັນກັບການຄ້່າ ແລະ ກ່ຽວກັບແອັບ.Policy Watch ແມ່ນສາມາດຮັບຮອງ ໄດ້ທັງພາສາລາວ ແລະ ອັງກິດ ແລະ ສາມາດນໍາໃຊ້ໄດ້ໃນມືຖື ທັງລະບົບ iOS ແລະ Android.

ແອັບພລິເຄຊັນເທິງມືຶຖື ນີ້ຈະເຮັດໃຫ້ການເຂົ້າເຖິງຂໍ້ມູນຂ່າວສານທີ່ຕິດພັນກັບນະໂຍບາຍ ຂອງ SMEs ງ່າຍຂື້ນ ແລະ ຍັງເປັນການໂຄສະນາສົ່ງເສີມວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ເປົ້າໝາຍຫລັກຂອງ ແອັບພລິເຄຊັນເທິງມືຶຖືນີ້ ແມ່ນເຮັດໃຫ້ Policy Watch ເປັນແອັບທີ່ທຸລະກິດນໍາໄຊ້ຫລາຍທີ່ສຸດໃນການເຂົ້າເຖິງຂໍ້ມູນຂ່າວສານ, ກິດຈະກໍາ ແລະ ງານຕ່າງໆທີ່ຈະເກີດຂື້ນ.

ຄວາມຄິດລິເລີ່ມນີ້ ແມ່ນສອດຄ່ອງກັບເປົ້າໝາຍການສະໜັບສະໜູນຂອງ USAID ໃນການສົ່ງເສີມວຽກງານການຄ້າ ແລະ ການພັດທະນາເສດຖະກິດຂອງ ສປປ ລາວ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games